ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງີນ

ຫ້ອງການ

ເລກທີ  1885/ຫກ

ນະຄອນຫວຼງວຽງຈັນ, ວັນທີ 18 ກໍລະກົດ 2022

 

ແຈ້ງການ

    ເຖິງ:      -    ກົມພາສີ, ພາສີປະຈໍາແຂວງ ສະຫວັນນະເຂດ, ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີ ສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນໂລຈິສຕິກ;

                 -    ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ;

                 -    ບັນດາບໍລິສັດນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ

            ເລື່ອງ:  ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການ ຄຸ້ມຄອງ ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ (ທ່າບົກ).

 

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງີນ, ສະບັບເລກທີ 6118/ກງ, ລົງວັນທີ 10 ທັນວາ 2021, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງີນ;
  • ອີງຕາມ ບົດແນະນໍາຂອງກະຊວງການເງີນ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018, ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງີນ, ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ຄໍາແນະນໍາເພີ່ມເຕີມຂອງກົມພາສີ, ສະບັບເລກທີ 04145/ກພສ, ລົງວັນທີ 23 ພຶດສະພາ 2019, ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ;
  • ອີງຕາມ ໜັງສືສະເໜີຂອງກົມພາສີ, ສະບັບເລກທີ 4449/ກພສ, ລົງວັນທີ 12 ກໍລະກົດ 2022.

 

ຫ້ອງການ ຂໍເປັນກຽດແຈ້ງມາຍັງທຸກພາກສ່ວນຊາບ ກ່ຽວກັບການຫັນວຽກງານພາສີເປັນທັນສະໄໝ ດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ (ທ່າບົກ) ເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງທຸກປະເພດ. ສະນັ້ນ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຈື່ງສະເໜີມາຍັງພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ ດັ່ງນີ້:

  1. ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ທຸກໆປະເພດ ຜ່ານດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ເລີ່ມແຕ່ວັນທີ 19 ກໍລະກົດ 2022 ເປັນຕົ້ນໄປ;
  2. ໃຫ້ບັນດາຜູ້ປະກອບການທັງໝົດ ທີ່ນໍາເຂົ້າ-ສົ່ງອອກ ທຸກໆປະເພດສິນຄ້າ, ເຄື່ອງຂອງ ຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL one Corporate Banking, ເງີນໂອນ ແລະ ເງີນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ;
  3. ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ ໃນອັດຕາ 120,000 ກີບ (ໜື່ງແສນຊາວພັນກີບ) ຕໍ່ການແຈ້ງພາສີເປັນລາຍລະອຽດ 1 ຊຸດ ຕາມທີ່ກໍານົດໄວ້ໃນສັນຍາສໍາປະທານໂຄງການ ຊື່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ;
  4. ສໍາລັບຜູ້ປະກອບການ ທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝືກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ນັ້ນ ໃຫ້ຮີບຮ້ອນດໍາເນີນຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນໍາໃຊ້ໂດຍດ່ວນ ກ່ອນວັນມທີ 15 ກໍລະກົດ 2022. ເລີ່ມແຕ່ວັນທີ 19 ກໍລະກົດ 2022 ເປັນຕົ້ນໄປ ການນໍາເຂົ້າ-ສົ່ງອອກ ທຸກໆປະເພດສິນຄ້າ ແລະ ທູຸກໆ ບໍລິສັດ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ທີ່ຜ່ານດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ (ທ່າບົກ) ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ;
  5. ໃຫ້ກົມພາສີ, ພາສີປະຈໍາແຂວງສະຫວັນນະເຂດ, ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ (ທ່າບົກ), ທະນາຄານການຄ້າຕ່າງປະເທດມະຫາຊົນ, ທະນາຄານພັດທະນາລາວ, ບັນດາບໍລິສັດນໍາເຂົ້າທຸກໆປະເພດສິນຄ້າ, ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ໃຫ້ສໍາເລັດຕາມລະດັບຄາດໝາຍ;
  6. ໃນການຈັດຕັ້ງປະຕິບັດຕົວຈີງຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານກົມພາສີ ເພື່ອມີວິທີການແກ້ໄຂໃຫ້ທັນສະພາບການ.

 

     ດັ່ງນັ້ນ, ຈື່ງແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

 

ຫົວໜ້າຫ້ອງການ

ສົມບູນ ອິນທະປັດຖາ

# ຫົວຂໍ້ ດາວໂຫຼດ
1 Notification on the LNSW in applying to the management of import-export of goods and all types of items at the International Friendship Bridge II, Dansavanh Checkpoint, the Customs Office at Savanh-Seno Special Economic Zone, No.1885/CO, date 18/7/2022. PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ, ເລກທີ 1885/ຫກ, ລົງວັນທີ 18/7/2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.