ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄໍາສັບ
ມາດຕາ 3. ຂອບເຂດການນໍາໃຊ້

ໝວດທີ 2 - ສິດ ແລະ ເງື່ອນໄຂ ໃນການນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມ

ມາດຕາ 4. ສິດໃນການນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມ
ມາດຕາ 5. ເງື່ອນໄຂໃນການຈໍາໜ່າຍຜະລິດຕະພັນສິ່ງພິມ

ໝວດທີ 3 - ການຂໍອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ

ມາດຕາ 6. ການຂໍອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ
ມາດຕາ 7. ເອກະສານຂໍອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ
ມາດຕາ 8. ໃບອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ
ມາດຕາ 9. ຄ່າທໍານຽມ ແລະ ຄ່າບໍລິການ
ມາດຕາ 10. ການສະໜອງເອກະສານ ໃນເວລານໍາເຂົ້າຜະລິດຕະພັນສິ່ງພິມ

ໝວດທີ 4 - ການຕິດຕາມກວດກາ

ມາດຕາ 11. ການຕິດຕາມ
ມາດຕາ 12. ການກວດກາ

ໝວດທີ 5 - ບົດບັນຍັດສຸດທ້າຍ

ມາດຕາ 13. ການຈັດຕັ້ງປະຕິບັດ
ມາດຕາ 14. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ    ເລກທີ 518/ຖວທ
ນະຄອນຫຼວງວຽງຈັນ, ວັນທີ 13/6/2012

ຂໍ້ຕົກລົງ
ວ່າດ້ວຍລະບຽບການຂໍອະນຸຍາດນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມ

  • ອີງຕາມ ກົດໝາຍວ່າດ້ວຍການພິມຈໍາໜ່າຍ ສະບັບເລກທີ 05/ສພຊ, ລົງວັນທີ 9 ທັນວາ 2008;
  • ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 11/ສພຊ, ລົງວັນທີ 9 ພະຈິກ 2005;
  • ອີງຕາມ ດໍາລັດວ່າດ້ວຍການນໍາເຂົ້າ ແລະ ສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 6 ເມສາ 2011;
  • ອີງຕາມ ດໍາລັດວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ ສະບັບເລກທີ 180/ນຍ, ລົງວັນທີ 7 ກໍລະກົດ 2009.

ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ໄດ້ກໍານົດລະບຽບການຂໍອະນຸຍາດນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມຢູ່ ສປປ ລາວ ແລະ ເພື່ອເກັບກໍາຂໍ້ມູນສະຖິຕິ ໃນການນໍາເຂົ້າຜະລິດຕະພັນສິ່ງພິມ ໂດຍຜ່ານລະບອບການອອກໃບອະນຸຍາດນໍາເຂົ້າ ແບບອັດຕະໂນມັດ, ແຕ່ບໍ່ໄດ້ໃຊ້ການຈໍາກັດປະລິມານ ຫຼື ມູນຄ່າໃນການນໍາເຂົ້າ. ຂ້າງເທິງ

ມາດຕາ 2. ອະທິບາຍຄໍາສັບ
ຜະລິດຕະພັນສິ່ງພິມ ໝາຍເຖິງ ປຶ້ມ, ສິ່ງພິມອີເລັກໂຕຣນິກ ຫຼື ສິ່ງພິມອື່ນ ເພື່ອຈໍາໜ່າຍຊຶ່ງໄດ້ລະບຸໄວ້ໃນໝວດ ລະຫັດເຄົ້າ 4901; 4903; 4905.91.00; 4905.99.00 ແລະ 4906 ໃນສາລະບານອັດຕາພາສີຂອງ ສປປ ລາວ. ຂ້າງເທິງ

ມາດຕາ 3. ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ນໍາໃຊ້ຕໍ່ການນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມຢູ່ ສປປ ລາວ. ຂ້າງເທິງ

ໝວດທີ 2
ສິດ ແລະ ເງື່ອນໄຂ ໃນການນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມ

ມາດຕາ 4. ສິດໃນການນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນສິ່ງພິມ

  • ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດມີສິດນໍາເຂົ້າ ຫຼື ສົ່ງອອກ ໂດຍປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ.
  • ຜູ້ທີ່ຂຶ້ນທະບຽນວິສາຫະກິດ ຈໍາໜ່າຍຜະລິດຕະພັນສິ່ງພິມ ທີ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເທົ່ານັ້ນ ຈຶ່ງມີສິດຈໍາໜ່າຍຜະລິດຕະພັນສິ່ງພິມຢູ່ ສປປ ລາວ. ຂ້າງເທິງ

ມາດຕາ 5. ເງື່ອນໄຂໃນການຈໍາໜ່າຍຜະລິດຕະພັນສິ່ງພິມ
ວິສາຫະກິດຈໍາໜ່າຍຜະລິດຕະພັນສິ່ງພິມ ຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:

  1. ຕ້ອງເປັນຜູ້ຈໍາໜ່າຍສິ່ງພິມປະເພດໃດໜຶ່ງ;
  2. ຕ້ອງເປັນຜູ້ໄດ້ຜ່ານການຮຽນ ຫຼື ຝຶກອົບຮົມວິຊາການພິມຈໍາໜ່າຍ ໂດຍມີໃບຢັ້ງຢືນ;
  3. ຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງການພິມຈໍາໜ່າຍ. ຂ້າງເທິງ

ໝວດທີ 3
ການຂໍອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ

ມາດຕາ 6. ການຂໍອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ
ການນໍາເຂົ້າຜະລິດຕະພັນສິ່ງພິມ ຕ້ອງໄດ້ຮັບໃບອະນຸຍາດນໍາເຂົ້າ ຈາກກົມພິມຈໍາໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ຂ້າງເທິງ

ມາດຕາ 7. ເອກະສານຂໍອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ
ເອກະສານຂໍອະນຸຍາດ ນໍາເຂົ້າຜະລິດຕະພັນສິ່ງພິມ ປະກອບມິີດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດ ນໍາເຂົ້າຜະລິດຕະພັນສິ່ງພິມ;
  2. ສໍາເນົາຂອງເອກະສານຕາມແຕ່ລະກໍລະນີ:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສໍາລັບວິສາຫະກິດທີ່ຢູ່ ສປປ ລາວ);
  • ເອກະສານຂຶ້ນທະບຽນດໍາເນີນທຸລະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວຂ້ອງທີ່ຖືກຕ້ອງ ຕາມລະບຽບກົດໝາຍ (ສໍາລັບວິສາຫະກິດບໍ່ຢູ່ ສປປ ລາວ).
  1. ບັນຊີລາຍການປຶ້ມ-ສິ່ງພິມທີ່ຕ້ອງການນໍາເຂົ້າ.

ເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງແປເປັນພາສາລາວ ໂດຍມີການຢັ້ງຢືນຈາກສໍານັກງານທະບຽນສານຂອງ ສປປ ລາວ. ຂ້າງເທິງ

ມາດຕາ 8. ໃບອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ
ການອອກ, ການປ່ຽນແປງ ແລະ ອາຍຸຂອງໃບອະນຸຍາດນໍາເຂົ້າ ຜະລິດຕະພັນສິ່ງພິມໃຫ້ປະຕິບັດຕາມດໍາລັດ 180/ນຍ, ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກອະນຸຍາດນໍາເຂົ້າສິນຄ້າ. ໃບອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ ບໍ່ສາມາດໂອນໃຫ້ຜູ້ອື່ນໄດ້. ຂ້າງເທິງ

ມາດຕາ 9. ຄ່າທໍານຽມ ແລະ ຄ່າບໍລິການ
ຄ່າທໍານຽມ ແລະ ຄ່າບໍລິການ ສໍາລັບການອອກ ແລະ ການປ່ຽນແປງ ຂອງໃບອະນຸຍາດນໍາເຂົ້າ ຜະລິດຕະພັນສິ່ງພິມ ແມ່ນໃຫ້ອີງຕາມລັດຖະບັນຍັດ ສະບັບເລກທີ 03/ປປທ, ລົງວັນທີ 19 ພະຈິກ 2008 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ. ຂ້າງເທິງ

ມາດຕາ 10. ການສະໜອງເອກະສານ ໃນເວລານໍາເຂົ້າຜະລິດຕະພັນສິ່ງພິມ
ໃນເວລານໍາເຂົ້າຕົວຈິງ, ຜູ້ນໍາເຂົ້າຕ້ອງສະແດງເອກະສານດັ່ງຕໍ້ໄປນີ້ ໃຫ້ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນໍາເຂົ້າຜະລິດຕະພັນສິ່ງພິມ ທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້;
  2. ເອກະສານອື່ນໆທີ່ກ່ຽວຂ້ອງ ຕາມລະບຽບການຂອງພາສີ. ຂ້າງເທິງ

ໝວດທີ 4
ການຕິດຕາມກວດກາ

ມາດຕາ 11. ການຕິດຕາມ
ພາຍຫຼັງທີ່ນໍາເຂົ້າຜະລິດຕະພັນສິ່ງພິມແລ້ວ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນໍາເຂົ້າມານັ້ນ ຕ້ອງແຈ້ງຈຸດປະສົງເປົ້າໝາຍ ພ້ອມທັງແຜນການອັນລະອຽດແຕ່ລະໄລຍະ ຂອງການນໍາໃຊ້ຜະລິດຕະພັນສິ່ງພິມ ໃຫ້ກົມພິມຈໍາໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນກໍານົດເວລາ 7 ວັນລັດຖະການ ນັບແຕ່ມື້ທີ່ໄດ້ນໍາເຂົ້າຜະລິດຕະພັນສິ່ງພິມ ເປັນຕົ້ນໄປ. ຂ້າງເທິງ

ມາດຕາ 12. ການກວດກາ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ້ອງດໍາເນີນກິດຈະການ ການນໍາໃຊ້ຜະລິດຕະພັນສິ່ງພິມເຊັ່ນ: ການບໍລິການການອ່ານ, ການຮຽນການສອນ, ການຈໍາໜ່າຍ ແລະອື່ນໆ ພາຍໃຕ້ການຄຸ້ມຄອງ, ກວດກາຂອງກົມພິມຈໍາໜ່າຍ ແລະ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ວ່າດ້ວຍການພິມຈໍາໜ່າຍ ພ້ອມທັງກົດໝາຍອື່ນໆທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 5
ບົດບັນຍັດສຸດທ້າຍ

ມາດຕາ 13. ການຈັດຕັ້ງປະຕິບັດ
ມອບໃຫ້ກົມພິມຈໍາໜ່າຍເປັນເຈົ້າການ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 14. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດໃຊ້ໄດ້ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການ
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ສຈ. ດຣ. ບໍ່ແສງຄໍາ ວົງດາລາ

# ຫົວຂໍ້ ດາວໂຫຼດ
1 Decision on Procedures for Importation and Distribution of Publications No. 518/MICT PDF
2 ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນສິ່ງພິມ ເລກທີ 518/ຖວທ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ: ຜະລິດຕະພັນສິ່ງພິມ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຜະລິດຕະພັນສິ່ງພິມ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ
  1. ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນສິ່ງພິມ ເລກທີ 518/ຖວທ
  2. ກົດໝາຍ ວ່າດ້ວຍ ການພິມຈຳໜ່າຍ ເລກທີ 05/ສພຊ, ລົງວັນທີ 09 ທັນວາ 2008
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.