ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 5952/ກປ

ນະຄອນຫຼວງວຽງຈັນ, ວັນທີ 23 ທັນວາ 2022

ຄຳແນະນຳ

ກ່ຽວກັບ ການຄຸ້ມຄອງ ໄມ້ຜະລິດຖ່ານຂາວ ແລະ ການເຄື່ອນຍ້າຍ ຖ່ານຂາວ

  • ອີງຕາມ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016;
  • ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີ ຂອງກົມປ່າໄມ້ ສະບັບເລກທີ 6395/ກມປ, ລົງວັນທີ 25 ຕຸລາ 2022.

ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມ ການປູກ, ຟື້ນຟູປ່າໄມ້ທຳມະຊາດ ແລະ ຂຸດຄົ້ນ, ເຄື່ອນຍ້າຍໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ເພື່ອຜະລິດເປັນຖ່ານຂາວ ຈຳໜ່າຍ ພາຍໃນ ແລະ ສົ່ງອອກຕ່າງປະເທດ ອັນໄດ້ສ້າງລາຍຮັບ ໃຫ້ປະຊາຊົນດີພໍສົມຄວນ, ແຕ່ຄຽງຄູ່ກັນນັ້ນ ການຄຸ້ມຄອງຂອງພາກລັດ ຍັງບໍ່ທັນຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນປູກ ແລະ ຟື້ນຟູປ່າໄມ້ທຳມະຊາດ ຕາມທິດສີຂຽວ ແລະ ຍືນຍົງ,  ເກີດມີປະກົດການລັກລອບຕັດ, ຂຸດຄົ້ນ, ເຄື່ອນຍ້າຍ ໄມ້ ແລະ ຖ່ານ ຈາກປ່າທຳມະຊາດ ຢ່າງຊະຊາຍ.

ເພື່ອຄຸ້ມຄອງ ການຂຸດຄົ້ນໄມ້ ຜະລິດຖ່ານຂາວ ແລະ ການເຄື່ອນຍ້າຍ ຖ່ານຂາວ ເຂົ້າສູ່ກົດໝາຍ ທັງເປັນການຊຸກຍູ້ ສົ່ງເສີມການຜະລິດຖ່ານຂາວ ຈາກໄມ້ປູກ ເປັນສິນຄ້າສົ່ງອອກ ໃຫ້ມີຄວາມຍືນຍົງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ນັ້ນ.

ລັດຖະມົນຕີ ກະຊວງກະຊິກຳ ແລະ ປ່າໄມ້ ອອກຄຳແນະນຳ:

  1. ຈຸດປະສົງ

ຄຳແນະນຳສະບັບນີ້ ກຳນົດຫຼັກການ, ຂັ້ນຕອນ ແລະ ວິທີການ ຄຸ້ມຄອງການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ການເຄື່ອນຍ້າຍຖ່ານຂາວ ພາຍໃນ ແລະ ສົ່ງອອກຕ່າງປະເທດ ແນໃສ່ສົ່ງເສີມການຜະລິດຖ່ານຂາວຈາກໄມ້ປູກ ເປັນສິນຄ້າແບບຍືນຍົງ ແລະ ທັງຄ້ຳປະກັນໃຫ້ການຜະລິດຖ່ານຖືກຕ້ອງ ຕາມລະບົບການຄຸ້ມຄອງຕ່ງໂສ້ການສະໜອງໄມ້ ແລະ ຜະລິດຕະພັນໄມ້ ທີ່ກົດໝາຍ ແລະ ລະບຽບການກຳນົດໄວ້.

  1. ຂອບເຂດການນຳໃຊ້

ຄຳແນະນຳສະບັບນີ້ ນຳໃຊ້ສະເພາະ ການຜະລິດຖ່ານຂາວຈາກ ໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ໃນ ສປປ ລາວ ທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ລົງທຶນໃສ່ ການຄຸ້ມຄອງ, ການປູກ ຫຼື ລົງທຶນປູກ ໂດຍນຳໃຊ້ເຕັກນິກ  ການເຜົາ ໃນອຸນຫະພູມ ແຕ່ 1000 ອົງສາເຊ ຂຶ້ນໄປ ເພື່ອຜະລິດຖ່ານຂາວ ອອກມາ ມີຄຸນນະພາບ ແລະ ແຂງແກ່ນ, ເວລາຈູດ ຈະບໍ່ມີຄວັນດຳຫຼາຍ ຕາມທີ່ກົດໝາຍໄດ້ກຳນົດ.

  1. ຫຼັກການ, ຂັ້ນຕອນ ແລະ ວິທີການ
  1. ຫຼັກການສຳຫຼວດ ຂຸດຄົ້ນໄມ້

ການສຳຫຼວດໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ເພື່ອຜະລິດຖ່ານຂາວ ທີ່ເກີດຕາມປ່າທຳມະຊາດ ໃຫ້ດຳເນີນໃນເຂດ ປ່າຜະລິດທີ່ມີ ແຜນຈັດສັນ, ເຂດກໍ່ສ້າງໂຄງລ່າງພື້ນຖານ, ເຂດຫັນປ່ຽນທີ່ດິນປ່າໄມ້, ເຂດປ່າໄມ້ທີ່ລັດຈັດສັນ ໃຫ້ບ້ານນຳໃຊ້, ເຂດທີ່ດິນຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລັດໄດ້ມອບສິດ ນຳໃຊ້ທີ່ດິນ ໃຫ້ຢ່າງຖືກຕ້ອງ ຕາມກົດໝາຍ ແລະ ໃຫ້ສຳຫຼວດສຸ່ມດອນຕົວຢ່າງເປັນລະບົບ (Systematic) ຫຼື ບໍ່ເປັນລະບົບ (Random) ເພື່ອປະເມີນບໍລິມາດ, ສ່ວນຈຳນວນດອນຕົວຢ່າງ ແລະ ຂະໜາດ ແມ່ນຂຶ້ນກັບສະພາບປ່າທີ່ຈະສຳຫຼວດ.

ການສຳຫຼວດໄມ້ ເພື່ອຜະລິດຖ່ານຂາວ ທີ່ຢູ່ໃນທີ່ດິນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປູກ ທີ່ໄດ້ຂຶ້ນທະບຽນ ບໍ່ຈຳເປັນດຳເນີນການສຳຫຼວດ.

  1. ການສ້າງແຜນການ ແລະ ການອະນຸມັດແຜນການຂຸດຄົ້ນໄມ້ຜະລິດຖ່ານຂາວ

ການສ້າງ ແລະ ອະນຸມັດແຜນການຂຸດຄົ້ນໄມ້ ເພື່ອຜະລິດຖ່ານຂາວ ໃຫ້ປະຕິບັດ ຕາມຂັ້ນຕອນ ດັ່ງນີ້:

  1. ຂະແໜງປ່າໄມ້ຂັ້ນແຂວງ ສ້າງແຜນຂຸດຄົ້ນໄມ້ ຜະລິດຖ່ານຂາວ ບົນພື້ນຖານຂໍ້ມູນສຳຫຼວດຕົວຈິງ ຕາມຫຼັກການສຳຫຼວດທີ່ໄດ້ກຳນົດໄວ້ ໃນຂໍ້ 3.1 ຂອງຄຳແນະນຳສະບັບນີ້ ຈາກນັ້ນຈຶ່ງສົ່ງໃຫ້ ກົມປ່າໄມ້ ກ່ອນວັນທີ່ 30 ກັນຍາ ຂອງທຸກໆປີ;
  2. ກົມປ່າໄມ້ ຄົ້ນຄວ້າ ສັງລວມແຜນຫານຂຸດຄົ້ນໄມ້ ປະຈຳປີຂອງບັນດາແຂວງ, ນະຄອນຫຼວງ ເພື່ອສະເໜີກະຊວງກະຊິກຳ ແລະ ປ່າໄມ້ ພິຈາລະນາຮັບຮອງ;
  3. ກະຊວງກະສິກຳ ແລະ ປ່າໄມ້ ອະນຸມັດແຜນການຂຸດຄົ້ນໄມ້ ເພື່ອຜະລິດຖ່ານຂາວ ປະຈຳປີ;
  4. ກົມປ່າໄມ້ ແຈ້ງແຜນການຂຸດຄົ້ນໄມ້ ເພື່ອຜະລິດຖ່ານຂາວ ປະຈຳປີ ໃຫ້ຂະແໜງປ່າໄມ້ຂັ້ນແຂວງ, ຈັດຕັ້ງປະຕິບັດຕາມການອະນຸມັດຂອງກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງແຈ້ງຂະແໜງການທີ່ກ່ຽວຂ້ອງ ຊາບ;
  5. ຂະແໜງປ່າໄມ້ຂັ້ນແຂວງ ອອກໃບອະນຸຍາດຂຸດຄົ້ນໄມ້ ເພື່ອຜະລິດຖ່ານຂາວ ຕາມແຈ້ງການຂອງກົມປ່າໄມ້.

ສຳລັບໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ເພື່ອຜະລິດຖ່ານຂາວ ທີ່ຂຸດຄົ້ນຈາກທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປູກ ແລະ ຟື້ນຟູ ທີ່ໄດ້ຂຶ້ນທະບຽນຖືກຕ້ອງແລ້ວ ບໍ່ຈຳເປັນຂໍອະນຸມັດແຜນການຂຸດຄົ້ນ ຕາມຂັ້ນຕອນທາງດ້ານວິຊາການ ແຕ່ຕ້ອງໄດ້ລາຍງານຂໍ້ມູນບໍລິມາດໄມ້ ໃຫ້ຫ້ອງການ ກະສິກຳ ແລະ ປ່າໄມ້ຂັ້ນເມືອງ.

  1. ການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້

ການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ ເພື່ອຜະລິດຖ່ານຂາວ ໃຫ້ປະຕິບັດ ດັ່ງນີ້:

  1. ການຂຸດຄົ້ນໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ຈາກ ເຂດກໍ່ສ້າງໂຄງລ່າງພື້ນຖານ, ເຂດຫັນປ່ຽນທີ່ດິນປ່າໄມ້, ເຂດປ່າໄມ້ທີ່ລັດຈັດສັນໃຫ້ບ້ານນຳໃຊ້ ສາມາດດຳເນີນໄດ້ຕະຫຼອດປີ ແຕ່ຕ້ອງໄດ້ຮັບການອະນຸມັດ ແຜນການຂຸດຄົ້ນ ແລະ ມີການຕິດຕາມກວດກາຢັ້ງຢືນຈາກຂະແໜງປ່າໄມ້ແຂວງ;

ສຳລັບໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ທີ່ຂຸດຄົ້ນຈາກສວນປູກ ແລະ ເຂດຟື້ນຟູປ່າ ທີ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງ, ເຈົ້າຂອງປ່າປູກ ສາມາດຂຸດຄົ້ນໄດ້ຕະຫຼອດປີ ບໍ່ຈຳເປັນຂໍອະນຸມັດແຜນຂຸດຄົ້ນ ແຕ່ໃຫ້ມີການ ຕິດຕາມ, ກວດກາ ແລະ ຢັ້ງຢືນ ຂອງຈຸງານກະສິກຳ ແລະ ປ່າໄມ້ບ້ານ ແລະ ອົງການປົກຄອງບ້ານກ່ຽວຂ້ອງ.

  1. ການເຄື່ອນຍ້າຍໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ທີ່ຂຸດຄົ້ນຢູ່ໃນ ເຂດກໍ່ສ້າງໂຄງລ່າງພື້ນຖານ, ເຂດຫັນປ່ຽນ ທີ່ດິນປ່າໄມ້, ເຂດປ່າໄມ້ທີ່ລັດຈັດສັນໃຫ້ບ້ານນຳໃຊ້ ທີ່ເຄື່ອນຍ້າຍ ລະຫວ່າງ ເມືອງຕໍ່ເມືອງ ພາຍໃນແຂວງ ຕ້ອງມີເອກະສານເຄື່ອນຍ້າຍຈາກ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ (ແບບພິມ ປມ 1). ສ່ວນການເຄື່ອນຍ້າຍໄມ້ ຈາກ ແຂວງ ຫາ ແຂວງ ຫຼື ພາຍໃນປະເທດ ຕ້ອງມີເອກະສານ ເຄື່ອນຍ້າຍຈາກ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ (ແບບພິມ ປມ 2);

ສຳລັບໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ທີ່ຂຸດຄົ້ນ ຈາກປ່າປູກ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປູກ ແລະ ຟື້ນຟູປ່າ ທີ່ໄດ້ຂຶ້ນທະບຽນຖືກຕ້ອງແລ້ວ ບໍ່ຈຳເປັນຂໍອະນຸຍາດເຄື່ອນຍ້າຍ ພາຍໃນແຂວງ ແລະ ຕ່າງແຂວງ ແຕ່ຕ້ອງມີລາຍງານບໍລິມາດ ຫຼື ນ້ຳໜັກ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເພື່ອອອກໃບຢັ້ງຢືນ (ແບບພິມ ປມ 3).

  1. ຫົວໜ່ວຍວັດແທກບໍລິມາດໄມ້

ຫົວໜ່ວຍ ວັດແທກບໍລິມາດໄມ້ ໃຫ້ຖືເອົາບໍລິມາດກອງໄມ້ຟືນ ໂດຍຖືເອົາຂະໜາດຂອງກອງໄມ້ຟືນ 1 ແມັດ x 1 ແມັດ  x 1 ແມັດ (ແມັດກ້ອນໄມ້ຟືນ) ເປັນພື້ນຖານຄິດໄລ່. ໄມ້ຕິ້ວ ຫຼື ໄມ້ຊະນິດອື່ນ 1 ແມັດກ້ອນ ສາມາດຜະລິດຖ່ານຂາວໄດ້ ປະມານ 65-75 ກິໂລກຣາມ.

  1. ການເຄື່ອນຍ້າຍຖ່ານຂາວ ພາຍໃນ ແລະ ສົ່ງອອກ
  • ການເຄື່ອນຍ້າຍຜະລິດຕະພັນຖ່ານຂາວ ຕ້ອງໄດ້ກວດກາຄວາມສົມດູນ ລະຫວ່າງ ຕົວເລກທີ່ໄດ້ຮັບການອະນຸຍາດໃຫ້ຂຸດຄົ້ນໄມ້ຕິ້ວ ແລະ ໄມ້ຊະນິດອື່ນ (ໄມ້ສົ້ນເຂົ້າ) ແລະ ປະລິມານຖ່ານຂາວ (ສົ້ນອອກ) ທີ່ຜະລິດໄດ້ຈາກຄະນະກຳມະການກວດກາຜະລິດຕະພັນຖ່ານຂາວ ເພື່ອເຄື່ອນຍ້າຍພາຍໃນ ແລະ ສົ່ງອອກຕ່າງປະເທດ;
  • ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ອອກອະນຸຍາດ ເຄື່ອນຍ້າຍຜະລິດຕະພັນຖ່ານຂາວ ພາຍໃນປະເທດ (ແບບພິມ ປມ 4) ແລະ ບົດບັນທຶກກວດກາຜະລິດຕະພັນຖ່ານຂາວ ຂອງຄະນະກຳມະການ ເພື່ອເຄື່ອນຍ້າຍພາຍໃນປະເທດ (ແບບພິມ ປມ 5);
  •  ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ອອກອະນຸຍາດ ເຄື່ອນຍ້າຍຜະລິດຕະພັນທ່ານຂາວ ສົ່ງອອກໄປຕ່າງປະເທດ (ແບບພິມ ປມ 6) ແລະ ບົດບັນທຶກກວດກາຜະລິດຕະພັນຖ່ານຂາວ ຂອງຄະນະກຳມະການ ເພື່ອເຄື່ອນຍ້າຍ ສົ່ງອອກຕ່າງປະເທດ (ແບບພິມ ປມ 7).

 ສຳລັບ ການເກັບຄ່າທຳນຽມ ແລະ ຄ່າບໍລິການ ລວມທັງ ອັດຕາຊັບພະຍາກອນທຳມະຊາດ ແລະ ອັດຕາພາສີຂາອອກ ແມ່ນໃຫ້ປະຕິບັດ ຕາມລັດຖະບັນຍັດ ຂອງປະທານປະເທດ ທີ່ມີິຜົນບັງຄັບໃຊ້ ໃນແຕ່ລະໄລຍະ.

  1. ກົນໄກການປະສານງານ

ເພີ່ມທະວີ ເອົາໃຈໃສ່ສ້າງກົນໄກ ການປະສານງານ ລະຫວ່າງ ຂະແໜງການກ່ຍວຂ້ອງ ຂອງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ເພື່ອເຮັດໃຫ້ການຄຸ້ມຄອງການຜະລິດຖ່ານຂາວ ເຂົ້າສູ່ລະບົບ ແລະ ການບໍລິການ ມີຄວາມຄ່ອງຕົວ ແລະ ວ່ອງໄວ, ຫຼຸດຜ່ານຂັ້ນຕອນ ທາງວິຊາການຕ່າງໆ ທີ່ເຫັນວ່າເປັນສິ່ງກີດຂວາງ ແລະ ບໍ່ເປັນການຊຸກຍູ້ການຜະລິດຖ່ານຂາວ.

  1. ວິທີການຈັດຕັ້ງປະຕິບັດ
  1. ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ເປັນເຈົ້າການ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຝຶກອົບຮົມດ ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ່ ໃຫ້ໄດ້ຮັບຜົນດີ;
  2. ມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ, ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ແລະ ອົງການປົກຄອງບ້ານ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນການຈັດຕັງປະຕິບັດ ການຄຸ້ມຄອງການຂຸດຄົ້ນ, ເຄື່ອນຍ້າຍ ໄມ້ຕິ້ວ ແລະ ໄມ້ຊະນິດອື່ນ ເພື່ອຜະລິດຖ່ານຂາວ ແລະ ການເຄື່ອນຍ້າຍຖ່ານຂາວ  ພາຍໃນ ແລະ ສົ່ງອອກ ຕາມຄຳແນະນຳສະບັບນີ້ ຢ່າງເຂັ້ມງວດ;
  3. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ລາຍງານກະຊວງກະຊິກຳ ແລະ ປ່າໄມ້ ຕາມຂັ້ນຕອນ ເພື່ອພິຈາລະນາຫາວິທີແກ້ໄຂ ຢ່າງທັນການ.

ຄຳແນະນຳ ສະບັບນີ້ ໃຊ້ປ່ຽນແທນ ຄຳແນະນຳ ຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0050/ກປ, ລົງວັນທີ 18 ກັນຍາ 2017 ແລະ ມີຜົນນຳໃຊ້ໄດ້ ນັບແຕ່ ວັນທີ່ລົງລາຍເຊັນ ເປັນຕົ້ນໄປ.

 

ລັດຖະມົນຕີ

ປອ ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 Instruction on the management of white charcoal production and movement, No. 5952/MOAF, date 23 December 2022. PDF
2 ຄໍາແນະນໍາ ກ່ຽວກັບ ການຄຸ້ມຄອງ ໄມ້ຜະລິດຖ່ານຂາວ ແລະ ການເຄື່ອນຍ້າຍ ຖ່ານຂາວ, ເລກທີ 5952/ກປ, ລົງວັນທີ 23 ທັນວາ 2022. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ໄດ້ຮັບອະນຸຍາດສົ່ງອອກຜະລິດຕະພັນຖ່ານຂາວ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຜະລິດຕະພັນຖ່ານຂາວ ຕ້ອງໄດ້ຮັບການອະນຸຍາດສົ່ງອອກ ຈາກຂະແໜງກະສິກໍາ ແລະ ປ່າໄມ້ ຄໍາແນະນໍາ ກ່ຽວກັບ ການຄຸ້ມຄອງ ໄມ້ຜະລິດຖ່ານຂາວ ແລະ ການເຄື່ອນຍ້າຍ ຖ່ານຂາວ, ເລກທີ 5952/ກປ, ລົງວັນທີ 23 ທັນວາ 2022. 9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາຜະລິດຕະພັນຖ່ານຂາວສົ່ງອອກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ກ່ອນສົ່ງອອກຜະລິດຕະພັນຖ່ານຂາວ ຕ້ອງໄດ້ຮັບການກວດກາໂດຍຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຄໍາແນະນໍາ ກ່ຽວກັບ ການຄຸ້ມຄອງ ໄມ້ຜະລິດຖ່ານຂາວ ແລະ ການເຄື່ອນຍ້າຍ ຖ່ານຂາວ, ເລກທີ 5952/ກປ, ລົງວັນທີ 23 ທັນວາ 2022. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.