ຕອນບ່າຍຂອງວັນທີ 20 ພຶດສະພາ 2022 ທີ່ຫ້ອງປະຊຸມຂອງ ເຂດພັດທະນາກວມລວມລາວໄຊເສດຖາ ໄດ້ຈັດພິທີມອບຂໍ້ຕົກລົງ ວ່າດ້ວຍ ການມອບສິດໃຫ້ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບເລກທີ 0502/ອຄ, ລົງວັນທີ 27 ເມສາ 2022 ລະຫວ່າງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ.  ພິທີດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານ ທະນົງໄຊ ຄຸດໄພທູນ, ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກພັກລັດ ແລະ ຜູ້ປະກອບການພາຍໃນເຂດພັດທະນາກວມລວມລາວໄຊເສດຖາ ທັງໝົດ ຈຳນວນ 40 ທ່ານ. 


     ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເປັນເອກະສານທີ່ສໍາຄັນໃນການຂໍຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນໍາເຂົ້າສໍາລັບສິນຄ້າທີ່ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າຈາກປະເທດຜູ້ນຳເຂົ້າ. ປະຈຸບັນ, ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ 52 ປະເທດ ປະກອບມີ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ, ສປ ຈີນ ແລະ ຈີນ (ໄຕ້ຫວັນ) ແລະ 09 ປະເທດສະມາຊິກອາຊຽນ. ສິນຄ້າທີ່ໄດ້ແຫຼ່ງກໍາເນີດສິນຄ້າສົ່ງອອກຈາກ ສປປ ລາວໄປບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າເກືອບທຸກລາຍການສິນຄ້າ ຫຼື ຫຼາຍກວ່າ 90% ຂອງລາຍການສິນຄ້າທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມ, ຊຶ່ງສິດທິພິເສດດັ່ງກ່າວຊ່ວຍໃຫ້ສິນຄ້າຂອງລາວມີຕົ້ນທຶນທີ່ຕໍ່າ, ສາມາດແຂ່ງຂັນໄດ້ໃນຕະຫຼາດສາກົນ, ພ້ອມດຽວກັນຍັງຊ່ວຍດຶງດູດການລົງທຶນຈາກຕ່າງປະເທດໄດ້ຢ່າງຫຼວງຫຼາຍ. ສຳລັບແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ນໍາໃຊ້ກັບບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ ປະກອບມີ 15 ແບບຟອມໄດ້ແກ່ແບບຟອມ A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. 


     ພາຍຫຼັງໄດ້ຮັບຂໍ້ຕົກລົງສະບັບດັ່ງກ່າວນີ້, ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແມ່ນສາມາດອອກຟອມດັ່ງທີ່ກ່າວມາຂ້າງເທິງນັ້ນໄດ້ທັງໝົດ ໃຫ້ບັນດາ ບໍລິສັດ/ໂຮງງານ ທີ່ດຳເນີນກິດຈະການຢູ່ພາຍໃນເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດທີ່ເຂົ້າມາລົງທຶນຢູ່ໃນເຂດດັ່ງກ່າວໃຫ້ນັບມື້ນັບຫຼາຍຂຶ້ນ. 

     ສຳລັບພາກສ່ວນໃດທີ່ສົນໃຈ ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450 255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la. 


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.