ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ກົມການນຳເຂົ້າ ແລະ ສົ່ງອອກ

ເລກທີ 2369/ກຂອ

ນະຄອນຫຼວງວຽງຈັນ, ວັນທີ 25 ກໍລະກົດ 2022

 

ແຈ້ງການ

        ເຖີງ: -    ທ່ານ ປະທານສະມາຄົມຍານພາຫະນະ ແລະ ນໍ້າມັນເຊື້ອໄຟ.

  • ບັນດາບໍລິສັດ ນຳເຂັ້າ ແລະ ສົ່ງອອກຍານພາຫະນະ ແລະ ນໍ້າມັນເຊື້ອໄຟ.

 

        ເລື່ອງ: ການນຳໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າພາຫະນະ ຢູ່ດ້ານພາສີສາກົນຂົວມິດຕະພາບ 3, ດ່ານພາສີນາເພົ້າ ແລະ ຫ້ອງການພາສີປະຈຳເຂດເສດຖະກິດສະເພາະທ່າແຂກ (ແຂວງຄຳມ່ວນ), ດ່ານພາສີສາກົນຂົວມິດຕະພາບ 2, ດ່ານພາສີສາກົນແດນສະຫັວນ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດສະຫັວນ-ເຊໂນ(ທ່າບົກ ແຂວງສະຫັວນນະເຂດ).

  • ອີງຕາມ  ແຈ້ງການ ຂອງຫອ້ງການ,ກະຊວງການເງີນ,ເລກທີ 1872/ຫກ.ລົງວັນທີ 15 ກໍລະກົດ 2022 ກ່ຽວ ກັບການນຳໃຊ້ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນຳ ເຂົ້າສີນຄ້າທົ່ວໄປ ແລະ ຍານພາຫະນະ ຢູ່ດ້ານພາສີສາກົນຂົວມິດຕະພາບ 3, ດ່ານພາສີນາເພົ້າ ແລະ ຫ້ອງການພາສີປະຈຳເຂດເສດຖະກິດສະເພາະທ່າແຂກ (ແຂວງຄຳມ່ວນ);
  • ອີງຕາມ ແຈ້ງການ ຂອງຫອ້ງການ,ກະຊວງການເງີນ,ເລກທີ 1885/ຫກ.ລົງວັນທີ 18 ກໍລະກົດ 2022 ກ່ຽວກັບການນຳໃຊ້ລະບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນຳເຂົ້າສີນຄ້າທົ່ວໄປ ແລະ ຍານພາຫະນະ ຢູ່ດ້ານພາສີສາກົນຂົວມິດຕະພາບ 2, ດ່ານພາສີແດນສະຫັວນ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດສະຫັວນ-ເຊໂນ(ທ່າບົກ ແຂວງສະຫັວນນະເຂດ).

      ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ  ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງການກະຊວງການເງີນ, ເລກທີ 1872/ຫກ ວັນທີ 15 ກໍລະກົດ 2022, ເລກທີ 1885/ຫກ, ລົງວັນທີ 15 ກໍລະກົດ 2022. ນັບຕັ້ງແຕ່ 18 ກໍລະກົດ 2022 ກົມ ຂອ ຈະມີພິຈາລະນາອອກໃບອະນູຍາດນຳເຂົ້າສີນຄ້າປະເພດ ພະຫະນະ, ນໍ້າມັນເຊື້ອໄຟ ທີນຳຜ່ານດ່ານພາສີສາກົນຂົວມິດຕະພາບ 3, ດ່ານພາສີນາເພົ້າ ແລະ ຫ້ອງການພາສີປະຈຳເຂດເສດຖະກິດສະເພາະທ່າແຂກ (ແຂວງຄຳມ່ວນ), ດ່ານພາສີສາກົນ ຂົວມິດຕະພາບ 2, ດ່ານພາສີສາກົນແດນສະຫັວນ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດສະຫັວນ-ເຊໂນ(ທ່າບົກ ແຂວງສະຫັວນນະເຂດ)  ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ເທົ່ານັ້ນ. ບໍລິສັດ ນຳເຂົ້າ ແລະ ສົ່ງອອກພາຫະນະ, ນໍ້າມັນເຊື້ອໄຟຍັງບໍ່ທັນລົງທະບຽນນຳໃຊ້ລະບົບ LNSW ແມ່ນໃຫ້ຮີບຮອ້ນລົງທະບຽນນຳໃຊ້ໂດຍໄວ ໂດຍສາມາດພົວພັນ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ.

       ກາລຸນາຕິດຕໍ່ເບີ 020 59829365 ແລະ 020 28145652 ເພື່ອຂໍຮັບການຝຶກອົບຮົມ ແລະ ລົງທະບຽນໃຊ້ນຳຜ່ານລະບົບດັ່ງກ່າວ. ສຳລັບ ແບບຟອມສະເໜີນຳໃຊ້ລະບົບ ສາມາດດາວໂຫຼດໄດ້ໃນ www.Prob.laonsw.net ຫຼື ເວັບໄຊ www.laotrabeportal.gov.la 

    ສຳຫຼັບການນຳເຂົ້າຜ່ານດ່ານພາສີສາກົນອື່ນ ແມ່ນສາມາດສືບຕໍ່ນຳລະບົບເຈ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

     ດັ່ງນັ້ນ,ຈືງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດວ້ຍ.                         

                                                                                            

ຫົວໜ້າກົມ

ມະນີວອນ ວົງໄຊ

 

# ຫົວຂໍ້ ດາວໂຫຼດ
1 Notification on the LNSW in applying to the management of import vehicles at the relevant customs checkpoints at Khammouan and Savannakhet Province, No. 2369/DIMEX, date 25 July 2022. PDF
2 ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ດ່ານພາສີ ປະຈໍາແຂວງຄໍາມ່ວນ ແລະ ສະຫວັນນະເຂດ, ເລກທີ 2369/ກຂອ, ລົງວັນທີ 25 ກໍລະກົດ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.