ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ເລກທີ 4266/ກປ

ນະຄອນຫຼວງວຽງຈັນ, ວັນທີ 07 ຕຸລາ 2022

 

ຄໍາສັ່ງ

ກ່ຽວກັບ ການສ້າງແຜນການຂຸດຄົ້ນ, ຄຸ້ມຄອງ ການ ຊື້-ຂາຍ, ການເຄື່ອນຍ້າຍ ແລະ

ສົ່ງອອກ ເຄື່ອງປ່າຂອງດົງ

 

ເຖິງ: - ທ່ານ ຫົວຫນ້າ ກົມປ່າໄມ້; 

      - ທ່ານ ຫົວຫນ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ. 

 

- ອີງຕາມ ກົດຫມາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019; - ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

- ອີງຕາມ ການຄົ້ນຄວ້າ ແລະ ນໍາສະເຫນີ ຂອງກົມປ່າໄມ້ ສະບັບເລກທີ 5551/ກປມ, ລົງວັນທີ 07 ກັນຍາ 2022. 

          ເພື່ອຮັບປະກັນຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ການສ້າງແຜນການຂຸດຄົ້ນ, ຄຸ້ມຄອງ ການ ຊື້-ຂາຍ, ການເຄື່ອນຍ້າຍ ແລະ ສົ່ງອອກ ເຄື່ອງປ່າຂອງດົງ ໃຫ້ມີຄວາມເຂັ້ມງວດ ຕາມກົດຫມາຍ ແລະ ລະບຽບການ ກ່ຽວຂ້ອງ. 

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ:

1. ການຂຸດຄົ້ນເຄື່ອງປ່າຂອງດົງ ອະນຸຍາດ ໃຫ້ດໍາເນີນການ ໃນເຂດປ່າຜະລິດ, ເຂດຫັນປ່ຽນທີ່ດິນປ່າໄມ້, ເຂດຄຸ້ມຄອງການນໍາໃຊ້ ໃນທີ່ດິນປ່າປ້ອງກັນ, ປ່າສະຫງວນ, ເຂດເນື້ອທີ່ດິນຂອງ ບຸກຄົນ, ຄອບຄົວ, ນິຕິບຸກຄົນ ຫຼື ການ ຈັດຕັ້ງ ທີ່ລັດໄດ້ມອບສິດນໍາໃຊ້ທີ່ດິນ ໃຫ້ຢ່າງຖືກຕ້ອງ ຕາມກົດຫມາຍ ແລະ ໃນເຂດປ່າຊົມໃຊ້ຂອງບ້ານ ທີ່ລັດຈັດ ສັນໃຫ້, ນອກຈາກນີ້, ການຂຸດຄົ້ນເຄື່ອງປ່າຂອງດົງ ແຕ່ລະຊະນິດ ຕ້ອງປະຕິບັດຕາມແຜນການທີ່ໄດ້ອະນຸມັດ, ເຂດທີ່ໄດ້ອະນຸຍາດ, ຕາມມາດຕະຖານເຕັກນິກ ແລະ ຮັບປະກັນຄວາມຍືນຍົງ;

2. ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານສົມທົບກັບ ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມ, ກວດກາ ແຜນການ ຂຸດຄົ້ນ ແລະ ເກັບກູ້ເຄື່ອງປ່າຂອງດົງ ທີ່ໄດ້ຮັບການອະນຸມັດ ປະຈໍາປີ ເພື່ອປະເມີນຕີລາຄາ ສະພາບການຂຸດຄົ້ນ ແລະ ເກັບກູ້ຕົວຈິງ ແລ້ວລາຍງານກະຊວງກະສິກໍາ ແລະ ປ່າໄມ້;

3. ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການສ້າງແຜນການຂຸດຄົ້ນ ເຄື່ອງປ່າຂອງດົງ ດັ່ງນີ້:

          3.1 ການສ້າງແຜນການຂຸດຄົ້ນເຄື່ອງປ່າຂອງດົງ ໃຫ້ອີງໃສ ຜົນການສໍາຫຼວດເກັບກໍາຂໍ້ມູນທາງດ້ານຊະນິດພັນ ແລະ ຈໍານວນເຄື່ອງປ່າຂອງດົງ ທີ່ນອນໃນເຂດອະນຸຍາດ ຕາມທີ່ໄດ້ກໍານົດໄວ້ ໃນຂໍ້ 1 ຂອງຄໍາສັ່ງສະບັບນີ້ ແລ້ວສັງລວມ ເຂົ້າໃນແຜນການຂຸດຄົ້ນ ປະຈໍາປີ ຂອງແຂວງ, ນະຄອນຫຼວງວຽງຈັນ. ພ້ອມດຽວກັນນີ້ ຖ້າບໍ່ມີການສໍາຫຼວດ ແລະ ເຂດຈະດໍາເນີນການຂໍອະນຸຍາດ ຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ບໍ່ໄປຕາມ ຂໍ້ 1 ແລະ 3.3 ຂອງຄໍາສັ່ງສະບັບນີ້ ແມ່ນບໍ່ໃຫ້ສັງລວມເຂົ້າແຜນການ ສະເຫນີຂໍອະນຸຍາດໂກຕ້າ ຂຸດຄົ້ນ ແລະ ເກັບ ກູ້ ປະຈໍາປີ; 

          3.2 ການສະເຫນີຂໍໂກຕ້າ ຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ແມ່ນໃຫ້ປະຕິບັດເປັນປີຕໍ່ປີ ບໍ່ໃຫ້ຍົກເອົາໂກຕ້າຄ້າງຈາກປີຜ່ານມາ ໄປຈັດຕັ້ງປະຕິບັດ ແລະ ເອົາເຂົ້າແຜນຂໍໂກຕ້າໃນປີຕໍ່ໄປ;

          3.3 ການສໍາຫຼວດເຄື່ອງປ່າຂອງດົງ ເພື່ອສະເຫນີແຜນການຂຸດຄົ້ນ ແລະ ເກັບກູ້ ປະຈໍາປີ ໃຫ້ປະຕິບັດຕາມ ມາດຕາ 25 ຂອງກົດຫມາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ແລະ ການສໍາຫຼວດເຄື່ອງປ່າຂອງດົງ ແຕ່ລະຄັ້ງ ຂອງຂະ ແຫນງການກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ຕ້ອງໄດ້ມີຂະແຫນງການສາທາລະນະສຸກ ຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມນໍາ;

          3.4 ເຄື່ອງປ່າຂອງດົງ ທີ່ນອນໃນບັນຊີ I ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ປະສານສົມທົບກັບ ພະແນກສາທາລະນະສຸກຂັ້ນແຂວງ ກວດກາ ຂໍ້ມູນທີ່ກ່ຽວຂ້ອງ, ແຫຼ່ງທີ່ມາຈະຂຸດຄົ້ນ, ແຍກລະອຽດເຄື່ອງປ່າຂອງດົງທີ່ເປັນຢາ ແລະ ເປັນເອກະພາບກັນແລ້ວ ຈຶ່ງນໍາສະເຫນີ ຫາ ກົມປ່າໄມ້ ເພື່ອນໍາສະເຫນີການນໍາ ກະຊວງກະສິກໍາ ແລະ ປ່າໄມ້ ບໍ່ໃຫ້ກາຍວັນທີ 30 ກັນຍາ ຂອງທຸກໆປີ;

          3.5 ເຄື່ອງປ່າຂອງດົງ ທີ່ນອນໃນບັນຊີ II ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ປະສານສົມກັບ ພະແນກສາທາລະນະສຸກຂັ້ນແຂວງ ກວດກາ ຂໍ້ມູນທີ່ກ່ຽວຂ້ອງ, ແຫຼ່ງທີ່ມາຈະຂຸດຄົ້ນ, ແຍກລະອຽດເຄື່ອງປ່າຂອງດົງທີ່ເປັນຢາ ແລະ ເປັນເອກະພາບກັນແລ້ວ ຈຶ່ງສະເຫນີ ຫາ ອົງການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ພິຈາລະນາ ອະນຸຍາດ ໂກຕ້າ ຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ປະຈໍາປີ ຕາມທີ່ກໍານົດໄວ້ໃນ ຂໍ້ 2 ມາດຕາ 27 ຂອງກົດຫມາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ). ບົນພື້ນຖານການເຫັນ ດີ ຂອງອົງການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຈຶ່ງອອກແຈ້ງການອະນຸມັດແຜນການຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ປະຈໍາປີ ພາຍໃນແຂວງ ແລະ ນະຄອນຫຼວງວຽງຈັນ ບໍ່ໃຫ້ກາຍ ເດືອນທັນວາ ຂອງແຕ່ລະປີ;

          3.6 ເຄື່ອງປ່າຂອງດົງ ທີ່ນອນໃນບັນຊີ III ບໍ່ຈໍາເປັນຕ້ອງຂໍອະນຸຍາດຂຸດຄົ້ນ, ຫມາຍຄວາມວ່າ ປະຊາຊົນ ສາມາດ ເກັບກູ້ໄດ້ ຕາມລະດູການ ແຕ່ຕ້ອງຮັບປະກັນຄວາມຍືນຍົງ ຕາມທີ່ກໍານົດໄວ້ໃນ ຂໍ້ 3 ມາດຕາ 27 ຂອງ ກົດຫມາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ);

          3.7. ເຄື່ອງປ່າຂອງດົງ ເປັນຢາທີ່ປູກ ຊຶ່ງໄດ້ຂຶ້ນທະບຽນຖືກຕ້ອງແລ້ວ ສາມາດເກັບກູ້ໄດ້ ໂດຍບໍ່ຈໍາເປັນຂໍອະນຸຍາດຕາມຂັ້ນຕອນທາງດ້ານວິຊາການ.

4. ໃຫ້ ກົມປ່າໄມ້ ເປັນເຈົ້າການ ສັງລວມ ການນໍາສະເຫນີ ໂກຕ້າ ຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ຂອງພະ ແນກກະສິກໍາ ແລະ ປ່າໄມ້ ແຕ່ລະແຂວງ ກ່ອນຈະນໍາສະເຫນີ ຫາ ການນໍາກະຊວງກະສິກໍາ ແລະ ປ່າໄມ້ ຕ້ອງໄດ້ ດໍາເນີນການຈັດກອງປະຊຸມປຶກສາຫາລື ຮ່ວມກັບ ກົມທີ່ກ່ຽວຂ້ອງຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົມທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ ເພື່ອຄວາມເປັນເອກະພາບ ແຍກລະອຽດ ປະເພດເຄື່ອງປ່າຂອງ ດົງ ທີ່ເປັນຢາ, ຕາມລະດູການ ແລະ ປະເພດອື່ນໆ ເຊັ່ນ: ໄມ້ປ່ອງ, ຫວາຍ ແລະ ອື່ນໆ ທີ່ນອນໃນບັນຊີເຄື່ອງປ່າ ຂອງດົງ, ຈາກນັ້ນ, ຕ້ອງໄດ້ດໍາເນີນການ ຂໍຄໍາເຫັນທາງການ ຫາ ກະຊວງສາທາລະນະສຸກ ກ່ອນຈະນໍາສະເຫນີ ຫາ ລັດຖະບານ ເພື່ອຂໍອະນຸຍາດ ໂກຕ້າ ຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ປະຈໍາປີ ບໍ່ໃຫ້ກາຍ ເດືອນທັນວາ ຂອງແຕ່ລະປີ;

5. ພາຍຫຼັງໄດ້ຮັບ ຂໍອະນຸຍາດ ໂກຕ້າ ຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ປະຈໍາປີ ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ຈັດບຸລິມະສິດ ໃນການອອກອະນຸຍາດຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງ ດົງ ໃຫ້ ບໍລິສັດ/ໂຮງງານ ທີ່ຕັ້ງຢູ່ ຫຼື ດໍາເນີນການຜະລິດ ຢູ່ພາຍໃນແຂວງຂອງຕົນກ່ອນ. ພ້ອມນີ້ໃຫ້ ນໍາສະເຫນີ ອົງການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ແຕ່ງຕັ້ງຄະນະຮັບຜິດຊອບ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ເປັນອັນສະເພາະ ເພື່ອຮັບປະກັນ ແລະ ຫຼີກເວັ້ນ ບໍ່ໃຫ້ມີການຂຸດຄົ້ນນອກເຂດອະນຸຍາດ;

6 ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງ ການ ຊື້-ຂາຍ, ການເຄື່ອນຍ້າຍ ແລະ ການສົ່ງອອກ ເຄື່ອງປ່າຂອງດົງ ດັ່ງນີ້:

6.1 ບໍລິສັດ/ໂຮງງານ ທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນການຂຸດຄົ້ນ ແລະ ເກັບກູ້ ເຄື່ອງປ່າຂອງດົງ ປະຈໍາປີ ແມ່ນສາມາດດໍາເນີນການ ຊື້-ຂາຍ ເຄື່ອງປ່າຂອງດົງ ທົ່ວໄປ ຫຼື ຂາຍໃຫ້ໂຮງງານປຸງແຕ່ງ ທີ່ໄດ້ມາດຕະຖານ ຢູ່ ພາຍໃນປະເທດ;

6.2 ການເຄື່ອນຍ້າຍເຄື່ອງປ່າຂອງດົງ ບັນຊີ I ແລະ ບັນຊີ II ຕ້ອງໄດ້ຂໍອະນຸຍາດນໍາພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ. ສໍາລັບ ບັນຊີ III ຕ້ອງໄດ້ຂໍອະນຸຍາດນໍາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ນະຄອນ; 6.3 ການເຄື່ອນຍ້າຍເຄື່ອງປ່າຂອງດົງ ທີ່ເປັນຢາ ຍັງຕ້ອງໄດ້ຂໍອະນຸຍາດນໍາ ພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງວຽງຈັນ ຕື່ມ ຈຶ່ງສາມາດເຄື່ອນຍ້າຍໄດ້;

6.4 ການສົ່ງອອກເຄື່ອງປ່າຂອງດົງ ແມ່ນອະນຸຍາດໃຫ້ ແຕ່ສະເພາະແຕ່ຊະນິດທີ່ບໍ່ສາມາດປຸງແຕ່ງ ຢູ່ພາຍໃນ ແລະ ຊະນິດທີ່ບໍ່ຫວງຫ້າມ. ນອກຈາກນີ້, ການສົ່ງອອກຕ້ອງໄດ້ປະຕິບັດຕາມ ກົດຫມາຍ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

7. ໃຫ້ ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການໂຄສະນາເຜີຍແຜ່ບັນດາ ນະໂຍບາຍ, ກົດຫມາຍ, ດໍາລັດ, ລະບຽບການ ກ່ຽວກັບ ການຂຸດຄົ້ນ, ການ ເຄື່ອນຍ້າຍ, ການຊື້-ຂາຍ ແລະ ສົ່ງອອກ ເຄື່ອງປ່າຂອງດົງ ໂດຍຜ່ານສື່ຕ່າງໆ ເປັນຕົ້ນ ຫນັງສືພີມ, ໂທລະພາບ, ວິທະຍຸ ແລະ ສື່ອອນລາຍຕ່າງໆ ຕາມຄວາມເຫມາະສົມ;

8. ມອບໃຫ້ ກົມກວດກາປ່າໄມ້ ປະສານສົມທົບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ (ກອງກວດກາປ່າໄມ້) ກວດກາ ການຂຸດຄົ້ນ, ການເສຍພັນທະໃຫ້ລັດ, ການປຸງແຕ່ງ, ການຈໍາຫນ່າຍ ຮອດການ ສົ່ງອອກ ເຄື່ອງປ່າຂອງດົງ ເພື່ອຮັບປະກັນ ໃຫ້ຖືກຕ້ອງ ຕາມກົດຫມາຍ ແລະ ລະບຽບການ ທີ່ໄດ້ກໍານົດ;

9. ມອບໃຫ້ ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ, ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ ແລະ ຫຍຸ້ງຍາກ ແນວໃດ ໃຫ້ລາຍງານ ກະຊວງກະສິກໍາ ແລະ ປ່າໄມ້ ຮັບຊາບ ເປັນແຕ່ລະໄລຍະ ເພື່ອພິຈາລະນາແກ້ໄຂ ໃຫ້ທັນ ກັບສະພາບການ;

10. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ໄດ້ລົງຈົດຫມາຍເຫດທາງລັດຖະການ ສິບຫ້າວັນ.

 

ລັດຖະມົນຕີ

ປອ. ເພັດ ພົມພີພັກ

 

# ຫົວຂໍ້ ດາວໂຫຼດ
1 ຄໍາສັ່ງ ກ່ຽວກັບ ການສ້າງແຜນການຂຸດຄົ້ນ, ຄຸ້ມຄອງ ການຊື້-ຂາຍ, ການເຄື່່ອນຍ້າຍ ແລະ ສົ່ງອອກ ເຄື່ອງປ່າຂອງດົງ, ເລກທີ 4266/ກປ, ລົງວັນທີ 07 ຕຸລາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.