ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ປະທານປະເທດ

ເລກທີ 103 /ປປທ

ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2022

 

ລັດຖະດຳລັດ

ຂອງປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ

  • ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ໝວດທີ VI ມາດຕາ 67 ຂໍ້ 1;
  • ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ, ສະບັບເລກທີ 46/ສພຊ. ລົງວັນທີ 07 ກໍລະກົດ 2022 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ;
  • ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 04/ຄປຈ, ລົງວັນທີ 05 ສິງຫາ 2022.

 

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

        ມາດຕາ 1   ປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ.

          ມາດຕາ 2   ລັດຖະດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

 

 

 

ປະທານປະເທດ ແຫ່ງ ສປປ ລາວ

 

 

ທອງລຸນ ສີສຸລິດ

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ສະພາແຫ່ງຊາດ

ເລກທີ 46 /ສພຊ

ນະຄອນຫຼວງວຽງຈັນ, ວັນທີ 07/07/22

 

ມະຕິ

ຂອງກອງປະຊຸມສະພາແຫ່ງຊາດ

ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງ

ອາວຸດ ແລະ ວັດຖຸລະເບີດ

 

  • ອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2020) ມາດຕາ 11 ຂໍ້ 1.

            ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື່ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃນວາລະຂອງກອງປະຊຸມ ຄັ້ງວັນທີ 27 ມິຖຸນາ 2022 ແລະ ຖືກພິຈາລະນາຮັບຮອງເອົາ ໃນວາລະຕອນເຊົ້າຂອງວັນທີ 7 ກໍລະກົດ 2022.

 

ກອງປະຊຸມສະພາແຫ່ງຊາດ ຕົກລົງ:

ມາດຕາ 1   ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.

ມາດຕາ 2        ມະຕິສະບັບນີ້ ມີຜົນສັກສິດນັບແຕ່ລົງລາຍເຊັນ ເປັນຕົ້ນໄປ.

                                                               

ປະທານສະພາແຫ່ງຊາດ

ປອ ໄຊສົມພອນ ພົມວິຫານ

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ

ເລກທີ 14 /ສພຊ

ນະຄອນຫຼວງວຽງຈັນ, ວັນທີ 7 ກໍລະກົດ 2022

 

ກົດໝາຍ

ວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

 

ພາກທີ I

ບົດບັນຍັດທົ່ວໄປ

 

ມາດຕາ 1  ຈຸດປະສົງ

        ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ຕິດຕາມກວດກາ ວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃນທົ່ງສັງຄົມ ເພື່ອໃຫ້ວຽກງານດັ່ງກ່າວ ປະຕິບັດໄດ້ຢ່າງຖືກຕ້ອງ, ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ຮັບປະກັນໃຫ້ປະເທດ ມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ.

ມາດຕາ 2 ການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

       ການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ແມ່ນ ການຄວບຄຸມ, ຕິດຕາມ, ກວດກາ ການປະດິດ, ດັດແປງ,ຜະລິດ, ຈຳໜ່າຍ, ຈັດຊື້, ນຳເຂົ້າ, ສົ່ງອອກ, ຂົນສົ່ງ, ນຳຜ່ານ, ນຳໃຊ້, ປົກປັກຮັກສາ, ທຳລາຍ ຫຼື ມີໄວ້ໃນຄອບຄອງ ອາວຸດ ແລະ ວັດຖຸລະ້ບີດ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພຂຶງສັງຄົມ.

ມາດຕາ 3 ການອະທິບາຍສັບ

             ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ອາວຸດ ໝາຍເຖິງ ອຸປະກອນ, ເຄື່ອງມື, ພາຫະນະ ຫຼື ລະບົບພາຫະນະ ທີ່ສ້າງຂຶ້ນ ຫຼື ນໍາໃຊ້ ໃນການປ້ອງກັນ, ຕໍ່ສູ້, ທໍາຮ້າຍ ຫຼື ທໍາລາຍ, ຝຶກຊ້ອມ, ແຂ່ງຂັນກິລາ ເຊັ່ນ: ອາວຸດເສິກ, ອາວຸດກິລາ ແລະ ອາວຸດດພື້ນເມືອງ;
  2. ວັດຖຸລະເບີດ ໝາຍເຖິງ ຜະລິດຕະພັນທີ່ຜະລິດຈາກ ທາດລະເບີດ, ເຄມີຜະລິດລະເປີດ, ອຸປະກອນກໍ່ລະເບີດ ຊຶ່ງກໍ່ໃຫ້ເກີດປະຕິກິລິຍາເຄມີຢ່າງວ່ອງໄວ, ແຮງດັນ, ພະລັງງານຄວາມຮ້ອນ, ອາຍແກັດ, ລັງສີ, ຄື້ນ, ແສງ ທີ່ເຮັດໃຫ້ເກີດສຽງລະເບີດ ເປັນຕົ້ນ ລູກລະເບີດ ແລະ ດອກໄມ້ໄຟ;
  3. ທາດລະເບີດ ໝາຍເຖິງ ທາດເຄມີດ່ຽວ ຫຼື ທາດເຄມີປະສົມ ທີ່ກໍ່ໃຫ້ເກີດປະຕິກິລິຍາການລະເບີດໄດ້ດ້ວຍການກະຕຸ້ນທາງກົນລະສາດ, ຄວາມຮ້ອນ, ເຄມີ ຫຼື ໄຟຟ້າ ແລະ ອື່ນໆ;
  4. ເຄມີຜະລິດລະເບີດ ໝາຍເຖິງ ເຄມີ ທີ່ຖືກນໍາໃຊ້ເຂົ້າໃນການຜະລິດວັດຖຸລະເບີດ;
  5. ປະກອນກໍ່ລະເບີດ ໝາຍເຖິງ ເຄື່ອງຈູດລະເບີດ, ສາຍຂະນວນ, ສາຍແຕກ, ແກ໋ບ, ບໍ່ກຳເນີດໄຟ ຫຼື ສິ່ງອື່ນ ທີ່ມີຜົນກະທົບໃນການສ້າງແຮງກະຕຸ້ນເຮັດໃຫ້ລະເບີດ;
  6. ດອກໄມ້ໄຟ ໝາຍເຖິງ ວັດຖຸ ທີ່ສາມາດໄໝ້ລະເບີດ ດ້ວຍການນຳເອົາໝື້ ມາຫໍ່ດ້ວຍເຈ້ຍ ຫຼື ຍັດ ອັດໃສ່ບັ້ງ ຫຼື ຫຸ້ມຫໍ່ດ້ວຍວັດຖຸອື່ນ ທີ່ຈຸດຂະນວນດ້ວຍໄຟ ຫຼື ລະບົບໄຟຟ້າ ທີ່ກໍ່ໃຫ້ມີສຽງແຕກ ຫຼື ລະເບີດ ຫຼື ພຸ່ງລຳແສງເປັນໄຟ ມີສຽງແຕກເທິງອາກາດ ເປັນຕົ້ນ ບັ້ງໄຟ, ບັ້ງໄຟດອກ ແລະ ໝາກກະໂພກ;
  7. ເຄື່ອງມືຊ່ວຍໜູນ ໝາຍເຖິງ ອຸປະກອນ ແລະ ສັດວິຊາສະເພາະ ທີ່ນຳໃຊ້ຊ່ວຍໜຸນເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊັ່ນ: ປືນໄຟຟ້າ, ອາຍແກ໊ສ, ຢາສະຫຼົບ, ຕາໜ່າງ, ລູກກະສູນຢາງ, ແກ໊ສນໍ້າຕາ, ດອກໄມ້ໄຟສັນຍານ, ລະເບີດຄວັນ, ລະເບີດນໍ້າຕາ, ຄ້ອນໄຟຟ້າ, ຄ້ອນຢາງ, ຄ້ອນເຫຼັກ, ກະແຈມື, ເຄື່ອງວາງຕະປູ ຫຼື ເຄື່ອງສະກັດຢາງຕີນລົດ, ເສື້ອເກາະກັນກະສູນ, ຖົງມື້ກັນມີດ, ໂລ່ກັນ, ໝວກກັນກະທົບ, ກັນລູກກະສູນ, ຊ້າງ, ມ້າ, ໝາ ແລະ ເຄື່ອງມືອື່ນ;
  8. ກຳລັງປ້ອງກັນຕົວ ໝາຍເຖິງ ພະນັກງານ, ກຳມະກອນ, ນັກສຶກສາ ທີ່ໄດ້ຮັບການປະກອບອາວຸດ ຊຶ່ງຈັດຕັ້ງຂື້ນຢູ່ຕາມ ສຳນັກງານ ອົງການ, ສະຖາບັນການສຶກສາ, ໂຮງໝໍ, ໂຮງຈັກ, ໂຮງງານ ແລະ ສາງຄັງ ທີ່ ເປັນຂອງລັດ ເຮັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນຂອບເຂດທີ່ຕັ້ງຂອງຕົນ;
  9. ກຳລັງປ້ອງກັນຕົວ ສຳນັກງານ ອົງການ ໝາຍເຖິງ ພະນັກງານ, ລັດຖະກອນ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເຮັດໜ້າທີ່ປ້ອງກັນ ຢູ່ ສຳນັກງານ ອົງການ, ເປັນກຳລັງເຄິ່ງອາຊີບ ທີ່ຂຶ້ນກັບຂະແໜງການປ້ອງກັນຄວາມສະຫງົບ;
  10. ກຳລັງປ້ອງກັນພາຍໃນ ໝາຍເຖິງ ພະນັກງານ ທີ່ໄດ້ຮັບການມອບໝາຍໃຫ້ເຮັດໜ້າທີ່ປ້ອງກັນ ຢູ່ບັນດາກະຊວງ, ສຳນັກງານ ອົງການ, ໂຮງງານ, ກິດຈະການອື່ນ ທີ່ຂຶ້ນກັບການຊີ້ນຳຂອງຄະນະນຳຢູ່ຂັ້ນນັ້ນ ແລະ ຄະນະນໍາຂອງຂະແໜງການປ້ອງກັນຄວາມສະຫງົບ, ສຳລັບວຽກງານວິຊາສະເພາະນັ້ນ ແມ່ນຂຶ້ນກັບຂະແໜງການປ້ອງກັນຄວາມສະຫງົບ;
  11. ກຳລັງຮັກສາຄວາມປອດໄພ ໝາຍເຖິງ ກຳລັງປ້ອງກັນຄວາມສະຫງົບເຄິ່ງອາຊີບ, ມີເຄື່ອງແບບ ແລະ ເຄື່ອງໝາຍສະເພາະ ເຮັດໜ້າທີ່ໃນການປ້ອງກັນ, ເວນຍາມຢູ່ ສຳນັກງານ ອົງການ, ໂຮງຈັກ, ໂຮງງານ, ໂຮງໝໍ, ໂຮງຮຽນ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງສາກົນ, ສະຖານທູດ, ສະຖານກົງສູນ, ເຮືອນພັກຂອງ ຄົນຕ່າງປະເທດ ແລະ ພົນລະເມືອງລາວ ຊຶ່ງໄດ້ຮັບການສ້າງຕັ້ງ, ຍຸບເລີກ ແລະ ຢູ່ໃນການຄຸ້ມຄອງ, ຊີ້ນຳຂອງ ກະຊວງປ້ອງກັນຄວາມສະຫງົບ.

ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

           ລັດ ຊຸກຍູ້ ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ຢູ່ ສປປ ລາວ ດ້ວຍການພັດທະນາໂຄງລ່າງພື້ນຖານ ໃຫ້ເປັນລະບົບຄົບຊຸດ, ປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ວັດຖຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ໃຫ້ແກ່ກໍາລັງປະກອບອາວຸດ.

           ລັດ ເອົາໃຈໃສ່ໃນການ ໂຄສະນາ ເຜີຍແຜ່ ສ້າງຈິດສຳນຶກໃຫ້ສັງຄົມຮັບຮູ້, ເຂົ້າໃຈ ເຖິງຄຸນປະໂຫຍດ, ຄວາມເປັນອັນຕະລາຍຂອງ ອາວຸດ ແລະ ວັດຖຸລະເບີດ, ຈຳກັດ, ຫຼຸດຜ່ອນຜົນກະທົບ ຕໍ່ ຊີວິດ, ສຸຂະພາບ, ຂອງ ຄົນ, ສັດ, ພືດ, ຊັບສິນ ແລະ ສິ່ງແວດລ້ອມ.

ມາດຕາ 5 ຫຼັກການ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

             ວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

  1. ເຄົາລົບ ແລະ ປະຕິບັດຕາມ ລັດຖະທຳມະນູນ, ກົດໝາຍ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
  2. ຄຸ້ມຄອງ ຕິດຕາມ ກວດກາ ໂດຍກົງຂອງ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມ ສະຫງົບ ຢ່າງລວມສູນ, ເປັນເອກະພາບ ແລະ ເຂັ້ມງວດ ໃນຂອບເຂດທົ່ວປະເທດ;
  3. ປະສານສົມທົບ ຢ່າງກົມກຽວລະຫວ່າງ ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ, ຂະ            ແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ;
  4. ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

             ກົດໝາຍສະບັບນີ້ ໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ຢູ່ ສປປ ລາວ.

ມາດຕາ 7 ການຮ່ວມມືສາກົນ

        ລັດ ສົ່ງເສີມ ການພົວພັນ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກນິກ, ເຕັກໂນໂລຊີ, ການຄົ້ນຄວ້າທາງດ້ານວິທະຍາສາດ, ການສຶກສາ, ການສ້າງ, ບໍາລຸງຊັບພະຍາກອນມະນຸດ ເພື່ອພັດທະນາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃຫ້ມີຄວາມກ້າວໜ້າ ແລະ ທັນສະ  ໄໝ ບົນພື້ນຖານຫຼັກການເຄົາລົບ ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງກິດຈະການພາຍໃນ ຊຶ່ງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II

ການຄຸ້ມຄອງອາວຸດ

ໝວດທີ 1

ປະເພດອາວຸດ

ມາດຕາ 8 ປະເພດອາວຸດ

            ປະເພດອາວຸດ ມີ ດັ່ງນີ້:

  1. ອາວຸດເສິກ;
  2. ອາວຸດກິລາ;
  3. ອາວຸດພື້ນເມືອງ.

ມາດຕາ 9 ອາວຸດເສິກ

             ອາວຸດເສິກ ແມ່ນ ປືນ, ລູກກະສຸນ, ລູກລະເບີດ, ພາຫະນະ ຫຼື ລະບົບພາຫພນະ ແລະ ອາວຸດເສິກ ທຸກຊະນິດ

ເປັນຕົ້ນ ປືນສັ້ນ, ປືນເຫຼັກຍາວ, ປືນກົນ, ປືນຄົກ, ປືນໃຫຍ່, ລູກສອນໄຟ, ຣາດາ, ລົດສູ້ຮົບ, ເຮືອບິນສູ້ຮົບ, ເຮືອບິນບໍ່ມີຄົນຂັບ ແລະ ເຮືອສູ້ຮົບ.

ມາດຕາ 10   ອາວຸດກິລາ

            ອາວຸດກິລາ ແມ່ນ ປືນອັດລົມ, ປືນແວ່ງ ສັ້ນ-ຍາວ, ປືນສັ້ນ, ປືນເຫຼັກຍາວ, ປືນລູກຊອງ ແລະ ລູກກະສູນ ທີ່ມີ ຂະໜາດ, ຄວາມແຮງ ແລະ ດາບ, ທະນູ, ໜ້າເກັກ, ຫຼາວ ແລະ ອາວຸດກິລາອື່ນ ຕາມທີ່ໄດ້ກໍານົດ ໄວ້ໃນລະບຽບການ.

ມາດຕາ 11 ອາວຸດພື້ນເມືອງ

      ອາວຸດພື້ນເມືອງ ແມ່ນ ປືນແກ໋ບ, ປືນເພີງ, ປືນປະດິດ, ປືນດັດແປງ, ມີດແຫຼມ, ງ້າວ, ດາບ, ຫອກ, ພ້າ, ຂວານ, ໜ້າເກັກ, ທະນູ, ຜູເປົ້າລູກດອກ, ເລື່ອຍ, ສະນັບມື, ແຫຼມມື, ແຮ້ວ, ກັບດັກ, ຂວາກ, ຮ່າວ ແລະ ອາວຸດພື້ນເມືອງອື່ນ.

ໝວດທີ 2

ການຄຸ້ມຄອງອາວຸດເສິກ

ມາດຕາ 12    ການຄຸ້ມຄອງອາວຸດເສິກໃນກຳລັງປ້ອງກັນຊາດ

            ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງອາວຸດເສິກ ໃນຂົງເຂດວຽກງານປ້ອງກັນຊາດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການ ຄວບຄຸມ, ຕິດຕາມ ກວດກາ ກ່ຽວກັບການ ຄົ້ນຄວ້າ ປະດິດ, ຜະລິດ, ສ້ອມແປງ, ປົກປັກຮັກສາ, ຈຳໜ່າຍ, ຈັດຊື້, ນຳເຂົ້າ, ສົ່ງອອກ, ກວດພິສູດ, ປະກອບ, ອະນຸຍາດ, ນຳໃຊ້ ແລະ ທຳລາຍ ອາວຸດເສິກ ລວມທັງ ຍຸດໂທປະກອນເຕັກນິກການທະຫານ ແລະ ເຄື່ອງມືຊ່ວຍໜູນ ໃນກໍາລັງຂອງຕົນ ຢ່າງເຂັ້ມງວດ.

ມາດຕາ 13   ການຄຸ້ມຄອງອາວຸດເສິກ ໃນກຳລັງປ້ອງກັນຄວາມສະຫງົບ

ການປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງອາວຸດເສິກ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການ ຄວບຄຸມ, ຕິດຕາມ ກວດກາ ກ່ຽວກັບການຄົ້ນຄວ້າ ປະດິດ, ຜະລິດ, ສ້ອມແປງ, ປົກປັກຮັກສາ, ຈໍາໜ່າຍ, ຈັດຊື້, ນໍາເຂົ້າ, ສົ່ງອອກ, ກວດພິສູດ, ປະກອບ, ອະນຸຍາດ, ນໍາໃຊ້ ແລະ ທໍາລາຍ ອາວຸດເສິກ ລວມທັງ ຍຸດໂທປະກອນເຕັກນິກ ແລະ ເຄື່ອງມືຊ່ວຍໜູນ ໃນກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ.

ມາດຕາ 14    ການຄຸ້ມຄອງອາວຸດເສິກໃນສັງຄົມ

            ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງອາວຸດເສິກ ທີ່ປະກອບໃຫ້ ກຳລັງປ້ອງກັນຕົວ ແລະ ກຳລັງກອງຫຼອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການ ຂຶ້ນທະບຽນ, ປະກອບ ຫຼື ອະນຸຍາດ ຖື, ນຳໃຊ້ ແລະ ຖອນອາວຸດເສິກ ຕາມລະບຽບການ.

            ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງອາວຸດເສິກ ທີ່ປະກອບໃຫ້ ເຈົ້າໜ້າທີ່ສືບສວນ-ສອບ ສວນ, ກຳລັງປ້ອງກັນພາຍໃນ ແລະ ກຳລັງປ້ອງກັນຕົວສຳນັກງານ ອົງການ, ກຳລັງປ້ອງກັນຄວາມສະຫງົບບ້ານ ແລະ ກຳລັງຮັກສາຄວາມປອດໄພ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການຂຶ້ນທະບຽນ, ປະກອບ ຫຼື ອະນຸຍາດ ຖື, ນໍາໃຊ້ ແລະ ຖອນ ອາວຸດເສິກ ຕາມລະບຽບການ.

ມາດຕາ 15    ເປົ້າໝາຍຈະໄດ້ຮັບອະນຸຍາດປະກອບອາວຸດເສິກ

                 ເປົ້າໝາຍຈະໄດ້ຮັບອະນຸຍາດປະກອບອາວຸດເສີກ ມີ ດັ່ງນີ້:

  1. ກຳລັງປ້ອງກັນຊາດ ແລະ ກຳລັງປ້ອງກັນຄວາມສະຫງົບ;
  2. ເຈົ້າໜ້າທີ່ສືບສວນ-ສອບສວນ;
  3. ກຳລັງປ້ອງກັນພາຍໃນ ແລະ ກຳລັງປ້ອງກັນຕົວ ສຳນັກງານ ອົງການ;
  4. ກຳລັງປ້ອງກັນຕົວ ແລະ ກຳລັງກອງຫຼອນ;
  5. ກຳລັງປ້ອງກັນຄວາມສະຫງົບບ້ານ ແລະ ກຳລັງຮັກສາຄວາມປອດໄພ.

            ສຳລັບ ມາດຕະຖານ ແລະ ເງື່ອນໄຂ ຂອງເປົ້າໝາຍຈະໄດ້ຮັບອະນຸຍາດປະກອບອາວຸດເສິກ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 16    ການນຳໃຊ້ອາວຸດເສິກ

            ອາວຸດເສິກ ໃຫ້ນຳໃຊ້ເຂົ້າໃນການປົກປັກຮັກສາ ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ລວມທັງ ນ່ານນໍ້າ, ນ່ານຟ້າ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ, ປົກປ້ອງ ຊີວິດ, ສຸຂະພາບ, ຊັບສິນ ຂອງ ລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 17    ຄວາມຮັບຜິດຊອບຂອງຜູ້ໄດ້ຮັບການປະກອບພາວຸດເສິກ

                 ຜູ້ໄດ້ຮັບການປະກອບອາວຸດເສີກ ມີຄວາມຮັບຜິດາບ ດັ່ງນີ້:

  1. ນຳໃຊ້ໃຫ້ຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 16 ຂອງກົດໝາຍສະບັບນີ້;
  2. ບົວລະບັດຮັກສາຕາມເຕັກນິກ ແລະ ຄຸນນະພາບຂອງອາວຸດ;
  3. ປົກປັກຮັກສາອາວຸດເສີກ ແລະ ບັດອະນຸຍາດຖືອາວຸດເສິກ ບໍ່ໃຫ້ຕົກເຮ່ຍເສຍຫາຍ;
  4. ສົ່ງອາວຸດ ໃກໍລະນີທີ່ມີການຖອນຄືນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້;
  5. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ຈາກການນໍາໃຊ້ອາວຸດທີ່ບໍ່ຖືກຕ້ອງຂອງຕົນ,

ມາດຕາ 18   ການຖອນຄືນ ແລະ ເກັບກູ້ ອາວຸດເສິກ

                 ອາວຸດເສິກ ຂອງຜູ່ໄດ້ຮັບການປະກອບ ຈະຖືກຖອນ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ໄດ້ຮັບອຸດໜູນບຳນານ ຫຼື ບຳເນັດ;
  2. ເສຍຊີວິດ;
  3. ຖືກລົງວິໄນໄລ່ອອກຈາກກຳລັງປະກອບອາວຸດ;
  4. ໄດ້ຮັບການປະກອບອາວຸດເສິກຊົ່ວຄາວ ພາຍຫຼັງປະຕິບັດຫນ້າທີ່ສຳເລັດ;
  5. ນໍາໃຊ້ອາວຸດເສິກບໍ່ຖືກກັບເປົ້າໝາຍ, ດັດແປງສະພາບເຕັກນິກ ແລະ ຕົກເຮ່ຍເສຍຫາຍແຕ່ສາມາດຊອກຄືນໄດ້;
  6. ອອກຈາກ ການເປັນເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ກໍາລັງອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂອງກົດໝາຍສະບັບນີ້.

            ອາວຸດເສິກ ທີ່ເສື່ອມຄຸນນະພາບ ຫຼື ບໍ່ສາມາດນໍາໃຊ້ໄດ້ ແລະ ອາວຸດເສິກ ທີ່ບໍ່ແມ່ນຂອງເປົ້າໝາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15 ຂອງກົດໝາຍສະບັບນີ້ ຕ້ອງໄດ້ເກັບກູ້.

ມາດຕາ 19    ການນຳເອົາອາວຸດເສິກ ເຂົ້າ-ອອກ ສປປ ລາວ

       ການນຳເອົາອາວຸດເສິກ ເຂົ້າ ສປປ ລາວ ຂອງຕ່າງປະເທດ ເພື່ອປ້ອງກັນການນໍາ ທີ່ມາເຄື່ອນໄຫວ,ຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມກອງປະຊຸມ, ວາງສະແດງ, ຝຶກຊ້ອມ ຫຼື ກິດຈະກໍາອື່ນ ຕ້ອງສະເໜີຜ່ານກະຊວງການຕ່າງປະເທດ ເພື່ອນໍາສະເໜີຕໍ່ກະຊວງປ້ອງກັນປະເທດ ພິຈາລະນາອະນຸຍາດ ບົນພື້ນຖານການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ໃນການກວດກາບັນຊີ ແລະ ອາວຸດເສິກຕົວຈິງ ກ່ອນນຳເຂົ້າ ສປປ ລາວ, ພາຍຜຫຼັງປະຕິບັດໜ້າທີ່ສຳເລັດແລ້ວ ຕ້ອງໄດ້ກວດກາເອົາອາວຸດເສິກທີ່ນໍາເຂົ້າມານັ້ນ ອອກ ສປປ ລາວ ໃຫ້ຄົບຖ້ວນ ຫຼື ປະຕິບັດຕາມການຕົກລົງຂອງສອງລັດທີ່ກ່ຽວຂ້ອງ.

       ການນຳເອົາອາວຸດເສິກ ອອກ ສປປ ລາວ ຂອງເຈົ້າໜ້າທີ່ ເພື່ອປ້ອງກັນການນໍາຂອງປະເທດຕົນ ທີ່ໄປ ເຄື່ອນໄຫວ, ຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມກອງປະຊຸມ, ວາງສະແດງ, ຝຶກຊ້ອມ ຫຼື ກິດຈະກຳອື່ນ ຢູ່ ຕ່າງປະເທດ ຕ້ອງສະເໜີຂໍອະນຸຍາດນໍາອົງການທີ່ມີສິດອໍານາດຂອງປະເທດທີ່ກ່ຽວຂ້ອງ ໂດຍຜ່ານກະຊວງການຕ່າງປະເທດ ແລະ ປະຕິບັດຕາມກົດໝາຍ ຂອງປະເທດທີ່ກ່ຽວຂ້ອງ ພາຍຫຼັງສຳເລັດ ຕ້ອງນໍາກັບຄືນປະເທດ ໃຫ້ຄົບຖ້ວນຕາມຈຳນວນ.

 

ໝວດທີ 3

ການຄຸ້ມຄອງອາວຸດກິລາ

ມາດຕາ 20    ການຄຸ້ມຄອງອາວຸດກິລາ ຂອງກຳລັງປ້ອງກັນຊາດ

            ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງອາວຸດກິລາ ຂອງກຳລັງປ້ອງກັນຊາດ ເປັນຕົ້ນ ປືນ, ລູກກະສູນ ແລະ ອາວຸດກິລາອື່ນ ທີ່ນໍາໃຊ້ເຂົ້າໃນການ ຝຶກຊ້ອມ ແລະ ແຂ່ງຂັນ ກິລາ ທາງການທະຫານ ແລະ ກິລາ ທົ່ວໄປ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການ ນຳເຂົ້າ, ປົກປັກຮັກສາ, ປະກອບ, ອະນຸຍາດນໍາໃຊ້ ແລະ ອື່ນໆ ຕາມລະບຽບການ.

ມາດຕາ 21   ການຄຸ້ມຄອງອາວຸດກິລາ ຂອງກຳລັງປ້ອງກັນຄວາມສະຫງົບ

            ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງອາວຸດກິລາ ເປັນຕົ້ນ ປືນ, ລູກກະສູນ ແລະ ອາວຸດກິລາອື່ນ ທີ່ນຳໃຊ້ເຂົ້າໃນການ ຝຶກຊ້ອມ ແລະ ແຂ່ງຂັນ ກິລາ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ກິລາທົ່ວໄປ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການ ນຳເຂົ້າ, ປົກປັກຮັກສາ, ປະກອບ, ອະນຸຍາດນໍາໃຊ້ ແລະ ອື່ນໆ ຕາມລະບຽບການ.

            ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງອາວຸດກິລາໃນທົ່ວສັງຄົມ ໂດຍປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ເພື່ອມອບໃຫ້ສະຫະພັນກິລາຍິງປືນແຫ່ງຊາດ ເປັນຜູ້ຄຸ້ມຄອງການນໍາໃຊ້ ຕາມລະບຽບການ.

ມາດຕາ 22    ການນຳໃຊ້ອາວຸດກິລາ

            ອາວຸດກິລາ ໃຫ້ນໍາໃຊ້ເຂົ້າໃນການ ຝຶກຊ້ອມ ແລະ ແຂ່ງຂັນ ຕາມກົດລະບຽບຂອງການແຂ່ງຂັນກິລາ ແຕ່ລະປະເພດ ເປັນຕົ້ນ ກິລາຍິງປືນ, ກິລາຍິງທະນູ ແລະ ກິລາຊັດຫຼາວ. ພາຍຫຼັງສິ້ນສຸດການຝຶກຊ້ອມ ແລະ ແຂ່ງຂັນແລ້ວ ໃຫ້ສົ່ງອາວຸດດັ່ງກ່າວ ຄືນໜ່ວຍງານທີ່ຮັບຜິດຊອບ ເພື່ອເກັບຮັກສາໄວ້.

ມາດຕາ 23   ການນຳເອົາອາວຸດກິລາ ເຂົ້າ-ອອກ ສປປ ລາວ

            ການນໍາເອົາອາວຸດກິລາ ເຂົ້າ ສປປ ລາວ ຂອງຕ່າງປະເທດ ເພື່ອເຂົ້າຮ່ວມໃນການ ຝຶກຊ້ອມ ແລະ ແຂ່ງຂັນ, ວາງສະແດງ ຫຼື ກິດຈະກຳອື່ນ ຕ້ອງສະເໜີຜ່ານ ກະຊວງການຕ່າງປະເທດ ເພື່ອນຳສະເໜີຕໍ່ກະຊວງ ປ້ອງກັນປະເທດ ພິຈາລະນາອະນຸຍາດ ບົນພື້ນຖານປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ພາຍຫຼັງສຳເລັດແລ້ວ ຕ້ອງໄດ້ກວດກາເອົາອາວຸດກິລາທີ່ນໍາເຂົ້ານັ້ນ ອອກ ສປປ ລາວ ໃຫ້ຄົບຖ້ວນ ຫຼື ປະຕິບັດຕາມການຕົກລົງຂອງສອງລັດທີ່ກ່ຽວຂ້ອງ.

            ການນໍາເອົາອາວຸດກິລາ ອອກ ສປປ ລາວ ເພື່ອເຂົ້າຮ່ວມໃນການ ຝຶກຊ້ອມ ແລະ ແຂ່ງຂັນ, ວາງສະແດງ ຫຼື ກິດຈະກຳອື່ນ ຢູ່ຕ່າງປະເທດ ຕ້ອງສະເໜີຂໍອະນຸຍາດນຳອົງການທີ່ມີສິດອໍານາດຂອງປະເທດທີ່ກ່ຽວຂ້ອງ ໂດຍຜ່ານກະຊວງການຕ່າງປະເທດ ແລະ ປະຕິບັດຕາມກົດໝາຍ ຂອງປະເທດທີ່ກ່ຽວຂ້ອງ ພາຍຫຼັງສຳເລັດຕ້ອງນຳກັບຄືນປະເທດ ໃຫ້ຄົບຖ້ວນຕາມຈຳນວນ.

            ສຳລັບ ການນຳເຂົ້າ ປືນກິລາ ແລະ ລູກກະສູນ ທຸກປະເພດ ຕ້ອງໄດ້ຂໍອະນຸຍາດນໍາກະຊວງປ້ອງກັນຄວາມສະຫງົບ ຍົກເວັ້ນປືນກິລາທີ່ເປັນອາວຸດເສິກ ຕ້ອງໄດ້ຂໍອະນຸຍາດນຳກະຊວງປ້ອງກັນປະເທດ.

ໝວດທີ 4

ການຄຸ້ມຄອງອາວຸດພື້ນເມືອງ

ມາດຕາ 24   ການຄຸ້ມຄອງອາວຸດພື້ນເມືອງ

                 ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງອາວຸດພື້ນເມືອງ ເປັນຕົ້ນ ປືນແກ່ບ, ປືນເພີງ, ປືນປະດິດ ແລະ ປືນດັດແປງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການ ເກັບກູ້ຄືນ, ຂຶ້ນບັນຊີ, ທໍາລາຍ, ນໍາໃຊ້ ຫຼື ວາງສະແດງ ຕາມລະບຽບການ.

ມາດຕາ 25    ການນຳໃຊ້ອາວຸດພື້ນເມືອງ

            ອາວຸດພື້ນເມືອງ ໃຫ້ນໍາໃຊ້ເຂົ້າໃນການ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາ ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນ ຊີວິດ, ສຸຂະພາບ, ຊັບສິນ ຂອງ ລັດ, ລວມໝູ່ ແລະ ບຸກຄົນ ລວມທັງການນຳໃຊ້ເຂົ້າໃນ ການຜະລິດ, ການດຳລົງຊີວິດປະຈໍາວັນ ແລະ ບໍ່ໃຫ້ນໍາໃຊ້ໃນ ການກະທຳທີ່ເປັນການລະເມີດກົດໝາຍ,

ພາກທີ III

ການຄຸ້ມຄອງວັດຖຸລະເບີດ

ໝວດທີ 1

ປະເພດວັດຖຸລະເບີດ

ມາດຕາ 26    ປະເພດວັດຖຸລະເບີດ

                 ປະເພດວັດຖຸລະເບີດ ມີ ດັ່ງນີ້:

  1. ວັດຖຸລະເບີດທາງການທະຫານ;
  2. ວັດຖຸລະເບີດທາງອຸດສາຫະກຳ.

ມາດຕາ 27   ວັດຖຸລະເບີດທາງການທະຫານ

                 ວັດຖຸລະເບີດທາງການທະຫານ ແມ່ນ ວັດຖຸລະເບີດ ທີ່ນຳໃຊ້ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນ

ຄວາມສະຫງົບ,

ມາດຕາ 28    ວັດຖຸລະເບີດທາງອຸດສາຫະກຳ

            ວັດຖຸລະເບີດທາງອຸດສາຫະກໍາ ແມ່ນ ວັດຖຸລະເບີດ ທີ່ນໍາໃຊ້ເຂົ້າໃນການ ກໍ່ສ້າງໂຄງລ່າງພື້ນຖານ, ຂຸດຄົ້ນແຮ່ທາດ, ສະເຫຼີມສະຫຼອງ ແລະ ວຽກງານອື່ນ.

 

ໝວດທີ 2

ການຄຸ້ມຄອງວັດຖຸລະເບີດທາງການທະຫານ

ມາດຕາ 29    ການຄຸ້ມຄອງວັດຖຸລະເບີດທາງການທະຫານໃນກຳລັງປ້ອງກັນຊາດ

                 ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງວັດຖຸລະເບີດ ໃນຂົງເຂດວຽກງານປ້ອງກັນຊາດ ດ້ວຍການ ຄວບຄຸມ, ຕິດຕາມ ກວດກາ ກ່ຽວກັບການ ຄົ້ນຄວ້າ ປະດິດ, ຜະລິດ, ຈັດຊື້, ເກັບຮັກສາ, ນຳເຂົ້າ, ສົ່ງອອກ, ນຳຜ່ານ, ປະກອບ, ນຳໃຊ້ ແລະ ທຳລາຍ ວັດຖຸລະເບີດ ທີ່ເສື່ອມຄຸນນະພາບ ຢ່າງເຂັ້ມງວດ.

ມາດຕາ 30    ການຄຸ້ມຄອງວັດຖຸລະເບີດທາງການທະຫານ ໃນກຳລັງປ້ອງກັນຄວາມສະຫງົບ

            ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງວັດຖຸລະເບີດ ໃນຂົງເຂດວຽກງານປ້ອງກັນຄວາມສະ ຫງົບ ດ້ວຍການ ຄວບຄຸມ, ຕິດຕາມ ກວດກາ ກ່ຽວກັບການ ຈັດຊື້, ເກັບຮັກສາ, ນຳເຂົ້າ, ປະກອບ, ນຳໃຊ້ ແລະ ທຳລາຍ ວັດຖຸລະເບີດ ທີ່ເສື່ອມຄຸນນະພາບ ຢ່າງເຂັ້ມງວດ.

ມາດຕາ 31    ການນຳໃຊ້ວັດຖຸລະເບີດທາງການທະຫານ

          ວັດຖຸລະເບີດທາງການທະຫານ ໃຫ້ນໍາໃຊ້ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປະຕິບັດໜ້າທີ່ ປົກປັກຮັກສາ ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງ ນ່ານນໍ້າ ແລະ ນ່ານຟ້າ, ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ໝວດທີ 3

ການຄຸ້ມຄອງວັດຖຸລະເບີດທາງອຸດສາຫະກໍາ

ມາດຕາ 32    ການຄຸ້ມຄອງວັດຖຸລະເບີດທາງອຸດສາຫະກຳ

            ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງວັດຖຸລະເບີດທາງອຸດສາຫະກຳ ດ້ວຍການ ຄວບຄຸມ, ຕິດຕາມກວດກາ, ເກັບກຳບັນຊີ ແລະ ອະນຸຍາດ ກ່ຽວກັບການ ຜະລິດ, ເກັບຮັກສາ, ຂົນສົ່ງ ແລະ ເຄື່ອນຍ້າຍ, ຈຳໜ່າຍ ແລະ ຈັດຊື້, ນຳໃຊ້, ນຳເຂົ້າ, ສົ່ງອອກ, ນຳຜ່ານ ແລະ ທຳລາຍ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຂອງຊາດ.

            ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ ຄວບຄຸມ, ຕິດຕາມ ກວດກາ ແລະ ເກັບກຳບັນຊີ ກ່ຽວກັບ ການນໍາໃຊ້ວັດຖຸລະເບີດທາງອຸດສາຫະກໍາ ຂອງ ນິຕິບຸກຄົນ ແລະ ການຈັດຕັ້ງ.

ມາດຕາ 33   ການຜະລິດວັດຖຸລະເບີດທາງອຸດສາຫະກຳ

            ການຜະລິດວັດຖຸລະເບີດທາງອຸດສາຫະກໍາ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ, ຄວາມປອດໄພ ຂອງການຜະລິດ ຕາມລະບຽບການຂອງກະຊວງປ້ອງກັນປະເທດ, ກົດໝາຍທີ່ກ່ຽວຂ້ອງ ແລະ ຮັບປະກັນຄຸນ ນະພາບຂອງຜະລິດຕະພັນ ໃຫ້ໄດ້ຕາມມາດຕະຖານທີ່ກຳນົດໄວ້.

 

ມາດຕາ 34    ການເກັບຮັກສາວັດຖຸລະເບີດທາງອຸດສາຫະກໍາ

              ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ຜະລິດ, ນໍາເຂົ້າ, ຈໍາໜ່າຍ ແລະ ນໍາໃຊ້ ວັດຖຸລະເບີດທາງອຸດສາຫະກໍາ ຕ້ອງເກັບຮັກສາໄວ້ໃນສາງທີ່ໄດ້ມາດຕະຖານຄວາມປອດໄພ, ຕັ້ງຢູ່ຫ່າງໄກຈາກຊຸມຊົນ ຕາມລະບຽບການຂອງກະຊວງປ້ອງກັນປະເທດ.

ມາດຕາ 35   ການຂົນສົ່ງ ແລະ ການເຄື່ອນຍ້າຍວັດຖຸລະເບີດທາງອຸດສາຫະກຳ

            ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ຂົນສົ່ງ ແລະ ເຄື່ອນຍ້າຍວັດຖຸລະເບີດທາງອຸດສາຫະກໍາຕ້ອງໄດ້ຂໍອະນຸຍາດນໍາກະຊວງປ້ອງກັນປະເທດ.

            ການຂົນສົ່ງ ແລະ ເຄື່ອນຍ້າຍ ວັດຖຸລະເບີດທາງອຸດສາຫະກຳ ຕ້ອງຮັບປະກັນຄວາມປອດໄພ, ນໍາໃຊ້ພາ ຫະນະສະເພາະ, ມີບຸກຄະລາກອນທີ່ຊຳນານງານ, ຂົນສົ່ງ ແລະ ເຄື່ອນຍ້າຍ ຕາມເສັ້ນທາງທີ່ກໍານົດ, ມີລົດເປີດທາງ, ຮັກສາໄລຍະຫ່າງ, ຄວາມໄວ, ຈອດຕາມສະຖານທີ່ກໍານົດ ແລະ ປະຕິບັດຕາມລະບຽບການຂອງກະຊວງປ້ອງກັນປະເທດ.

ມາດຕາ 36    ການຈໍາໜ່າຍ ແລະ ຈັດຊື້ ວັດຖຸລະເບີດທາງອຸດສາຫະກໍາ

            ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ຈຳໜ່າຍ ແລະ ຈັດຊື້ ວັດຖຸລະເບີດທາງອຸດສາຫະກຳ ຕ້ອງໄດ້ຂໍອະນຸຍາດນຳກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 37   ການນຳໃຊ້ວັດຖຸລະເບີດທາງອຸດສາຫະກຳ

            ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນຳໃຊ້ວັດຖຸລະເບີດທາງອຸດສາຫະກໍາ ຕ້ອງຂໍອະນຸຍາດນຳ ກະຊວງປ້ອງກັນປະເທດ. ໃນເວລາມີການນໍາໃຊ້ ຕ້ອງແຈ້ງໃຫ້ຊຸມຊົນ, ມີລະບົບເຕືອນໄພ, ມາດຕະການປ້ອງກັນຄວາມປອດໄພ ແລະ ປະຕິບັດຕາມລະບຽບການ ຂອງກະຊວງປ້ອງກັນປະເທດ.

            ການນໍາໃຊ້ວັດຖຸລະເບີດ ທີ່ເປັນດອກໄມ້ໄຟ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຕ່າງໆຂອງຊາດ ໃຫ້ຂໍອະ

ນຸຍາດນໍາກະຊວງປ້ອງກັນປະເທດ, ສໍາລັບ ງານບຸນປະເພນີ ແລະ ງານເທດສະການຕ່າງໆ ໃຫ້ຂໍອະນຸຍາດນໍາຂະ        ແໜງການປ້ອງກັນຄວາມສະຫງົບ.

ມາດຕາ 38   ການນຳເຂົ້າ, ສົ່ງອອກ ວັດຖຸລະເບີດທາງອຸດສາຫະກຳ

                 ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ນຳເຂົ້າ, ສົ່ງອອກ ວັດຖຸລະເບີດທາງອຸດສາຫະກຳ ຕ້ອງໄດ້ຂໍອະນຸຍາດນຳກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 39    ການນຳວັດຖຸລະເບີດທາງອຸດສາຫະກຳ ຜ່ານ ສປປ ລາວ

            ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ນຳວັດຖຸລະເບີດທາງອຸດ ສາຫະກຳ ຜ່ານ ສປປ ລາວ ຕ້ອງໄດ້ຂໍອະນຸຍາດນໍາກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມມາດຕາ 35 ຂອງກົດໝາຍສະບັບນີ້.

ມາດຕາ 40   ການທຳລາຍວັດຖຸລະເບີດທາງອຸດສາຫະກຳ

            ວັດຖຸລະເບີດທາງອຸດສາຫະກໍາ ທີ່ເສື່ອມຄຸນນະພາບ, ໝົດອາຍຸການນໍາໃຊ້ ລວມທັງສິ່ງເສດເຫຼືອຂອງວັດຖຸລະເບີດດັ່ງກ່າວ ຕ້ອງໄດ້ຮັບການທຳລາຍ ຕາມລະບຽບການ.

            ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງທຳລາຍວັດຖຸລະເບີດທາງອຸດສາຫະກໍາ ຕາມທີ່ໄດ້ກໍານົດ ໄວ້ໃນວັກທີໜຶ່ງຂອງມາດຕານີ້ ຕ້ອງຂໍອະນຸຍາດນໍາກະຊວງປ້ອງກັນປະເທດ ແລະ ມີການຕິດຕາມ ກວດກາຂອງຂະ    ແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍໃນການທໍາລາຍ.

ພາກທີ IV

ການດຳເນີນທຸລະກິດກ່ຽວກັບ ອາວຸດ ເເລະ ວັດຖຸລະເບີດ

ມາດຕາ 41   ການດຳເນີນກ່ຽວກັບ ອາວຸດ ເເລະ ວັດຖຸລະເບີດ

ການດຳເນີນທຸລະກິດກ່ຽວກັບ ອາວຸດ ເເລະ ວັດຖຸລະເບີດ ເເມ່ນ ການເຄື່ອນໄຫວ ຜະລິດ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ເເລະ ບໍລິການຊີເຈາະຈຸດລະເບີດ.

ນິຕິບຸກຄົນ ເເລະ ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ຕ້ອງອະນຸຍາດດຳເນີນທຸລະກິດນຳກະຊວງປ້ອງກັນປະເທດ ເເລະ ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທືນ ເເລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ສຳລັບການດຳເນີນທຸລະກິດ ກ່ຽວກັບ ອາວຸດ ເເລະ ວັດຖຸລະເບີດທາງການທະຫານ ໃຫ້ປະຕິບັດຕາມລະບຽບການ ຂອງກະຊວງປ້ອງກັນປະເທດ.

ມາດຕາ 42   ເງື່ອນໄຂການຂໍອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

          ການຂໍອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:

  1. ໃບທະບຽນວະສາຫະກິດ ເເລະ ໃບອະນຸຍາດການລົງທືນ;
  2. ບຸກຄະລາກອນ ທີ່ຊຳນສນງານ ກ່ຽວກັບວັດຖຸລະເບີດ;
  3. ຜູ້ຂໍລົງທືນ ປະຫວັດຈະເເຈ້ງ ເເລະ ທືນທີ່ເໝາະສົມ ກັບປະເພດທຸລະກິດ;
  4. ແຜນປະກອບພາຫະນະ,ກົນຈັກ,ມີສະຖານທີ່ຕັ້ງທີ່ເໝາະສົມ;
  5. ເງື່ອນໄຂອື່ນ ຕາມເເຕ່ລະປະເພດທຸລະກິດທີ ກະຊວງປ້ອງກັນປະເທດກຳນົດ.

ມາດຕາ 43   ການຂໍອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ຕ້ອງຍືນຄຳຮ້ອງພ້ອມດ້ວຍເອກະສານປະກອບ ຕໍ່ ກະຊວງປ້ອງກັນປະເທດ ດັ່ງນີ້:

  1. ສຳເນົາ,ໃບທະບຽນວິສາຫະກິດ ເເລະ ໃບທະບຽນລົງທຶນ;
  2. ບົດວິພາກເສດຖະກິດ-ເຕັກນິກ;
  3. ເອກະສານກ່ຽວກັບຖະນາການເງີນ;
  4. ເອກະສານກ່ຽວກັບຂໍ້ມູນຄວາມປອດໄພຂອງວັດຖຸລະເບີດທາງອຸດສາຫະກຳ;
  5. ແຜນປ້ອງກັນ ເເລະ ແກ້ໄຂອຸປະຕິເຫດ;
  6. ເອກະສານອື່ນ ຕາມການກຳນົດຂອງກະຊວງປ້ອງກັນປະເທດ.

ມາດຕາ 44   ການອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

          ພາຍຫຼັງໄດ້ຮັບຄຳຮ້ອງ ເເລະ ເອກະສານປະກອບເເລ້ວ ກະຊວງປ້ອງກັນປະເທດ ຕ້ອງພິຈາລະນາອະນຸຍາດດຳເນີນທຸລະກິດ ພາຍໃນເວລາ 45 ວັນ ນັບເເຕ່ວັນໄດ້ເອກະສານຄົບຖ້ວນ ເເລະ ຖືກຕ້ອງເປັນຕົ້ນ.ໃນກໍລະນີບໍ່ເຫັນດີ ຕ້ອງເເຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງຂໍ ພ້ອມດ້ວຍເຫດຜົນ ພາຍໃນເວລາດັ່ງກ່າວ.

ມາດຕາ 45   ອາຍຸການຂອງໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

            ໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ມີອາຍຸການບໍ່ໃຫ້ເກີນ ສາມປີຕາມເເຕ່ລະປະເພດທຸລະກິດ ເເລະ ສາມາດຕໍ່ໄດ້.

ມາດຕາ 46    ການໂຈະການດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

              ການດຳເນີນທຸລະກິດ ກາຍວກັບວັດຖຸລະເບີດທາງອຸດສາຫະກຳ ຈະຖືກໂຈະ ໃນກໍລະນີໃດໜື່ງ ດັ່ງນີ້:

  1. ດຳເນີນທຸລະກິດບໍ່ຖືກຕ້ອງຕາມ ຈຸດປະສົງ ເເລະ ເປົ້າໝາຍ ທີ່ໄດ້ຮັບການອະນຸຍາດ;
  2. ສ້າງຄວາມເສຍຫາຍຕໍ່ ເສດຖະກິດ-ສັງຄົມ ເເລະ ສີ່ງເເວດລ້ອມ;
  3. ບໍ່ປະຕິບັດພັນທະທາງການເງີນ;
  4. ບໍ່ປະຕິບັດຕາມແຜນການປ້ອງກັນ ເເລະ ແກ້ໄຂອຸປະຕິເຫດ;
  5. ມີການລະເມີດ ກົດໝາຍ ເເລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 47    ການຖອນໃບອະນຸຍາດດຳເນີນກົດໝາຍ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

ໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບິດທາງອຸດສາຫະກຳ ຈະຖືກຖອນ ໃນກໍລະນີໃດໜື່ງດັ່ງນີ້:

  1. ບໍ່ປັບປຸງແກ້ໄຂ ຕາມສາເຫດທີ່ມີການໂຈະ ພາຍລັງທີ່ໄດ້ມີການເເຈ້ງເຕືອນເເລ້ວ;
  2. ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ເສດຖະກິດ-ສັງຄົມ ສີ່ງເເວດລ້ອມ ເເລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
  3. ລະເມີດ,ກົດໝາຍ ເເລະ ລະບຽບການ ທີ່ກ່ຽວຂ້ອງຢ່າງຮ້າຍເເຮງ.

ມາດຕາ 48    ສິດຂອງຜູ້ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

              ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ມີສິດ ດັ່ງນີ້:

  1. ເຄື່ອນໄຫວຕາມການອະນຸຍາດໃຫ້ດຳເນີນທຸລະກິດ;
  2. ໄດ້ຮັບການປົກປ້ອງສິດ ເເລະ ຜົນປະໂຫຍດອັນຊອບທຳຂອງຕົນ ຕາມກົດໝາຍ ເເລະ ລະບຽບການທີ່ກ່ຽວຂ້ອງ;
  3. ສະເໜີໂຈະ ຫຼື ຢຸດເຊົາການດຳເນີນທຸລະກິດຂອງຕົນ;
  4. ໄດ້ຮັບຂໍ້ມູນ ຂ່າວສານ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ;
  5. ຮ້ອງທຸກກ່ຽວກັບການລະເມີດສິດຂອງຕົນ ໃນການດຳເນີນທຸລະກິດ;
  6. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 49    ພັນທະຂອງຜູ້ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

              ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ກ່ຍວກັບວັດຖຸລະເບີດທາງອຸດສາຫະກຳ ມີພັນທະ ດັ່ງນີ້:/

  1. ເຄົາລົບ ເເລະ ປະຕິບັດກົດໝາຍ ເເລະ ລະບຽບການ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳຢ່າງເຂັ້ມງວດ;
  2. ເສຍ,ພາສີ ອາກອນ ເເລະ ປະຕິບັດພັນທະອື່ນ ໃຫ້ແກ່ລັດຕາມກົດໝາຍ ເເລະ ລະບຽບການ;
  3. ສ້າງຕັ້ງໜ່ວຍງານຄຸ້ມຄອງວຽກງານ ວັດຖຸລະເບີດທາງອຸດສາຫະກຳ;
  4. ຝືກອົບຮົມຄວາມຮູ້ດ້ານຄວາມປອດໄພ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ໃຫ້ພະນັກງານ ເເລະ ກຳມະກອນໃນຫົວໜ່ວຍທຸລະກິດຂອງຕົນ;
  5. ສ້າງແຜນການນຳໃຊ້ວັດຖຸລະເບິດທາງອຸດສາຫະກຳປະຈຳປີ;
  6. ສ້າງ ເເລະ ພັດທະນາແຜນປ້ອງກັນ ເເລະ ມາດຕະການແກ້ໄຂອຸປະຕິເຫດ;
  7. ເກັບຮັກສາ ເເລະ ສ້າງຖານຂໍ້ມູນ ກ່ຽວກັບວັດຖຸລະເບິດທາງອຸດສາຫະກຳ;
  8. ສະໜອງຂໍ້ມູນ ເເລະ ຄຳເເນະນຳດ້ານຄວາມປອດໄພ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ;
  9. ທຳລາຍວັດຖຸລະເບີດທາງອຸດສາຫະກຳ ທີ່ເສື່ອມຄຸນນະພາບ ໜົດອາຍຸການນຳໃຊ້ ເເລະ ສີ່ງເສດເຫຼືອຂອງວັດຖຸລະເບີດດັ່ງກ່າວ;
  10. ຮຽກຄືນ ຜະລິດຕະພັນວັດຖຸລະເບີດທາງອຸດສາຫະກຳ ທີ່ບໍ່ໄດ້ມາດຕາຖານ;
  11. ເກັບກຸ້ ເເລະ ສົ່ງຄືນ ວັດຖຸລະເບີດ ທີ່ເຫຼືອໃຊ້ຢູ່ໃນໂຄງການ;
  12. ຮັບຜິດຊອບຕໍ່ຜົນເສຍຫາຍ ເເລະ ຄ່າໃຊ້ຈ່າຍທັງໜົດທີ່ເກີດຈາກການດຳເນີນທຸລະກິດຂອງຕົນ;
  13. ອຳນວຍຄວາມສະດວກແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນການປະຕິບັດໜ້າທີ່;
  14. ສະຫຼຸບ ເເລະ ລາຍງານການດຳເນີນທຸລະກິດຂອງຕົນ ໃນຂະເເໜງການທີ່ກ່ຽວຂ້ອງ ຢ່າງປົກກະຕິ;
  15. ປະຕິຍັດພັນທະອື່ນ ຕາມທີີ່ໄດ້ກຳນົດໄວ້ໃນກົດໝາຍ.

ພາກທີ V

ຂໍ້ຫ້າມ

ມາດຕາ 50    ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ,ນິຕິບຸກຄົນ ເເລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ຊໍື້ ຂາຍ ເເລກປ່ຽນ ນຳເຂົ້າ-ສົ່ງອອກ, ຊຸກເຄື່ອງ, ຄອບຄອງ, ນຳໃຊ້ ທຳລາຍ ອາວຸດ ເເລະ ວັດຖຸລະເບີດໂດຍບໍ່ໄດ້ຮັບອະນຸຍາດ;
  2. ນຳໃຊ້ ອາວຸດ ເເລະ ວັດຖຸລະເບີດ ເຂົ້າໃນການລ່າ ສັດປ່າ ສັດນ້ຳ ເເລະ ອື່ນໆ;
  3. ນຳໃຊ້ອາວຸດພື້ນເມືອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ;
  4. ດຳເນີນທຸລະກິດ ກ່ຽວກັບອາວຸດ ເເລະ ວັດຖຸລະເບີດ ໂດຍບໍ່ໄດ້ຮັບອະນຸຍາດ;
  5. ນຳເຂົ້າ, ນຳໃຊ້ ຫຼື ມີໄວ້ຄອບຄອງ ວັດຖຸລະເບີດ ອາວຸດເຄມີ ຊີວະພາບ ເເລະ ນິວເຄຼຍ;
  6. ນຳເຂົ້າ,ສົ່ງອອກ,ຈຳໜ່າຍ ເເລະ ນຳໃຊ້ ດອກໄມ້ໄຟ ໂດຍບໍ່ໄດ້ຮັບອະນຸຍາດ;
  7. ປະດິດ, ດັດແປງສະພາບເຕັກນິກ, ຮູບຮ່າງ ສີ ເເລະ ໂຄງປະກອບຂອງ ອາວຸດ ທຸກຊະນິດ ເເລະ ວັດຖຸລະເບີດ ໂດຍບໍ່ໄດ້ຮັບອະນຸຍາດ;
  8. ສ້າງອຸປະສັກ ຫຼື ຂັດຂວາງ ການປະຕິບັດໜ້າທີ່ ຂອງເຈ້ົ້າຂອງໜ້າທີ່ ທີ່ຮັບຜິດຊອບວຽກງານຄຸ້ມຄອງ ອາວຸດ ເເລະ ວັດຖຸລະເບີດ;
  9. ປອມເເປງ ເເລະ ທຳລາຍ ເອກະສານ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ເເລະ ວັດຖຸລະເບີດ;
  10. ຖືອາວຸດທຸກປະເພດ ເຂົ້າໃນສະຖານທີ່ສາທາລະນະ ໂດຍບໍ່ໄດ້ຮັບອະນຸຍາດ;
  11. ໃຫ້ສີນບົນແກ່ ເຈົ້າໜ້າທີ່ ຫຼື ພະນັກງານທີ່ກ່ຽວຂ້ອງ;
  12. ລັກລອບ ນຳເຂົ້າ, ຊື້ ຂາຍ ຊີ້ນສ່ວນຕ່າງໆ ທີ່ສາມາດນຳມາປະຕິບັດເປັນ ອາວຸດ ເເລະ ວັດຖຸລະເບີດ;
  13. ຊື້ຂາຍ ນຳເຂົ້າ-ສົ່ງອອກ ຄອບຄອງ ເຄື່ອງມືຊ່ວຍໜູນ ໂດຍບໍ່ໄດ້ຮັບອະນຸຍາດ;
  14. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 51   ຂໍ້ຫ້າມ ສຳລັບຜູ້ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ

ຫ້າມຜູ້ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບິດທາງອຸດສາຫະກຳ ມີພຶດຕິກຳ ດັ່ງນີ້:

  1. ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ດຳເນີນການຜະລິດ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ, ຈຳໜ່າຍ ເເລະ ນຳໃຊ້ ວັດຖຸລະເບິດທາງອຸດສາຫະກຳ ໂດຍບໍ່ຖືກຕ້ອງຕມຈຸດປະສົງ ທີ່ໄດ້ຮັບອະນຸຍາດ;
  3. ດຳເນີນທຸລະກິດ່ກຽວກັບວັດຖຸລະເບິດທາງອຸດສາຫະກຳ ທີ່ສ້າງຜົນກະທົບ ຕໍ່ ຊີວິດ ສຸຂະພາບຂອງຄົນ, ສັດ, ພືດ ຊັບສີນ ເເລະ ສີ່ງເເວດລ້ອມ;
  4. ສວຍໃຊ້ການດຳເນີນທຸລະກິດ ເພື່ອເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ເເລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ;
  5. ຂົນສົ່ງ ເເລະ ເຄື່ແນຍ້າຍ ວັດຖຸລະເບີດທາງອຸດສາຫະກຳ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ຢຸດຈອດຕສມຈຸດທີ່ບໍ່ໄດ້ອະນຸຍາດ;
  6. ຖີ້ມ ຫຼື ທຳລາຍ ສີ່ງເສດເຫຼືອຂອງ ວັດຖຸລະເບິດທາງອຸດສາຫະກຳ ໂດຍບໍ່ໄດ້ຮັບອະນຸຍາດ;
  7. ເອົາໃບອະນຸຍາດ ໄປຄ້ຳປະກັນ ຫຼື ປະກອບເປັນຮຸ້ນ ໃຫ້ຜູ້ອື່ນ ຢືມ ຫຼື ເຊົ່າ, ໂອນ ຫຼື ຂາຍ ໃຫ້ຜູ້ອື່ນ;
  8. ໃຫ້ສີນບົນແກ່ ເຈົ້າໜ້າທີ່ ເເລະ ພະນັກງານ ທີ່ຮັບຜິດຊອບວຽກງານຄຸ້ມຄອງວັດຖຸລະເບີດທາງອຸດສາຫະກຳ;
  9. ໃຊ້ຄວາມຮຸນເເຮງ ຫຼື ສວບໃຊ້ໜ້າທີ ຕຳເເໜ່ງຂອງຜູ້ມີິສີດໃນການຄຸ້ມຄອງ ວັດຖຸລະເບີດທາງອຸດສາຫະກຳ ເພື່ອນາບຂູ່ເຈົ້າໜ້າທີ່ ຫຼື ພະນັກງານ ທີ່ກ່ຽວຂ້ອງ;
  10. ປອມເເປງ ເເລະ ທຳລາຍ ເອກະສານກ່ຽວກັບວຽກງານຄຸ້ມຄອງ ວັດຖຸລະເບີດທາງອຸດສາຫະກຳ;
  11. ປົກປິດ, ເຊື່ອງອຳ, ຫຼື ເເຈ້ງຂໍ້ມູນ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ ຕໍ່ເຈົ້າໜ້າທີ່ໂດຍບໍ່ຖືກຕ້ອງ;
  12. ມີພືດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ

ມາດຕາ 52    ຂໍ້ຫ້າມ ສຳລັບເຈົ້າໜ້າທີ ຫຼື ພະນັກງານທີ່ກ່ຽວຂ້ອງ

              ຫ້າມເຈົ້າໜ້າທີ ຫຼື ພະນັກງານ ທີ່ກ່ຽວຂ້ແງ ມີພຶດຕິກຳ ດັ່ງນີ້:

  1. ສວຍໃຊ້ ສິດ, ໜ້າທີ່, ຕຳເເໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ເເລະ ໃຫ້ພັກພວກຂອງຕົນ;
  2. ທວງເອົາ, ຂໍເອົາ, ຮັບເອົາ ສີນບົນ ຫຼື ຫາຜົນປະຟຫຍດອື່ນ ໂດຍບໍ່ຖືກຕ້ອງ;
  3. ກົດໜ່ວງ,ຖ່ວງດືງ ເເລະ ແກ່ຍາວເວລາໃນການພິຈາລະນາເອກະສາ່ນກ່ຽວກັບການຄຸ້ມຄອງອາວຸດ ເເລະ ວັດຖຸລະເບິດ;
  4. ຊື້ ຂາຍ, ປະກອບ ເເລະ ນຳໃຊ້ ອາວຸດ ເເລະ ວັດຖຸລະເບີດ ໂດຍບໍ່ໄດ້ຮັບອະນຸຍາດ;
  5. ປອງແປງ ເລະ ທຳລາຍ ເອກະສານ ກ່ຽວກັບການຄຸ້ມຄອງ ອາວຸດ ເເລະ ວັດຖຸລະເບີດ;
  6. ປົກປິດ, ເຊື່ອງອຳ, ບໍ່ເເຈ້ງ ຫຼື ເເຈ້ງ ບັນຊີ ກ່ຽວກັບ ອາວຸດ ເເລະ ວັັດຖຸລະເບີດ ທີ່ເກີດຂື້ນ;
  7. ປະລະໜ້າທີ ເເລະ/ຫຼື ເມີນເສີຍຕໍ່ເຫດການສຸກເສີນ ກ່ຽວກັບອາວຸດ ເເລະ ວັດຖຸລະເບີດທີ່ເກີດຂື້ນ;
  8. ເປີດເຜີຍຄວາມລັັບ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ເເລະ ວັດຖຸລະເບິດ;
  9. ອອກໃບອະນຸຍາດນຳໃຊ້ອາວຸດເສິກ ໃຫ້ຜູ້ບໍ່ເເມ່ນເປົ້າໝາຍ ໄດ້ຮັບອະນຸຍາດປະກອບອາວຸດເສີກ;
  10. ເອົາຊີ້ນສ່ວນຂອງອາວຸດ ເເລະ ວັດຖຸລະເບີດ ໄປແລກປ່ຽນ ຊື້ ຂາຍ ເເລະ ຍຸບ ຫຼື ທຳລາຍໂດຍບໍ່ໄດ້ຮັບອະນຸຍາດ;
  11. ມິພືດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 53    ຂໍ້້ຫ້າມ ສຳລັບຜູ້ໄດ້ຮັບອະນຸຍາດປະກອບອາວຸດ

ຫ້າມ ຜູ້ໄດ້ຮັບອະນຸຍາດປະກອບອາວຸດ ມີພືດຕິກຳ ດັ່ງນີ້:

  1. ເອົາອາວຸດໃຫ້ບຸກຄົນໃນຄອບຄົວ ຫຼື ບຸກຄົນອື່ນ ຢືມ, ນຳໃຊ້, ມອບ-ໂອນ, ເເລກປ່ຽນ, ຊື້ ຂາຍ, ຈຳນຳ ເເລະ ຈຳນອງ;
  2. ນຳໃໍຊ້ອາວຸດບັງຄົບ ເເລະ ນາບຂູ່ ບຸກຄົນອື່ນ;
  3. ນຳໃຊ້ອາວຸດກໍ່ ຄວາມບ່ໍ່ສະຫງົບ ເເລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ;
  4. ພົກພາ ຫຼື ຖື ອາວຸດ ທຸກປະເພດ ເຂົ້າໃນສະຖານທີ່ສາທາລະນະ ໂດຍບໍ່ໄດ້ຮັບອະນຸຍາດ;
  5. ດັດແປງສະພາບເຕັກນິກ, ຮູບຮ່າງ, ສີ ເເລະ ໂຄງປະກອບ ອາວຸດ
  6. ເອົາຊີ້ນສ່ວນຂອງອາວຸດ ໄປແລກປ່ຽນ ຊື້, ຂາຍ, ຍຸບ ຫຼື ທຳລາຍໂດຍບໍ່ໄດ້ຮັບອະນຸຍາດ;
  7. ນຳເອົາອາວຸດປືນກິລາ ໄປນຳໃຊ້ນອກສະຖານທີຝຶກຊ້ອມ ຫຼື ສະຖານທີ່ເເຂ່ງຂັນ;
  8. ປະອາວຸດ ໃນເວລາປະຕິບັດໜ້າທີ ຫຼື ເວລາສູ້ຮົບ;
  9. ປອມແປງເອກະສານ ອະນຸຍາດນຳໃຊ້ອາວຸດ;
  10. ນຳໃຊ້ອາວຸດເສີກ ເຂົ້າໃນການລ່າ ສັດປ່າ, ສັດນ້ຳ ເເລະ ອື່ນໆ;
  11. ມີພຶດຕິກຳ ທີ່ເປັນການລະເມີດກົດໝາຍ.

ພາກທີ VI

ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1

ການຄຸ້ມຄອງວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

ມາດຕາ 54    ອົງການຄຸ້ມຄອງວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

           ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

           ອົງການຄຸ້ມຄອງວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ປະກອບດ້ວຍ:

  1. ກະຊວງປ້ອງກັນປະເທດ;
  2. ກະຊວງປ້ອງກັນຄວາມສະຫງົບ.

ມາດຕາ 55   ສິດ ແລະ ໜ້າທີ່ ຂອງກະຊວງປ້ອງກັນປະເທດ

                 ໃນການຄຸ້ມຄອງວຽກງານອາວຸດ ແລະ ວັດຖຸລະເບີດ ກະຊວງປ້ອງກັນປະເທດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ກົດໝາຍ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານຄຸ້ມຄອງ ອາວຸດແລະ ວັດຖຸລະເບີດ ເພື່ອສະເໜີລັດຖະບານພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ກົດໝາຍ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານຄຸ້ມຄອງ ອາວຸດແລະ ວັດຖຸລະເບີດ ມາເປັນແຜນການ, ແຜນງານ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດ;
  3. ໂຄສະນາ ເຜີຍແຜ່ກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ;
  4. ປ້ອງກັນ, ສະກັດກັ້ນ ແລະ ຕ້ານ ການກໍ່ອາຊະຍາກຳ ແລະ ການ ຊື້ ຂາຍ ອາວຸດ ແລະ ວັດຖຸລະ ເປີດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ທຸກຮູບແບບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  5. ອະນຸຍາດ, ໂຈະ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບ ອາວຸດ ແລະ ວັດຖຸລະເບີດ;
  6. ອະນຸຍາດນໍາໃຊ້ດອກໄມ້ໄຟ ເຂົ້າໃນການ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ;
  7. ຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດໃນທົ່ວກຳລັງປ້ອງກັນຊາດ;
  8. ຊີ້ນຳ ການປະກອບ ແລະ ການນຳໃຊ້ ອາວຸດ ໃນທົ່ວກຳລັງປ້ອງກັນຊາດ;
  9. ເກັບກໍາ, ທ້ອນໂຮມ, ສັງລວມ, ຂຶ້ນບັນຊີ ກ່ຽວກັບອາວຸດເສິກ, ອາວຸດກິລາ ແລະ ອາວຸດພື້ນເມືອງ ໃນທົ່ວກຳລັງປ້ອງກັນຊາດ ລວມທັງ ວັດຖຸລະເບີດທາງອຸດສາຫະກໍາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  10. ດໍາເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີ ຕາມກົດໝາຍ ຕໍ່ກຳລັງປ້ອງກັນຊາດ ທີ່ນໍາໃຊ້ອາວຸດ ແລະ ວັດຖຸລະເບີດ ທີ່ເປັນການລະເມີດກົດໝາຍ ໂດຍສະເພາະການກະທຳຜິດທາງການທະຫານ ຊຶ່ງແຕະຕ້ອງເຖິງ ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ;
  11. ນໍາໃຊ້ມາດຕະການສະກັດກັ້ນ ແລະ ດໍາເນີນການສືບສວນ-ສອບສວນເບື້ອງຕົ້ນ ກ່ຽວກັບການ ນໍາໃຊ້ ອາວຸດ ແລະ ວັດຖຸລະເບີດ ຂອງບຸກຄົນອື່ນ ທີ່ລະເມີດກົດໝາຍ ຫຼື ສົ່ງຜົນກະທົບ ຕໍ່ ຊີວິດ ແລະ ຊັບສິນ ຂອງພົນລະເມືອງ ເພື່ອສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າຫນ້າທີ່ຕຳຫຼວດ ດຳເນີນຄະດີຕາມກົດໝາຍ;
  12. ຄຸ້ມຄອງ, ຕິດຕາມກວດກາ ບັນດາຫົວໜ່ວຍທຸລະກິດ ກ່ຽວກັບວັດຖຸລະເບີດທາງອຸດສາຫະກຳ;
  13. ຝຶກອົບຮົມ, ບຳລຸງ, ຍົກລະດັບ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
  14. ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງ, ອົງການ ແລະ ອົງການປົກຄອງ

ຫ້ອງຖິ່ນທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ;

  1. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ລະ ວັດຖຸລະເບີດ;
  2. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ຕໍ່ລັດຖະບານ;
  3. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 56    ສິດ ແລະ ໜ້າທີ່ ຂອງກະຊວງປ້ອງກັນຄວາມສະຫງົບໜ້າທີ່ ດັ່ງນີ້

           ໃນການຄຸ້ມຄອງວຽກງານ ອາວຸດ ແລະ ວັດຖຸລະເບີດ ກະຊວງປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ກົດໝາຍ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານຄຸ້ມຄອງ ອາວຸດແລະ ວັດຖຸລະເບີດ ເພື່ອສະເໜີລັດຖະບານພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ກົດໝາຍ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານຄຸ້ມຄອງ ອາວຸດແລະ ວັດຖຸລະເບີດ ມາເປັນແຜນການ, ແຜນງານ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດ;
  3. ໂຄສະນາ ເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ;
  4. ປ້ອງກັນ, ສະກັດກັ້ນ ແລະ ຕ້ານການກໍ່ອາຊະຍາກໍາ ແລະ ການຊື້ ຂາຍ ອາວຸດ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ທຸກຮູບແບບ ໃນສັງຄົມ;
  5. ຄວບຄຸມ, ຕິດຕາມ ກວດກາ ການຜະລິດ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ, ຈຳໜ່າຍ ແລະ ນໍາໃຊ້ ອາວຸດ ແລະ ວັດຖຸລະເບີດ ພ້ອມທັງນຳໃຊ້ມາດຕະການແກ້ໄຂຕາມ ກົດໝາຍ ແລະ ລະບຽບການ ໃນກໍລະນີມີ ການລະເມີດ;
  6. ຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ສັງຄົມ;
  7. ຊີ້ນໍາການປະກອບ ແລະ ການນໍາໃຊ້ ອາວຸດ ໃນກຳລັງປ້ອງກັນຄວາມສະຫງົບ;
  8. ເກັບກຳ, ສັງລວມ, ຂຶ້ນບັນຊີ ກ່ຽວກັບ ອາວຸດເສິກ, ອາວຸດກິລາ ແລະ ອາວຸດພື້ນເມືອງ ທີ່ບໍ່ ຖືກຕ້ອງຕາມກົດໝາຍ ເພື່ອເກັບກູ້ ແລະ ທ້ອນໂຮມ;
  9. ນຳໃຊ້ມາດຕະການສະກັດກັ້ນ ແລະ ດຳເນີນການສືບສວນ-ສອບສວນ ກ່ຽວກັບ ອາວຸດ ແລະວັດຖຸລະເບີດ ທີ່ລະເມີດກົດໝາຍ ຫຼື ສົ່ງຜົນກະທົບ ຕໍ່ ຊີວິດ, ສຸຂະພາບ, ຊັບສິນ ຂອງພົນລະເມືອງ ແລະສິ່ງແວດລ້ອມ;
  10. ຂຶ້ນທະບຽນ, ອອກ ແລະ ຖອນ ໃບອະນຸຍາດນໍາໃຊ້ ອາວຸດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
  11. ທວງໃຫ້ຜູ້ດຳເນີນທຸລະກິດ ສະໜອງຂໍ້ມູນ ກ່ຽວກັບວັດຖຸລະເບີດ ເພື່ອຂຶ້ນບັນຊີ, ຄຸ້ມຄອງ ແລະ ຕິດຕາມ ກວດກາ;
  12. ອະນຸຍາດນຳໃຊ້ ດອກໄມ້ໄຟ ເຂົ້າໃນການສະເຫຼີມສະຫຼອງ ງານບຸນປະເພນີ ແລະ ງານເທດສະ

ການຕ່າງໆ ພ້ອມທັງ ຕິດຕາມ ກວດກາ ການຈຳໜ່າຍ ແລະ ນຳໃຊ້ ດອກໄມ້ໄຟ ໃນສັງຄົມ;

  1. ຝຶກອົບຮົມ, ຍົກລະດັບ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
  2. ປະສານສົມທົບກັບ ກະຊວງປ້ອງກັນປະເທດ, ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ;
  3. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ;
  4. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ຕໍ່ ລັດຖະບານ;
  5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 57    ສິດ ແລະ ໜ້າທີ່ ຂອງ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ

           ໃນການຄຸ້ມຄອງວຽກງານ ອາວຸດ ແລະ ວັດຖຸລະເບີດ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ໃນການປະສານສົມທົບ ແລະ ໃຫ້ການຮ່ວມມືກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ 2

ການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

ມາດຕາ 58   ອົງການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

                 ອົງການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ປະກອບດ້ວຍ:

  1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 54 ຂອງກົດໝາຍສະບັບນີ້;
  2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການ ກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນ.

ມາດຕາ 59    ເນື້ອໃນການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

                 ການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ມີເນື້ອໃນ ດັ່ງນີ້:

  1. ການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ;
  2. ການປະຕິບັດ ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ ຫຼື ພະນັກງານ ທີ່ກ່ຽວຂ້ອງ;
  3. ການເຄື່ອນໄຫວຂອງຜູ້ດຳເນີນທຸລະກິດ ກ່ຽວກັບ ອາວຸດ ແລະ ວັດຖຸລະເບີດ;
  4. ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ການນຳໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະລະບຽບການ ກ່ຽວກັບການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ;
  5. ເນື້ອໃນອື່ນ ເມື່ອເຫັນວ່າມີຄວາມສໍາຄັນ ແລະ ຈຳເປັນ.

ມາດຕາ 60    ຮູບການ ການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ

                 ການກວດກາວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ມີ ສາມຮູບການ ດັ່ງນີ້:

  1. ການກວດກາຕາມປົກກະຕິ ຊຶ່ງແມ່ນ ການກວດກາຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາທີ່ແນ່ນອນ;
  2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖຶກກວດກາຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ການກວດກາແບບຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.

           ໃນການດຳເນີນການກວດກາ ໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ພາກທີ VII

ງົບປະມານ

ມາດຕາ 61   ງົບປະມານ

           ງົບປະມານຮັບໃຊ້ ໃນການເຄື່ອນໄຫວວຽກງານຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໄດ້ມາຈາກ ງົບປະມານແຫ່ງລັດ, ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.

ມາດຕາ 62   ການຄຸ້ມຄອງ ແລະ ນຳໃຊ້ງົບປະມານ

            ອົງການຄຸ້ມຄອງວຽກງານ ອາວຸດ ແລະ ວັດຖຸລະເບີດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 54 ຂອງກົດ     ໝາຍສະບັບນີ້ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ງົບປະມານດັ່ງກ່າວ ດ້ວຍການຂຶ້ນແຜນງົບປະມານກ່ຽວກັບວຽກງານ ຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ເພື່ອສະເໜີຂັ້ນເທິງພິຈາລະນາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ.

ພາກທີ VIII

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 63   ນະໂຍບາຍຕໍ່ຜູ້ມີຜົນງານ

           ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບ ການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 64    ມາດຕະການຕໍ່ຜູ້ລະເມີດ

           ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ສັງຄົມຊີວິດ, ສຸຂະພາບ, ຊັບສິນຂອງຜູ້ອຶ່ນ, ແຕະຕ້ອງເຖິງຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ຫຼື ດຳເນີນຄະດີຕາມກົດໝາຍ ຕາມ ແຕ່ກໍລະນີ ເບົາ ຫຼື ໜັກ.

ມາດຕາ 65    ມາດຕະການປັບໃໝ່

           ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ ເນື່ອງຈາກມີພຶດຕິກໍາໃດໜຶ່ງ ດັ່ງນີ້:

  1. ຖິ້ມ ຫຼື ທຳລາຍ ສິ່ງເສດເຫຼືອຂອງວັດຖຸລະເບີດ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ເຄື່ອນຍ້າຍ, ຂົນສົ່ງ, ວັດຖຸລະເບີດ ໂດຍບໍ່ໄດ້ຮັບອະນຸຍາດ;
  3. ຈອດຍານພາຫະນະທີ່ຂົນສົ່ງວັດຖຸລະເບີດ ບໍ່ຖືກຕາມຈຸດທີ່ກໍານົດ;
  4. ນໍາໃຊ້ຍານພາຫະນະທີ່ບໍ່ຮັບປະກັນມາດຕະຖານຄວາມປອດໄພ ໃນເວລາ ຂົນສົ່ງ ແລະ ເຄື່ອນຍ້າຍວັດຖຸລະເບີດ;
  5. ມີໄວ້ໃນຄອບຄອງເຄື່ອງມືຊ່ວຍໜູນໂດຍບໍ່ໄດ້ຮັບອະນຸຍາດ;
  6. ເອົາໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດ ໄປຄໍ້າປະກັນ ຫຼື ປະກອບເປັນຮຸ້ນ, ໃຫ້ຜູ້

ອຶ່ນ ຢືມ ຫຼື ເຊົ່າ, ໂອນ ຫຼື ຂາຍ ໃຫ້ຜູ້ອື່ນ;

  1. ດຳເນີນທຸລະກິດ ກ່ຽວກັບວັດຖຸລະເບີດ ບໍ່ຖືກຕ້ອງຕາມຈຸດປະສົງ ທີ່ໄດ້ຮັບອະນຸຍາດ;
  2. ຜະລິດ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ, ຈຳໜ່າຍ ແລະ ນຳໃຊ້ ດອກໄມ້ໄຟ ໂດຍບໍ່ໄດ້ຮັບອະນຸຍາດ. ສຳລັບ ອັດຕາການປັບໃໝ່ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ພາກທີ IX

ບົດບັນຍັດສຸດທ້າຍ

ມາດຕາ 66   ການຈັດຕັ້ງປະຕິບັດ

           ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 67   ຜົນສັກສິດ

           ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ ວັນທີ 5 ຕຸລາ 2022 ພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.

 

ປະທານສະພາແຫ່ງຊາດ

ປອ ໄຊສົມພອນ ພົມວິຫານ

 

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ, ເລກທີ 14/ສພຊ, ລົງວັນທີ 7 ກໍລະກົດ 2022. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນໍາເຂົ້າ - ອາວຸດເສິກ ສິນຄ້າເກືອດຫ້າມ ກະຊວງ ປ້ອງກັນປະເທດ ການນຳເອົາອາວຸດເສິກ ເຂົ້າ ສປປ ລາວ ຂອງຕ່າງປະເທດ ເພື່ອປ້ອງກັນການນໍາ ທີ່ມາເຄື່ອນໄຫວ,ຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມກອງປະຊຸມ, ວາງສະແດງ, ຝຶກຊ້ອມ ຫຼື ກິດຈະກໍາອື່ນ ຕ້ອງສະເໜີຜ່ານກະຊວງການຕ່າງປະເທດ ເພື່ອນໍາສະເໜີຕໍ່ກະຊວງປ້ອງກັນປະເທດ ພິຈາລະນາອະນຸຍາດ ບົນພື້ນຖານການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ໃນການກວດກາບັນຊີ ແລະ ອາວຸດເສິກຕົວຈິງ ກ່ອນນຳເຂົ້າ ສປປ ລາວ. ກົດໝາຍ ວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ, ເລກທີ 14/ສພຊ, ລົງວັນທີ 7 ກໍລະກົດ 2022. 9999-12-31 ALL
2 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ວັດຖຸທາດລະເບີດທາງອຸດສາຫະກໍາ ຕ້ອງມີໃບອະນຸຍາດ ກະຊວງ ປ້ອງກັນປະເທດ ການສົ່ງອອກວັດຖຸທາດລະເບີດທາງອຸດສາຫະກໍາ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ກົດໝາຍ ວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ, ເລກທີ 14/ສພຊ, ລົງວັນທີ 7 ກໍລະກົດ 2022. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.