ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 0541/ກງ

ນະຄອນຫຼວງວຽງຈັນ, ວັນທີ 24 ກຸມພາ 2022

 

ແຈ້ງການ

            ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

            ເລື່ອງ: ການປະຕິບັດພັນທະອາກອນຈາກການຄ້າທາງເອເລັກໂຕຣນິກ ແລະ ບໍລິການດີຈີຕອນເເພັລດຟອມ ຢູ່ ສປປລາວ

-         ອີງຕາມ ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;

-         ອີງຕາມ ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;

-         ອີງຕາມ ກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019;

-         ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 07 ສິງ ຫາ 2021

-         ອີງຕາມ ດໍາລັດວ່າດ້ວຍ ເລກປະຈໍາຕົວຜູ້ເສຍອາກອນ ສະບັບເລກທີ 354/ນຍ ລົງວັນທີ 05 ຕຸລາ 2007;

-         ອີງຕາມ ດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ເລກທີ 327/ລບ, ລົງວັນທີ 16 ກັນຍາ 2014;

-         ອີງຕາມ ດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021;

-         ອີງຕາມ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021.

        ຈຸດປະສົງ ເພື່ອຜັນຂະຫຍາຍດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021, ແນໃສ່ເພື່ອຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມການຊົມໃຊ້ສິນຄ້າ ແລະ ບໍລິການທາງ ເອເລັກໂຕຣນິກ ໃຫ້ກວ້າງຂວາງ ເປັນເອກະພາບ ແລະ ການປະຕິບັດພັນທະສ່ວຍສາອາກອນ ຂອງຜູ້ດໍາເນີນການຄ້າ ທາງເອເລັກໂຕຣນິກ ແລະ ບໍລິການດີຈີຕອນເເພັລດຟອມ ຢູ່ ສປປ ລາວ.

ລັດຖະມົນຕີກະຊວງການເງິນ ອອກແຈ້ງການດັ່ງນີ້:

1. ນິຕິບຸກຄົນພາຍໃນປະເທດ

1) ນິຕິບຸກຄົນ ທີ່ເຄື່ອນໄຫວ ຫລື ດໍາເນີນທຸລະກິດ ຜ່ານຊ່ອງທາງ: (1) ການຄ້າເອເລັກໂຕຣນິກຂອງຕົນເອງ, (2)ການຄ້າໃນຕະຫລາດເອເລັກໂຕຣນິກ ແລະ (3)ການໃຫ້ບໍລິການຕະຫລາດເອເລັກໂຕຣນິກ ຕາມພາກທີ II ມາດຕາ 6 ຮູບແບບການຄ້າທາງເອເລັກໂຕຣນິກ ຂອງດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກ

    ທີ 296/ລບ, ລົງວັນທີ 12 ເມສາ 2021 ເຊັ່ນ: DroppinX, Olaa, Sokxay All, Ebuylaos (ສໍາລັບກໍານົດຫົວໜ່ວຍການຄ້າເອເລັກໂຕຣນິກແບບລະອຽດ ແມ່ນປະຕິບັດຕາມນິຕິກໍາຂອງຂະແໜງອຸດສາຫະກໍາ ແລະ ການຄ້າ) ມີລາຍຮັບປະຈໍາປີຫລາຍກວ່າ 400 ລ້ານກີບຂຶ້ນໄປ ຕ້ອງເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ປະຕິບັດພັນທະອາກອນຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງຢ່າງຄົບຖ້ວນ;

2) ຕ້ອງສະແດງເລກປະຈໍາຕົວຜູ້ເສຍອາກອນ ໃນການໂຄສະນາຂາຍສິນຄ້າ ແລະ ບໍລິການ ຜ່ານຊ່ອງທາງການຄ້າ ເອເລັກໂຕຣນິກຂອງຕົນເອງ, ການຄ້າໃນຕະຫລາດເອເລັກໂຕຣນິກ ແລະ ການໃຫ້ບໍລິການຕະຫລາດເອເລັກໂຕຣນິກ (ກໍລະນີບໍ່ມີເລກປະຈໍາຕົວຜູ້ເສຍອາກອນ ຕ້ອງໄດ້ຂຶ້ນທະບຽນເລກປະຈໍາຕົວຜູ້ເສຍອາກອນໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ);

3) ການຄ້າເອເລັກໂຕຣນິກ ແລະ ບໍລິການດີຈີຕອນແພັລດຟອມທຸກຮູບແບບ ຕ້ອງອອກໃບເກັບເງິນທຸກຄັ້ງ ຕາມ

    ປະເພດ ແລະ ແບບທີ່ກໍານົດໄວ້ໃນດໍາລັດວ່າດ້ວຍໃບເກັບເງິນ;

4) ແຈ້ງມອບອາກອນມູນຄ່າເພີ່ມ ແລະ ອາກອນລາຍໄດ້ວິສາຫະກິດ (ອາກອນກໍາໄລ) ດ້ວຍຕົນເອງຜ່ານ taxservice.mof.gov.la ຕາມແບບຟອມທີ່ກໍານົດໃນລະບົບ;

5) ມີໜ້າທີ່ຄິດໄລ່, ເກັບ ແລະ ຫັກອາກອນລາຍໄດ້ຈາກບຸກຄົນທີ່ມີພູມລໍາເນົາ ແລະ ຜູ້ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ຈາກເງິນເດືອນ, ຄ່າຈ້າງ ຫລື ຄ່າແຮງງານ, ລາຍໄດ້ຂອງຜູ້ປະກອບອາຊີບອິດສະຫຼະທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ເປັນຕົ້ນ ຄ່ານາຍໜ້າ, ຄ່າທີ່ປຶກສາ, ການບໍລິການ, ການເຄື່ອນໄຫວກິດຈະກໍາກິລາ, ການສະແດງ ຫລື ບຸກຄົນອື່ນໆ ທີ່ສະໜັບສະໜູນ, ກິດຈະກໍາສົ່ງເສີມການຕະຫລາດ, ໂຄສະນາ ແລະ ຂົນສົ່ງສິນຄ້າ ຜ່ານຊ່ອງທາງ ການຄ້າເອເລັກໂຕຣນິກ ແລະ ບໍລິການດີຈີຕອນເເພັລດຟອມ ຕາມໝວດທີ 01 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ແລ້ວແຈ້ງມອບດ້ວຍຕົນເອງຜ່ານ taxservice.mof.gov.la ຕາມແບບຟອມທີ່ກໍານົດ ໃນລະບົບເຂົ້າງົບປະມານແຫ່ງລັດຕາມກົດໝາຍກໍານົດ;

6) ສະໜອງຂໍ້ມູນການຄ້າເອເລັກໂຕຣນິກ ແລະ ຂໍ້ມູນບໍລິການດີຈີຕອນແພັລດຟອມ, ໃຫ້ການເຊື່ອມຕໍ່ຂໍ້ມູນທາງເອເລັກໂຕຣນິກຂອງຕົນ ກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ TaxRIS ຕາມຄວາມຕ້ອງການ ຂອງຂະແໜງສ່ວຍສາອາກອນ.

2. ນິຕິບຸກຄົນຕ່າງປະເທດ

1) ນິຕິບຸກຄົນ ທີ່ບໍ່ໄດ້ສ້າງຕັ້ງ ຫລື ຂື້ນທະບຽນວິສາຫະກິດຢູ່ ສປປ ລາວ ສະໜອງການໃຫ້ບໍລິການຕະຫລາດເອເລັກໂຕຣນິກ ແລະ ບໍລິການດີຈີຕອນເເພັລດຟອມ ໃຫ້ຜູ້ຊົມໃຊ້ພາຍໃນປະເທດ(ຕະຫລາດ ສປປລາວ) ເປັນຕົ້ນ:

      - ໃຫ້ບໍລິການເບິ່ງໜັງ, ເພງອອນລາຍ, ເກມ ແລະ ອັບພລີເຄຊັນຕ່າງໆ ເຊັ່ນ: Youtube, JOOX, TikTok, Humble, Zoom, CODASHOP;

      - ໃຫ້ບໍລິການສະຕຣີມມິງ Streaming ເຊັ່ນ: NETFLIX, Apple TV+, Disney+

      - ໃຫ້ບໍລິການລົງໂຄສະນາ, ສື່ໂຄສະນາ ເຊັ່ນ: Facebook, Google;

      - ໃຫ້ບໍລິການຈອງໂຮງແຮມ, ທີ່ພັກ, ການເດີນທາງ ເຊັ່ນ: agoda, Booking.com, airbnb;

      - ໃຫ້ບໍລິການເປັນຜູ້ເຊື່ອມຕໍ່ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ເຊັ່ນ: Shopee, Lazada;

    2) ມີລາຍຮັບຈາກຜູ້ຊົມໃຊ້ພາຍໃນປະເທດຫລາຍກວ່າ 400 ລ້ານກີບຕໍ່ປີ ຕ້ອງເຂົ້າສູ່ລະບົບອາກອນມູນຄ່າເພີ່ມຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມກໍານົດ;

3) ຕ້ອງຂື້ນທະບຽນຂໍເລກປະຈໍາຕົວອາກອນມູນຄ່າເພີ່ມ 12 ຕົວເລກດ້ວຍຕົນເອງຢ່າງເປັນທາງການ ຜ່ານທາງເວັບໄຊສ taxservice.mof.gov.la ເພື່ອໃຫ້ບໍລິການທາງເອເລັກໂຕຣນິກຢູ່ ສປປ ລາວ (ເອກະສານປະກອບ ແລະ ຄໍາແນະນໍາຈະກໍານົດໃນເວັບໄຊ);

4) ຄິດໄລ່ ແລະ ເກັບອາກອນມູນຄ່າເພີ່ມຢູ່ໃນລາຄາຂາຍ ສິນຄ້າ ແລະ ບໍລິການ ທາງເອເລັກໂຕຣນິກ ຈາກຜູ້ຊົມໃຊ້ ຢູ່ ສປປ ລາວ ຕາມກົດໝາຍກໍານົດ ແລ້ວແຈ້ງມອບອາກອນມູນຄ່າເພີ່ມເບື້ອງສົ້ນອອກ VAT Output ດ້ວຍຕົນເອງຜ່ານ taxservice.mof.gov.la ຕາມແບບຟອມທີ່ກໍານົດໃນລະບົບ ໂດຍບໍ່ໃຫ້ຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ VAT Input;

5) ຄິດໄລ່ອາກອນກໍາໄລຈາກລາຍຮັບທີ່ເກີດຂື້ນຢູ່ ສປປ ລາວ ຕາມລະບຽບການຂອງ (OECD Regulation on E-Commerce and Digital Service Tax ທີ່ໄດ້ຮັບຮອງໃນແຕ່ລະໄລຍະ) ແລ້ວແຈ້ງມອບອາກອນ ກໍາໄລດັ່ງກ່າວດ້ວຍຕົນເອງຜ່ານທາງ ເວັບໄຊສ: taxservice.mof.gov.la ຕາມແບບຟອມທີ່ກໍານົດໃນ ລະບົບ;

6) ມີພັນທະຄິດໄລ່ຫັກອາກອນລາຍໄດ້ Withholding Tax ກ່ອນເບີກຈ່າຍເງິນໃຫ້ບຸກຄົນທີ່ມີພູມລໍາຢູ່ ສປປລາວ ຈາກລາຍໄດ້ທີ່ເກີດຂື້ນຜ່ານຊ່ອງທາງດໍາເນີນທຸລະກິດເອເລັກໂຕຣນິກ ແລະ ບໍລິການດີຈີຕອນເພັລດຟອມ ຂອງຕົນ ແລ້ວແຈ້ງມອບອາກອນດັ່ງກ່າວດ້ວຍຕົນເອງຜ່ານຊ່ອງທາງ taxservice.mof.gov.la ໂດຍຄັດຕິດຂໍ້ມູນການຊໍາລະຜ່ານລະບົບທະນາຄານໃຫ້ບຸກຄົນ (Tansaction Information) ຕາມແບບຟອມທີ່ກໍານົດໃນລະບົບ;

7) ໄລຍະການແຈ້ງມອບອາກອນຕາມຂໍ້ທີ 4, 5, 6 ຂ້າງເທິງ ແມ່ນໃຫ້ແຈ້ງ 02 ຄັ້ງຕໍ່ປີ ຄື: ກ່ອນວັນທີ 20 ກໍລະກົດ ແລະ ກ່ອນວັນທີ 20 ມັງກອນ ຂອງທຸກປີ (ສໍາລັບວິທີການແຈ້ງມອບຈະແນະນໍາເພີ່ມເຕີມຢູ່: taxservice.mof.gov.la);

8) ສະໜອງຂໍ້ມູນການຄ້າເອເລັກໂຕຣນິກ ແລະ ຂໍ້ມູນບໍລິການດີຈີຕອນແພັລດຟອມ, ໃຫ້ການເຊື່ອມຕໍ່ຂໍ້ມູນທາງເອເລັກໂຕຣນິກຂອງຕົນ ກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ TaxRIS ຕາມຄວາມຕ້ອງການ ຂອງຂະແໜງສ່ວຍສາອາກອນ.

3. ບຸກຄົນ ຜູ້ມີພູມລໍາເນົາ ແລະ ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ

1) ບຸກຄົນ ຜູ້ມີພູມລໍາເນົາ ແລະ ບໍ່ມີພູມລໍາເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ມີລາຍໄດ້ຈາກການຄ້າທາງເອເລັກ ໂຕຣນິກ ແລະ ບໍລິການດີຈີຕອນເພັລດຟອມ ຢູ່ ສປປ ລາວ ຕ້ອງຂໍເລກປະຈໍາຕົວຜູ້ເສຍອາກອນບຸກຄົນນໍາຂະແໜງສ່ວຍສາອາກອນ ຫລື ຜ່ານເອັບພຣີເຄຊັນ PTIN ເພື່ອນໍາໃຊ້ໃນການແຈ້ງມອບພັນທະອາກອນຂອງຕົນ;

2) ລາຍໄດ້ຈາກການຊື້ຂາຍອອນລາຍ ຫລື ລາຍໄດ້ຂອງບຸກຄົນຜູ້ມີພູມລໍາເນົາ ຜ່ານຊ່ອງທາງການຄ້າເອເລັກໂຕຣນິກຂອງຕົນເອງ, ການຄ້າໃນຕະຫລາດເອເລັກໂຕຣນິກ ແລະ ການໃຫ້ບໍລິການຕະຫລາດເອເລັກໂຕຣນິກແມ່ນລາຍໄດ້ຕ້ອງຖືກເສຍອາກອນ ໃນອັດຕາ 2% ຂອງລາຍໄດ້ທັງຫມົດ (ໂດຍບໍ່ອະນຸຍາດໃຫ້ຫັກຕົ້ນທຶນ ຫລື ຄ່າໃຊ້ຈ່າຍໃດໆອອກກ່ອນການຄິດໄລ່ອາກອນ) ຕາມມາດຕາ 34 ຂໍ້ 3, 39 ຂໍ້ 3 ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ່ 18 ມິຖຸນາ 2019;

3) ການແຈ້ງ - ມອບອາກອນ:- ສໍາລັບຜູ້ທີ່ດໍາເນີນການຄ້າເອເລັກໂຕຣນິກຢ່າງເປັນປົກກະຕິ ໃຫ້ແຈ້ງເສຍອາກອນລາຍໄດ້ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ຕາມມາດຕາ 25 ຂອງກົດໝາຍວ່າດ້ວຍຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;

        - ສໍາລັບຜູ້ທີ່ດໍາເນີນການຄ້າເອເລັກໂຕຣນິກຢ່າງເປັນຄັ້ງຄາວ ໃຫ້ແຈ້ງເສຍອາກອນລາຍໄດ້ ໃຫ້ແຈ້ງເສຍອາກອນລາຍໄດ້ພາຍໃນກໍານົດ 15 ວັນ ລັດຖະການ ນັບແຕ່ມື້ມີລາຍຮັບເກີດຂຶ້ນເປັນຕົ້ນໄປຕາມມາດຕາ 32 ຂອງກົດໝາຍວ່າດ້ວຍຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019.

4. ສິດ ແລະ ໜ້າທີ່ຂອງຂະແໜງສ່ວຍສາອາກອນແຕ່ລະຂັ້ນ

- ອໍານວຍຄວາມສະດວກໃນການອອກເລກປະຈໍາຕົວຜູ້ເສຍອາກອນ ນໍາເອົາຂໍ້ມູນບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ເຂົ້າລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ TaxRIS ໃຫ້ຄົບຖ້ວນ;

- ເຜີຍແຜ່ດໍາລັດວ່າດ້ວຍການຄ້າເອເລັກໂຕຣນິກ ແລະ ນິຕິກໍາ ສ່ວຍສາອາກອນທີ່ກ່ຽວຂ້ອງກັບການປະຕິບັດພັນທະອາກອນຈາກການຄ້າ ແລະ ລາຍໄດ້ທາງເອເລັກໂຕຣນິກໃຫ້ກວ້າງຂວາງ;

- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະມາຄົມ ການຄ້າເອເລັກໂຕຣນິກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຄ້າເອເລັກໂຕຣນິກ ແລະ ນິຕິກໍາ ສ່ວຍສາອາກອນ;

- ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການປະຕິບັດພັນທະອາກອນປະເພດຕ່າງໆ ທີ່ຢູ່ໃນລະບົບຄຸ້ມຄອງຂໍ້ມູນ

- ຂ່າວສານລາຍຮັບສ່ວຍສາອາກອນ TaxRIS, ການເຄື່ອນໄຫວທຸລະກິດ, ການສົ່ງເສີມການຂາຍ, ການໂຄສະນາປະຊາສໍາພັນຂາຍສິນຄ້າ ຂອງບຸກຄົນ, ນິຕິບຸກຄົນ ຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນເອງ ແລະ ບໍລິການດີຈີຕອນແພັລດຟອມ ຫລື ລາຍງານຂັ້ນເທິງຖັດໄປ ກໍລະນີທີ່ຕ້ອງການຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດ;

- ປະສານເອົາຂໍ້ມູນການຊໍາລະຜ່ານລະບົບທະນາຄານ ຈາກຜູ້ໃຫ້ບໍລິການຊໍາລະພາຍໃນປະເທດ ແລະ ຕາງໜ້າລັດຖະບານໃນການແລກປ່ຽນຂໍ້ມູນຜູ້ເສຍອາກອນລະຫວ່າງປະເທດ ນໍາບັນດາປະເທດສົນທິສັນຍາສອງຝ່າຍ, ຫລາຍຝ່າຍ ຕາມກົດໝາຍ ແລະ ສົນທິສັນຍາກໍານົດ ນໍາໃຊ້ຂໍ້ມູນເພື່ອຈຸດປະສົງໃນການຈັດຕັ້ງປະຕິບັດຄຸ້ມຄອງເກັບລາຍຮັບ.

5. ມາດຕະການຕໍ່ຜູ້ລະເມີດ

ມາດຕະການຕໍ່ຜູ້ທີ່ບໍ່ປະຕິບັດພັນທະອາກອນ ຫລື ພັນທະອື່ນ ທີ່ໄດ້ກໍານົດໄວ້ໃນກົດໝາຍກ່ຽວກັບກັບສ່ວຍສາອາກອນ ດັ່ງນີ້:

        1) ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ແລະ ດໍາເນີນຄະດີຕາມລະບຽບກົດໝາຍກໍານົດ;

        2) ສະເໜີໂຈະຊົ່ວຄາວ ຫລື ຍົກເລີກ ໃບຢັ້ງຢືນມາດຕະຖານດ້ານເຕັກນິກຂອງຊ່ອງທາງການຄ້າເອເລັກໂຕຣນິກ;

        3) ສະເໜີໂຈະຊົ່ວຄາວ ຫລື ຍົກເລີກ ຊ່ອງທາງການຊໍາລະຂອງຜູ້ໃຫ້ບໍລິການຊໍາລະ;

        4) ສະເໜີໂຈະຊົ່ວຄາວ ຫລື ຍົກເລີກ ການເຜີຍແຜ່ ແລະ ຊ່ອງທາງການດໍາເນີນທຸລະກິດເອເລັກໂຕຣນິກ ແລະ ບໍລິການດີຈີຕອນແພັລດຟອມທຸກຮູບແບບ;

        5) ສະເໜີໂຈະຊົ່ວຄາວ ຫລື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ.

6. ຜົນສັກສິດ

ແຈ້ງການສະບັບນີ້ມີຜົນສັກສິດຈັດຕັ້ງປະຕິບັດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີນິຕິກໍາແນະນໍາລະອຽດເພີ່ມເຕີມ.

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ການປະຕິບັດພັນທະອາກອນຈາກການຄ້າທາງເອເລັກໂຕຣນິກ ແລະ ບໍລິການດີຈີຕອນແພັລດຟອມ ຢູ່ ສປປ ລາວ, ເລກທີ 0541/ກງ, ລົງວັນທີ 24 ກຸມພາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.