ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 2482/ກງ

ນະຄອນຫຼວງວຽງຈັນ, ວັນທີ 24 ສິງຫາ 2022

 

ແຈ້ງການ

ເຖິງ : ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ

  • ຜູ້ນຳເຂົ້າ-ສົ່ງອອກ ສິນຄ້າຜ່ານດ່ານພາສີຊາຍແດນ
  • ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນຂອບເຂດທົ່ວປະເທດ

ເລື່ອງ : ການນຳໃຊ້ເອກະສານ, ຫຼັກຖານສຳລັບການຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ນຳເຂົ້າ ແລະ ສົ່ງອອກ ກັບຕ່າງປະເທດ ຜ່ານທະນາຄານ ຢູ່ ສປປ ລາວ ເຂົ້າໃນໃບແຈ້ງພາສີເປັນລາຍລະອຽດ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນ 22 ທັນວາ 2014;
  • ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ່ 600/ນຍ, ລົງວັນທີ 14 ຕຸລາ 2021.

ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ນະໂຍບາຍ ການເງິນ-ເງິນຕາຂອງລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນການຊຳລະເງິນຕາຕ່າງປະເທດ ຜ່ານລະບົບທະນາຄານຢູ່ ສປປ ລາວ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແລະ ສາມາດກວດສອບໄດ້.

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີ້ :

  1. ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ, ຜູ້ນຳເຂົ້າ-ສົ່ງອອກ ຕ້ອງປະກອບເອກະສານ, ຫຼັກຖານການຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ນຳເຂົ້າ-ສົ່ງອອກ ກັບຕ່າງປະເທດ ຜ່ານທະນາຄານດ້ວຍວິທີການຊຳລະຕ່າງໆ ເຊັ່ນ: Letter of Credit-LC ຫຼື ລະບົບ Swift, CIPS ຫຼື ລະບົບການຊຳລະອື່ນ ເຂົ້າໃນການແຈ້ງພາສີ ເປັນລາຍລະອຽດໃນລະບົບ ASYCUDA ໂດຍໃຫ້ບັນທຶກຊື່ທະນາຄານ (Bank`s Name), ວິທີການຊຳລະ, ເລກທີ, ວັນທີ ດໍາເນີນທຸລະກໍາ ອ້າງອີງໃນການຊໍາລະຂອງທະນາຄານໃຫ້ບໍລິການ ໃສ່ຫ້ອງທາງດ້ານການເງິນ ແລະ ທະນາຄານ (Financial Banking Data/Transaction Reference Number) ໃນຫ້ອງທີ 28 ຂອງໃບແຈ້ງພາສີເປັນລາຍລະອຽດ. ກໍລະນີຜູ້ແຈ້ງພາສີ ບໍ່ປ້ອນຂໍ້ມູນໃສ່ຫ້ອງດັ່ງກ່າວ ລະບົບຈະບໍ່ຮັບຮອງການແຈ້ງພາສີໂດຍອັດຕະໂນມັດ
  2. ຜູ້ແຈ້ງພາສີທົ່ວໄປ ແລະ ບໍລິການແຈ້ງພາສີ, ຜູ້ນຳເຂົ້າ-ສົ່ງອອກ ສິນຄ້າຜ່ານດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ຕ້ອງເປີດ ແລະ ນໍາໃຊ້ບັນຊີເງິນຝາກສະເພາະ ເພື່ອຮອງຮັບການຊຳລະໃນການນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ກັບທະນາຄານທຸລະກິດ ໃນ ສປປ ລາວ ຕາມໃບອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງ, ຫ້າມນໍາໃຊ້ບັນຊີສ່ວນຕົວ, ບັນຊີອື່ນ ຫຼື ບັນຊີອື່ນນອກລະບົບ ຢູ່ຕ່າງປະເທດເຄື່ອນໄຫວ ໂດຍບໍ່ໄດ້ອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ;
  3. ກ່ຽວກັບ ການນຳເຂົ້າ-ສົ່ງອອກສະຖານທູດ, ອົງການຈັດຕັ້ງສາກົນ, ການຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມຂອງລັດຖະບານ, ເຄື່ອງຮັບໃຊ້ວຽກງານ ປກຊ-ປກສ, ການຜ່ານແດນສາກົນ, ການນຳເຂົ້າເພື່ອສົ່ງຕໍ່ ແລະ ການຄຳ້ປະກັນ (IM8) ບໍ່ຈຳເປັນຕ້ອງປ້ອນຂໍ້ມູນດັ່ງກ່າວລົງໃນຫ້ອງທີ 28 ຂອງໃບແຈ້ງພາສີເປັນລາຍລະອຽດ;
  4. ສຳລັບເຈົ້າໜ້າທີ່ພາສີ ທີ່ຮັບຜິດຊອບຄຸ້ມຄອງການແຈ້ງ ຕ້ອງໄດ້ດໍາເນີນການກວດກາທາງດ້ານເອກະສານ ແລະ ຫຼັກຖານ ກ່ຽວກັບການຊຳລະ ເຊັ່ນ: ຊື່ທະນາຄານ, ວິທີການຊຳລະ, ເລກທີ, ວັນທີ ດຳເນີນທຸລະກຳ ທີ່ອ້າງອີງໃນການຊຳລະ, ຊຶ່ງຜູ້ແຈ້ງພາສີ ໄດ້ຄັດຕິດກັບຊຸດເອກະສານໃບແຈ້ງພາສີເປັນລາຍລະອຽດ ແລ້ວສົມທຽບກັບຂໍ້ມູນໃນຫ້ອງທີ 28 ຂອງລະບົບ ASTCUDA ຈຶ່ງດຳເນີນການຮັບຮອງການແຈ້ງພາສີເປັນລາຍລະອຽດຕາມລະບຽບການ;
  5. ມອບໃຫ້ກົມພາສີ ສົມທົບກັບພາກສ່ວນກ່ຽວຂ້ອງ ເຜີຍແຜ່ແນະນຳໃຫ້ຜູ້ແຈ້ງພາສີ, ຜູ້ບໍລິການແຈ້ງພາສີ, ຜູ້ນຳເຂົ້າ-ສົ່ງອອກ, ເຈົ້າໜ້າທີ່ພາສີ ແລະ ອົງການຈັດຕັ້ງສັງຄົມຮັບຊາບທົ່ວເຖິງ ເພື່ອຮັບປະກັນໃຫ້ ການຈັດຕັ້ງປະຕິບັດມີຄວາມຄ່ອງຕົວ ແລະ ມີປະສິດທິຜົນສູງ;
  6. ແຈ້ງການສະບັບນີ້ ມີຜົນສັກສິດນັບຕັງແຕ່ວັນທີ 01 ຕຸລາ 2022 ເປັນຕົ້ນໄປ.

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

# ຫົວຂໍ້ ດາວໂຫຼດ
1 Notification in detailed tax returns on the use of documents, evidence for payment of goods and services imported-exported to foreign countries through banks in Lao PDR, No. 2482/MOF, date 24 August 2022. PDF
2 ແຈ້ງການ ກ່ຽວກັບການນໍາໃຊ້ເອກະສານ, ຫຼັກຖານສໍາລັບການຊໍາລະຄ່າສິນຄ້າ ແລະ ບໍລິການ ທີ່ນໍາເຂົ້າ-ສົ່ງອອກ ກັບຕ່າງປະເທດ ຜ່ານທະນາຄານ ຢູ່ ສປປ ລາວ ເຂົ້າໃນໃບແຈ້ງພາສີເປັນລາຍລະອຽດ, ເລກທີ 2482/ກງ, ລົງວັນທີ 24 ສິງຫາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.