ພາບປະກອບ

 

ໃນຂະນະທີ່ບັນດາຂະແໜງການເສດຖະກິດ ໃນ ສປປ ລາວ ກໍາລັງເລີ່ມຟື້ນຕົວຈາກການຂະຫຍາຍໂຕທີ່ຊ້າຍ້ອນການລະບາດຂອງພະຍາດ COVID-19, ສປປ ລາວ ໄດ້ປະເຊີນກັບບັນຫາຄວາມບໍ່ສົມດຸນທາງດ້ານເສດຖະກິດມະຫາພາກທີ່ແກ່ຍາວມາດົນກ່ອນການລະບາດ, ອີງຕາມຂໍ້ມູນຫລ້າສຸດຈາກບົດລາຍງານຂອງທະນາຄານໂລກກ່ຽວກັບເສດຖະກິດຂອງ ສປປ ລາວ.

ການເພີ່ມສູງຂຶ້ນ ຂອງລະດັບໜີ້ສິນສາທາລະນະ ແລະລາຄາສິນຄ້າໃນຕະຫລາດໂລກ ກໍ່ໃຫ້ເກີດຄວາມສ່ຽງ ຕໍ່ ສະເຖຍລະພາບດ້ານເສດຖະກິດມະຫາພາກ ແລະກະທົບຕໍ່ມາດຕະຖານການດຳລົງຊີວິດຂອງປະຊາຊົນ, ອີງຕາມຂໍ້ມູນ ຈາກບົດລາຍງານ ເສດຖະກິດ ຂອງ ສປປ ລາວ - ການຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ ເພື່ອສະໜັບສະໜູນການຟື້ນຕົວ (Lao PDR Economic Monitor — Restoring Macroeconomic Stability to Support Recovery).

ເສດຖະກິດ ຂອງ ສປປ ລາວ ຄາດວ່າຈະເຕີບໂຕ ໃນອັດຕາ 3.8 ເປີເຊັນ ໃນປີ 2022, ເພີ່ມຂຶ້ນ ຈາກ 2.5 ເປີເຊັນ ໃນປີ 2021 ບົນພື້ນຖານຄາດວ່າ ການເຈລະຈາໜີ້ສິນຈະມີຄວາມຄືບໜ້າທີ່ດີ ແລະ ຈະບໍ່ມີການລອກດາວ ຫລືນໍາໃຊ້ມາດຕະການປ້ອງກັນແລະຄວບຄຸມຢ່າງເຄັ່ງຄັດຮອບໃໝ່ ເພື່ອສະກັດກັ້ນການແຜ່ລະບາດ ຂອງ COVID-19. ປັດຈຸບັນ ສປປ ລາວ ມີການເກີນດຸນດ້ານການຄ້າ ແລະສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ. ຂະແໜງພະລັງງານ ແລະບໍ່ແຮ່ ມີທ່າແຮງໃນການຂະຫຍາຍຕົວ, ໃນຂະນະທີ່ການສົ່ງອອກສິນຄ້າກະສິກໍາ ແລະຜະລິດຕະພັນປຸງແຕ່ງ ແມ່ນໄດ້ຮັບແຮງໜູນຈາກຄວາມຕ້ອງການສິນຄ້າຈາກຕ່າງປະເທດ ແລະລາຄາສິນຄ້າທີ່ສູງຂຶ້ນ. ຂະແໜງບໍລິການຄາດວ່າຈະມີການຟື້ນຕົວເທື່ອລະກ້າວ.

ເຖິງແນວໃດກໍ່ຕາມ, ອັດຕາເງິນເຟີ້ເພີ່ມສູງຂຶ້ນເຖິງ 9.9 ເປີເຊັນ ໃນເດືອນ ເມສາ 2022, ຈາກ 2 ເປີເຊັນໃນປີກາຍ, ພ້ອມດຽວກັນນີ້ ການແຜ່ລະບາດຂອງພະຍາດ COVID-19 ກໍ່ໄດ້ເຮັດໃຫ້ຫລາຍທຸລະກິດປິດກິດຈະການລົງ ແລະ ເຮັດໃຫ້ສູນເສຍວຽກເຮັດງານທຳ ແລະ ສ້າງຜົນກະທົບຕໍ່ລາຍຮັບຂອງຄົວເຮືອນ.​ ການເພີ່ມຂຶ້ນຂອງລາຄາສິນຄ້າ ໃນຂະນະທີ່ລາຍຮັບພາກຄົວເຮືອນຫລຸດລົງ ໄດ້ເຮັດໃຫ້ຫລາຍຄອບຄົວທີ່ມີລາຍຮັບຕໍ່າປະເຊີນກັບຄວາມສ່ຽງທີ່ຈະກາຍເປັນຄອບຄົວທຸກຍາກ, ໂດຍສະເພາະຜູ້ຢູ່ໃນຕົວເມືອງ.  

“ບັນຫາຕ່າງໆ ທີ່ເກີດຍ້ອນການປິດປະເທດທີ່ຕໍ່ເນື່ອງກັນເປັນເວລາ 2 ປີ ແລະມາດຕະການຈໍາກັດຕ່າງໆ ເພື່ອສະກັດກັ້ນພະຍາດລະບາດ COVID-19 ແມ່ນ ເພີ້ມທະວີຄວາມຮຸນແຮງຂຶ້ນຍ້ອນຜົນກະທົບຈາກການເພີ້ມຂຶ້ນຂອງລາຄາສິນຄ້າ, ໂດຍສະເພາະ ນໍ້າມັນ ແລະອາຫານ, ສ່ວນໜຶ່ງ ແມ່ນຍ້ອນ ສົງຄາມ ໃນປະເທດ ອູແກຼນ ແລະການອ່ອນຄ່າຂອງເງິນກີບຢ່າງໄວວາ,” ຄໍາກ່າວ ຂອງ ທ່ານ ອາເລັກ ເຄຼເມີ, ຜູ້ຕາງຫນ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ. “ສະພາບການໃນ ສປປ ລາວ ຍິ່ງທ້າທາຍເປັນພິເສດ ເນື່ອງຈາກບັນຫາຫນີ້ສິນສາທາລະນະແລະການເກັບລາຍຮັບທີ່ຍັງບໍ່ໄດ້ດີ. ດັ່ງນັ້ນບູລິມະສິດແມ່ນຄວນເລັ່ງໃສ່ການເກັບລາຍຮັບ ໂດຍການທົບທວນຄືນນະໂຍບາຍການຍົກເວັ້ນພາສີອາກອນໃນໂຄງການລົງທຶນ.”

ລະດັບຂອງໜີ້ສິນສາທາລະນະ ເພີ້ມຂຶ້ນສູງສົມຄວນນັບແຕ່ ປີ 2019, ຊຶ່ງຄາດວ່າຢູ່ໃນລະດັບ 88 ເປີເຊັນ ຂອງ GDP ໃນປີ 2021, ຊຶ່ງໃນນັ້ນ ຂະແໜງພະລັງງານແມ່ນປະກອບສ່ວນສູງກວ່າ 30 ສ່ວນຮ້ອຍຂອງຍອດໜີ້ສິນສະສົມທັງໝົດ. ຄັງສໍາຮອງເງິນຕາຕ່າງປະເທດຍັງຕໍ່າ.

ເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ ບົດລາຍງານໄດ້ມີຂໍ້ແນະນໍາດ້ານນະໂຍບາຍໂດຍສະເພາະ ການເພີ້ມການເກັບລາຍຮັບ ແລະເພີ່ມປະສິດທິຜົນດ້ານລາຍຈ່າຍ. ນອກຈາກນັ້ນ ວຽກງານການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໜີ້ສິນ ແລະປັບປຸງຄວາມໂປ່ງໃສ, ການປັບປູງສະເຖຍລະພາບຂອງຂະແໜງການເງິນໂດຍນຳໃຊ້ເຄື່ອງມືດ້ານນິຕິກໍາແລະກົດລະບຽບ ແລະ ນຳໃຊ້ນະໂຍບາຍຊ່ວຍເງິນອູດໜູນຢ່າງມີຈຸດສຸມແກ່ກຸ່ມຄົນທີ່ທຸກຍາກ.

ບົດລາຍງານສະບັບນີ້ ຍັງໄດ້ວິເຄາະກ່ຽວກັບການຫັນປ່ຽນຂອງ ສປປ ລາວ ຈາກການເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດທີ່ເຊື່ອມຕໍ່ ໂດຍການພັດທະນາພື້ນຖານໂຄງລ່າງ ແລະສະເໜີການປະຕິຮູບຫຼາຍດ້ານເພື່ອຫຼຸດຜ່ອນຄວາມສ່ຽງ ແລະສ້າງຜົນປະໂຫຍດສູງສຸດ ຈາກການລົງທຶນຂະໜາດໃຫ່ຍໃສ່ຖະຫນົນຫົນທາງ, ທາງລົດໄຟ ແລະນິຄົມໂລຈີສຕິກ. ຂໍ້ແນະນຳໃນການປະຕິຮູບດັ່ງກ່າວກໍໄດ້ກວມເອົາຂໍ້ແນະນຳໃນການສ້າງລະບົບເສັ້ນທາງເຊື່ອມຕໍ່ ເພື່ອຮັບປະກັນວ່າຊາວກະສິກອນ ແລະທຸລະກິດ ສາມາດເຂົ້າເຖິງພື້ນຖານໂຄງລ່າງໄດ້, ປັບປຸງປະສິດທິຜົນຂອງຂັ້້ນຕອນຢູ່ດ່ານຊາຍແດນ, ພ້ອມທັງ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເພື່ອດຶ່ງດູດການລົງທຶນ ແລະສ້າງວຽກເຮັດງານທຳ. ສປປ ລາວ ຍັງຄວນສົ່ງເສີມຂະແໜງການທີ່ມີຄວາມໄດ້ປຽບ ເຊັ່ນ: ຜະລິດຕະພັນປຸງແຕ່ງທີ່ມີມູນຄ່າເພິ່ມສູງ, ສິນຄ້າກະສິກຳ, ຜະລິດຕະພັນກະສິກໍາ ແລະການທ່ອງທ່ຽງທໍາມະຊາດ.

 

ແຫຼ່ງຂໍ້ມູນ: https://www.worldbank.org/lo/news/press-release/2022/05/13/lao-pdr-economic-recovery-challenged-by-debt-and-rising-prices-lao-version

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.