ໃນວັນທີ 04 ກໍລະກົດ 2022 ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ ‘‘ກອງປະຊຸມສ້າງຄວາມຮັບຮູ້ ແລະ ສົນທະນາແລກປ່ຽນ ກ່ຽວກັບການຄຸ້ມຄອງການຄ້າສິນຄ້າສອງດ້ານ ສຳລັບພະນັກງານຜູ້ບໍລິຫານລະດັບສູງຂອງພາກລັດໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ (ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ) ແລະ ທ່ານ ນາງ ອີນາ ມາຈູ​ລີ​ໂອ​ນີ​ແຕ, ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພາບ​ເອີ​ຣົບ ​ປະ​ຈຳ ສ​ປ​ປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນໃນຂັ້ນກົມກ່ຽວຂ້ອງ ພາຍໃຕ້ການສະໜັບສະໜູນຈາກໂຄງການ EU P2P Export Control Programme.

     ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນ 1) ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ເພີ່ມ​ຕື່ມ​ກ່ຽວ​ກັບ​ລະ​ບົບ​ການ​ຄຸ້ມ​ຄອງ​ສິນ​ຄ້າ​ສອງ​ດ້ານ ຊຶ່ງ​ຄັ້ງ​ນີ້ໄດ້​ເນັ້ນຈັດ​ໃຫ້​ແກ່ບັນດາຂະແໜງການພາກລັດໂດຍ​ສະ​ເພາະ​ຂັ້ນຄະ​ນະ​ກົມ​ຜູ້​ຊີ້​ນຳ​ວຽກ​ງານ​ດັ່ງ​ກ່າວ​ ແລະ 2) ເພື່ອ​ເປ​ີດ​ໂອ​ກາດ​ໃນ​ການ​ສົນ​ທະ​ນາ​ແລກ​ປ່ຽນ​ກັນ​ຕື່ມ​ກ່ຽວ​ກັບ​ວຽກ​ງານ​ການ​ຄຸ້ມ​ຄອງ​ສິນ​ຄ​້າ​ສອງ​ດ້ານ.

     ນອກຈາກນັ້ນ, ໜຶ່ງ​ໃນ​ພັນ​ທະ​ຂອງ ສປປ ລາວ ໃນນາມເປັນສະມາຊິກຂອງອົງການສະຫະປະຊາຊາດ (ສປຊ) ແມ່ນ​ການ​ຜັນ​ຂະ​ຫ​ຍາຍຍັດ​ຕິສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ປີ 2004 (United Nations Security Council – UNSC) ວ່າດ້ວຍການບໍ່ແຜ່ຜາຍອາວຸດທຳລາຍລ້າງຜານ. ໂດຍຍັດຕິດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຕ້ອງໄດ້ມີມາດ​ຕະ​ການຕ່າງໆໃນການສະກັດກັ້ນ ແລະ ຫຼຸດຜ່ອນການສະສົມ​ອາ​ວຸດ​ທຳ​ລາຍ​ລ້າງ​ຜານ​ຕ່າໆ ຊຶ່ງ​ປະ​ກອບ​ມີ: ອາ​ວຸດ ເຄ​ມີ, ຊີ​ວະພາບ, ລັງ​ສີ ແລະ ນິວເຄຼຍ ຫຼື ທີ່​ເອີ​້ນ​ວ່າອາ​ວຸດ CBRN. ​ສຳ​ລັບ​ມາດ​ຕະ​ການໃນ​ການ​ສະ​ກັດ​ກັ້ນ ແລະ ຫລຸດ​ຜ່ອນ ທີ່​ສາ​ກົນ ແລະ ພາກ​ພື້ນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ ແມ່ນ​ການ​ສ້າງ​ລະ​ບົບ​​ການຄຸ້ມ​ຄອງ​ສິ​ນ​ຄ້າ​ສອງ​ດ້ານ ຊຶ່ງ​ສິນ​ຄ້າ​ສອງ​ດ້ານ​ນີ້ກໍ່ແມ່ນ ສິນຄ້າ ແລະ ເຕັກໂນໂລຊີ ທີ່ສາມາດນຳໃຊ້ໄດ້ທັງໃນທາງພົນລະເຮືອນ ແລະ ທາງການທະຫານ ຊຶ່ງອາດຖືກນຳໃຊ້ໂດຍກົງ ຫຼື ທາງອ້ອມ ເພື່ອ ອອກແບບ, ພັດທະນາ ຫຼື ຜະລິດ ເປັນອາວຸດທໍາລາຍລ້າງຜານ ຫຼື ລະບົບນຳສົ່ງຂອງອາວຸດທໍາລາຍລ້າງຜານ​ດັ່ງ​ກ່າວ.

     ສຳ​ລັບ ສປປ ລາວ ໄດ້​ເລີ່ມ​ກະ​ກຽມລະ​ບົບຄຸ້ມຄອງສິນຄ້າສອງດ້ານຢ່າງ​ເປັນ​ທາງ​ການ ນັບແຕ່ປີ 2015 ເປັນຕົ້ນມາ, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ແລະ ສະຫະພາບເອີີຣົບ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ແລະ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງສິນຄ້າສອງດ້ານ ​ ໃຫ້ແກ່ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງ ຂອງ ສປປ ລາວ ລວມ​ທັງ​ກາ​ນ​ສ້າງ​ນິ​ຕິ​ກຳ​ຄ້​ຸ​ມ​ຄອງທີ່​ໄດ້​ເລີ້ມ​ຕົ້ນ​ສ້າງ​ໃນ​ປີ 2019 ຄື ດຳ​ລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສິນ​ຄ້າ​ສອງ​ດ້ານ. ໃນ​ໄລ​ຍະ​​ຜ່ານ​ມາ ກະຊວງ ອຄ ໄດ້​ສຸມ​ໃສ່ການ​​ສ້າງ​ດຳ​ລັດ​ດັ່ງ​ກ່າວ ຮ່ວມ​ກັບ​ບັນ​ດາ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ ໂດຍ​ໄດ້​​ມີ​ການ​ແຕ່ງ​ຕັ້ງຄະ​ນະ​ຮັບ​ຜິດ​ຊອບ​ດຳ​ລັດນີ້ສະ​ເພາະ. ມາ​ຮອດ​ປະ​ຈຸ​ບັນ, ​​ການ​ປັບ​ປຸງຮ່າງ​ດຳ​ລັດ​ດັ່ງ​ກ່າວ​​ໄດ້​ສຳ​ເລັດ​ສົມ​ບູນ​ທາງ​ດ້ານ​ວິ​ຊາ​ການ​ແລ້ວ ແລະ ​ຂັ້ນ​ຕອນ​ຕໍ່​ໄປ​ ກະຊວງ ອຄ ​ຈະ​ໄດ້​ນຳ​ສົ່ງ​ຮ່າງ​ດຳ​ລັດ​ດັ່ງ​ກ່າວ​ ໃຫ້​ກະ​ຊວງຍຸ​ຕິ​ທຳ ເພື່ອກວ​ດ​ກາ​ຄວາມ​ສອດ​ຄ່ອງ​ທາງ​ດ້ານ​ນິ​ຕິ​ກຳ ກ່ອນ​ທີ່ຈະຍື່ນ​ໃຫ້ຫ້ອງ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ພິ​ຈາ​ລະ​ນາ​ເອົາ​ເຂົ້າ​ຜ່ານ​ໃນ​ກອງ​ປະ​ຊຸມ​ຂອງ​ລັດ​ຖະ​ບານ.​  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.