ອີງຕາມ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window - LNSW) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າທຸກປະເພດ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ເລກທີ 1872/ຫກ, ລົງວັນທີ 15 ກໍລະກົດ 2022 ສໍາລັບ ແຂວງຄໍາມ່ວນ ແລະ ເລກທີ 1885/ຫກ, ລົງວັນທີ 18/7/2022 ສໍາລັບ ແຂວງສະຫວັນນະເຂດ.

     ເລີ່ມແຕ່ວັນທີ 18 ກໍລະກົດ 2022 ເປັນຕົ້ນໄປ ການນໍາເຂົ້າ ແລະ ສົ່ງອອກ ຂອງທຸກບໍລິສັດ ແລະ ທຸກປະເພດສິນຄ້າ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ຂອງ ແຂວງຄໍາມ່ວນ ທີ່ຜ່ານດ່ານພາສີສາກົນຂົວມິດຕະພາບ lll, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ.

     ເລີ່ມແຕ່ວັນທີ 19 ກໍລະກົດ 2022 ເປັນຕົ້ນໄປ ການນໍາເຂົ້າ ແລະ ສົ່ງອອກ ຂອງທຸກບໍລິສັດ ແລະ ທຸກປະເພດສິນຄ້າ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ຂອງ ແຂວງສະຫວັນນະເຂດ ທີ່ຜ່ານດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ ແລະ ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ (ທ່າບົກ) ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ.

     ໃຫ້ບັນດາຜູ້ປະກອບການທັງໝົດ ທີ່ນໍາເຂົ້າ-ສົ່ງອອກ ທຸກປະເພດສິນຄ້າ ຕ້ອງຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL one Corporate Banking, ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ.

     ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ ໃນອັດຕາ 120,000 ກີບ (ໜື່ງແສນຊາວພັນກີບ) ຕໍ່ການແຈ້ງພາສີເປັນລາຍລະອຽດ 1 ຊຸດ ຕາມທີ່ກໍານົດໄວ້ໃນສັນຍາສໍາປະທານໂຄງການ ຊຶ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການທີ່ກ່ຽວຂ້ອງ.

     ສໍາລັບຜູ້ປະກອບການ ທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝືກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ໃຫ້ຮີບຮ້ອນດໍາເນີນຂັ້ນຕອນການລົງທະບຽນ ແລະ ອອກລະຫັດຜູ້ນໍາໃຊ້ໂດຍດ່ວນ ກ່ອນວັນທີ 15 ກໍລະກົດ 2022.

     ມາເຖິງປະຈຸບັນ, ບັນດາດ່ານພາສີສາກົນ ແລະ ຫ້ອງການພາສີປະຈຳເຂດ ທີ່ສາມາດນຳໃຊ້ລະບົບແຈ້ງພາສີ LNSW ມີທັງໝົດ 08 ດ່ານໃນຂອບເຂດທົ່ວປະເທດ ຄື: ດ່ານພາສີສາກົນຂົວມິດຕະພາບ I, II ແລະ III, ດ່ານພາສີສາກົນບໍ່ເຕັນ, ດ່ານພາສີສາກົນນາເພົ້າ, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ, ດ່ານພາສີສາກົນແດນສະຫວັນ ແລະ ຫ້ອງການພາສີປະຈໍາເຂດເສດຖະກິດພິເສດສະຫວັນ-ເຊໂນ.

     ລາຍລະອຽດເພີ່ມເຕີມ ກະລຸນາຕິດຕໍ່ເບີ + 856 20 8850 2108, 8850 2109, 8850 2201;       ອີເມວ: [email protected] ແລະ ເວັບໄຊ໌ https://www.laonsw.net/

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.