ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 0950/ກປຝ

ກົມປູກຝັງ

ນະຄອນຫຼວງວຽງຈັນ, ວັນທີ 08 ມິຖຸນາ 2021

 

ແຈ້ງການແນະນຳ

 

ຮຽນ: ທ່ານ ຫົວໜ້າກົມຂະແໜງການປູກຝັງ ນະຄອນຫຼວງ ແລະ ແຂວງທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດ ເງື່ອນໄຂການສົ່ງອອກ ສາລີ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ

 

  • ອີງຕາມ ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ນຍ, ລົງວັນທີ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3825/ກປສ, ລົງວັນທີ 18 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມປູກຝັງ;
  • ອີງຕາມ ໜັງສື ຈາກກົມວິຊາການກະເສດ ຣາຊະອານາຈັກໄທ ກ່ຽວກັບການນໍາເຂົ້າສາລີຈາກ ສປປ ລາວ ໄປປະເທດໄທ ສະບັບເລກທີ AC 0914/1625, ລົງວັນທີ 20 ເມສາ 2021.

 

          ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍ ການປົກປ້ອງ ແລະ ກັກກັນພືດ ແລະ ເອໍານວຍຄວາມສະດວກໃຫ້ແກ່ການຄ້າ ພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ໂດຍສະເພາະການສົ່ງອອກສາລີ  ຈາກ ສປປ ລາວ ໄປລາຊະອານາຈັກໄທ ໃຫ້ສອດຄ່ອງຕາມລະບຽບ, ກົດໝາຍຂອງ ສປປ ລາວ ແລະ ສອດຄ່ອງທາງດ້ານສຸຂະອະນາໄມພືນ ສະບັບປັບປຸງ ສຳລັບ ການນຳເຂົ້າ ຂອງຣາຊະອານາຈັກໄທ ຊຶ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 24 ເມສາ 2021 ດັ່ງນັ້ນ, ກົມປູກຝັງ ຈຶ່ງອອກແຈ້ງການແນະນຳເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ປະເພດສາລີ ທີ່ອະນຸຍາດໃຫ້ນໍາເຂົ້າ
  • ສາລີ (ສາລີອາຫານ) ຊື່ວິທະຍາສາດ Zea mays, ລວມທັງແກ່ນ, ,ມານ/ຝັກ ແລະ ແກ່ນ.
  • ແກ່ນ ສາລີ ທີ່ ຕ້ອງແກະ ຫຼື ສີ ໃຫ້ເປັນແກ່ນ, ແຕ່ຜະລິດຕະພັນຈາກສາລີທີ່ຜ່ານການປຸງແຕ່ງແລະ ເມັດພັນສຳລັບປູກ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ນໍາເຂົ້າມາໃນຣາຊະອານາຈັກໄທ
  • ສາລີ ເປັນມານ/ເປັນຝັກ ຕ້ອງເກັບກ່ຽວໃນໄລຍະທີ່ສາລີແກ່ ແລະ ປອກເປືອກໃຫ້ສະອາດ ໂດຍທີ່ຍັງບໍ່ທັນແກະ ຫຼື ສີ;
  • ແກ່ນສາລີ ແມ່ນຕ້ອງໄດ້ຮັບການແກະເມັດສາລີອອກໃຫ້ໝົດ.

 2. ຕ້ອງປອດຈາກສັດຕູພືດກັກກັນ

 - ບັນຊີລາຍຊື່ຂອງສັດຕູພືດກັກກັນ ຂອງສາລີ ແມ່ນມີລາຍລະອຽດ ໃນເອກະສານຊ້ອນທ້າຍ.

3. ການຂົນສົ່ງ

-  ສາລີ ສຳລັບສົ່ງອອກໄປ ຣາຊະອານາຈັກໄທແມ່ນຂົນສົ່ງທາງບົກ.

4. ເງື່ອນໄຂການນໍາເຂົ້າ

-  ສາລີທີ່ຈະສົ່ງອອກ ຕ້ອງສະອາດປາສະຈາກ ແມງໄມ້ສັດຕູພືດ, ຈຸລິນຊີ, ພະຍາດພືດ ແລະ ສິ່ງປົນເປື້ອນຕ່າງໆ ເຊັ່ນ: ເມັດພັນພືດ, ດິນ, ເສດພືດ, ເສດສັດ ຫຼື ເສດຊາກສັດ ແລະ ສິ່ງປົນເປື້ອນອື່ນໆ ທີ່ຈະເປັນພາຫະນຳພາ ຂອງສັດຕູພືດ.

-  ຕ້ອງມີການຫຸ້ມຫໍ່ ດ້ວຍວັດສະດຸ ທີ່ໃຫມ່ ແລະ ສະອາດ.

-  ກ່ອນການສົ່ງອອກ ສາລີຕ້ອງໄດ້ຜ່ານການຮົມ ດ້ວຍສານເມທິນໂບມາຍ (Methyl Bromide) ຕາມຕາຕະລາງເງື່ອນດັ່ງນີ:

ອຸນຫະພູມ

ຄວາມເຂັ້ມຂົ້ນ, ກຼາມ / m2

ໄລຍະເວລາການຮົມ

(ຊົ່ວໂມງ)

21 °C ຫຼື ສູງກວ່າ

16-20 °C

10-15 °C

 

32

40

48

24

24

24

 

  • ການຂົນສົ່ງ ສາລີຕ້ອງຖືກບັນໃສ່ຕູ້ຄອນເທນເນີ ຫຼື ກະບະລົດ ຕ້ອງມີການຫຸ້ມຫໍ່ດ້ວຍຜ້າບັດກັນນ້ໍາ ເພື່ອຮັບປະກັນຄວາມປອດໄພດ້ານສຸຂະອະນາໄມພືດ.  ກ່ອນ​ການບັນຈຸສາລີ​ໃສ່ພາຫະນະອົງການ​ປ້ອງກັນພືດ​ແຫ່ງ​ຊາດ​ຕ້ອງ​ກວດ​ກາ ເພື່ອໝັ້ນໃຈ ​ວ່າ ​ຕູ້​ຄອນ​ເທນເນີ ຫຼື ກະບະລົດສະອາດ ​ແລະ ປາສະຈາກ​ດິນ, ຊາຍ, ​ເສດ​ພືດ ​ແລະ ​ສິ່ງ​ປົນ​ເປື້ອນ​ອື່ນໆ ​ທີ່​ຈະເປັນ​ພະຫະນຳພາ​ສັດຕູ​ພືດ.

5. ການກວດກາສຳລັບການສົ່ງອອກ

- ການກວດກາສັດຕູພືດສາລີປະຕິບັດຕາມຫຼັກການ ກວດກາໂດຍໃຫ້ປາສະຈາກສັດຕູພືດກັກກັນ (ເອກະສານຊ້ອນທ້າຍ), ຖ້າກວດພົບສັດຕູພືດກັກກັນ ໃຫ້ໃຊ້ມາດຕະການ ການບຳບັດ (ການຮົມຢາທີ່ກ່າວມາຂ້າງເທິງ, ຂໍ້ 4).

6. ການອອກໃບຢັ້ງຢືນສຸຂານາໄມພືດ

- ການສົ່ງອອກສາລີ ໄປຍັງຣາຊະອານາຈັກໄທ ຕ້ອງມີໃບຢັ້ງຢືນການສຸຂານາໄມພືດ ຕົ້ນສະບັບ ໄປກັບທຸກໆຊຸດສິນຄ້າສາລີ ຊຶ່ງອອກໂດຍອົງການປົກປ້ອງພືດແຫ່ງຊາດ ຫຼື ກົມປູກຝັງ, ຂະແໜງການປູກຝັງປະຈຳແຂວງ ແລະ ນະຄອນຫຼວງຂອງ ສປປ ລາວ. ແລະ ໃຫ້ສອດຄ່ອງກັບເງື່ອນໄຂການນໍາເຂົ້າ ດ້ານສຸຂານາໄມພືດ ຂອງ ຣາຊະອານາຈັກໄທ.

 7. ການກວດກາ ແລະ ທາດຕະການສຳລັບການນຳເຂົ້າ ຣາຊະອານາຈັກໄທ.

 -  ເມື່ອຊຸດສິນຄ້າຮອດຈຸດນຳເຂົ້າ ຫຼື ດ່ານ ຂອງ ຣາຊະອານາຈັກໄທ, ເຈົ້າໜ້າທີ່ຈັດຕັ້ງປະຕິບັດການກວດກາເພື່ອຢັ້ງຢືນຄວາມຖືກຕ້ອງຂອງເອກະສານທີ່ກ່ຽວຂ້ອງມານຳຊຸດສິນຄ້າ.

 -  ທຸກຊຸດສິນຄ້າຕ້ອງສະອາດ ແລະ ປາສະຈາກແມງໄມ້, ພະຍາດ, ຈຸລິນຊີ, ສິ່ງມີຊີວິດອື່ນໆ ແລະ ສິ່ງປົນເປື້ອນເຊັ່ນ: ເມັດພັນ, ດິນ, ເສດພືດ ແລະ ອື່ນໆທີ່ເປັນພາຫະນຳພາສັດຕູພືດ.

-  ເຈົ້າໜ້າທີ່ກວດກາຈະພິຈາລະນາ ແລະ ກວດກາຊຸດສິນຄ້າດັ່ງກ່າວ ມີເງື່ອນໄຂການນໍາເຂົ້າດ້ານສຸຂານາໄມພືດ, ຖ້າພົບເຫັນສັດຕູພືດ, ໂດຍປົກກະຕິ ຕົວຢ່າງທີ່ເກັບຈະໄປສົ່ງຫ້ອງວິໄຈເພື່ອຈໍາແນກສັດຕູພືດດັ່ງກ່າວຈະຕ້ອງຖືກກັກໄວ້ເພື່ອລໍຖ້າຜົນການວິໄຈ.

-  ຖ້າພົບເຫັນແມງໄມ້ໃນໄລຍະການນໍາເຂົ້າ, ຊຸດສິນຄ້າຕ້ອງໄດ້ບຳບັດຕາມວິທີທີ່ເໝາະສົມ (ຖ້າມີ), ເຮັດສົ່ງອອກຕໍ່, ຫຼື ທໍາລາຍຸຖິ້ມ ໂດຍຄ່າໃຊ້ຈ່າຍແມ່ນພັນທະຂອງຜູ້ນໍາເຂົ້າ.

-  ຖ້າກວດພົບສັດຕູພືດ ທີ່ບໍ່ນອນໃນບັນຊີສັດຕູພືດກັກກັນຂອງ ຣາຊະອານາຈັກໄທ (ເອກະສານຊ້ອນທ້າຍ), ຊຸດສິນຄ້າຕ້ອງໄດ້ບຳບັດຈາມວິທີທີ່ເຫມາະສົມ (ຖ້າມີ), ເຮັດສົ່ງຕໍ່, ຫຼື ທໍາລາຍຖິ້ມໂດຍຄ່າໃຊ້ຈ່າຍແມ່ນພັນທະຂອງຜູ້ນໍາເຂົ້າ.

-  ຖ້າກວດພົບສັດຕູພືດທີ່ ບໍ່ນອນຢູ່ໃນບັນຊີສັດຕູພືດກັກກັນຂອງ ລາຊະອານາຈັກໄທ, ສິ່ງມີຊີວິດອື່ນໆ ຫຼື ສິ່ງປົນເປື້ອນທີ່ມີຄວາມເປັນໄປໄດ້ທີ່ມີຄວາມສ່ຽງດ້ານສຸຂານາໄມພືດ, ສັດຕູພືດດັ່ງກ່າວ, ສິ່ງມີທີ່ມີຊີວິດອື່ນໆ ຫຼື ສິ່ງປົນເປື້ອນ ຕ້ອງມີມາດຕະການໃນການຈັດຕັ້ງທີ່ເໝາະສົມ (ຖ້າມີ).  ໃນກໍລະນີນີ້,ອາດເຮັດສົ່ງອອກຕໍ່, ຫຼື ທໍາລາຍຖິ້ມ ໂດຍຄ່າໃຊ້ຈ່າຍແມ່ນພັນທະຂອງຜູ້ນໍາເຂົ້າ.  ກົມ​ວິຊາການກະ​ເສດ​ໄທມີສິດໃນການ​​ໂຈະ​ການ​ນຳ​ເຂົ້າ​ຊົ່ວ​ຄາວ ​ຈົນ​ກວ່າ​ຈະມີການ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ສັດ​ຕູ​ພືດ​ຈະ​ສຳ​ເລັດ.

         

          ດັ່ງນັ້ນ, ຈຶ່ງອອກແຈ້ງການແນະນຳ ສະບັບນີ້ ເພື່ອເຜີຍແຜ່ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

 

ຫົວໜ້າກົມປູກຝັງ

ຈັນທາ ທິບພະວົງພັນ

 

 

 

 

 

# ຫົວຂໍ້ ດາວໂຫຼດ
1 Instruction to implement conditions for export corn from the Lao PDR to the Kingdom of Thailand, No. 0950/DA, date 08 June 2021 PDF
2 ແຈ້ງການແນະນໍາ ການຈັດຕັ້ງປະຕິບັດ ເງື່ອນໄຂການສົ່ງອອກ ສາລີ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ, ເລກທີ 0950/ກປຝ, ລົງວັນທີ 08 ມິຖຸນາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.