ໃນວັນທີ 15 ກໍລະກົດ 2022 ທີ່ ຫ້ອງປະຊຸມຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້ແກ່ພະນັກງານປະຈໍາຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ພ້ອມທັງຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງ ໂດຍການເປັນປະທານຂອງ ທ່ານ ພະນົມກອນ ດາຣາລັດສະໝີ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພະເສດ ແຂວງສະຫວັນນະເຂດ ແລະ ນຳທີມຄູຝຶກໂດຍ ທ່ານ ໄຊຍະສອນ ສີລິພົງ, ຫົວໜ້າພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 47 ທ່ານ.

     ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ເຈົ້າໜ້າທີ່ປະຈຳຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ພ້ອມທັງຜູ້ປະກອບການພາຍໃນແຂວງ ກ່ຽວກັບການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ທີ່ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO).

     ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໄດ້ຮຽນຮູ້ຂັ້ນຕອນຕ່າງໆຂອງລະບົບ e-CO ໂດຍໄດ້ແບ່ງອອກເປັນ 02 ພາກສ່ວນຄື: ສຳລັບພາກລັດ ແມ່ນມີການເຂົ້າກວດຟອມ, ຂັ້ນຕອນໃນການອະນຸມັດ (ເລີ່ມແຕ່ຜູ້ກວດຕົວຈິງ, ຜູ້ອະນຸມັດທີ 01, ຈ່າຍເງິນ ແລະ ຂັ້ນຕອນລົງລາຍເຊັນ) ແລະ ພິມຟອມ ຜ່ານລະບົບ. ສຳລັບພາກທຸລະກິດ ແມ່ນໄດ້ຮຽນຮູ້ວິທີການລົງທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍ CO Form ແລະ ການຕິດຕາມການເຄື່ອນໄຫວຂອງ CO Form ທີ່ພາກທຸລະກິດສົ່ງເຂົ້າໃນລະບົບ.

     ກົມ ຂອ ມີແຜນສ້າງຂີດຄວາມອາດສາມາດໃຫ້ແກ່ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດໃນຂອບເຂດທົ່ວປະເທດ ໃຫ້ສາມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້ພາຍໃນປີ 2022 ຊຶ່ງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ສິງຫາ 2022 ເປັນຕົ້ນໄປ.

     ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la ແລະ www.ecolao.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.