ໃນວັນທີ 30 ພະຈິກ 2022 ທີ່ ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ. ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດ “ກອງປະຊຸມຜ່ານຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແຫ່ງຊາດ”. ໃຫ້ກຽດເປັນປະທານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງທົ່ວປະເທດ ທີ່ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ກອງປະຊຸມທາງໄກ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ປະຈຸບັນນີ້, ຖືໄດ້ວ່າເປັນຍຸກແຫ່ງການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ວຽກງານການຄ້າ ແລະ ການຂົນສົ່ງ ທີ່ຕິດພັນກັນຢ່າງແໜ້ນແຟ້ນ, ມີສິນຄ້າ ກໍ່ຕ້ອງມີພາຫະນະຂົນສົ່ງ ຊຶ່ງເປັນຕ່ອງໂສ້ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້. ພ້ອມດຽວກັນ, ໃນເວທີສາກົນ ແມ່ນຖືເອົາວຽກງານຂົນສົ່ງ ແລະ ການຫັນເປັນດິຈິຕ໋ອນ ເປັນອົງປະກອບທີ່ສໍາຄັນໃນການຂັບເຄື່ອນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ.

     ໃນວັນທີ 15 ກໍລະກົດ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 1018/ຫສນຍ ເຫັນດີໃຫ້ໂຮມຄະນະກໍາມະການຂົນສົ່ງແຫ່ງຊາດ ແລະ ຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ເຂົ້າເປັນຄະນະດຽວ ໃສ່ຊື່ວ່າ “ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ໂດຍມອບໃຫ້ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ເປັນປະທານ ແລະ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ  ເປັນຮອງປະທານ.

     ຈາກນັ້ນ, ໃນກອງປະຊຸມຜ່ານຮ່າງດໍາລັດ ທີ່ໄດ້ຈັດຂຶ້ນໃນວັນທີ 08 ພະຈິກ 2022 ທີ່ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະ ມີບັນດາທ່ານເຈົ້າແຂວງ,  ຮອງເຈົ້າແຂວງ ເຂົ້າຮ່ວມ. ທ່ານຮອງນາຍົກ ໄດ້ມີທິດຊີ້ນໍາມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າບັນດາຄໍາຄິດຄໍາເຫັນຂອງຜູ້ເຂົ້າຮ່ວມ ເປັນຕົ້ນແມ່ນໂຄງປະກອບການຈັດຕັ້ງ, ໜ້າທີ່, ຂອບເຂດສິດ, ການແບ່ງຄວາມຮັບຜິດຊອບ ລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງ, ງົບປະມານ ແລະ ອື່ນໆ ເພື່ອປັບປຸງຮ່າງດໍາລັດດັ່ງກ່າວ ພ້ອມທັງມອບໃຫ້ສອງກະຊວງຈັດກອງປະຊຸມວິຊາການຜ່ານຮ່າງດໍາລັດດັ່ງກ່າວ ແບບເປີດກວ້າງ ແລ້ວສະເໜີຕໍ່ກະຊວງພາຍໃນ ເພື່ອຄົ້ນຄວ້າ ແລະ ລາຍງານຕໍ່ລັດຖະບານ.

     ສະນັ້ນ, ກະຊວງ ອຄ ແລະ ກະຊວງ ຍທຂ ຈຶ່ງໄດ້ຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງ ທ່ານຮອງນາຍົກລັດຖະມົນ ໃນການຈັດກອງປະຊຸມຜ່ານຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແຫ່ງຊາດ ທີ່ກົມວິຊາການຂອງສອງກະຊວງ ໄດ້ຮ່ວມກັນຄົ້ນຄວ້າ ແລະ ເປັນເອກະພາບກັນດ້ານວິຊາການ ເພື່ອຮ່ວມມືກັນຊຸກຍູ້ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ຫັນເປັນດີຈິຕ໋ອນ ສາມາດເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ. ທັງນີ້, ກໍ່ເພື່ອຍາດແຍ່ງເອົາການຊ່ວຍເຫຼືອຈາກບັນດາຜູ້ຮ່ວມພັດທະນາ ເຂົ້າໃນການພັດທະນາວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນກັບຕ່າງປະເທດໄດ້.

     ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ມອບໃຫ້ ກົມ ຂອ ສົມທົບກັບກົມວິຊາການຂອງກະຊວງ ຍທຂ ນໍາເອົາບັນດາຂໍ້ສະເໜີ ແລະ ຄຳຄິດເຫັນໃນທີ່ປະຊຸມຄັ້ງນີ້ ໄປຄົ້ນຄວ້າປັບປຸງໃຫ້ມີຄວາມສົມບູນ ແລະ ເປັນເອກະພາບກັບທຸກຂະແໜງການກ່ຽວຂ້ອງ ພ້ອມທັງລາຍງານທ່ານລັດຖະມົນຕີ ເພື່ອມີທິດຊີ້ນໍາໃນຂັ້ນຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.