ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ
ເລກທີ 103/ຄປຈ
ຄະນະປະຈໍາ
ນະຄອນຫຼວງວຽງຈັນ, ວັນທີ 09 ພຶດສະພາ 2022

ມະຕິ
ຂອງຄະນະປະຈໍາສະພາແຫ່ງຊາດ
ວ່າດ້ວຍ ການຮັບຮອງມາດຕະການຮັກສາສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟ
ໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ

 

-    ອີງຕາມ ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015, ມາດຕາ 53 ຂໍ້ 4; 
-    ອີງຕາມ ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ສະພາແຫ່ງຊາດ ແລະ ກົດຫມາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖຸນາ 2020, ມາດຕາ 33 ຂໍ້ 2.2.4; 
-    ອີງຕາມ ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດຫມາຍ ກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021, ມາດຕາ 2 ຂໍ້ IV ກົດໝາຍວ່າດ້ວຍອາກອນຊົມໃຊ້ ມາດຕາ 15 ຂໍ້ 1;
-    ອີງຕາມ ໜັງສືສະເໜີ ຂອງລັດຖະບານ ສະບັບເລກທີ 29/ລບ, ລົງວັນທີ 4 ພຶດສະພາ 2022; 
-    ອີງຕາມ ການເຫັນດີຂອງຄະນະປະຈໍາສະພາແຫ່ງຊາດ ຄັ້ງວັນທີ 7 ພຶດສະພາ 2022. 
-    
ຄະນະປະຈໍາສະພາແຫ່ງຊາດ ຕົກລົງ:
ມາດຕາ 1 ເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄານໍ້າມັນເຊື້ອໄຟເຫນັງຕີງຂຶ້ນສູງ ໂດຍຫຼຸດອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟ ຕາມການສະເໜີຂອງລັດຖະບານ ດັ່ງນີ້: 
            1. ອັດຕາອາກອນຊົມໃຊ້ ເກັບຈາກນໍ້າມັນກາຊວນ ປັບຈາກ 21% ມາເປັນ 11%; 
            2. ອັດຕາອາກອນຊົມໃຊ້ ເກັບຈາກນໍ້າມັນແອັດຊັງທໍາມະດາ ປັບຈາກ 31% ມາເປັນ 16%. 
            ການປັບຫຼຸດອັດຕາອາກອນຊົມໃຊ້ຄັ້ງນີ້ ເປັນມາດຕະການຊົ່ວຄາວນໍາໃຊ້ໃນໄລຍະ 3 ເດືອນ. ກໍລະນີລາຄາ ນໍ້າມັນເຊື້ອໄຟຕະຫຼາດໂລກປັບຫຼຸດລົງ ໃຫ້ຍົກເລີກມາດຕະການຊົ່ວຄາວ ຕາມມະຕິສະບັບນີ້ ແລ້ວຫັນໄປປະຕິບັດອັດຕາອາກອນຊົມໃຊ້ປົກກະຕິ ຕາມກົດຫມາຍ. 

ມາດຕາ 2 ມອບໃຫ້ລັດຖະບານຊີ້ນໍາກະຊວງກ່ຽວຂ້ອງ ຄຸ້ມຄອງການນໍາເຂົ້າ, ລາຄາຂາຍຍ່ອຍ ເພື່ອບໍ່ໃຫ້ມີການສວຍໂອກາດກັກຕູນ, ສະກັດກັ້ນການຄ້າຂາຍ ເຖື່ອນ, ຮັບປະກັນການແຈກຢາຍຂົນສົ່ງໄປເຂດຫ່າງໄກສອກຫຼີກ. 

ມາດຕາ 3 ການຈັດຕັ້ງປະຕິບັດ 
      1. ມອບໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ມະຕິສະບັບນີ້ ຢ່າງເຂັ້ມງວດ; 
      2. ມອບໃຫ້ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ດໍາເນີນການຕິດຕາມກວດກາ ແລະ ຊຸກຍູ້ ຈັດຕັ້ງປະຕິບັດ ມະຕິສະບັບນີ້ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນຢ່າງເຂັ້ມງວດ. 

ມາດຕາ 4 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. 

ຄະນະປະຈໍາສະພາແຫ່ງຊາດ
ປະທານ
ປອ ໄຊສົມພອນ ພົມວິຫານ

 

# ຫົວຂໍ້ ດາວໂຫຼດ
1 ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງມາດຕະການຮັກສາສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂື້ນລົງ, ເລກທີ 103/ຄປຈ, ລົງວັນທີ 09/05/2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.