ໃນຕອນເຊົ້າ ວັນທີ 08 ມິຖຸນາ 2022, ທີ່ຫ້ອງປະຊຸມດ່ານສາກົນມິດຕະພາບ 1 ລາວ-ໄທ, ກົມການນຳເຂົ້າ ແລະ ສົ່ງອອກ ( ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ສົມທົບກັບ ກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ທ່ານນາງ ເຄືອວັນ ຈັນທະພູວົງ, ຮອງຫົວໜ້າ ກົມພັດທະນາການບໍລິຫານລັດ ພ້ອມດ້ວຍຂະແໜງການພາສີ ແລະ ກົມກອງທີ່ກ່ຽວຂ້ອງ ໄດ້ຈັດ “ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ເລກທີ 558/ລບ, ລົງວັນທີ 31 ທັນວາ 2018” ຊຶ່ງໄດ້ຮັບການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຂອງກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດເລກທີ 558/ລບ ແລະ ປຶກສາຫາລືບັນດາຄໍາຖາມເຈາະຈິ້ມໃນການປະຕິບັດຕົວຈີງຂອງຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາໜ່ວຍງານທີ່ປະຈໍາຢູ່ດ່ານ. ຫລັງຈາກນັ້ນ, ຄະນະຈັດຕັ້ງຈະຮີບໂຮມຄໍາເຫັນຕ່າງໆໃນທີ່ປະຊຸມເພື່ອການປະເມີນການຈັດຕັ້ງປະຕິບັດດໍາລັດເລກທີ 558/ລບ ໃນຂັ້ນຂອດຕໍ່ໄປ.

     ທ່ານ ມົວວິໄຊ ປາລີ ໄດ້ກ່າວວ່າ: “ໃນກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ໃນວັນທີ 25 ມັງກອນ 2022 ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຊີ້ນໍາໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບ ກະຊວງພາຍໃນ ແລະ ຂະແໜງການກ່ຽວຂ້ອງ ຮີບຮ້ອນ ລົງປະເມີນການຈັດຕັ້ງປະຕິບັດຕົວຈິງ ດໍາລັດ 558/ລບ ຂອງບັນດາດ່ານຊາຍແດນ ແລະ ສະໜາມບິນສາກົນ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນກົງຈັກການຈັດຕັ້ງ, ຕຳແໜ່ງງານ, ບຸກຄະລາກອນ, ການກວດກາເອກະສານ ແລະ ສິນຄ້າ ນໍາເຂົ້າ-ສົ່ງອອກ ຂອງບັນດາຂະແໜງການທີ່ປະຈໍາດ່ານ”.

     ພ້ອມດຽວກັນນັ້ນ, ທ່ານນາງ ເຄືອວັນ ຈັນທະພູວົງ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດຕໍ່ ດໍາລັດ 558/ລບ ໂດຍສັງເຂບດັ່ງນີ້: “ວຽກງານກົງຈັກການຈັດຕັ້ງ ຂອງດ່ານຊາຍແດນສາກົນທາງບົກຈໍານວນ 19 ແຫ່ງ ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບດໍາລັດ 558/ລບ ໂດຍຮັກສາໄວ້ 5 ຂະແໜງວິຊາສະເພາະດັ່ງນີ້: ຂະແໜງກວດຄົນເຂົ້າ-ອອກເມືອງ; ຂະແໜງພາສີ; ຂະແໜງກັກກັນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່; ຂະແໜງພົວພັນຊາຍແດນ ແລະ ກົງສູນ; ແລະ ຫ້ອງການບໍລິຫານ. ວຽກງານບຸກຄະລາກອນ ຄະນະຄຸ້ມຄອງດ່ານແຕ່ລະທ່ານ ຖືກແຕ່ງຕັ້ງໂດຍລັດຖະມົນຕີຂອງບັນດາກະຊວງກ່ຽວຂ້ອງ, ສໍາລັບຫົວໜ້າຄະນະຄຸ້ມຄອງດ່ານທີ່ຄວບຕໍາແໜ່ງຫົວໜ້າຂະແໜງບໍລິຫານ ແມ່ນຖືກແຕ່ງຕັ້ງໂດຍທ່ານເຈົ້າແຂວງຂອງບັນດາແຂວງທີ່ດ່ານຕັ້ງຢູ່. ສໍາລັບດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫຼວງວຽງຈັນ ແມ່ນໄດ້ສໍາເລັດການແຕ່ງຕັ້ງ ຕໍາແໜ່ງຫົວໜ້າຫ້ອງການບໍລິຫານດ່ານຊາຍແດນສາກົນທີ່ເປັນຮອງຄະນະຄຸ້ມຄອງດ່ານ ທີ່ີເປັນຄວາມຮັບຜິດຊອບຂອງແຂວງ. (ປະຈຸບັນຍັງຮັກສາຄືເກົ່າບໍຫຼືໄດ້ປັບປຸງຄະນະໃໝ່).  ວຽກງານງົບປະມານຂອງດ່ານ ດ່ານຊາຍແດນມີງົບປະມານຮັບໃຊ້ບໍລິຫານເປັນຂອງຕົນເອງ ຊຶ່ງເປັນຫົວໜ່ວຍງົບປະມານຂັ້ນໜຶ່ງຂຶ້ນກັບອົງການປົກຄອງທ້ອງຖິ່ນ. ສໍາລັບການຄຸ້ມຄອງລາຍຮັບ-ລາຍຈ່າຍຂອງດ່ານຊາຍແດນ ແລະ ສະໜາມບິນສາກົນແມ່ນຈັດຕັ້ງປະຕິບັດຕາມດໍາລັດ 558/ລບ ກໍານົດ. (ພາກທີ VI ການເງິນຂອງດ່ານຊາຍແດນ ແລະ ສະໜາມບິນສາກົນ)”.

     ໃນທີ່ປະຊຸມເຫັນດີກ່ຽວກັບແຜນການໃນຕໍ່ໜ້າແມ່ນ ຊຸກຍູ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນການຄົ້ນຄວ້າກໍານົດຕໍາແໜ່ງງານເພື່ອສະເໜີຮັບຮອງຕາມລະບຽບ ແລະ ສັບຊ້ອນບຸກຄະລາກອນເຂົ້າໃສ່ຕາມວຽກງານຕົວຈິງແຕ່ລະດ່ານ; ປະສານສົມທົບກັບກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການສືບຕໍ່ໍຊຸກຍູ້, ຕິດຕາມ ການເຄື່ອນໄຫວຂອງບັນດາດ່ານ ທີ່ໄດ້ປະກາດການຈັດຕັ້ງໄປແລ້ວ ເພື່ອປະເມີນຜົນການເຄື່ອນໄຫວ ສົມທຽບໃສ່ເນື້ອໃນທີ່ດໍາລັດ 558/ລບ ກໍານົດ; ແລະ ສືບຕໍ່ຕິດຕາມ, ຊຸກຍູ້ບັນດາແຂວງ, ນະຄອນຫຼວງວຽງຈັນ ໃນການຄົ້ນຄວ້າປັບປຸງດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃຫ້ສອດຄ່ອງກັບດໍາລັດກໍານົດ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານທັງສອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໄດ້ຕົກລົງເຫັນດີເປັນເອກະພາບກັນກັບການລາຍງານຂອງກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດເລກທີ 558/ລບ. ພ້ອມດຽວກັນນັ້ນ, ຈະນໍາເອົາຄໍາເຫັນໃນທີ່ປະຊຸມໃນຄັ້ງນີ້ເພື່ອການປັບປຸງໃນຂັ້ນຂອດຕໍ່ໄປ ເຊິ່ງໄດ້ມີການສະເໜີເພີ່ມຂະແໜງການອື່ນເຂົ້າໃນກັບດໍາລັດສະບັບນີ້ ເຊັ່ນ: ຂະແໜງໂຍທາ, ມາດຕະຖານ ແລະ ປ່າໄມ້; ແລະ ປັບປຸງໂຄງສ້າງການຈັດຕັ້ງບຸກຄະລາກອນຂອງແຕ່ລະຂະແໜງການໃຫ້ສາມາດເຮັດວຽກຮ່ວມກັນຢ່າງເປັນລະບົບ ແລະ ເອກະພາບກັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.