ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງສາທາລະນະສຸກ

ເລກທີ 3708/ສທ

ນະຄອນຫລວງວຽງຈັນ,ວັນທີ 21 ທັນວາ 2022

 

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ

ອີງຕາມ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ສະບັບເລກທີ 07/ສພຊ,ລົງວັນທີ 21 ທັນວາ 2011;

-  ອີງຕາມ ກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010;

-  ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ກະຊວງສາທາລະນະສຸກ ສະບັບເລກທີ 570/ນຍ, ລົງວັນທີ 16 ກັນຍາ 2021;

-  ອິງຕາມດຳລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010;

-  ອີງຕາມ ໜັງສືສະເໜີ ຂອງກົມອາຫານ ແລະ ຢາ ສະບັບເລກທີ 6126/ກອຢ, ລົງວັນທີ 22 ພຶດສະພາ 2022.

ລັດຖະມົນຕີກະຊວງສາທາລະນະສຸກ ອອກຂໍ້ຕົກລົງ

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

        ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການ ກ່ຽວກັບການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ ທີ່ຈໍລະຈອນແຈກຢາຍໃນ ສປປ ລາວ ໃຫ້ມີຄວາມສົມເຫດສົມຜົນສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມແຕ່ລະໄລຍະແນ່ໃສ່ຮັກສາຄວາມສະຖຽນລະພາບ ດ້ານລາຄາ ທັງເປັນການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ຂອງ ຜູ້ດຳເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຂອງລັດ.

ມາດຕາ 2 ການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ

        ການຄຸ້ມຄອງລາຄາ ແມ່ນ ການກວດກາ ແລະ ຕິດຕາມ ການກຳນົດລາຄາ ຢາ ແລະ ຜະລິດຕະພັນການແພດຂອງຜູ້ຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ຢູ່ສະຖານທີິ່ບໍລິການສາທາລະນະສຸກ ທັງພາກລັດ ແລະ ພາກເອກະຊົນໂດຍຂະແໜງສາທາລະນະສຸກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ບົນພື້ນຖານຫຼັກການ ແລະ ຂໍ້ບັນຍັດທີ່ກຳນົດພາຍໃຕ້ຂໍ້ຕົກລົງສະບັບນີ້.

ມາດຕາ 3 ການອະທິບາຍຄຳສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຢາ ໝາຍເຖິງ ຜະລິດຕະພັນຢາ ທີ່ໄດ້ຜະລິດ, ປຸງແຕ່ງສຳເລັດຮູບຕາມສູດຕຳລາ ແລະ ກຳມະວິທີ ວິທະຍາສາດ ທີ່ແນ່ນອນ ຊຶ່ງມີການຫຸ້ມຫຼໍ່ ແລະ ຕິດສະຫຼາກ ໃນນັ້ນສ່ວນປະກອບທີ່ອອກລິດໄດ້ຖືກດັດແປງໃຫ້ ເໝາະສົມກັບການນຳໃຊ້ສຳລັບຕົນ;

 2. ຜະລິດຕະພັນການແພດ ໝາຍເຖິງ ອຸປະກອນການແພດໃຊ້ສິ້ນເປືອງໃຊ້ຄັ້ງດຽວເຊັ່ນ: ຜ້າອັດປາກ ການແພດ, ຖົງມື ແລະ ອື່ນໆ ທີ່ກະຊວງສາທາລະນະສຸກ ກຳນົດໃນແຕ່ລະໄລຍະ;

3. ລາຄາ ໝາຍເຖິງ ຄ່າຕອບແທນ ທີ່ເປັນເງິນ, ວັດຖຸ ສິ່ງຂອງ ຫຼື ຜົນປະໂຫຍດ ອື່ນໆ ສຳລັບການຈໍາໜ່າຍສິນຄ້າ ຫຼື ການບໍລິການ. ລາຄາປະກອບດ້ວຍ: ລາຄາທີ່ລັດຄຸ້ມຄອງ ແລະ ລາຄາທີ່ກຳນົດໂດຍຜູ້ດໍາເນີນ ທຸລະກິດຕ້ານຢາ;

4. ລາຄາຈາກໂຮງງານ ໝາຍເຖິງ ລາຄາຈາກໂຮງງານຜູ້ຜະລິດ ທີ່ບໍລິສັດນຳເຂົ້າຕ້ອງແຈ້ງໃນເວລາທີ່ ມາຂໍຂຶ້ນ ຫຼື ຕໍ່ ທະບຽນຜະລິດຕະພັນຢາ;

5. ລາຄາຂາຍຍົກຄາດຄະເນ ໝາຍເຖິງ ລາຄາຂາຍຍົກທີ່ ໂຮງງານຜະລິດຢາ, ບໍລິສັດນຳເຂົ້າ ມາຈົດ ແຈ້ງໃນຕອນຂື້ນທະບຽນຜະລິດຕະພັນຢາ;

6. ລາຄາຂາຍຍ່ອຍຄາດຄະເນ ໝາຍເຖິງ ລາຄາຂາຍໃຫ້ກັບຜູ້ບໍລິໂພກ ທີ່ໂຮງງານຜະລິດຢາ, ບໍລິສັດນຳເຂົ້າຕ້ອງມາຈົດແຈ້ງໃນຕອນຂຶ້ນທະບຽນຜະລິດຕະພັນຢາ;

7. ລາຄານໍາເຂົ້າ (CIF: Cost Insurance Freight) ໝາຍເຖິງ ລາຄາທີ່ລວມ ລາຄາຂາຍຂອງໂຮງງານຜູ້ ຜະລິດ, ປະກັນໄພ, ຄ່າຂົນສົ່ງຮອດດ່ານນຳເຂົ້າ ສປປ ລາວ ແຕ່ບໍ່ລວມພາສີນຳເຂົ້າ;

8. ລາຄາຢາຜະລິດພາຍໃນ ໝາຍເຖິງ ມູນຄ່າວັດຖຸດິບ, ຄ່າແຮງງານ, ຄ່າໃຊ້ຈ່າຍເຂົ້າໃນການຜະລິດ ມູນຄ່າ ທາງເສດຖະກິດ (ດອກເບ້ຍກູ້ຢືມຖ້າມີການກູ້ຍືມ) + ຄ່າໃຊ້ຈ່າຍໃນການບໍລິຫານ;

 9. ລາຄາຂາຍຍົກ: ໝາຍເຖິງ ລາຄາຂາຍລະຫວ່າງຫົວໜ່ວຍທຸລະກິດນໍາກັນ ຫຼື ລາຄາທີ່ຫົວໜ່ວຍ ທຸລະກິດຂາຍໃຫ້ສະຖານທີ່ບໍລິການສາທາລະນະສຸກ;

10. ລາຄາຂາຍຍ່ອຍ ໝາຍເຖິງ ລາຄາທີ່ຂາຍໃຫ້ຜູ້ບໍລິໂພກ;

11. ການແຈ້ງຄືນລາຄາ ໝາຍເຖິງ ລາຄາຂາຍຍົກຄາດຄະເນ, ລາຄາຂາຍຍ່ອຍຄາດຄະເນທີ່ມີການ ປ່ຽນແປງ ຈາກເດີມ;

12. ຜູ້ດໍາເນີນທຸລະກິດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຜະລິດ, ຈຳໜ່າຍ, ຊື້ ຫຼື ນຳເຂົ້າ ເພື່ອການຈໍາໜ່າຍ ຢາ ແລະ ຜະລິດຕະພັນການແພດ ຫຼື ການບໍລິການ ຢູ່ໃນ ຂອບເຂດດິນແດນ ຂອງ ສປປ ລາວ;

13. ຜູ້ຊົມໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊື້, ນຳໃຊ້ຜະລິດຕະພັນຢາ, ຜະລິດຕະພັນ ການແພດ ແລະ ການບໍລິການ ຢ່າງຖືກຕ້ອງຕາມກົດໝາຍ ໂດຍບໍ່ມີຈຸດປະສົງທາງການຄ້າຢູ່ໃນ ຂອບເຂດ ດິນແດນຂອງ ສປປ ລາວ;

14. ຄວາມໂປ່ງໃສ ໝາຍເຖິງ ການເຮັດໃຫ້ມາດຕະການຄຸ້ມຄອງລາຄາ ມີຄວາມຊັດເຈນ ແລະ ຖືກເຜີຍແຜ່ຕໍ່ສາທາລະນະຊົນ;

15. ຢາຊື່ເອກະພາບສາກົນ ໝາຍເຖິງ ຊື່ຜະລິດຕະພັນ ຫຼື ຊື່ ຂອງຕົວຢາຕົ້ນຕໍທີ່ຮັບຮູ້ຢ່າງເປັນທາງການຂອງອົງການອະນາໄມໂລກ ຊຶ່ງນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ແລະ ບໍ່ມີໃຜເປັນເຈົ້າຂອງລິຂະສິດ;

          16. ອັດຕາເພີ່ມລາຄາຂາຍຍ່ອຍ ໝາຍເຖິງ ເປີເຊັນເພີ່ມຂອງລາຄາເພື່ອຂາຍຍ່ອຍ;

          17. ບັນຊີຢາຈຳເປັນພື້ນຖານແຫ່ງຊາດ ໝາຍເຖິງ ບັນຊີຢາຈຳເປັນຕົ້ນຕໍ ເພື່ອໃຊ້ໃນການກັນພະຍາດ, ປິ່ນປົວ ແລະ ຮັກສາສຸຂະພາບ ຂອງທຸກຄົນ ມີໄວ້ບໍລິການ ທຸກເວລາ ຢູ່ທຸກລະດັບຂອງສະຖານທີ່ ບໍລິການສາທາລະນະສຸກ ໂດຍອີງໃສ່ສະພາບການເປັນພະຍາດທີ່ແຜ່ຫຼາຍ ແລະ ສະພາບການດ້ານເສດຖະກິດ ຂອງປະເທດ, ຢາຈຳເປັນພື້ນຖານສ່ວນຫຼາຍແມ່ນຢາດຽວທີ່ມີຊື່ເອກະພາບສາກົນ;

          18. ຫົວໜ່ວຍທຸລະກິດ ໝາຍເຖິງ ໂຮງງານຜະລິດ, ບໍລິສັດຂາອອກ - ຂາເຂົ້າ, ສາຂາຈຳໜ່າຍ, ບໍລິສັດຂາຍຍົກພາຍໃນ, ຮ້ານຄ້າຍ່ອຍ;

          19. ລາຄາກາງ ໝາຍເຖິງ ດັດສະນີໝາຍລາຄາຢາ ແລະ ຜະລິດຕະພັນການແພດທີ່ກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກກຳນົດອອກ ເພື່ອໃຊ້ເປັນບ່ອນອີງໃນການປະມູນຈັດຊື້ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ວຍທຶນຂອງລັດ. ດັດສະນີໝາຍລາຄາຈະຊ່ວຍໃຫ້ການຈັດຊື້ພາກລັດມີປະສິດທິຜົນ ແລະ ໂປ່ງໃສຮັບປະກັນການເຂົ້າເຖິງຢາ ແລະ ຜະລິດຕະພັນການແພດຂອງຜູ້ບໍລິໂພກ ແລະ ປ້ອງກັນ ບໍ່ໃຫ້ລາຄາຜະລິດຕະພັນດັ່ງກ່າວແພງເກີນໄປ.

ມາດຕາ 4 ຫຼັກການການຄຸ້ມຄອງລາຄາ ຢາ ແລະ ຜະລີດຕະພັນການແພດ

        ການຄຸ້ມຄອງລາຄາ ຕ້ອງປະຕິບັດຕາມຫຼັກການ ດັ່ງລຸ່ມນີ້:

  1. ການຄຸ້ມຄອງລາຄາ ແມ່ນ ການປະຕິບັດຕາມກົນໄກການຕະຫຼາດ ໂດຍໃຫ້ ຫົວໜ່ວຍທຸລະກີດກຳນົດລາຄາ ຢາ ແລະ ຜະລິດຕະພັນການແພດ ດ້ວຍຕົນເອງ ພາຍໃຕ້ ການຕິດຕາມ ກວດກາ ຂອງລັດເພື່ອໃຫ້ເປັນໄປຕາມ ກົດໝາຍ ແລະ ລະບຽບການ ທາງດ້ານການຢາ ແລະ ຜະລິດຕະພັນການແພດ ແລະ ບັນດານິຕິກຳອື່ນທີ່ກ່ຽວຂ້ອງ;
  2. ລັດເຄົາລົບສິດໃນການກຳນົດລາຄາ ແລະ ການແຂ່ງຂັນດ້ານລາຄາ ຂອງຜູ້ດຳເນີິນທຸລະກິດ ຕາມກົດໝາຍ ແລະ ລະບຽບການ;
  3. ລັດ ນຳໃຊ້ມາດຕະການໃນການຄຸ້ມຄອງ ລາຄາຕາມຄວາມຈຳເປັນບົນພື້ນຖານຫຼັກການບໍ່ຈຳແນກປະຕິບັດ, ມີຄວາມໂປ່ງໃສ ແລະ ສາມາດກວດດສອບໄດ້;
  4. ການຄຸ້ມຄອງລາຄາ ແມ່ນ ໃຫ້ກະຈາຍຄວາມຮັບຜິດຊອບໃຫ້ກັບບັນດາການຈັດຕັ້ງສູນກາງ ແລະ ທ້ອງຖິ່ນ.

ມາດຕາ 5 ຂອບເຂດການນຳໃຊ້

        ຂໍ້ຕົກລົງ ສະບັບນີ້ ມີຂອບເຂດນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດດ້ານ ຢາ ແລະ ຜະລິດຕະພັນການແພດ ໃນສະຖານທີ່ບໍລິການສາທາລະນະສຸກ ທັງພາກລັດ ແລະ ເອກະຊົນ.

ມາດຕາ 6 ການຈົດແຈ້ງ ແລະ ການແຈ້ງຄືນລາຄາ

        1. ການຈົດແຈ້ງລາຄາ ແມ່ນ ການແຈ້ງລາຄາເປັນລາຍລັກອັນສອນ ຂອງໂຮງງານຜະລິດຢາ ແລະ ບໍລິສັດ ນຳເຂົ້າ ຢາປົວພະຍາດ ແລະ ອຸປະກອນການແພດກ່ຽວກັບລາຄາຢາ ຄາດຄະເນ ຂາຍຍົກ ແລະ ຂາຍຍ່ອຍ ໂດຍໃຫ້ມີແຜນການ ການຄິດໄລ່ ຄາດຄະເນການກຳນົດລາຄາ ຂາຍຍົກ ແລະ ຂາຍຍ່ອຍ, ຕາມໂຄງປະກອບລາຄາ;

          2. ການແຈ້ງຕີລາຄາ ແມ່ນໂຮງງານຜູ້ຜະລິດ, ບໍລິສັດນຳເຂົ້າ ຂໍແຈ້ງຄືນລາຄາຢາ ແລະ ຜະລິດຕະພັນ ການແພດ ທີ່ຜະລິດພາຍໃນ ແລະ ຜະລິດຕະພັນການແພດນຳເຂົ້າ, ລາຄາຂາຍຍົກຄາດຄະເນ, ລາຄາຂາຍຍ່ອຍ ຄາດຄະເນ ທີ່ມີການປ່ຽນແປງຈາກເດີມ ໂດຍປະຕິບັດຕາມຫຼັກການໃນຂໍ້ຕົກລົງສະບັບນີ້ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ມາດຕາ 7 ສະກຸນເງິນທີ່ໃຊ້ໃນການຈົດແຈ້ງລາຄາ ແລະ ການແຈ້ງຄືນ

1. ສະກຸນເງີນທີ່ໃຊ້ໃນການຈົດແຈ້ງລາຄາ CIF ແມ່ນ ເງິນກີບ, ໃນເວລາທີ່ແຈ້ງລາຄາຕ້ອງຄັດຕິດ ເອກະສານແລກປ່ຽນເງິນຕາໃນຊ່ວງເວລາທີ່ໄດ້ໄປຈົດແຈ້ງສິນຄ້າກັບພາສີ;

2. ອັດຕາແລກປ່ຽນເງິນຕາຕ່າງປະເທດ ແມ່ນ ຄິດໄລ່ຕາມຕົວຈິງທີ່ຫົວໜ່ວຍທຸລະກິດໄດ້ເຮັດທຸລະກຳ ການເງິນໄປຊຳລະຄ່າສິນຄ້າ ໂດຍຜ່ານບໍລິການທະນາຄານ ເຊິ່ງລວມທັງຮູບແບບການແລກປ່ຽນຜ່ານທະນາຄານ ເພື່ອໂອນຊຳລະສິນຄ້າ ແລະ ການກູ້ຢືມເພື່ອຊຳລະຄ່າສິນຄ້າ, ກໍລະນີກູ້ຢືມ ແມ່ນໄລ່ອັດຕາແລກປ່ຽນຕາມມື້ທີ່ ໄດ້ໂອນເງິນໄປຊຳລະຄ່າສິນຄ້າ;

3. ການແຈ້ງ, ຈົດແຈ້ງຄືນ ແລະ ກຳນົດລາຄາຂາຍຍົກ, ລາຄາຂາຍຍ່ອຍ ແມ່ນ ເປັນສະກຸນເງິນກີບ,ລາຄາ ຂາຍຍົກ ແລະ ລາຄາຂາຍຍ່ອຍ ແມ່ນໄດ້ລວມພາສີ, ອາກອນແລ້ວ.

ໝວດທີ 2

ການກຳນົດລາຄາ ຢາ ແລະ ຜະລິດຕະພັນການແພດ

ມາດຕາ 8 ການກຳນົດລາຄາ ຢາ ແລະ ຜະລິດຕະພັນການແພດ ຢູ່ຫົວໜ່ວຍທຸລະກິດຂາຍຍົກ

 ບັນດາຫົວໜ່ວຍທຸລະກິດຂາຍຍົກ ຕ້ອງໄດ້ກຳນົດລາຄາຂາຍຍົກ ຂອງແຕ່ລະຜະລິດຕະພັນຝາ ແລະ ຜະລິດຕະພັນການແພດ ຂອງຕົນ ດ້ວຍການແຈ້ງລາຄາຢູ່ກະດານ, ປ້າຍລາຄາ ຫຼື ຮູບການອື່ນໆ ແລ້ວຈັດວາງ, ຫ້ອຍ, ຕິດຢູ່ຕາມບ່ອນດຳເນີນການຊື້ຂາຍ ທີ່ໃຫ້ລູກຄ້າສາມາດເບິ່ງເຫັນໄດ້ງ່າຍ ແລະ ລາຄາຂາຍຍົກທີ່ກຳນົດ ແມ່ນບໍ່ໃຫ້ສູງກວ່າ ລາຄາຂາຍຍົກທີ່ ໂຮງງານຜະລິດ ຫຼື ບໍລິສັດຂາອອກ-ຂາເຂົ້າ ໄດ້ຈົດແຈ້ງກັບພາກລັດ.

ມາດຕາ 9 ການກຳນົດລາຄາ ຢາ ແລະ ຜະລິດຕະພັນການແພດ ຢູ່ຮ້ານຂາຍຍ່ອຍຢາ

ບັນດາຮ້ານຂາຍຍ່ອຍຢາ ຕ້ອງກຳນົດລາຄາຂາຍຍ່ອຍທຸກ ຜະລິດຕະພັນ ຢາ ແລະ ຜະລິດຕະພັນການ ແພດຂອງຕົນດ້ວຍການແຈ້ງລາຄາໃສ່ກະດານ ຫຼື ຕິດລາຄາໃສ່ເເຜງຢາ ຫຼື ກັບກ່ອງບັນຈຸຢາ ໂດຍຮັບປະກັນການບໍ່ ຕິດທັບບັນດາຂໍ້ມູນຈໍາເປັນຂອງຢາ ແລະ ລາຄາຂາຍຍ່ອຍທີ່ກຳນົດໄວ້ແມ່ນບໍ່ໃຫ້ສູງກວ່າລາຄາຂາຍຍ່ອຍ ທີ່ໂຮງງານຜະລິດ ຫຼື ບໍລິສັດຂາເຂົ້າ ໄດ້ຈົດແຈ້ງກັບພາກລັດ.

ມາຕຕາ 10 ການກຳນົດລາຄາຂາຍຍ່ອຍ ຢາ ແລະ ຜະລິດຕະພັນການແພດ ຢູ່ໂຮງໝໍ, ຫ້ອງ ກວດພະຍາດຂອງລັດ ແລະ ເອກະຊົນ

 1. ການກຳນົດລາຄາຂາຍຍ່ອຍຢູ່ຫ້ອງຈ່າຍຢາ ຂອງໂຮງໝໍເອກກະຊົນ, ຫ້ອງກວດພະຍາດຂອງເອກະຊົນ ຕ້ອງກຳນົດລາຄາຢາຕາມ ມາດຕາ 9 ຂອງຂໍ້ຕົກລົງສະບັບນີ້;

2. ການກຳນົດລາຄາຂາຍຍ່ອຍ ຂອງບັນດາສະຖານທີ່ບໍລິການສາທາລະນະສຸກຂອງ ລັດ ແລະ ເອກະຊົນ ທີ່ມີການເຊັນສັນຍາໃນການຊຳລະຕໍ່າ ຢາ ແລະ ຜະລິດຕະພັນການແພດຈາກຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ອົງການປະກັນສັງຄົມ ຕ້ອງປະຕິບັດຕາມລະບຽບຂອງກະຊວງສາທາລະນະສຸກ;

3. ຜູ້ອຳນວຍການໂຮງໝໍ, ຫ້ອງກວດພະຍາດຂອງລັດ ແລະ ເອກະຊົນ ມີໜ້າທີ່ຮັບຜິດຊອບຕໍ່ ການປະຕິບັດຕາມຂໍ້ກໍານົດທາງດ້ານລາຄາ ຢາ ແລະ ຜະລິດຕະພັນການແພດ ຂອງບັນດາສະຖານທີ່ຂາຍຍ່ອຍຝາ ໃນສະຖານທີ່ຂອງຕົນຄຸ້ມຄອງ.

ມາດຕາ 11 ການກຳນົດລາຄາກາງ

 ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເປັນຜູ້ກຳນົດລາຄາກາງຂອງ ຢາ ແລະ ຜະລິດຕະພັນການ ແພດໂດຍອີງໃສ່ຂໍ້ມູນລາຄາໃນທ້ອງຕະຫຼາດທັງພາຍໃນ ແລະ ສາກົນ, ລາຄາກາງແມ່ນນໍາໃຊ້ເພື່ອເປັນບ່ອນອີງ ໃນການປະມູນຈັດຊື້ຢາ ແລະ ຜະລິດຕະພັນການແພດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ເປັນຂໍ້ມູນໃຫ້ແກ່ການກຳນົດລາຄາ ຫຼື ຄ່າບໍລິການສຸຂະພາບຂອງຄົນເຈັບນອນ ແລະ ຄົນເຈັບກວດເຂດນອກ ໃນສະຖານທີ່ບໍລິການສາທາລະນະສຸກ ພາກລັດ ແລະ ເອກກະຊົນ ທີ່ມີການເຊັນສັນຍາ ຮັບການຊຳລະຕຳຢາ ແລະ ຜະລິດຕະພັນການແພດ ຈາກປະກັນສຸຂະພາບ ແລະ ປະກັນສັງຄົມ.

ມາດຕາ 12 ວິທີກຳນົດກຳນົດລາຄາກາງ

1. ໃນສະພາບປົກກະຕິການກຳນົດລາຄາກາງ ຈະມີການທົບທວນໃນແຕ່ລະປີສະນັ້ນທຸກໂຮງໝໍ ແລະ ສູນ ປິ່ນປົວສຸຂະພາບຕ້ອງສົ່ງສໍາເນົາໃບນຳສົ່ງຢາໃຫ້ຂະແໜງອາຫານ ແລະ ຢາ ແຂວງ ເພື່ອສັງລວມ ແລະ ສົ່ງໃຫ້ກົມ ອາຫານ ແລະຢາ ເພື່ອວິເຄາະຂໍ້ມູນລາຄາຢາ ແລະ ຜະລິດຕະພັນການແພດໃນແຕ່ລະປີ. ການປັບປຸງລາຄາກາງແຜ່ນ ອີງໃສ່ຂໍ້ມູນລາຄາຢາ ແລະ ຜະລິດຕະພັນການແພດການທີ່ຈັດຊື້ຕົວຈິງຂອງປີຜ່ານມາ;

2. ໃນສະພາວະສຸກເສີນການກຳນົດລາຄາກາງ ຈະຕ້ອງພິຈາລະນາໃນແຕ່ລະໄລຍະເຊັ່ນ: ມີສະພາບວິກິດທາງ ດ້ານເສດຖະກິດ-ການເງີນ, ໄພເງີນເຟີ້ ແລະ ສົງຄາມ,

ມາດຕາ 13 ການຄຸ້ມຄອງລາຄາໃນສະພາວະສຸກເສີນ

 ໃນກໍລະນີມີໄພພິບັດ ແລະ ການລະບາດຂອງພະຍາດ, ກະຊວງສາທາລະນະສຸກ ສາມາດນໍາໃຊ້ມາດຕະການ ຄຸ້ມຄອງດ້ວຍວິທີພິຈາລະນາການຄວບຄຸມລາຄາ ດັ່ງລຸ່ມນີ້:

1. ກຳນົດໂຄງປະກອບລາຄາ;

2. ກຳນົດລາຄາສູງສູດ, ລາຄາຕໍ່າສຸດ ຫຼື ຂອບເຂດລາຄາ;

3. ຄວບຄຸມສິນຄ້າໃນຄັງແຮສຳຮອງ;

4. ຖົມຂຸມສິນຄ້າ ແລະ ການບໍລິການ;

5. ການດັດສົມການສະໜອງ ແລະ ຄວາມຕ້ອງການ

 

 

ໝວດທີ 3

ຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ

ທີ່ໃຊ້ງົບປະມານ ແລະ ລາຍຮັບຈາກການໃຫ້ບໍລິການໃນໂຮງໝໍໃນການຈັດຊື້

ມາດຕາ 14 ການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ ທີ່ໃຊ້ງົບປະມານລັດ ແລະ ລາຍຮັບຈາກການໃຫ້ບໍລິການຂອງໂຮງໝໍໃນການຈັດຊື້

  1. ຢາທີ່ນອນໃນບັນຊີຢາຈຳເປັນພື້ນຖານ ທີ່ຊົມໃຊ້ໃນບັນດາສະຖານະການທີ່ບໍລິການສາທາລະນະສຸກຂອງລັດ ແລະ ສະຖານທີ່ບໍລິການທີ່ບໍ່ແມ່ນຂອງລັດແຕ່ມີການເຊັນສັນຍາຮັບການຊຳລະຄ່າຢາ ແລະ ຜະລິດຕະພັນການແພດ ຈາກປະກັນສຸຂະພາບ ແລະ ປະກັນສັງຄົມ ແມ່ນ ຕ້ອງໄດ້ຈັດຊື້ດ້ວຍຮູບການປະມູນ ໂດຍປະຕິບັດຕາມລະບຽບຂອງກົດໝາຍຈັດຊື້ຈັດຈ້າງ ແລະ ບັນດານິຕິກຳອື່ນທີ່ກ່ຽວຂ້ອງກັບການຈັດຊື້ປະມູນຢາຂອງກະຊວງສາທາລະນະສຸກ;
  2. ລາຄາຢາທີ່ຊະນະປະມູນ ແມ່ນ ບໍ່ໃຫ້ສູງກວ່າລາຄາກາງທີ່ກະຊວງສາທາລະນະສຸກ ໄດ້ກຳນົດໃຫ້ໃນໄລຍະໃກ້ກັບການປະມູນທີ່ສຸດ, ໃນກໍລະນີເປັນຢາທີ່ບໍ່ທັນກຳນົດລາຄາກາງຈາກກະຊວງສາທາລະນະສຸກ ແມ່ນ ໃຫ້ບໍ່ສູງກວ່າລາຄາຂາຍຍົກ ທີ່ທາງບໍລິສັດ ຫຼື ໂຮງງານໄດ້ຈົດແຈ້ງນຳກະຊວງສາທາລະນະສຸກ

ມາດຕາ 15 ການແຈ້ງລາຄາ ຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ຈາກການປະມູນຈັດຊື້

        ໃຫ້ບັນດາໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ ທີ່ຂື້ນກັບກະຊວງສາທາລະນະສຸກ ລວມທັງ ສະຖານບໍລິການທີ່ບໍ່ແມ່ນຂອງລັດ ແຕ່ມີການເຊັນສັນຍາຮັບການຊຳລະຄ່າ ຝາ ແລະ ຜະລິດຕະພັນການແພດ ຈາກປະກັນສຸຂະພາບ ແລະ ປະກັນສັງຄົມ ສົ່ງລາຍງານຜົນການປະມູນມາຍັງ ກະຊວງສາທາລະນະສຸກ ພາຍໃນ 30 ວັນຫຼັງຈາກປະກາດຜົນການປະມູນ.

          ໃນກໍລະນີ ພະແນກສາທາລະນະສຸກແຂວງ ເຮັດການຈັດຊື້ລວມສູນ ລາຄາທີ່ໄດ້ຮັບຈາກຜົນການປະມູນ ຕ້ອງໄດ້ຈົດແຈ້ງໃຫ້ກະຊວງສາທາລະນະສຸກ ຊາບພາຍໃນ 30 ວັນ.

 

 

 

 

 

 

ໝວດທີ 4

ການຈັດຕັ້ງປະຕິບັດການຄຸ້ມຄອງລາຄາ ຢາ ແລະ ຜະລິດຕັນການແພດ

ມາດຕາ 16 ອົງການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ

        ລັດຖະບານຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບ ຂະແໜງອຸດສາຫະກຳການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ. ມາດຕາ 17 ສິດ ແລະ ໜ້າທີ່ຮັບຜິດຊອບຂອງກະຊວງສາທາລະນະສຸກ ສິດ ແລະ ໜ້າທີ່ ຮັບຜິດຊອບຂອງກະຊວງສາທາລະນະສຸກ ມີດັ່ງນີ້:

1. ກະຊວງສາທາລະນະສຸກ ເປັນເຈົ້າການໃນການປະສານງານກັບຂະແໜງການອື່ນທີ່ກ່ຽວຂ້ອງ ໂດຍ ສະເພາະຂະແໜງການເງິນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າໃນນາມຄະນະຊີ້ນຳວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນສູນກາງ ຕາມຂໍ້ຕົກລົງສະບັບເລກທີ 71/ນຍ, ລົງວັນທີ 06 ຕຸລາ 2017;

2. ເຜີຍແຜ່, ຊີ້ນຳໃຫ້ອົງການຈັດຕັ້ງທີ່ຂື້ນກັບຕົນ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວທາງດ້ານ ຢາ ແລະ ຜະລິດຕະພັນການແພດ ແລະ ສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດໃຫ້ ປະຕິບັດການກຳນົດລາຄາຢາ ແລະ ຜະລິດຕະພັນການແພດ ຕາມຂໍ້ຕົກລົງສະບັບນີ້ ແລະ ກົດໝາຍທີ່ກ່ຽວຂ້ອງ;

3. ຕ້ອງມີການເຜີຍແຜ່ລາຄາຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ຜ່ານການອະນຸມັດອອກສູ່ສາທາລະນະຊົນ ເຊິ່ງລວມທັງເພດານຂອງລາຄາແຕ່ລະປະເພດ ແລະ ລາຄາທີ່ປະມູນຈັດຊື້ໂດຍໃຊ້ງົບປະມານ ລັດຖະບານ ແລະ ປະກັນສຸຂະພາບ ຫຼື ປະກັນສັງຄົມ ທຸກຄັ້ງທີ່ມີການປ່ຽນແຝງລາຄາ;

4. ລັດຖະມົນຕີກະຊວງສາທາລະນະສຸກ ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງລາຄາຢາ ແລະ ຜະລິດຕະ ພັນການແພດ ເພື່ອເປັນເສນາທິການໃນການຊີ້ນຳ, ນຳພາຈັດຕັ້ງປະຕິບັດການຄຸ້ມຄອງລາຄາ ໂດຍມອບໃຫ້ ຫົວໜ້າກົມອາຫານ ແລະ ຢາ ເປັນຫົວໜ້າກອງເລຂາດັ່ງກ່າວ;

5. ຊີ້ນຳ ແລະ ປະສານສົມທົບ ບັນດາພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ ທີ່ຂື້ນກັບຕົນ ໃຫ້ມີການສົມທົບກັນເປັນປະຈໍາ ໃນການຈັດຕັ້ງປະຕິບັດການລົງກວດກາ, ກວດສອບ ແລະ ປະຕິບັດມາດຕະການຕໍ່ຜູ້ກະທໍາຜິດ ທີ່ຢູ່ໃນຂອບເຂດການຄຸ້ມຄອງຕາມລະບຽບການ.

ມາດຕາ 18 ໜ້າທີ່ ຂອງກົມອາຫານ ແລະ ຢາ

 ກົມອາຫານ ແລະ ຢາ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ ນະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາຄາຢາ ແລະ ຜະລິດຕະພັນການແພດ;

2. ຄົ້ນຄວ້າ, ວິເຄາະ ແລະ ວິໄຈ ກ່ຽວກັບ ລາຄາຢາ, ຜະລິດຕະພັນການແພດ ແລະ ການດໍາເນີນທຸລະກິດ ລວມທັງສະເໜີໂຄງການ, ແຜນງານ ແລະ ມາດຕະການເພື່ອຄຸ້ມຄອງລາຄາ;

3. ກໍານົດລະບຽບການ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດການຄຸ້ມຄອງລາຄາຢາ ແລະ ຜະລິດ ຕະພັນການແພດ;

 4. ຊີ້ນຳ, ນຳພາ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ເປັນໃຈກາງປະສານສົມທົບກັບ ຂະແໜງການອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດການ ຄຸ້ມຄອງລາຄາຢາ ແລະ ຜະລິດຕະພັນການແພດ;

5. ຈັດຕັ້ງປະຕິບັດການຄຸ້ມຄອງລາຄາ ຕາມຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;

6. ເຜີຍແຜ່ ແລະ ແນະນຳ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;

7. ຕິດຕາມການເໜັງຕີງຂອງລາຄາຢາ ແລະ ຜະລິດຕະພັນການແພດ ເປັນແຕ່ລະໄລຍະເວລາ

8. ຮັບຜິດຈາລະນາ ແກ້ໄຂຄຳສະເໜີຂອງຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ ຫຼື ຄວາມເສຍຫາຍ, ເນື່ອງຈາກກະກະທຳອັນມີຜົນກະທົບຕໍ່ລາຄາຢາ ແລະ ຜະລີດຕະພັນການແພດ;

9. ປັບໃໝຜູ້ທີ່ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດຕາມການລາຍການຄວບຄຸມລາຄາ ທີ່ຕົນເປັນອົງການຄຸ້ມຄອງລາຄາ;

10. ຕິດຕາມ, ກວດກາ , ສະຫຼຸບ, ລາຍງານ ແລະ ສະເໜີ ກ່ຽວກັບ ການຈັດຕັ້ງປະຕິບັດຕາມເນື້ອໃນ ຂໍ໊ 2, 3 ແລະ 7 ຂອງມາດຕານີ້ຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ;

11. ອອກແຈ້ງການ, ລະບຽບການ, ຂໍ້ຕົກລົງ ແລະ ອື່ນໆ ຕາມການມອບໝາຍຂອງກະຊວງສາທາລະນະສຸກ;

12. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ມາດຕາ 19 ສິດ ແລະ ໜ້າທີ່ ຂອງພະແນກສາທາລະນະສຸກແຂວງ, ນະຄອນຫຼວງ

ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ, ວິເຄາະ, ວິໄຈ ກ່ຽວກັບລາຄາຢາ, ຜະລິດຕະພັນການແພດ ແລະ ການດຳເນີນທຸລະກິດລວມທັງ ສະເໜີໂຄງການ, ແຜນງານ ແລະ ມາດຕະການເພື່ອຄຸ້ມຄອງລາຄາ;
  2. ຊີ້ນຳ ແລະ ນຳພາ ກ້ອງການສາທາລະນະສຸກເມືອງ, ນະຄອນ, ເທດສະບານ ແລະ ປະສານສົມທົບ ກັບ ພະແນກອຸດສາຫະກຳການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໃນການຈັດຕ້ັງ ປະຕິບັດການຄຸ້ມຄອງລາຄາຢາ ແລະ ຜະລິດຕະພັນການແພດ;
  3. ຈັດຕ້ັງປະຕິບັດການຄຸ້ມຄອງລາຄາຢາ ຕາມຂໍ້ກຳນົດສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງຕາມການມອບໝາຍຂອງ ກະຊວງສາທາລະນະສຸກ;
  4. ເຜີຍແຜ່ ແລະ ແນະນຳ ການຈັດຕັ້ງປະຕິບັດດຳລັດສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ທົ່ວເຖິງ;
  5. ຕິດຕາມການເໜັງຕີງຂອາລາຄາ;
  6. ຮັບພິຈາລະນາ ແກ້ໄຂ ຄຳສະເໜີຂອງຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ ຫຼື ຄວາມເສຍຫາຍ ເນື່ອງຈາກການກະທຳອັນມີຜົນກະທົບຕໍ່ລາຄາ;
  7. ປັບໃໝ ຜູ້ທີ່ລພະເມີດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ ຕາມລາຍການຄວບຄຸມລາຄາ;
  8. ສະຫຼຸບ, ລາຍງານ ແລະ ສະເໜີ ກ່ຍວກັບການຈັດຕັ້ງປະຕິບັດຕາມເນື້ອໃນ ຂໍ້ 1, 2, 5 ແລະ 6 ຂອງມາດຕານີ້ ຕໍ່ກະຊວງ ສາທາລະນະສຸກ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 20 ສິດ ແລະ ໜ້າທີ່ຂອງຫ້ອງການສາທາລະນະສຸກ ເມືອງ, ນະຄອນ, ເທດສະບານ

        ຫ້ອງການສາທາລະນະສຸກເມືອງ, ນະຄອນ, ເທດສະບານ ມີ ສິດ ແລະ ໜ້າທີ່ດັ່ງນີ້:

          1. ຄົ້ນຄວ້າ, ວິເຄາະ ແລະ ວິໄຈກ່ຽວກັບ ລາຄາຢາ, ຜະລິດຕະພັນການແພດ ແລະ ການດຳເນີນທຸລະກິດ ລວມທັງ ສະເໜີໂຄງການ,ແຜນງານ ແລະ ມາດຕະການເພື່ອຄຸ້ມຄອງລາຄາ;

          2.  ຊີ້ນໍາ ແລະ ນໍາພາ ໜ່ວຍງານຄຸ້ມຄອງສິນຄ້າ ແລະ ປະສານງານກັບ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃນການຈັດ ຕັ້ງປະຕິບັດການຄຸ້ມຄອງລາຄາ:

3. ຈັດຕັ້ງປະຕິບັດການຄຸ້ມຄອງລາຄາ ຕາມຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງຕາມ ການມອບໝາຍຂອງ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ;

4. ເຜີຍແຜ່ ແລະ ແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;

5. ຕິດຕາມການເໜັງຕີງຂອງລາຄາ ເປັນແຕ່ລະໄລຍະ;

6. ຮັບພິຈາລະນາ ແກ້ໄຂຄຳສະເໜີຂອງຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ ຫຼື ຄວາມເສຍຫາຍ ເນື່ອງຈາກ ການກະທຳອັນມີຜົນກະທົບຕໍ່ລາຄາ;

7. ບັບໃໝ່ຜູ້ທີ່ລະເມີດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດຕາມ ລາຍການຄວບຄຸມລາຄາ;

8. ສະຫຼຸບ, ລາຍງານ ແລະ ສະເໜີກ່ຽວກັບການຈັດຕັ້ງປະຕິບັດຕາມເນື້ອໃນ ຂໍ້: 1, 2, 5 ແລະ 6 ຂອງ ມາດຕານີ້ ຕໍ່ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ອົງການປົກຄອງເມືອງ, ນະຄອນ, ເທດສະບານ;

9. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 5

ສິດ ແລະ ພັນທະຂອງຜູ້ດໍາເນີນທຸລະກິດ

ມາດຕາ 21 ສິດຂອງຜູ້ດຳເນີນທຸລະກິດ

 ສິດຂອງຜູ້ດຳເນີນທຸລະກິດ ມີສິດດັ່ງນີ້:

1. ກຳນົດລາຄາບົນພື້ນຖານກົນໄກຂອງຕະຫຼາດ ຍົກເວັ້ນແຕ່ລາຍການຢາ ທີ່ນອນໃນລາຍການຄວນ ຄຸມລາຄາ:

2. ສະເໜີ ຫຼື ຮ້ອງຟ້ອງ ພະນັກງານ ຫຼື ເຈົ້າໜ້າທີ່ ກ່ຽວກັບ ການປະຕິບັດງານ ເມື່ອເຫັນວ່າມີພຶດຕິກຳ ທີ່ບໍ່ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບ;

3. ນໍາໃຊ້ສິດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 22 ພັນທະຂອງຜູ້ດຳເນີນທຸລະກິດ

ຜູ້ດໍາເນີນທຸລະກິດ ມີພັນທະດັ່ງນີ້:

1. ຈົດແຈ້ງ ທຸກລາຍການທີ່ຕົນຮັບຜິດຊອບ ພ້ອມທັງແຈ້ງຕື່ນຖ້າມີການປ່ຽນແປງ;

2. ສົ່ງບົດລາຍງານລາຄາຢາ ແລະ ຜະລິດຕະພັນການແພດທັງໝົດ ປີລະຄັ້ງ, ສຳລັບ ລາຍການຢາ ທີ່ນອນ ໃນລາຍການຄວບຄຸມລາຄາ ສົ່ງກົມອາຫານ ແລະ ຢາ ທຸກໆ 6 ເດືອນ;

3. ສະແດງ ຫຼື ຕິດລາຄາຢາ ທີ່ນອນໃນລາຍການຢາຄວບຄຸມລາຄາ ຫຼື ບໍ່ຄວບຄຸມ, ບ້ານລາຄາດັ່ງກ່າວ ຕ້ອງຕິດຢູ່ໃນບໍລິສັດ, ສະຖານທີ່ຮ້ານຂາຍຢາ ຫຼື ຫ້ອງຂາຍຂອງບໍລິສັດຂອງຕົນ, ການຕິດປ້າຍລາຄາຕ້ອງ ຈະແຈ້ງ ບໍ່ສ້າງຄວາມສັບສົນໃຫ້ແກ່ຜູ້ຊົມໃຊ້;

4. ຕ້ອງໃຫ້ຄວາມຮ່ວມມື ແກ່ການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່;

5. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 23 ພັນທະຂອງໂຮງໝໍ ແລະ ຫ້ອງກວດພະຍາດຂອງລັດ

 ໂຮງໝໍ ແລະ ຫ້ອງກວດພະຍາດຂອງລັດ ມີພັນທະຕັ່ງນີ້:

 1. ສະແດງ ຫຼື ຕິດລາຄາຢາ ແລະ ຜະລິດຕະພັນການແພດ ທີ່ນອນໃນລາຍການຢາຄວບຄຸມລາຄາ ບໍ່ຄວບຄຸມ. ຍ້າຍລາຄາດັ່ງກ່າວ ຕ້ອງສະແດງ ແລະ ຕິດຢູ່ໃນສະຖານທີ່ບໍລິການສາທາລະນະສຸກ;

2. ຕ້ອງໃຫ້ຄວາມຮ່ວມມື ແກ່ການປະຕິບັດໜ້າທີ່ຂອງພະນັກງານ ຫຼື ເຈົ້າໜ້າທີ່;

3. ປະຕິບັດພັນທະອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ໝວດທີ 6

ຂໍ້ຫ້າມ

ມາດຕາ 24 ຂໍ້ຫ້າມສໍາລັບພະນັກງານ ຫຼື ເຈົ້າໜ້າທີ່ ໃນການປະຕິບັດໜ້າທີ່

 ຫ້າມພະນັກງານ ຫຼື ເຈົ້າໜ້າທີ່ ມີພຶດຕິກໍາ ດັ່ງນີ້:

1. ສວຍໃຊ້ອຳນາດ, ຕຳແໜ່ງ ແລະ ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;

2. ສວຍໃຊ້ອຳນາດເກີນຂອບເຂດ ທີ່ເປັນການບັງຄັບ ແລະ ນາບຂູ່ ເຊັ່ນ: ໃຊ້ຄວາມຮຸນແຮງ, ໃຊ້ອາວຸດ, ທໍລະມານ, ໃຊ້ການກະທໍາ ແລະ ວາຈາທີ່ຫຍາບຊາ;

3. ປະລະໜ້າທີ່ ແລະ ລົບຫຼີກການເຄື່ອນໄຫວວຽກງານ;

4. ເມີນເສີຍ, ປະໝາດ, ຂາດຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ;

5. ປິດບັງ, ປົກປ້ອງ, ເຊື່ອງອຳ ແລະ ໃຫ້ຄວາມຮ່ວມມືແກ່ ຜູ້ກະທຳຄວາມຜິດ ເພື່ອຮັບ ສິນບົນ ຫຼື

6. ເປີດເຜີຍຄວາມລັບທີ່ໄດ້ຈາກຜູ້ດຳເນີນທຸລະກິດ ນອກເໜືອຈາກເປົ້າໝາຍການຄຸ້ມຄອງລາຄາ ແລະ ຜົນປະໂຫຍດແນວອື່ນ; ຜະລິດຕະພັນການແພດ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງ;

7. ມີພຶດຕິກຳອື່ນ ທີ່ລະເມີດ ກົດໝາຍ ແລະ ລະບຽບການ.

ມາດຕາ 25 ຂໍ້ຫ້າມ ສຳລັບຜູ້ດໍາເນີນທຸລະກິດ

ຫ້າມຜູ້ດຳເນີນທຸລະກິດ ມີພຶດຕິກໍາດັ່ງນີ້:

1. ກະທຳການໃດໆ ໂດຍເຈດຕະນາ ຊຶ່ງເຮັດໃຫ້ລາຄາຕໍ່າ ຫຼື ສູງເກີນຄວນ ຫຼື ເຮັດໃຫ້ ເກີດຄວາມປັ່ນ ປ່ວນໃນສັງຄົມ;

2. ກັກຕຸນສິນຄ້າ ທີ່ນອນໃນລາຍການຄວບຄຸມລາຄາ, ໂດຍມີສິນຄ້າດັ່ງກ່າວ ໄວ້ໃນຄອບຄອງເກີນ ປະລິມານ ທີ່ອົງການຄຸ້ມຄອງລາຄາໄດ້ກຳນົດໄວ້;

3. ເກັບມ້ຽນສິນຄ້າໄວ້ໃນຄັງແຮສໍາຮອງອື່ນນອກຈາກຄັງແຮສໍາຮອງທີ່ໄດ້ລາຍງານຕໍ່ ອົງການຄຸ້ມຄອງ ລາຄາ;4. ນຳເອົາສິນຄ້າ ທີ່ຢູ່ໃນລາຍການຄວບຄຸມທີ່ມີໄວ້ນັ້ນອອກຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກ ອົງການຄຸ້ມຄອງລາຄາ;

5. ຢຸດ, ປະຕິເສດ ຫຼື ແກ່ຍາວເວລາ ການຈໍາໜ່າຍ ຫຼື ການບໍລິການ ໂດຍບໍ່ມີເຫດຜົນ ໃນເມື່ອມີຄຳສັ່ງຈາກອົງການຄຸ້ມຄອງລາຄາ.

ໝວດທີ 7

ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ ຜູ້ລະເມີດ

ມາດຕາ 26 ນະໂຍບາຍຕໍ່ຜູ້ມີຜົນງານ

ຜູ້ດໍາເນີນທຸລະກິດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ດ້ວຍການດຳເນີນ ທຸລະກິດ ຖືກຕ້ອງ, ໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນກ່ຽວກັບລາຄາຢ່າງຖືກຕ້ອງ, ຊັດເຈນ ແລະ ທັນເວລາ ຈະໄດ້ຮັບການຍ້ອງຍໍ ຫຼື ປະຕິບັດນະໂຍບາຍອື່ນໆຕາມຄວາມເໝາະສົມໃນແຕ່ລະກໍລະນີ.

ມາດຕາ 27 ມາດຕະການຕໍ່ຜູ້ລະເມີດ

ຜູ້ດຳເນີນທຸລະກິດ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ບັບໃໝ, ໄຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ມາດຕາ 28 ມາດຕະການສຶກສາອົບຮົມ

ຜູ້ດຳເນີນທຸລະກິດ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ທີ່ບໍ່ເປັນການກະທຳຜິດທາງອາຍາ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ.

ມາດຕາ 29 ມາດຕະການທາງວິໄນ

ພະນັກງານ ຫຼື ເຈົ້າໜ້າທີ່ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການທາງວິໄນຕາມ ລະບຽບກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 30 ມາດຕະການປັບໃໝ

ຜູ້ດຳເນີນທຸລະກິດທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ທີ່ບໍ່ເປັນການກະທໍາຜິດທາງອາຍາ ແລະ ພາຍຫຼັງທີ່ ໄດ້ຮັບການຕັກເຕືອນ ແລະ ສຶກສາອົບຮົມມາແລ້ວສອງຄັ້ງ, ຈະຖືກປັບໃໝຕາມແຕ່ລະກໍລະນີ ຕາມດຳລັດວ່າ ດ້ວຍການຄຸ້ມຄອງ ລາຄາສິນຄ້າ ແລະ ລາຄາບໍລິການ ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010 ດັ່ງລຸ່ມນີ້:

1. ບໍ່ຕິດປ້າຍລາຄາ ມີໂທດປັບໃໝແຕ່ 500,000 ກີບ ຫາ 1.000.000 ກີບ/ຄັ້ງ/ລາຍການ;

2. ແຈ້ງຂໍ້ມູນເທດ ກ່ຽວກັບໂຄງປະກອບລາຄາ ຫຼື ຄັງແຮສຳຮອງມີໂທດປັບໃໝແຕ່ 1.000.000 ກີບ ຫາ 3.000.000 ກີບ/ຄັ້ງ/ລາຍການ;

3. ບໍ່ແຈ້ງໂຄງປະກອບລາຄາ ມີໂທດປັບໃໝແຕ່ 1.000.000 ກີບ ຫາ 3.000.000 ກີບ/ຄັ້ງ/ ລາຍການ;

4. ນຳເອົາສິນຄ້າທີ່ມີໄວ້ໃນຄັງແຮສຳຮອງອອກຈຳໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການ ຄຸ້ມຄອງ ລາຄາມີໂທດປັບໃໝແຕ່ 1.000.000 ກີບ ຫາ 3.000.000 ກີບ/ຄັ້ງ/ລາຍການ;

5. ຢຸດ, ປະຕິເສດ ຫຼື ແກ່ຍາວລາຄາ ການຈຳໜ່າຍ ຫຼື້ ການບໍລິການ ໂດຍບໍ່ມີເຫດຜົນໃນເມື່ອມີຄຳສັ່ງຈາກອົງການຄຸ້ມຄອງລາຄາ ມີໂທດປັບໃໝແຕ່ 1.000.000 ກີບ ຫາ 3.000.000 ກີບ/ຄັ້ງ/ລາຍການ

6. ນຳໃຊ້ໂຄງປະກອບລາຄາ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລາຄາມີໂທດປັບໃໝແຕ່ 1.000.000 ຫີບ ຫາ 5.000.000 ກີບ/ຄັ້ງ/ລາຍການ

ມາດຕາ 31​ມາດຕະການທາງແພ່ງ ແລະ ທາງອາຍາ

        ມາດຕະການທາງແພ່ງ ແລະ ທາງອາຍາ ແມ່ນໃຫ້ອີງໃສ່ລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 32 ມາດຕະການໂທດເພີ່ມ

        ຜູ້ດຳເນີນທຸລະກິດທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ສາມາດຖືກປະຕິບັດຕາມມາດຕະການໂທດເພີ່ມເຊັ່ນ: ໂຈະ ຫຼື ຖອນໃບທະບຽນວິຊາສະເພາະ, ໃບອະນຸຍາດ, ຮິບວັດຖຸສິ່ງຂອງຕາມລະບຽບການທີ່ກ່ຽວຂ້ອງ.

ໝວດທີ 8

ບົດບັນຍັດສຸດທ້າຍ

ມາດຕາ 33 ການຈັດຕັ້ງປະຕິບັດ

        ກະຊວງສາທາລະນະສຸກມອບໃຫ້ກົມອາຫານ ແລະ ຢາ ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີີ້ໃຫ້ໄດ້ຮັບຜົນດີ.

          ບັນດາກະຊວງ, ອົງການທຽບເທົ່າກະຊວງອື່ນ ແລະ ອົງການປົກຄອງທ້ອງຖິ່ນ ຈຶ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ.

ມາດຕາ 34 ຜົນສັກສິດ

        ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ ສີ່ສິບຫ້າວັນ ນັບແຕ່ວັນທີໄດ້ລົງລາຍເຊັນປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ.

 

ລັດຖະມົນຕີ

ປອ.ດຣ. ບຸນແຝງ ພູມມະໄລສິດ

 

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ, ເລກທີ 3708/ສທ, ລົງວັນທີ 21 ທັນວາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.