ພາບປະກອບ

 

     ອີງຕາມໜັງສືປະກາດຮັບສະໝັກສອບເສັງບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2022, ເລກທີ 0317/ກຈພງ, ລົງວັນທີ 13 ພຶດສະພາ 2022 ເພື່ອແຈ້ງມາຍັງທ່ານທີ່ມີຄວາມສົນໃຈ ເພື່ອສະໝັກເຂົ້າສອບເສັງບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2022 ຈໍານວນ 03 ໂກຕ້າ (03 ຕໍາແໜ່ງ) ຄື: (1) ຫ້ອງການກະຊວງ ( 01 ຕໍາແໜ່ງ), ກົມນະໂຍບາຍການຄ້າຕ່າງປະເທດ ( 01 ຕໍາແໜ່ງ) ແລະ ກົມການນໍາເຂົ້າ ແລະ ສົ່ງອອກ ( 01 ຕໍາແໜ່ງ).

     ການສະໝັກແມ່ນທ່ານສາມາດ ດາວໂຫລດແບບຟອມໄດ້ ທີ່ນີ້. ເປີດຮັບຟອມສະມັກແຕ່ວັນທີ 16 ພຶດສະພາ 2022 ແລະ ປິດຮັບສະໝັກຟອມສອບເສັງ ວັນທີ 20 ພຶດສະພາ 2022 (ຕາມວັນເວລາລັດຖະການ).

     ຜູ້ສະໝັກທີ່ມີມາດຖານເງື່ອນໄຂຖືກຕ້ອງຄົບຖ້ວນ ແລະ ໄດ້ຜ່ານການຄັດເລືອກເຂົ້າຮ່ວມສອບເສັງ ແມ່ນຈະໄດ້ຮັບການຕິດຕໍ່ຈາກກົມກ່ຽວຂ້ອງ ໃນລະຫວ່າງ ວັນທີ 23-24 ພຶດສະພາ 2022.

     ກໍານົດມື້ສອບເສັງ ວັນທີ 25 ພຶດສະພາ 2022 ເວລາ 8:30 ທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

 

     ສອບຖາມເພີ່ມເຕີມ ກະລຸນາຕິດຕໍ່ໄດ້ທີ່ ກົມຈັດຕັ້ງ ແລະ ພະນັກງງານ ກະຊວງອຸດສາຫະກໍາ ແລະ ການຄ້າ ໂທ: 021 454 903 ຫຼື ແຟັກ: 021 416 139

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.