ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງີນ

ຫ້ອງການ

ເລກທີ 1872/ຫກ

ນະຄອນຫວຼງວຽງຈັນ, ວັນທີ 15 ກໍລະກົດ 2022

 

ແຈ້ງການ

 ເຖິງ   -   ກົມພາສີ, ພາສີປະຈໍາແຂວງ ຄໍາມ່ວນ, ດ່ານພາສີສາກົນຂົວມິດຕະພາບ lll, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ;

         -  ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ;

         - ບັນດາບໍລິສັດນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ.

        ເລື່ອງ: ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນຂົວມິດຕະພາບ III, ດ່ານພາສີສາກົນນາເພົ້າ ແລະ ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າເເຂກ.

 

  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງີນ ສະບັບເລກທີ 6118/ກງ, ລົງວັນທີ 10 ທັນວາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ ກະຊວງການເງີນ;
  • ອີງຕາມ ບົດແນະນໍາ ຂອງກະຊວງການເງີນ ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018 ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ຂໍ້ຕົກລົງ ຂອງກະຊວງການເງີນ ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019 ວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງເສຍພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ຄໍາແນະນໍາເພີ່ມເຕີມ ຂອງກົມພາສີ ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019 ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມໜັງສືສະເໜີ ຂອງກົມພາສີ, ສະບັບເລກທີ 04449/ກພສ, ລົງວັນທີ 12 ກໍລະກົດ 2022.

 

ຫ້ອງການ ຂໍຖືເປັນກຽດແຈ້ງມາຍັງພາກສ່ວນກ່ຽວຂ້ອງຊາບກ່ຽວກັບ ການຫັນວຽກງານພາສີເປັນທັນສະໄໝ ດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ດ່ານພາສີສາກົນຂົວມິດຕະພາບ lll, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ ແຂວງຄໍາມ່ວນ ເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກປະເພດ. ສະນັ້ນ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຈື່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດັ່ງນີ້:

  1. ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ທຸກໆປະເພດ ຜ່ານດ່ານພາສີສາກົນຂົວມິດຕະພາບ lll, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ ແຂວງຄໍາມ່ວນ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ເລີ່ມແຕ່ວັນທີ 18 ກໍລະກົດ 2022 ເປັນຕົ້ນໄປ;
  2. ໃຫ້ບັນດາຜູ້ປະກອບການທັງໝົດ ທີ່ນໍາເຂົ້າ-ສົ່ງອອກ ທຸກໆປະເພດສິນຄ້າ, ເຄື່ອງຂອງ ຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL one Corporate Banking, ເງີນໂອນ ແລະ ເງີນແຊັກຕາມລະບຽບການທີ່ກ່ຽວຂ້ອງ;
  3. ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ ໃນອັດຕາ 120,000 ກີບ (ໜື່ງແສນຊາວພັນກີບ) ຕໍ່ການແຈ້ງພາສີເປັນລາຍລະອຽດ 1 ຊຸດ ຕາມທີ່ກໍານົດໄວ້ໃນສັນຍາສໍາປະທານໂຄງການ ຊື່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ;
  4. ສໍາລັບຜູ້ປະກອບການ ທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝືກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດນັ້ນ ໃຫ້ຮີບຮ້ອນດໍາເນີນຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນໍາໃຊ້ໂດຍດ່ວນ ກ່ອນວັນທີ 15 ກໍລະກົດ 2022. ເລີ່ມແຕ່ວັນທີ 18 ກໍລະກົດ 2022 ເປັນຕົ້ນໄປ ການນໍາເຂົ້າ-ສົ່ງອອກ ທຸກໆປະເພດສິນຄ້າ ແລະ ທຸກໆ ບໍລິສັດ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ທີ່ຜ່ານດ່ານພາສີສາກົນຂົວມິດຕະພາບ lll, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ ແຂວງຄໍາມ່ວນ ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ;
  5. ໃຫ້ກົມພາສີ, ພາສີປະຈໍາແຂວງຄໍາມ່ວນ, ດ່ານພາສີສາກົນຂົວມິດຕະພາບ lll, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ ແຂວງຄໍາມ່ວນ, ທະນາຄານການຄ້າຕ່າງປະເທດມະຫາຊົນ, ທະນາຄານພັດທະນາລາວ, ບັນດາບໍລິສັດນໍາເຂົ້າທຸກໆປະເພດສິນຄ້າ, ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ໃຫ້ສໍາເລັດຕາມລະດັບຄາດໝາຍ;
  6. ໃນການຈັດຕັ້ງປະຕິບັດຕົວຈິງຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານກົມພາສີ ເພື່ອມີວິທີການແກ້ໄຂໃຫ້ທັນສະພາບການ.

 

      ດັ່ງນັ້ນ, ຈື່ງແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

 

ຫົວໜ້າຫ້ອງການ

ສົມບູນ ອິນທະປັດຖາ

# ຫົວຂໍ້ ດາວໂຫຼດ
1 Notification on the LNSW in applying to the management of import-export of goods and all types of items at the International Friendship Bridge III, Naphao Checkpoint, and the Customs Office at Tha Khek Specific Economic Zone, No.1872/CO, date 15/7/2022. PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນຂົວມິດຕະພາບ III, ດ່ານພາສີສາກົນນາເພົ້າ ແລະ ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ, ເລກທີ 1872/ຫກ, ລົງວັນທີ 15 ກໍລະກົດ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.