ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເລກທີ 627/ຫສນຍ

ນະຄອງຫຼວງວຽງຈັນ, ວັນທີ 07.05.2022

 

ແຈ້ງການ

ຮຽນ: -  ບັນດາທ່ານ ລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າ ທີ່ນັບຖື.

- ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງທົ່ວປະເທດ ທີ່ນັບຖື.

ເລື່ອງ:  ທິດຊີ້ນຳກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜອ່ນຜັນພາຍໃນປະເທດ ໃນໄລຍະມີການລະບາດພະຍາດໂຄວິດ-19.

- ອີງຕາມ ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021;

- ອີງຕາມ ສະພາບຄວາມເປັນຈີງ ໃນການປະຕິບັດນະໂຍບາຍ ໃນການເຂົ້າ-ອອກ ປະເທດ ຂອງບັນດາປະເທດໃນພາກພື້ນ ແລະ ສາກົນ.

  - ອີງຕາມ ຜົນທາບທາມຄວາມເຫັນ ຂອງສັງຄົມ ຕໍ່ມາດຕາໃນການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດພະຍາດໂຄວິດ-19.

  - ອີງຕາມ ການຄົ້ນຄ້ວາ ແລະ ສະເໜີ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄອບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19.

 

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ການຕົກລົງ ແລະ ຊີ້ນຳ ຂອງລັດຖະບານມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

1. ເຫັນດີໃຫ້ຜ່ອນຜັນມາດຕະການໃນການເຂົ້າ-ອອອກ ສປປ ລາວ ດັ່ງນີ້:

  1. ເປີດດ່ານສາກົນທຸກດ່ານ ສຳລັບການເຂົ້າ-ອອກ ຂອງພົນລະເມື່ອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
  2. ອະນຸຍາດໃຫ້ພົນລະເມື່ອງຂອງບັນດາປະເທດທີ່ມີສັນຊາດຍົກເວັ້ນວີຊາ (VlSA) ກັບ ສປປ ລາວ ແບບສອງຝ່າຍ ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍ VlSA.
  3. ສຳລັບພົນລະເມື່ອງຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນ VlSA ກັບ ສປປ ລາວ ແມ່ນ ສາມາດຂໍ VlSAຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼືຂໍ VISA ກັບດ່ານ ຢູ່ ດ່ານສາກົນ ທີ່ມີໜວ່ຍງານ VISA ກັບດ່ານ.
  4. ພົນລະເມື່ອງລາວ, ຄົນຕ່າງດ້າວ,ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂື້ນໄປ ທີ່ບໍ່ທັນມີ ໃບຢັ້ງຢືນສັກວັກຊີນ ຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK)ພາຍໃນ 48 ຊົ່ວໂມງ ກອ່ນອອກຈາກປະເທດຕົ້ນທາງ. ເມື່ອເດີ່ນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບີນ ຫຼຶ ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ ອີກ.ສ່ວນຜູ້ທີ່ມີໃບຢັ້ງຢື່ນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວໄດ້ປົກກະຕິ ໂດຍບໍ່ຮຽກຮ້ອງໃຫ້ມີການກວດເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ.
  5. ສຳລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນການປິວປົວດວ້ຍຕົນເອງ, ຊື່ງສາມາດນຳໃຊ້ການບໍລິການປີ່ນປົວຢູ່ໂຮງໝໍລັດ, ໂຮງໝໍເອກະຊົນ ຫຼື ປິ່ນປົວຕີດຕາມຕົນເອງ ຢູ່ສະຖານທີ່ພັກ (Home IsoIation) ຕາມທີໄດ້ກຳນົດໃນຄຳແນະນຳຂອງກະຊວງສາທາລະນະສຸກ.

 

2. ເຫັນດີອະນຸຍາດໃຫ້ນຳໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກອ່ນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳ ກ່ຽວກັບການໃຊ້ພາຫະນະສວ່ນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງ ກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.

3. ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖີ່ນທຸກຂັ້ນ ຕະຫຼອດຮອດ ຜູ້ປະກອບການທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ແລະ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກ່ວາເກົ່າ ໂດຍໃຫ້ຖືວ່າວຽກງານບໍໍລິການ ແລະ ການທ່ອງທ່ຽວ ແມ່ນຄວາມຮັບຜິດຊອບສ່ວນລວມ ຂອງພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.

4. ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ເອົາໃຈໃສ່ປະຕິບັດຕາມມາດຕະການ ປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

5. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ສົມທົບກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດພະຍາດໂຄວິດ-19 ສາຍພັນໄໝ່ເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປີ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

6. ມາດຕະການທີ່ໄດ້ລະບຸ ແຕ່ຂໍ້ທີ 1 ຫາ ຂໍ້ທີ 5 ຂ້າງເທີງ ແມ່ນໃຫ້ຈັດຕັ້ງປະຕິບັດ ເລີ່ມແຕ່ ວັນທີ 09 ພືດສະພາ 2022 ເປັນຕົ້ນໄປ.

          ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.