ໃນຕອນເຊົ້າ ວັນທີ 29 ມິຖຸນາ 2022, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງການນໍາເຂົ້າສິນຄ້າ” ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ກໍ່ຄື ກົມພາສີ ແລະ ກົມສ່ວຍສາອາກອນ(ກະຊວງການເງີນ), ກົມລ້ຽງສັດ ແລະ ການປະມົງ ແລະ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ (ກະຊວງກະສິກໍາ ແລະ ປ່າໄມ້), ກົມອາຫານ ແລະ ຢາ (ກະຊວງສາທາ), ກົມແຜນການ ແລະ ການຮ່ວມມື,  ກົມການຄ້າພາຍໃນ, ກົມສົ່ງເສີມການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ ແລະ ກົມມາດຕະຖານ ແລະ ວັດແທກ (ກະຊວງ ອຸດສາຫະກໍາ ແລະ ການຄ້າ) ແລະ ໜ່ວຍງານປະຈໍາດ່ານໃນຂອບເຂດນະຄອນຫຼວງວຽງຈັນ ທັງໝົດ 50 ທ່ານ.

     ນັບແຕ່ ສປປ ລາວ ໄດ້ເປີດການຄ້າເສລີໃນຂອບພາກພື້ນ ແລະ ສາກົນ ເຮັດໃຫ້ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າຂະຫຍາຍຕົວຢ່າງຕໍ່ເນື່ອງ. ຄຽງຄູ່ກັບ, ຜົນດີຂອງການເປີດການຄ້າເສລີ ກໍປາສະຈາກບໍ່ໄດ້ຜົນກະທົບ ຕໍ່ອຸດສາຫະກໍາພາຍໃນ ໂດຍສະເພາະ ສປປ ລາວ ເຮົາ ຍັງເປັນປະເທດທີ່ເອື່ອຍອີງໃສ່ການນໍາເຂົ້າສິນຄ້າຈາກຕ່າງປະເທດ ຫຼາຍກວ່າສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ ຍ້ອນຫຼາຍໆປັດໄຈ ເຊັ່ນ: ລາຄາ, ປະລິມານ, ຄຸນນະພາບ ຕະຫຼອດເຖິງຄ່ານິຍົມ ຫຼື ພຶດຕິກໍາຂອງຜູ້ຊົມໃຊ້ຢູ່ພາຍໃນ. ເມື່ອເຫັນໄດ້ແນວນັ້ນ, ລັດຖະບານ ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ ເລກທີ 99/ນຍ, ລົງວັນທີ 20 ຕຸລາ 2020 (ປ່ຽນແທນ ຄະນະ 51/ນຍ ສະບັບເກົ່າ) ໂດຍມອບໝາຍໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮັບຜິດຊອບວຽກງານມາດຕະການຄຸ້ມຄອງການນໍາເຂົ້າ.

     ທ່ານ ມົວວິໄຊ ປາລີ ໄດ້ກ່າວເຖິງຈຸດປະສົງຫຼັກຂອງປະຊຸມໃນຄັ້ງນີ້ວ່າ: ເພື່ອເຜີຍແຜ່ຄູ່ມື ການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ສໍາລັບການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ທີ່ໄດ້ສັງລວມຈາກບັນດານິຕິກໍາ ແລະ ມາດຕະການຂອງຂະແໜງການທີ່ກ່ຽວຂ້ອງ ແລະ ເພື່ອປຶກສາຫາລືຄົ້ນຄວ້າຄວາມເປັນເອກະພາບກັນທາງດ້ານລາຍການສິນຄ້າ ກໍ່ຄືມາດຕະການ ທີ່ຈະນໍາໃຊ້ໃນ ໄລຍະສັ້ນ, ກາງ ແລະ ຍາວ ເພື່ອຄຸ້ມຄອງການນໍາເຂົ້າ ຢ່າງເໝາະສົມ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ສະຫຼຸບຜົນຂອງກອງປະຊຸມໄດ້ດັ່ງນີ້: (1) ເຫັນດີເປັນເອກະພາບກັບປື້ມ ຄູ່ມື ການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງ ສໍາລັບການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ທີ່ໄດ້ສັງລວມຈາກບັນດານິຕິກໍາ ແລະ ມາດຕະການຂອງຂະແໜງການທີ່ກ່ຽວຂ້ອງ; (2) ເຫັນດີຄວນໃຫ້ມີມາດຕະການການຄຸ້ມຄອງການນໍາເຂົ້າ ເພື່ອສົ່ງເສີມຜະລິດຕະພັນພາຍໃນ ໂດຍສະເພາະລາຍການສິນຄ້າຕ້ອງມີລາຍລະອຽດຢ່າງຄົບຖ້ວນຂື້ນຕື່ມ ເພື່ອບໍ່ສ້າງສິ່ງກີດຂວາງໃຫ້ແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້; (3) ເຫັນດີໃຫ້ມີກົນໄກການປະສານງານນໍາຂະແໜງການກ່ຽວຂ້ອງ ແລະ ລົງເຜີຍແຜ່ນໍາພາຂັ້ນທ້ອງຖີ່ນໃນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນໃຫ້ທົ່ວເຂດແຄ້ວນ ແລະ ທົ່ວປະເທດ; (4) ເຫັນດີມອບໃຫ້ຂະແໜງການກ່ຽວຂ້ອງສືບຕໍ່ເກັບກໍາຂໍ້ມູນຢ່າງລະອຽດ ແລະ ອອກແຈ້ງການທີ່ຕິດພັນກັບວຽກດັ່ງກ່າວເພື່ອອໍານວຍຄວາມສະດວກການຈັດຕັ້ງປະຕິບັດ; ແລະ (5) ໂຄສະນາສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂື້ນ. ຄໍາເຫັນຕ່າງໆນີ້ຈະຖືກນໍາໄປຄົ້ນຄວ້າເຂົ້າໃນການຮ່າງນິຕິກໍາ ກ່ຽວກັບມາດຕະການຄຸ້ມຄອງການນໍາເຂົ້າ ທີ່ຈະນໍາໃຊ້ເພື່ອນໍາມາປຶກສາຫາລື ກັບ ຂະແໜງການທີ່ກ່ຽວຂ້ອງເພື່ອລົງເລິກໃນລາຍລະອຽດທີ່ສຸດ ກ່ອນນໍາສະເໜີຕໍ່ການນໍາກະຊວງພິຈາລະນາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.