ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ    ເລກທີ 1773/ກຂອ
ນະຄອນຫຼວງວຽງຈັນ, ວັນທີ 23 ພຶດສະພາ 2022

ແຈ້ງການ

ເຖິງ: - ທ່ານ ປະທານສະມາຄົມຍານພາຫະນະ.

   - ບັນດາບໍລິສັດ ນຳເຂົ້າ ແລະ ສົ່ງອອກ ຍານພາຫະນະ.

ເລື່ອງ: ການນຳໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຍານພາຫະນະ ຢູ່ດ່ານພາສີສາກົນບໍ່ເຕັນ (ແຂວງຫຼວງນໍ້າທາ.)

  • ອີງຕາມ  ແຈ້ງການຂອງຫອ້ງການ, ກະຊວງການເງີນ ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນຳເຂົ້າ-ສົ່ງອອກສີນຄ້າ, ເຄື່ອງຂອງທຸກປະເພດ ຢູ່ທີ່ດ່ານພາສີສາກົນບໍ່ເຕັນ ສະບັບເລກທີ 1167/ຫກ, ລົງວັນທີ 12 ພຶດສະພາ 2022.

      ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ໂດຍປະຕິບັດຕາມແຈ້ງການຂອງ ຫອ້ງການ ກະຊວງການເງີນ, ເລກທີ 1167/ຫກ, ລົງວັນທີ 12 ພຶດສະພາ 2022,  ເລີມແຕ່ວັນທີ 23 ພຶດສະພາ 2022, ກົມການນຳເຂົ້າ ແລະ ສົ່ງອອກ ຈະພິຈາລະນາອອກໃບອະນູຍາດນຳເຂົ້າສີນຄ້າປະເພດ ພາຫະນະ ທີ່ນຳເຂົ້າຜ່ານດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW). ບໍລິສັດ ນຳເຂົ້າ ແລະ ສົ່ງອອກ ພາຫະນະ ໃດທີ່ຍັງບໍ່ທັນລົງທະບຽນນຳໃຊ້ລະບົບ LNSW ແມ່ນໃຫ້ຮີບຮອ້ນລົງທະບຽນນຳໃຊ້ໂດຍໄວ ໂດຍສາມາດພົວພັນ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ ເບີ 020 59829365 ແລະ 020 28145652 ເພື່ອຂໍຮັບການຝຶກອົບຮົມ ແລະ ລົງທະບຽນຂໍລະ ຫັດຜູ້ໃຊ້ລະບົບດັ່ງກ່າວ. ແບບຟອມສະເໜີນຳໃຊ້ລະບົບ ສາມາດດາວໂຫຼດໄດ້ໃນ WWW.laonsw.net ຫຼື ເວັບໄຊ WWW.laotradeportal.gov.la. ສຳຫຼັບການນຳເຂົ້າຜ່ານດ່ານພາສີສາກົນອື່ນແມ່ນສາມາດສືບຕໍ່ນຳລະບົບເຈ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດວ້ຍ.

ຫົວໜ້າກົມ

ນ. ມະນີວອນ ວົງໄຊ

# ຫົວຂໍ້ ດາວໂຫຼດ
1 Notification in using Lao National Single Window (LNSW) to manage the import and export of vehicles at Boten International Customs Checkpoint, Luang Namtha Province, No. 1773/DIMEX, date 23 May 2022. PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກຍານພາຫະນະ ຢູ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ເລກທີ 1773/ກຂອ, ລົງວັນທີ 23 ພຶດສະພາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.