ໃນລະຫວ່າງ​ວັນ​ທີ 09 ຫາ 10 ພຶດ​ສະ​ພາ 2022 ທີ່ຫ້ອງປະຊຸມ​ຂອງ ໂຮງ​ແຮມເລີ​ແກ​ຣນ ແຂວງອຸ​ດົມ​ໄຊ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ພ້ອມທັງຝຶກອົບຮົມການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ແກ່​ເຈົ້າ​ໜ້າ​ທີ່​ຂອງ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະກຳ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງອຸ​ດົມ​ໄຊ​. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າ ກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ໄມ​ພອນ ສີ​ລິ​ວົງ ຮອງຫົວໜ້າ ພະແນກອຸດສາຫະ​ກຳ ແລະ ການ​ຄ້າ​ ແຂວງ​ອຸ​ດົມ​ໄຊ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 28 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພືີ່ອຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ, ການສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ແລະ ທັງເປັນການຈັດຕັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ມີຕໍໍ່ພາກພື້ນ ແລະ ສາກົນ. ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເປັນວຽກທີ່ກວ້າງຂວາງ ແລະ ຕິດພັນກັບຫຼາຍຂະແໜງການ ທັງພາກລັດ ແລະ ພາກທຸລະກິດ. ສະນັ້ນ, ການສ້າງຄວາມສອດຄ່ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງ ແມ່ນຕ້ອງໄດ້ອາໄສບຸກຄະລາກອນທີ່ມີຄວາມເຂົ້າໃຈ, ຮັບຮູ້ບັນຫາ ແລະ ສາມາດວິເຄາະບັນຫາ ໄດ້ຢ່າງເລິກເຊິ່ງພໍສົມຄວນ ແລະ ມີກົນໄກການປະສານງານທີ່ໜັກແໜ້ນ ລະຫວ່າງພາກລັດດ້ວຍກັນ ແລະ ລະຫວ່າງພາກລັດ ແລະ ພາກທຸລະກິດ.

ເຊິ່ງວ່າ, ລະ​ບົບ​ e-CO ຂອງ ສ​ປ​ປ ລາວ ກໍ່​ແມ່ນ​ໜຶ່ງ​​ໃນ​ວຽກ​ງານ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ເປັນ​ຕົ້ນ​ແມ່ນ ການ​ຕັດ​ຂອດ​ຂັ້ນ​ຕອນ​ໃນ​ການປະ​ກອບ​ເອ​ກະ​ສານ, ປະ​ຢັດ​ເວ​ລາ ແລະ ຕົ້ນ​ທຶນ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ຂອງ ສ​ປ​ປ ລາວ ທີ່​ນຳ​ໃຊ້​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍລະບົບ e-CO ແມ່ນມີຄວາມສະດວກ ແລະ ມີຜົນປະໂຫຍດສູງຕໍ່ກັບຜູ້ປະກອບການເມື່ອທຽບໃສ່ການອອກແບບເຈ້ຍສໍ ເນື່ອງຈາກສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຢັດເວລາຫຼາຍຂຶ້ນ, ພ້ອມດຽວກັນກໍ່ຍັງຊ່ວຍຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ອອກຟອມ ແລະ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນອີກດ້ວຍ.

 ປະຈຸບັນ, ໄດ້ມີ 08 ຫ້ອງການຈາກທັງໝົດ 39 ຫ້ອງການໃນທົ່ວປະເທດທີ່ໄດ້ນໍາໃຊ້ລະບົບ e-CO ໄດ້​ແກ່: ກົມ ຂອ, ຫ້ອງ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງຈັນໂນນ​ທອງ, ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ນະຄອນຫຼວງວຽງຈັນ-ແຂວງ​ຈຳປາ​ສັກ-ແຂວງສະ​ຫວັນ​ນະ​ເຂດ-ແຂວງບໍ​ລິ​ຄຳ​ໄຊ ແລະ ​ແຂວງ​ຄຳ​ມ່ວນ. ອີງຕາມແຜນຂອງກົມ ຂອ ແມ່ນຈະສືບຕໍ່ມອບສິດນໍາໃຊ້ລະບົບ e-CO ໃຫ້ແກ່ຫ້ອງການເຈົ້ານໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໄດ້ຢ່າງໜ້ອຍ 20 ຫ້ອງການພາຍໃນປີ 2022, ຊຶ່ງພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງອຸ​ດົມ​ໄຊ ຈະເປັນຫ້ອງການທີ 09 ແລະ 10.​

ໃນຕອນທ້າຍຂອງການດໍາເນີນວາລະຝຶກອົບຮົມໃນຄັ້ງນີ້ແມ່ນສໍາເລັດໄດ້ຕາມເປົ້າໝາຍ ແລະ ປະສົບຜົນສໍາເລັດອັນດີ ເຊິ່ງໄດ້ສະແດງອອກໃຫ້ເຫັນເຖິງຄວາມຕັ້ງໃຈຮັບຟັງຖອດຖອນບົດຮຽນນໍາ ວິທະຍາກອນ ແລະ ການປະກອບສ່ວນແລກປ່ຽນຄໍາຄິດຄໍາເຫັນ ບົນພື້ນຖານການຈັດຕັ້ງປະຕິບັດຕົວຈີງຂອງສໍາມະນາກອນໃນເວລາປະຕິບັດໜ້າທີ່ນັ້ນ. ພາຍຫຼັງທີ່ສຳເລັດການຝຶກໃນຄັ້ງນີ້ແລ້ວ ແຂວງອຸດົມໄຊ ຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ.

ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ ກ່ຽວກັບ ວຽກງານການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450 255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.