ໃນລະຫວ່າງ​ວັນ​ທີ 08 ຫາ 09 ມິ​ຖຸ​ນາ 2022 ທີ່ຫ້ອງປະຊຸມ​ຂອງ ໂຮງ​ແຮມພອຍ​ໄພ​ລິນ ແຂວງ​ໄຊ​ຍະ​ບູ​ລີ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ), ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຈັດຝຶກອົບຮົມສ້າງຖານຄວາມຮູ້ດ້ານວິຊາການ ໃຫ້ກັບພາກທຸລະກິດ ກ່ຽວກັບ ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ແລະ ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ແກ່​ເຈົ້າ​ໜ້າ​ທີ່​ຂອງ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະກຳ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງໄຊ​ຍະ​ບູ​ລີ. ຊຸດຝຶກອົບຮົມຄັ້ງ​ນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າ ກົມ ຂອ ແລະ ທ່ານ ສອນ​ສະ​ຫວັນ ຈັນ​ທະ​ວົງ ຮອງຫົວໜ້າພະແນກອຸດສາຫະ​ກຳ ແລະ ການ​ຄ້າ​ ແຂວງ​ໄຊ​ຍະ​ບູ​ລີ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 41 ທ່ານ.

     ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຄຳແນະນໍາ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງຄຳສັ່ງ ເລກທີ 12/ນຍ ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປລາວ ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022. ພ້ອມດຽວກັນນັ້ນ, ຍັງໄດ້ຝຶກອົມຮົມສ້າງຖານຄວາມຮູ້ດ້ານວິຊາການ ກ່ຽວກັບ ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO). E-CO  ແມ່ນລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງ ອີເລັກໂຕນິກ, ຈຸດເດັ່ນຂອງລະບົບດັ່ງກ່າວ ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍ ໂດຍລວມແລ້ວ ມັນເປັນສ່ວນໜຶ່ງຂອງວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນຕົ້ນແມ່ນ ການຕັດຂອດຂັ້ນຕອນໃນການປະກອບເອກະສານ, ປະຢັດເວລາ ແລະ ຕົ້ນທຶນໃຫ້ແກ່ຜູ້ປະກອບການຂອງ ສປປ ລາວ ທີ່ນຳໃຊ້ສິດທິພິເສດທາງການຄ້າ.

     ນອກ​ຈາ​ກ​ນັ້ນ, ນັກ​ວິ​ທະ​ຍາ​ກອນຜູ້ຕາງໜ້າຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ນໍາສະເໜີກ່ຽວກັບເງື່ອນໄຂ ແລະ ມາດຕະຖານ ໃນການອອກໃບຢັ້ງຢືນ (Good Manufacturing Practice: GMP) ຫຼື ການ​ດຳ​ເນີນ​ການ​ຜະ​ລິດ​ທີ່​ດີສໍາລັບພືດ ແລະ ໝາກໄມ້ ທີ່ຈະສົ່ງອອກໄປປະເທດໄທ ຊຶ່ງເປັນຫົວຂໍ້ທີ່ຫຼາຍຫົວໜ່ວຍທຸລະກິດສົ່ງອອກສິນຄ້າກະສິກຳຢູ່ຫຼາຍແຂວງຂອງປະ​ເທດລາວໃຫ້ຄວາມສົນໃຈຫຼາຍໃນປະຈຸບັນ.

     ປະຈຸບັນ, ໄດ້ມີ 12 ຫ້ອງການຈາກທັງໝົດ 40 ຫ້ອງການໃນທົ່ວປະເທດທີ່ໄດ້ນໍາໃຊ້ລະບົບ e-CO ເຊິ່ງໃນປີ 2022 ແມ່ນໄດ້ມີ 5 ແຂວງທີ່ໄດ້ຮັບການຝຶກອົບຮົມ ໄດ້​ແກ່: ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຄຳ​ມ່ວນ (01​ ກຸມ​ພາ  2022), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ (03​ ​ພຶດ​ສະ​ພາ 2022), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ອຸ​ດົມ​ໄຊ (01 ມິ​ຖຸ​ນາ 2022), ສະພະ​ແນກ​ ການ​ຄ້າ ແລະ ​ອຸດ​ສາ​ຫະ​ກຳ ແຂວງ​ອຸ​ດົມ​ໄຊ (01 ມິ​ຖຸ​ນາ 2022), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງຫຼວງ​ນ້ຳ​ທາ (01 ມິ​ຖຸ​ນາ 2022) ແລະ ສະພະ​ແນກ​ ການ​ຄ້າ ແລະ ​ອຸດ​ສາ​ຫະ​ກຳ ແຂວງ​ຫຼວງ​ນ້ຳ​ທາ (01 ມິ​ຖຸ​ນາ 2022), ອີງຕາມແຜນຂອງກົມ ຂອ ແມ່ນຈະສືບຕໍ່ມອບສິດນໍາໃຊ້ລະບົບ e-CO ໃຫ້ແກ່ຫ້ອງການເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໄດ້ຢ່າງໜ້ອຍ 20 ຫ້ອງການພາຍໃນປີ 2022, ຊຶ່ງພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ​ໄຊ​ຍະ​ບູ​ລີ ເລີ່ມ​ນຳ​ໃຊ້​ລະ​ບົບ​ດັ່ງ​ກ່າວ​ໃນ​ວັນ​ທີ 01 ກໍ​ລະ​ກົ​ດ 2022 ເປັນ​ຕົ້ນ​ໄປ.

     ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ ກ່ຽວກັບ ວຽກງານການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450 255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.