ວັນທີ 13 ມິຖຸນາ 2022 ທີ່ໂຮງແຮມ ເດິແກລນ, ແຂວງຈໍາປາສັກ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ກຄອຄສ) ພ້ອມດ້ວຍ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໃນນາມເປັນຫ້ອງການປະຈໍາຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ (ຂຄອຄສ) ໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ພາກທຸລະກິດ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ບຸນຍະເດດ ທອງສະຫວັນ, ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ແລະ ທ່ານ ດຣ ນ. ວຽງໄຊ ວັນສີລາລົມ, ຮອງຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງ ລວມທັງໝົດ 45 ທ່ານ.

     ຈຸດປະສົງ ແມ່ນນໍາສະເໜີ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ການແກ້ໄຂບັນຫາຂອງພາກທຸລະກິດ ແລະ ຄໍາແນະນໍາ ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022; ນໍາສະເໜີ ກ່ຽວກັບເງື່ອນໄຂ, ຂັ້ນຕອນ ແລະ ມາດຕະຖານ ການອອກໃບຢັ້ງຢືນການຜະລິດທີ່ດີ (Good Manufacturing Practice - GMP) ທີ່ຈະສົ່ງອອກສິນຄ້າກະສິກໍາ ໄປປະເທດໄທ. ພ້ອມນັ້ນໃນກອງປະຊຸມ ໄດ້ເປີດເວທີປຶກສາຫາລື ພ້ອມດຽວກັນ ພາກລັດແມ່ນໄດ້ຮັບຟັງບັນຫາ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຂອງບັນດາທ່ານຜູ້ຕາງໜ້າຈາກພາກທຸລະກິດ.

     ໃນໄລຍະຜ່ານມາລັດຖະບານ ກໍ່ຄືກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງນິຕິກໍາ ແລະ ແຜນງານຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າຫຼາຍສະບັບ ເຊັ່ນ: ແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າໄລຍະປີ 2017-2022 (ຕາມຂໍ້ຕົກລົງ ເລກທີ 0051/ກຂອຄ, ລົງວັນທີ 25 ກັນຍາ 2017); ຄໍາສັ່ງ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່   ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ແລະ ຄໍາສັ່ງ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019. ລ່າສຸດ, ກໍໄດ້ມີຄໍາແນະນໍາ ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022 ກ່ຽວກັບ ການຜັນຂະຫຍາຍບາງເນື້ອໃນຂອງຄໍາສັ່ງ ເລກທີ 12/ນຍ.

     ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້ ແລະ ເຂົ້າໃຈ ປະຈຸບັນ ລັດຖະບານແຕ່ຂັ້ນສູນກາງຫາທ້ອງຖິ່ນ ພະຍາຍາມຄົ້ນຄວ້າ ສ້າງ ຫຼື ປັບປຸງນິຕິກໍາ, ແລະ ແກ້ໄຂບັນຫາຕ່າງໆຄວບຄູ່ໄປນໍາ ແນໃສ່ເຮັດໃຫ້ຂັ້ນຕອນ ແລະ ເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົົ້າ-ສົົ່ງອອກສິນຄ້າໃຫ້ຫລຸດລົງຢ່າງໜ້ອຍ 50% ພາຍໃນ ປີ 2022. ໂດຍຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ການກວດກາຮ່ວມກັນຂອງຂະແໜງການທີ່ກ່ຽວຂ້ອງທີ່ມີໜ່ວຍງານປະຈໍາຢູ່ດ່ານ, ມີການຄົົ້ນຄວ້າມາດຕະການແກ້ໄຂບັນຫາການນໍາເຂົົ້າ-ສົົ່ງອອກ, ຜ່ານແດນ ແລະ ຂົນສົົ່ງສິນຄ້າໃນໄລຍະວິກິດການທາງດ້ານເສດຖະກິດຂອງປະເທດເພືີ່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາຂອງພາກທຸລະກິດເນືີ່ອງຈາກເປັນປັດໃຈໜຶີ່ງທີ່ສົ່ງຜົນຕໍ່ຕົ້ນທຶນການຜະລິດ ແລະ ລາຄາຂາຍສິນຄ້າຕາມທ້ອງຕະຫລາດ. ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໂດຍສະເພາະພາກທຸລະກິດ ຍັງໄດ້ຮຽນຮູ້ຂັ້ນຕອນ, ເງື່ອນໄຂ ແລະ ມາດຕະຖານໃນການອອກໃບຢັ້ງຢືນການຜະລິດທີ່ດີ (GMP) ສາມາດຈັດຕັ້ງປະຕິບັດຕົວຈິງໄດ້ ໃນເວລາມີຄວາມຕ້ອງການສົ່ງສິນຄ້າກະສິກໍາໄປ ປະເທດໄທ.

     ໃນວາລະສຸດທ້າຍຂອງກອງຊຸມ ທ່ານປະທານໄດ້ສະຫຼຸບສັງລວມບັນຫາ, ຂໍ້ຫຍຸ້ງຍາກ, ແລະ ຂໍ້ສະເໜີຂອງພາກເອກະຊົນໃນການຈັດຕັ້ງປະຕິບັດວຽກງານຕົວຈີງ ເຊິ່ງການປະກອບຄໍາຄິດຄໍາເຫັນດັ່ງກ່າວ  ແມ່ນມີປະໂຫຍດຕໍ່ພາກລັດ ທີ່ຈະນໍາໄປຄົ້ນຄວ້າພິຈາ ລະນາຫາທິດທາງແກ້ໄຂໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.