ໃນລະຫວ່າງວັນທີ 28 ຫາ 29 ກັນຍາ 2022 ທີ່ຫ້ອງປະຊຸມຂອງໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ, ແຂວງຈຳປາສັກ. ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ ‘ລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິທິພິເສດທາງການຄ້າ’. ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 66 ທ່ານ, ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື USAID.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 05 ແຂວງພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໂດຍສະເພາະແມ່ນລະບຽບແຫຼ່ງກຳເນີດສິນຄ້າໃນຂອບສັນຍາການຮ່ວມມືເສດຖະກິດແບບຮອບດ້ານໃນລະດັບພາກພື້ນ (RCEP) ທີ່ຫາກໍ່ມີຜົນບັງຄັບໃຊ້ໃນຕົ້ນປີນີ້. ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາດັ່ງກ່າວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ສັນຍາ RCEP ແມ່ນໄດ້ເລີ່ມຕົ້ນການເຈລະຈາ ໃນປີ 2013, ສຳເລັດການເຈລະຈາ ໃນທ້າຍປີ 2021 ແລະ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ມັງກອນ 2022 ເປັນຕົ້ນມາ ຊຶ່ງສັນຍາດັ່ງກ່າວ ແມ່ນເປັນສັນຍາການຄ້າເສລີ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ປະກອບມີ 15 ປະເທດສະມາຊິກ ໄດ້ແກ່ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ຄື: ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ. ພ້ອມທັງເປັນສັນຍາທີ່ເນັ້ນໃຫ້ມີຄວາມທັນສະໄໝ, ຄອບຄຸມບັນຫາກວ້າງຂວາງ, ມີຄຸນນະພາບສູງ ແລະ ສາມາດເອື້ອຜົນປະໂຫຍດຮ່ວມກັນໃນການເປັນຄູ່ຮ່ວມທາງດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ. ນັບຕັ້ງແຕ່ມື້ສັນຍາມີຜົນສັກສິດ ສປປ ລາວ ແມ່ນໄດ້ຮັບການຍົກເວັ້ນອັດຕາພາສີໂດຍທັນທີ ໃນຈຳນວນ 90 ສ່ວນຮ້ອຍຂອງລາຍການສິນຄ້າທັງໝົດຈາກ ສປ ຈີນ,  85 ສ່ວນຮ້ອຍຈາກ ຍີ່ປຸ່ນ, 60 ສ່ວນຮ້ອຍຈາກ ສ. ເກົາ ຫຼີ ແລະ 100 ສ່ວນຮ້ອຍຈາກ ອົດສະຕາລີ ແລະ ນິວຊີແລນ.

ນອກຈາກນັ້ນ, ວຽກງານສິດທິພິເສດທາງດ້ານການຄ້າ ກໍ່ຄືວຽກງານແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານບູລິມະສິດໜຶ່ງຂອງລັດຖະບານ ຊຶ່ງໄດ້ບັນຈຸເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເນື່ອງຈາກຈະເປັນໂຕກະຕຸ້ນທີ່ສຳຄັນໃນການເພີ່ມທະວີການຜະລິດສິນຄ້າເພື່ອສົ່ງອອກ ເພາະການສົ່ງອອກພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ ແມ່ນຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ,  ຊຶ່ງປະຈຸບັນ ສປປ ລາວ ຂອງພວກເຮົາ ແມ່ນໄດ້ຮັບນະໂຍບາຍທາງດ້ານອັດຕາພາສີ ພາຍໃຕ້ລະບອບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ສັນຍາການຄ້າເສລີ (FTA) ຈາກ 52 ປະເທດ ໃນນັ້ນປະກອບມີ: ສະຫະ ພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ-ສປ ຈີນ, ຈີນໄຕ້ຫວັນ ແລະ ອີກ 09 ປະເທດສະ ມາຊິກຂອງອາຊຽນ ໂດຍສິນຄ້າຂອງລາວທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າສົ່ງອອກໄປຍັງບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີເກືອບທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມເທົ່ານັ້ນ ແລະ ຫຼ້າສຸດ ສປ ຈີນ ກໍ່ໄດ້ປະກາດຍົກລະດັບການໃຫ້ສິດທິພິເສດທາງດ້ານການຄ້າແບບຝ່າຍດຽວ ທີ່ໃຫ້ແກ່ບັນດາປະເທດດ້ອຍພັດທະນາ ລວມທັງ ສປປ ລາວ ຈາກ GSP 97% ເພີ່ມເປັນ GSP 98%.

 

ສຳລັບທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ສາມາດສອບຖາມລາຍລະອຽດ ໄດ້ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມເບີໂທ: 021 450255 ຫຼື ເຂົ້າເບິ່ງໃນເວັບໄຊ: www.laotradeportal.gov.la/ ແລະ www. ecolao.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.