ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ເລກທີ 3684/ກປ

ນະຄອນຫຼວງວຽງຈັນ, ວັນທີ 16 ສິງຫາ 2022

 

ຄໍາແນະນໍາ

ກ່ຽວກັບ ການຢັ້ງຢືນ ແລະ ການຕັດຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ທີ່ມີໃນທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ

- ອີງຕາມ ກົດຫມາຍ ວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;

- ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

- ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2021;

- ອີງຕາມ ການຄົ້ນຄວ້າ ແລະ ນໍາສະເຫນີ ຂອງກົມປ່າໄມ້ ສະບັບເລກທີ 4967/ກປມ, ລົງວັນທີ 04 ສິງຫາ 2022.

 

          ເພື່ອຜັນຂະຫຍາຍ ມາດຕາ 40 ຂອງກົດຫມາຍວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ຂໍ້ 2 ຂອງແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 885/ຫສນຍ, ລົງວັນ ທີ 28 ກໍລະກົດ 2021 ແລະ ເພື່ອຮັບປະກັນ ຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ສໍາລັບການຈັດຕັ້ງ ປະຕິບັດ ຂັ້ນຕອນ, ວິທີການ, ກົນໄກປະສານງານ ແລະ ຄວາມຮັບຜິດຊອບ ກ່ຽວກັບ ການຢັ້ງຢືນ ແລະ ການຕັດ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ທີ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປູກ ແລະ ປົກປັກຮັກສາ ມາ ເປັນເວລາດົນນານ, ພ້ອມທັງເປັນການຊຸກຍູ້ ຂະບວນການຄຸ້ມຄອງ ແລະ ນໍາໃຊ້ ໃຫ້ສອດຄ່ອງຕາມລະບຽບການ ທັງເປັນການຊຸກຍູ້ສ້າງລາຍຮັບໃຫ້ແກ່ຜູ້ເປັນເຈົ້າຂອງ.

 

ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາແນະນໍາ:

 

1. ຈຸດປະສົງ ແລະ ລະດັບຄາດຫມາຍ

          ເພື່ອຄຸ້ມຄອງ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ທີ່ເປັນກໍາມະສິດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ເຂົ້າສູ່ລະບຽບກົດຫມາຍ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ກ່ຽວກັບ ການຢັ້ງຢືນ ແລະ ການຕັດຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ທີ່ມີໃນທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

          ເພື່ອເປັນການເອກະພາບ ເງື່ອນໄຂ, ຂັ້ນຕອນ, ກົນໄກປະສານງານ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວ ກັບ ການຢັ້ງຢືນ ແລະ ການຕັດຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ.

 

2. ຄວາມຫມາຍ ແລະ ຄວາມສໍາຄັນຂອງການຢັ້ງຢືນ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ.

          ການຢັ້ງຢືນ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ແມ່ນການຢັ້ງຢືນກໍາມະສິດ ແລະ ແຫຼ່ງທີ່ມາທີ່ຖືກຕ້ອງ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ເປັນເຈົ້າຂອງໃນການຕັດ, ເຄື່ອນຍ້າຍ, ຊື້ ຂາຍ ແລະ ສົ່ງອອກ.

          ຕົ້ນໄມ້ທໍາມະຊາດ ຫມາຍເຖິງ ຕົ້ນໄມ້ ທີ່ເກີດຂຶ້ນຕາມທໍາມະຊາດໃນຕົວເມືອງ, ແຄມທາງ, ສວນສາທາລະນະ, ດິນນາ, ດິນສວນ, ດິນປູກສ້າງ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລັດ ໄດ້ມອບສິດນໍາໃຊ້ທີ່ດິນຢ່າງຖືກຕ້ອງ ຕາມກົດຫມາຍ.

          ຕົ້ນໄມ້ປູກໃຫ້ຫມາກ ຫມາຍເຖິງ ຕົ້ນໄມ້ທີ່ໃຫ້ຜົນຜະລິດຫມາກ ຊຶ່ງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງປູກ ແລະ ປົກປັກຮັກສາມາເປັນເວລາດົນນານ ໃນທີ່ດິນ ທີ່ລັດ ໄດ້ມອບສິດນໍາໃຊ້ທີ່ດິນຢ່າງຖືກຕ້ອງຕາມກົດຫມາຍ.

 

3. ຫຼັກການ, ເງື່ອນໄຂ ແລະ ຂັ້ນຕອນ ການຢັ້ງຢືນ

        3.1 ຫຼັກການ

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດປະສົງ ອອກໃບຢັ້ງຢືນ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ເພື່ອໃຊ້ສອຍໃນຄອບຄົວ ແລະ ເປັນສິນຄ້າ ຫຼື ສາທາລະນະປະໂຫຍດ ຕ້ອງໄດ້ໃຫ້ຈູງານກະສິກໍາ ແລະ ປ່າໄມ້ບ້ານ ເກັບກໍາຂໍ້ມູນ, ຂຶ້ນບັນຊີ ເພື່ອສະເຫນີ ອົງການປົກຄອງບ້ານອອກໃບຢັ້ງຢືນ ແລະ ຮັບຮູ້ຈາກຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ຕາມທີ່ໄດ້ກໍານົດໄວ້ໃນຄໍາແນະນໍາສະບັບນີ້.

          3.2. ເງື່ອນໄຂ

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງຕົ້ນໄມ້ ທີ່ມີຈຸດປະສົງຢັ້ງຢືນຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ປະກອບດ້ວຍເງື່ອນໄຂ ດັ່ງນີ້:

          ກ. ດ້ານກໍາມະສິດຄອບຄອງ

          ຕ້ອງມີເອກະສານໃດຫນຶ່ງ ດັ່ງລຸ່ມນີ້:

                    - ໃບຕາດິນ; - ໃບຢັ້ງຢືນການນໍາໃຊ້ທີ່ດິນ (ຕາມ ມາດຕາ 44 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ່ 21 ມິຖຸນາ 2019);

                    - ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ ຢ່າງຫນ້ອຍ 20 ປີ (ອີງຕາມ ມາດຕາ 130 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019).

          ຂ. ຂະຫນາດຕົ້ນໄມ້

                   - ວັດຮອບຂະຫນາດ 30 ຊມ ຂຶ້ນໄປ.

3.3. ຂັ້ນຕອນ ການອອກຢັ້ງຢືນ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຕ້ອງການໃບຢັ້ງຢືນ ຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ ຫມາກ ຕ້ອງຍື່ນຄໍາຮ້ອງ ຕາມແບບພິມ ປມ 1, ປມ 2, ປມ 3 ໃນເອກະສານຊ້ອນທ້າຍ ຂອງຄໍາແນະນໍາສະບັບນີ້.

3.3.1. ການປະກອບເອກະສານ

ກ. ບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

1) ໃບຄໍາຮ້ອງ; 2) ສໍາເນົາໃບຢັ້ງຢືນກໍາມະສິດໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນຕ້ອງມີເອກະສານໃດຫນຶ່ງ ໃນບັນດາເອກະສານລຸ່ມນີ້:

          - ໃບຕາດິນ;

          - ໃບຢັ້ງຢືນການນໍາໃຊ້ທີ່ດິນ (ຕາມ ມາດຕາ 44 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019);

          - ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ ຢ່າງຫນ້ອຍ 20 ປີ (ຕາມ ມາດຕາ130 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019).

 

ຂ. ນິຕິບຸກຄົນ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

          1) ໃບຄໍາຮ້ອງ;

          2) ສໍາເນົາໃບທະບຽນວິສາຫະກິດ;

          3) ສໍາເນົາໃບຢັ້ງຢືນກໍາມະສິດໃນການຄອບຄອງ ແລະ ສິດນໍາໃຊ້ທີ່ດິນຕ້ອງມີເອກະສານໃດຫນຶ່ງໃນ ບັນດາເອກະສານລຸ່ມນີ້:

          - ໃບຕາດິນ:

          - ໃບຢັ້ງຢືນການນໍາໃຊ້ທີ່ດິນ (ຕາມ ມາດຕາ 44 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019);

          - ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ ຢ່າງຫນ້ອຍ 20 ປີ (ຕາມ ມາດຕາ130 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ່ 21 ມິຖຸນາ 2019).

 

ຄ. ການຈັດຕັ້ງ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

          1) ໃບຄໍາຮ້ອງ;

          2) ສໍາເນົາໃບຢັ້ງຢືນກໍາມະສິດໃນການຄອບຄອງແລະ ສິດນໍາໃຊ້ທີ່ດິນ ຕ້ອງມີເອກະສານໃດຫນຶ່ງໃນບັນດາເອກະສານ ລຸ່ມນີ້:

          - ໃບຕາດິນ;

          - ໃບຢັ້ງຢືນການນໍາໃຊ້ທີ່ດິນ (ຕາມ ມາດຕາ 44 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019);

          - ໃບຢັ້ງຢືນສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຕາມປະເພນີ ຢ່າງຫນ້ອຍ 20 ປີ (ຕາມ ມາດຕາ 130 ຂອງ ກົດຫມາຍວ່າດ້ວຍທີ່ດິນ ສະບັບເລກທີ 20/ສພຊ, ລົງວັນທີ່ 21 ມິຖຸນາ 2019).

 

3.3.2. ການອອກໃບຢັ້ງຢືນ

          ເຈົ້າຂອງໄມ້ ຕ້ອງຍື່ນໃບຄໍາຮ້ອງ ເເລະ ເອກະສານທີ່ກ່ຽວຂ້ອງ ຕໍ່ ອົງການປົກຄອງບ້ານ ເພື່ອໃຫ້ຈຸງານກະສິກໍາ ແລະ ປ່າໄມ້ບ້ານ ລົງເກັບກໍາຂໍ້ມູນ, ຂຶ້ນບັນຊີ ແລ້ວສະເຫນີ ອົງການປົກຄອງບ້ານ ອອກໃບຢັ້ງຢືນ ໂດຍການ ຮັບຮູ້ ແລະ ຢັ້ງຢືນ ຈາກຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ໂດຍປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

          1. ເຈົ້າຂອງໄມ້ ຍື່ນຄໍາຮ້ອງ ແລະ ເອກະສານທີ່ກ່ຽວຂ້ອງ ຕໍ່ ອົງການປົກຄອງບ້ານ;

          2. ອົງການປົກຄອງບ້ານ ກວດກາຄວາມຖືກຕ້ອງຂອງເອກະສານ ຕາມແບບພິມ ປມ 1 - ມ 3;

          3. ຈູງານກະສິກໍາ ແລະ ປ່າໄມ້ບ້ານ ລົງເກັບກໍາຂໍ້ມູນໄມ້ຕົວຈິງ ແລະ ຂຶ້ນບັນຊີໄມ້ ພ້ອມເຊັນຢັ້ງຢືນຄວາມຖືກຕ້ອງ ຕາມແບບພິມ ປູມ 4;

          4. ອົງການປົກຄອງບ້ານ ເຊັນອະນຸມັດໃບຢັ້ງຢືນ;

          5. ເຈົ້າຂອງໄມ້ ເສຍຄ່າທໍານຽມ 20.000 ກີບ/ໃບ ໃຫ້ອົງການປົກຄອງບ້ານ.

 

4. ການຂໍອະນຸຍາດຕັດ ຫຼື ຂຸດຄົ້ນ ແລະ ການເຄື່ອນຍ້າຍ

4.1. ການຂໍອະນຸຍາດຕັດ ຫຼື ຂຸດຄົ້ນ

ກ. ການຂໍອະນຸຍາດຕັດ ຫຼື ຂຸດຄົ້ນຕົ້ນໄມ້ທໍາມະຊາດ

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຈຸດປະສົງ ຕັດ ຫຼື ຂຸດຄົ້ນ ຕົ້ນໄມ້ທໍາມະຊາດ ແມ່ນປະຕິບັດດັ່ງນີ້:    1. ເຈົ້າຂອງໄມ້ຕ້ອງນໍາເອົາໃບຢັ້ງຢືນຕົ້ນໄມ້ທໍາມະຊາດ ທີ່ອົງການປົກຄອງບ້ານອອກໃຫ້ ຊຶ່ງໃບຢັ້ງຢືນດັ່ງກ່າວຕ້ອງມີອາຍຸຢ່າງຫນ້ອຍ 06 ເດືອນ ໄປແຈ້ງຕໍ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເພື່ອລົງເກັບກໍາຂໍ້ມູນໄມ້ ຕົວຈິງ ພ້ອມບັນທຶກຂໍ້ມູນຄວາມຕ້ອງການຈະຕັດ ແຕ່ລະຄັ້ງໃສ່ດ້ານຫຼັງຂອງໃບຢັ້ງຢືນ;

          2. ໄມ້ບັນຊີ I ໂດຍການອະນຸຍາດຂຸດຄົ້ນ ຈາກກະຊວງກະສິກໍາ ແລະ ປ່າໄມ້ ຕາມການສະເຫນີຂອງພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ;

          3. ໄມ້ບັນຊີ II ແລະ III ໂດຍການອະນຸຍາດຂຸດຄົ້ນ ຈາກພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຕາມການສະເຫນີຂອງຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ.

 

ຂ. ການຂໍອະນຸຍາດຕັດ ຫຼື ຂຸດຄົ້ນ ໄມ້ປູກໃຫ້ຫມາກ

          ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຈຸດປະສົງ ຕັດຕົ້ນໄມ້ປູກໃຫ້ຫມາກ ແມ່ນປະຕິບັດ ດັ່ງນີ້:

          1. ເຈົ້າຂອງໄມ້ຕ້ອງນໍາເອົາ ໃບຢັ້ງຢືນຕົ້ນໄມ້ປູກໃຫ້ຫມາກ ທີ່ອົງການປົກຄອງບ້ານອອກໃຫ້ ຊຶ່ງໃບຢັ້ງຢືນ ດັ່ງກ່າວ ຕ້ອງມີອາຍຸຢ່າງຫນ້ອຍ 01 ເດືອນ ໄປແຈ້ງຕໍ່ ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ເພື່ອລົງເກັບກໍາ ຂໍ້ມູນໄມ້ຕົວຈິງ ພ້ອມບັນທຶກຂໍ້ມູນຄວາມຕ້ອງການຈະຕັດ ແຕ່ລະຄັ້ງໃສ່ດ້ານຫຼັງຂອງໃບຢັ້ງຢືນ;

          2. ເຈົ້າຂອງໄມ້ຕ້ອງນໍາເອົາໃບຢັ້ງຢືນໄປແຈ້ງຕໍ່ ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ເພື່ອລົງ ເກັບກໍາຂໍ້ມູນ ໄມ້ປູກໃຫ້ຫມາກຕົວຈິງ ພ້ອມບັນທຶກຂໍ້ມູນຄວາມຕ້ອງການຈະຕັດ ແຕ່ລະຄັ້ງໃສ່ດ້ານຫຼັງຂອງໃບຢັ້ງຢືນ.

 

4.2. ການເຄື່ອນຍ້າຍໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ທີ່ມີໃບຢັ້ງຢືນຢູ່ພາຍໃນ ແລະ ສົ່ງອອກ

          1. ໄມ້ທໍາມະຊາດ ທີ່ເຄື່ອນຍ້າຍພາຍໃນເມືອງ ແລະ ຈາກເມືອງຫນຶ່ງໄປຫາເມືອງອື່ນພາຍໃນແຂວງດຽວກັນຕ້ອງມີເອກະສານເຄື່ອນຍ້າຍຈາກຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ. ສ່ວນການເຄື່ອນຍ້າຍໄມ້ຈາກ ເເຂວງ ຫາ ແຂວງ ຕ້ອງມີເອກະສານ ເຄື່ອນຍ້າຍຈາກ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ;

          2. ໄມ້ປູກໃຫ້ຫມາກ ສາມາດເຄື່ອນຍ້າຍໄດ້ ໂດຍບໍ່ຈໍາເປັນຂໍອະນຸຍາດ ແຕ່ເຈົ້າຂອງໄມ້ປູກ ຕ້ອງລາຍງານບໍລິມາດ ຫຼື ນ້ໍາຫນັກໄມ້ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ເພື່ອຕິດຕາມ ແລະ ເກັບກໍາຂໍ້ມູນ;

          3. ໄມ້ປູກໃຫ້ຫມາກ ສາມາດສົ່ງອອກໄດ້ທຸກຮູບແບບທີ່ຜ່ານການປຸງແຕ່ງ ຫຼື ບໍ່ມີການປຸງແຕ່ງກໍ່ໄດ້. ສ່ວນໄມ້ທໍາມະຊາດ ແມ່ນຕ້ອງປະຕິບັດ ຕາມລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກທີ່ລັດຖະບານກໍານົດເປັນແຕ່ລະໄລຍະ.

 

5. ການສິ້ນສຸດອາຍຸຂອງໃບຢັ້ງຢືນ

          ໃບຢັ້ງຢືນ ຈະສິ້ນສຸດໄດ້ກໍ່ຕໍ່ເມື່ອຈໍານວນຕົ້ນໄມ້ ທີ່ໄດ້ລະບຸໄວ້ຢູ່ໃນໃບຢັ້ງຢືນໄດ້ຖືກ ຕັດ ຫຼື ຂຸດຄົ້ນຫມົດ. ອົງການປົກຄອງບ້ານ ຕ້ອງບັນທຶກຂໍ້ມູນການສິ້ນສຸດໃສ່ປື້ມຕິດຕາມຕົ້ນໄມ້ທໍາມະຊາດ, ໄມ້ປູກໃຫ້ຫມາກ ຂອງບ້ານ ແລະ ບັນທຶກໃສ່ດ້ານຫຼັງຂອງໃບຢັ້ງຢືນ.

 

6. ສິດ ແລະ ພັນທະ ຂອງຜູ້ໄດ້ຮັບໃບຢັ້ງຢືນ

          ຜູ້ໄດ້ຮັບໃບຢັ້ງຢືນ ມີສິດ ແລະ ຫນ້າທີ່ດັ່ງນີ້:

          1. ອໍານວຍຄວາມສະດວກ ໃຫ້ແກ່ພະນັກງານ ແລະ ເຈົ້າຫນ້າທີ່ ໃນການລົງກວດກາ, ເກັບກໍາຂໍ້ມູນ ແລະ ສະ ່ ຫນອງເອກະສານ, ຂໍ້ມູນທີ່ກ່ຽວຂ້ອງ;

          2. ສະເຫນີ ອົງການທີ່ກ່ຽວຂ້ອງ ຕໍ່ການລະເມີດກົດຫມາຍ ແລະ ລະບຽບການຂອງພະນັກງານ ແລະ ເຈົ້າຫນ້າທີ່;

          3. ຄຸ້ມຄອງ, ປົກປັກຮັກສາ, ຕັດ, ເຄື່ອນຍ້າຍ, ຊື້ ຂາຍ ແລະ ສົ່ງອອກ ຕົ້ນໄມ້ຂອງຕົນ;

          4. ການຕັດໄມ້ທໍາມະຊາດ ແລະ ຕົ້ນໄມ້ໃຫ້ຫມາກ ເພື່ອໃຊ້ສອຍໃນຄອບຄົວ ແລະ ສາທາລະນະປະໂຫຍດນັ້ນ ່ຈະໄດ້ຮັບການຍົກເວັ້ນຄ່າຊັບພະກອນ, ຄ່າບູລະນະ ແລະ ຄ່າພັນທະຕ່າງໆ. ສໍາລັບ ການຕັດໄມ້ທໍາມະຊາດ ເປັນສິນຄ້າ ຕ້ອງໄດ້ເສຍຄ່າທໍານຽມ, ຄ່າບໍລິການ ແລະ ພັນທະອື່ນໆ ຕາມກົດຫມາຍກໍານົດ.

 

7. ກົນໄກປະສານງານ

          ສ້າງກົນໄກການປະສານງານ ລະຫວ່າງ ຂະແຫນງການກ່ຽວຂ້ອງ ຂອງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ເພື່ອເຮັດໃຫ້ການ ໃບຢັ້ງຢືນຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ຫມາກ ເຂົ້າສູ່ລະບົບ ແລະ ການບໍລິການ ມີຄວາມ ຄ່ອງຕົວ ແລະ ວ່ອງໄວ, ຫຼຸດຜ່ອນຂັ້ນຕອນທາງວິຊາການຕ່າງໆ ທີ່ເຫັນວ່າເປັນສິ່ງກີດຂວາງ ແລະ ບໍ່ເປັນການຊຸກຍູ້ ການອອກໃບຢັ້ງຢືນ, ການອະນຸຍາດ ຕັດ ຫຼື ຂຸດຄົ້ນ ແລະ ການເຄື່ອນຍ້າຍ ກ່ຽວກັບ ຕົ້ນໄມ້ທໍາມະຊາດ ແລະ ໄມ້ ປູກໃຫ້ຫມາກ.

 

8. ວິທີການຈັດຕັ້ງປະຕິບັດ

          1. ກົມປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການປະສານສົມທົບກັບຂະແຫນງການທີ່

ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບ

ຜົນດີ;

          2. ມອບໃຫ້ ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ ແລະ ອົງການປົກຄອງບ້ານ ເປັນເຈົ້າການປະສານ - ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ດໍາເນີນການຈັດຕັ້ງປະຕິບັດ ການອອກໃບຢັ້ງຢືນ ຕົ້ນໄມ້ທໍາມະຊາດ

ແລະ ໄມ້ປູກໃຫ້ຫມາກ ຕາມຄໍາແນະນໍາສະບັບນີ້;

          3. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ລາຍງານກະຊວງກະສິກໍາ ແລະ - ປ່າໄມ້ ຕາມຂັ້ນຕອນ ເພື່ອພິຈາລະນາຫາວິທີແກ້ໄຂຢ່າງທັນການ.

          4. ສ່ວນໄມ້ໃຫ້ຫມາກ ທີ່ປູກເປັນລະບົບ ແມ່ນໃຫ້ຂຶ້ນທະບຽນຕາມຄໍາແນະນໍາ ຂອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ສະບັບເລກທີ 2492/ກປ, ລົງວັນທີ 23 ທັນວາ 2020.

 

          ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ໄດ້ພິມລົງໃນຈົດຫມາຍເຫດທາງລັດຖະການ 5 ສິບຫ້າ ວັນ.

 

ລັດຖະມົນຕີ

 

ທອງພັດ ວົງມະນີ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ການຢັ້ງຢືນ ແລະ ການຕັດຕົ້ນໄມ້ທໍາມະຊາດ ແລະ ໄມ້ປູກໃຫ້ໝາກ ທີ່ມີໃນທີ່ດີນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ເລກທີ 3684/ກປ, ລົງວັນທີ 16 ສິງຫາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.