ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ເລກທີ 6118/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 29 ພະຈິກ 2022
ຂໍ້ຕົກລົງ
ວ່າດ້ວຍການນໍາໃຊ້ນໍ້າ
- ອີງຕາມ ກົດຫມາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ສະບັບເລກທີ 23/ສພຊ, ລົງວັນທີ 11 ພຶດສະພາ 2017;
- ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ສະບັບເລກທີ 573/ນຍ, ລົງວັນທີ 20 ກັນຍາ 2021;
- ອີງຕາມ ຫນັງສືສະເຫນີຂອງກົມຊັບພະຍາກອນນໍ້າ, ສະບັບເລກທີ 1420/ກຊນ, ລົງວັນທີ 17 ຕຸລາ 2022.
ລັດຖະມົນຕີ ຕົກລົງ:
ພາກທີ I
ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ການນໍາໃຊ້ນໍ້າ, ການອະນຸຍາດນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ, ການອອກໃບອະນຸຍາດດໍາເນີນທຸລະ ກິດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນການນໍາໃຊ້ນໍ້າໃຫ້ຖືກເປົ້າຫມາຍ, ປະຢັດ, ມີ ປະສິດທິພາບ, ສົມເຫດສົມຜົນ ພ້ອມທັງປົກປັກຮັກສານໍ້າ ແລະ ຊັບພະຍາກອນນໍ້າ ຕາມທິດຍືນຍົງ ແລະ ສີ ຂຽວ ແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການດໍາລົງຊິວິດຂອງປະຊາຊົນ, ການຜະລິດກະສິກໍາ, ອຸດສາຫະກໍາ, ການຄົມມະນາຄົມ ແລະ ຂົ່ນສົ່ງ, ການກິລາ ແລະ ການທ່ອງທ່ຽວ ແລະ ການນໍາໃຊ້ໃນເປົ້າຫມາຍ ອື່ນ ປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ 2 ການນໍາໃຊ້ນໍ້າ
ການນໍາໃຊ້ນໍ້າ ແມ່ນການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ເຂົ້າໃນເປົ້າຫມາຍໃດຫນຶ່ງ ຊຶ່ງປະກອບມີ ການນໍາໃຊ້ນໍ້າເພື່ອການບໍລິໂພກ ແລະ ອຸປະໂພກຂອງພົນລະເມືອງ, ການຜະລິດພະລັງງານໄຟຟ້າ, ການຊົນລະ ປະທານ, ການອຸດສາຫະກໍາ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ການຜະລິດນໍ້າປະປາ, ການພັກຜ່ອນ, ກິລາ ແລະ ທ່ອງທ່ຽວ ແລະ ການນໍາໃຊ້ໃນເປົ້າຫມາຍອື່ນ ລວມທັງການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ການຂຸດເຈາະ ຫຼື ຊີເຈາະ ນໍ້າໃຕ້ດິນ ເພື່ອນໍາໃຊ້ເຂົ້າໃນເປົ້າຫມາຍໃດຫນຶ່ງ.
ມາດຕາ 3 ນິຍາມຄໍາສັບ
ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມຫມາຍ ດັ່ງນີ້:
1. ແຫຼ່ງນໍ້າຫນ້າດິນ ຫມາຍເຖິງ ນໍ້າທີ່ຢູ່ເທິງຫນ້າດິນ ເປັນຕົ້ນ ແມ່ນ້ໍາ, ລໍາເຊ, ຫ້ວຍ, ຮ່ອງ, ຫນອງ, ຄອງ, ບືງ, ທາມເບື່ອມ, ກູດ, ນໍ້າຕົກຕາດ, ອ່າງເກັບນໍ້າ, ນໍ້າລອດຖໍ້າ, ນໍ້າຍ້ອຍຜາ
2. ແຫຼ່ງນໍ້າໃຕ້ດິນ ຫມາຍເຖິງ ແຫຼ່ງນ້ໍາທີ່ຢູ່ພື້ນດິນເປັນຊັ້ນ, ເປັນຜົ້ງ, ເປັນສາຍ ຫຼື ປົນກັນກັບເນື້ອດິນ ເປັນຕົ້ນ ນ້ໍາສ້າງ, ນ້ໍາອອກບໍ່, ນ້ໍາແຮ່ທາດ, ນໍ້າບາດານ, ນໍ້າລອດພື້ນ;
3. ນໍ້າໃຕ້ດິນ ຫມາຍເຖິງ ນໍ້າທໍາມະຊາດທີ່ຢູ່ພື້ນດິນ ເຊັ່ນ: ນໍ້າສ້າງ, ນໍ້າບາດານ, ນໍ້າອອກ, ນາລອດພື້ນ;
4. ນໍ້າບາດານ ຫມາຍເຖິງ ນໍ້າໃຕ້ດິນທີ່ຂຸດເຈາະ ຫຼື ຊີເຈາະຈາກຊັ້ນໃຫ້ນໍ້າ ທີ່ຢູ່ໃຕ້ດິນໃນລະດັບຄວາມ ເລິກ ສິບຫ້າ ແມັດຂຶ້ນໄປ ຊຶ່ງຊັ້ນດັ່ງກ່າວນີ້ ແມ່ນຊັ້ນໃຫ້ນໍ້າແບບປິດທີ່ມີຊັ້ນດິນ ແລະ ຊັ້ນຫີນອີ່ມຕົວດ້ວຍນໍ້າ;
5. ນໍ້າສ້າງ ຫມາຍເຖິງ ນໍ້າໃຕ້ດິນທີ່ຢູ່ຊັ້ນໃຫ້ນໍ້າແບບເປີດທີ່ສາມາດນໍາເອົານໍ້າຂຶ້ນມາໃຊ້ໄດ້ ໂດຍການຂຸດ ຈົນເຖິງຂັ້ນໃຫ້ນໍ້າ;
6. ການຂຸດເຈາະ ຫຼື ຊີເຈາະ ນໍ້າໃຕ້ດິນ ຫມາຍເຖິງ ການຂຸດເຈາະ ຫຼື ຊີເຈາະ ພື້ນດິນໂດຍຜ່ານຊັ້ນດິນ, ຫີນ ເພື່ອນໍາເອົານໍ້າຂຶ້ນໄປໃຊ້ເຂົ້າໃນເປົ້າຫມາຍຕ່າງໆ;
7. ການເກັບກໍາຂໍ້ມູນບໍ່ນໍ້າໃຕ້ດິນ ຫມາຍເຖິງ ການເກັບກໍາ ແລະ ສັງລວມ ຈໍານວນນໍ້າສ້າງ ແລະ ນໍ້າບາດານ ລວມທັງທີ່ຕັ້ງ, ຈຸດພິກັດ, ຄວາມກວ້າງ, ຄວາມເລິກ, ລະດັບນໍ້າ, ຄຸນນະພາບນໍ້າໃຕ້ດິນຂອງບໍ່ ທີ່ໄດ້ຂຸດເຈາະ ຫຼື ຊີເຈາະແລ້ວ;
8. ແຜນຄຸ້ມຄອງອ່າງເກັບນໍ້າຂອງໂຄງການ ຫມາຍເຖິງ ການຈັດຕັ້ງປະຕິບັດວຽກງານກ່ຽວກັບການວາງ ມາດຕະການຄວາມປອດໄພຂອງອ່າງເກັບນໍ້າ, ປ້ອງກັນການເຊາະເຈື່ອນ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ, ແຜນ ການປູກ ແລະ ຟື້ນຟູປ່າປ້ອງກັນແຫຼ່ງນໍ້າ, ການຮັກສາປະລິມານນໍ້າໄຫຼຕໍ່າສຸດ, ການຄຸ້ມຄອງຄຸນນະພາບນໍ້າ, ການປົກປັກຮັກສາຊີວະນາໆພັນທາງນໍ້າ, ການແກ້ໄຂກໍລະນີສຸກເສີນ, ການບູລະນະຟື້ນຟູຄວາມເສຍຫາຍທີ່ເກີດຂຶ້ນ ແລະ ອື່ນໆ ໃນຂອບເຂດການພັດທະນາຂອງຕົນ ໂດຍສອດຄ່ອງກັບແຜນຄຸ້ມຄອງອ່າງຮັບນໍ້າໃນແຕ່ລະຂະຫນາດ;
9. ຫມໍ້ວັດແທກນໍ້າ ຫມາຍເຖິງ ຕົວນັບ ຫຼື ຕົວວັດແທກ ອັດຕາການຊົມໃຊ້ນໍ້າ.
ມາດຕາ 4 ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ ເຄື່ອນໄຫວກ່ຽວກັບວຽກງານການນໍາໃຊ້ນໍ້າ ຢູ່ ສປປ ລາວ.
ພາກທີ II
ການຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ
ຫມວດທີ 1
ເກັບກໍາຂໍ້ມູນ, ການສະຫນອງຂໍ້ມູນ ແລະ ຂຶ້ນບັນຊີການນໍາໃຊ້ນໍ້າຫນ້າດິນ
ມາດຕາ 5 ການເກັບກໍາຂໍ້ມູນການນໍາໃຊ້ນໍ້າ
ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕ້ອງໄດ້ເກັບກໍາຂໍ້ມູນການນໍາໃຊ້ນໍ້າ ຂອງ ບັນດາກິດຈະການຕ່າງໆ ທີ່ຕົນໄດ້ອອກໃບອະນຸຍາດການນໍາໃຊ້ນໍ້າ ລວມທັງກິດຈະການທີ່ຍັງບໍ່ໄດ້ອອກໃບອະນຸ ຍາດການນໍາໃຊ້ນໍ້າ ເພື່ອສັງລວມເຂົ້າໃນຖານຂໍ້ມູນຊັບພະຍາກອນນໍ້າ ແລະ ເປັນຂໍ້ມູນໃຫ້ແກ່ການອອກໃບອະນຸ ຍາດການນໍາໃຊ້ນໍ້າ.
ມາດຕາ 6 ການສະຫນອງຂໍ້ມູນການນໍາໃຊ້ນໍ້າ
ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ນໍາໃຊ້ນໍ້າ ຕ້ອງສະຫນອງຂໍ້ມູນການນໍາໃຊ້ນໍ້າຂອງຕົນໃຫ້ຂະແຫນງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອສາມາດປະເມີນຄຸນນະພາບນໍ້າ ແລະ ປະລິມານການນໍາ ໃຊ້ນໍ້າ ແນໃສ່ສະຫນອງນໍ້າຕາມຄວາມຕ້ອງການໃນການດໍາລົງຊິວິດຂອງປະຊາຊົນ, ການຜະລິດກະສິກໍາ, ອຸດສາ ຫະກໍາ ແລະ ການບໍລິການ ຢ່າງພຽງພໍ.
ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະຫນອງຂໍ້ມູນພື້ນຖານກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມການສະເຫນີຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເພື່ອເປັນຂໍ້ມູນພື້ນຖານໃນ ການນໍາໃຊ້ເຂົ້າໃນກິດຈະການໃດຫນຶ່ງ.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດເຂົ້າເຖິງຂໍ້ມູນ ຂ່າວສານ ກ່ຽວກັບນໍ້າ ແລະ ຊັບພະຍາກອນ ນໍ້າ ຍົກເວັ້ນຂໍ້ມູນທີ່ເປັນຄວາມລັບ ແລະ ມີຄວາມສໍາຄັນຕໍ່ປະເທດຊາດ.
ມາດຕາ 7 ການຂຶ້ນບັນຊີການນໍາໃຊ້ນໍ້າ
ການຂຶ້ນບັນຊີ ການນໍາໃຊ້ນໍ້າ ແມ່ນ ການສັງລວມ, ຈັດຫມວດ ແລະ ໃສ່ລະຫັດຂໍ້ມູນການນໍາໃຊ້ນໍ້າແລ້ວ ນໍາເຂົ້າໃນຖານຂໍ້ມູນຂອງຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນເຄື່ອງມືໃນ ການຕິດຕາມ, ກວດກາ, ປະເມີນສະພາບ, ວິເຄາະບັນຫາ, ສະຫນັບສະຫນູນໃນການຕັດສິນໃຈ, ການຄຸ້ມຄອງ, ການວາງແຜນ ແລະ ການພັດທະນານໍ້າ ແລະ ຊັບພະຍາກອນນໍ້າ.
ການຂຶ້ນບັນຊີການນໍາໃຊ້ນໍ້າ ໄດ້ແບ່ງຄວາມຮັບຜິດຊອບ ດັ່ງນີ້:
1. ກົມຊັບພະຍາກອນນ ໍ້າ ເປັນຜູ້ຂຶ້ນບັນຊີຜູ້ນໍາໃຊ້ນໍ້າ ທີ່ຕົນເອງໄດ້ອອກໃບອະນຸຍາດການນໍາໃຊ້ນໍ້າ ແລ້ວສົ່ງໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນວິສາຫະກິດຕັ້ງຢູ່ ເພື່ອຄຸ້ມ ຄອງ ແລະ ຕິດຕາມ ກວດກາ ການນໍາໃຊ້ນໍ້າ ພ້ອມທັງລາຍງານໃຫ້ລັດຖະມົນຕີກະຊວງຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງແຂວງ ຮັບຊາບ ເປັນແຕ່ລະໄລຍະ;
2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນຜູ້ຂຶ້ນບັນຊີຜູ້ນໍາໃຊ້ນ້ໍາ ທີ່ຕົນ ເອງໄດ້ອອກໃບອະນຸຍາດການນໍາໃຊ້ນ້ໍາ ແລ້ວນໍາສົ່ງໃຫ້ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ ່ງແວດລ້ອມ ເປັນຜູ້ສັງລວມຂຶ້ນບັນຊີລວມສູນໃນຂອບເຂດທົ່ວປະເທດ ພ້ອມທັງລາຍງານອົງການ ປົກຄອງ ຂັ້ນແຂວງ ຮັບຊາບ ເປັນແຕ່ລະໄລຍະ.
ມາດຕາ 8 ການປົກປັກຮັກສາແຫຼ່ງນ້ໍາທໍາມະຊາດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພັນທະປົກປັກຮັກສາແຫຼ່ງນ້ໍາທໍາມະຊາດ ໃຫ້ມີຄວາມອຸດົມສົມບູນ, ບໍ່ໃຫ້ກໍ່ຜົນເສຍຫາຍແກ່ນໍາ ແລະ ຊັບພະຍາກອນນ້ໍາ ພ້ອມທັງປົກປັກຮັກສາ, ຟື້ນຟູ ແລະ ບູລະນະຊັບພະຍາ ກອນປ່າໄມ້ ແລະ ດິນໃນເຂດອ່າງຮັບນໍ້າ ຕາມແຜນຄຸ້ມຄອງຈັດສັນແຫຼ່ງນໍ້າ, ປ່າໄມ້, ທີ່ດິນ ແລະ ຕາມລະດູ ການຢ່າງເຂັ້ມງວດ ໂດຍສະເພາະໃນເຂດບໍລິເວນຕົ້ນກໍາເນີດຂອງນໍ້າ ຫຼື ຢູ່ອ້ອມແອ້ມແຫຼ່ງນໍ້າ.
ຫມວດທີ 2
ປະເພດໂຄງການ ຫຼື ກິດຈະການ
ທີ່ອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າ
ມາດຕາ 9 ປະເພດໂຄງການ ຫຼື ກິດຈະການ ທີ່ອະນຸຍາດການນໍາໃຊ້ນໍ້າຫນ້າດິນ
ປະເພດໂຄງການ ຫຼື ກິດຈະການ ທີ່ອະນຸຍາດການນໍາໃຊ້ນໍ້າຫນ້າດິນ ມີດັ່ງນີ້:
I. ການຜະລິດພະລັງງານໄຟຟ້າ;
2. ການຊົນລະປະທານ;
3. ການຜະລິດອຸດສາຫະກໍາ;
4. ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ;
5. ການຜະລິດນໍ້າປະປາ;
6. ການພັກຜ່ອນ, ກິລາ ແລະ ທ່ອງທ່ຽວ.
ການນໍາໃຊ້ນໍ້າຫນ້າດິນ ເພື່ອການຜະລິດພະລັງງານໄຟຟ້າ ແມ່ນ ການນໍາໃຊ້ນໍ້າຈາກສາຍນ້ໍາທໍາມະຊາດ ເປັນຕົ້ນ ດ້ວຍການກັກ, ເກັບນ້ໍາ, ອວ່າຍແລວນ້ໍາ, ປ່ຽນທາງໄຫຼຂອງນໍ້າ ແລະ ການນໍາໃຊ້ພື້ນທີ່ຫນ້ານໍ້າ ເຂົ້າໃນ ການຜະລິດພະລັງງານໄຟຟ້າ.
ການນໍາໃຊ້ນໍ້າຫນ້າດິນ ເພື່ອການຊົນລະປະທານ ແມ່ນ ການສະຫນອງນໍ້າຈາກແຫຼ່ງນໍ້າໃດຫນຶ່ງ ເຂົ້າໃນການປູກຝັງ, ລ້ຽງສັດ, ການປະມົງ ແລະ ປູກໄມ້ອຸດສາຫະກໍາ.
ການນໍາໃຊ້ນໍ້າຫນ້າດິນ ເພື່ອການຜະລິດອຸດສາຫະກໍາ ແມ່ນ ການນໍາໃຊ້ເຂົ້າໃນຂະບວນການຜະລິດອຸດ ສາຫະກໍາເປັນສິນຄ້າປະເພດໃດຫນຶ່ງ ເປັນຕົ້ນ ການປຸງແຕ່ງຜະລິດຕະພັນສະບຽງອາຫານ, ການຜະລິດເຄື່ອງດື່ມ, ການຜະລິດຢາສູບ, ການຜະລິດແຜ່ນແພ, ການຜະລິດຕະພັນຫນັງ, ການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ, ການ ຜະລິດຖ່ານຫີນເຜົາໄຫມ້, ຜະລິດນໍ້າມັນການກັ່ນຕອງ, ການຜະລິດຕະພັນເຄມີ, ການຜະລິດຕະພັນຢາງ, ການ ຜະລິດປລາສະຕິກ, ການຜະລິດໂລຫະຂັ້ນພື້ນຖານ, ໂຮງງານຜະລິດເຄື່ອງຄອມພີວເຕີ້, ເຄື່ອງເອເລັກໂຕຣນິກ, ຜະລິດອຸປະກອນໄຟຟ້າ, ຜະລິດເຄື່ອງປະກອບພາຫະນະ, ຜະລິດເຄື່ອງອຸປະກອນຂົນສົ່ງ.
ການນໍາໃຊ້ນໍ້າຫນ້າດິນ ເພື່ອຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແມ່ນ ການນໍາໃຊ້ນໍ້າຈາກແຫຼ່ງນ້ໍາທໍາມະຊາດ ເຂົ້າໃນກິດຈະການແຮ່ທາດ ເປັນຕົ້ນ ການຂຸດຄົ້ນແຮ່ອະໂລຫະສໍາລັບການກໍ່ສ້າງອຸດສາຫະກໍາ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໂລຫະ, ການຂຸດຄົ້ນແຮ່ທາດພະລັງງານເຊື້ອໄຟ.
ການນໍາໃຊ້ນໍ້າຫນ້າດິນ ເພື່ອການຜະລິດນໍ້າປະປາ ແມ່ນ ການນໍາໃຊ້ນໍ້າຈາກແຫຼ່ງນໍ້າທໍາມະຊາດໃດຫນຶ່ງ ເປັນຕົ້ນ ສາຍນໍ້າ, ຫ້ວຍ, ຫນອງ, ບຶງ ແລະ ແຫຼ່ງອື່ນ ມາຜະລິດເປັນນໍ້າສະອາດ, ປອດໄພ ແລະ ໄດ້ມາດຕະ ຖານ ເພື່ອຜະລິດເປັນນໍ້າປະປາ.
ການນໍາໃຊ້ນໍ້າຫນ້າດິນ ເພື່ອການພັກຜ່ອນ, ກິລາ ແລະ ທ່ອງທ່ຽວ ແມ່ນ ການນໍາໃຊ້ນໍ້າຈາກແຫຼ່ງທໍາມະ ຊາດ ເຂົ້າໃນການພັກຜ່ອນ, ທ່ຽວຊົມແຫຼ່ງທ່ອງທ່ຽວ, ການກິລາ, ວັດທະນະທໍາ, ການໃຫ້ບໍລິການ ຕາມສະຖານທີ່ ຕ່າງໆ ເຊັ່ນ ລີສອດ, ໂຮງແຮມ, ບ້ານພັກ, ຮ້ານອາຫານ, ການຕັ້ງຕູບ, ເຮືອແພ, ເຮືອນພັກຫນ້ານໍ້າ ແລະ ອື່ນໆ.
ມາດຕາ 10 ແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ
ແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ ແມ່ນ ແຜນການຄຸ້ມຄອງການນໍາໃຊ້ນໍ້າໃນພື້ນທີ່ໂຄງການ ແລະ ກິດ ຈະການໃດຫນຶ່ງ ໂດຍສະແດງໃຫ້ເຫັນ ພາກສະເຫນີຂອງໂຄງການ ຫຼື ກິດຈະການ, ສະພາບລວມຂອງນໍ້າ ແລະ ຊັບພະຍາກອນນໍ້າ, ການປະເມີນນໍ້າ ແລະ ຊັບພະຍາກອນນໍ້າ, ການກໍານົດລະບົບການນໍາໃຊ້ນໍ້າເຂົ້າໃນຂະບວນ ການຜະລິດ, ແຜນການນໍາໃຊ້ນໍ້າ, ລະບົບບໍາບັດນໍ້າເປື້ອນ ແລະ ການປ່ອຍນໍ້າເປື້ອນ ແລະ ມາດຕະການໃນການ ຈັດຕັ້ງປະຕິບັດ ລວມທັງສະຫຼຸບ ແລະ ຂໍ້ສະເຫນີຂອງໂຄງການ ຫຼື ກິດຈະການດັ່ງກ່າວ.
ສໍາລັບໂຄງການເຂື່ອນໄຟຟ້າພະລັງງານນ້ໍາ ຕ້ອງສ້າງແຜນຄຸ້ມຄອງອ່າງຮັບນໍ້າຂອງໂຄງການ ຊຶ່ງເນື້ອໃນ
ຂອງແຜນດັ່ງກ່າວ ກໍານົດເອົາວຽກງານຄຸ້ມຄອງການນໍາໃຊ້ນໍ້າ.
ມອບໃຫ້ກົມຊັບພະຍາກອນນ້ໍາ ສ້າງຄູ່ມືແນະນໍາ ກ່ຽວກັບການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ.
ມາດຕາ 11 ການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ
ການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ ຕ້ອງມີເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ ພ້ອມທັງກໍານົດວິທີ ການ ແລະ ເຕັກນິກ ທີ່ນໍາໃຊ້ໃນການຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ ຊຶ່ງມີຄວາມແຕກຕ່າງກັນຂຶ້ນກັບແຕ່ລະປະ ເພດຂອງໂຄງການ ຫຼື ກິດຈະການ.
ໃນການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ ເຈົ້າຂອງໂຄງການ ຫຼື ກິດຈະການ ຕ້ອງປະຕິບັດ ດັ່ງນີ້:
1. ແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ ເປັນພາສາລາວ ໂດຍສອດຄ່ອງກັບກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
2. ປະສານສົມທົບ ກັບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຂໍອະນຸມັດລົງເກັບກໍາຂໍ້ມູນ ແລະ ດໍາເນີນຂະບວນການ ໂດຍການມີ ສ່ວນຮ່ວມຂອງສັງຄົມ ເປັນຕົ້ນ ຜູ້ນໍາໃຊ້ນ້ໍາຢູ່ຂອບເຂດຂອງໂຄງການ, ຂອບເຂດໃກ້ຄຽງ
3. ເກັບກໍາຂໍ້ມູນລະອຽດ ທາງດ້ານກາຍຍະພາບ, ຊີວະພາບ, ຄຸນລັກສະນະທາງເຄມີ ຂອງນໍ້າ ແລະ ດ້ານ ເສດຖະກິດ-ສັງຄົມ ໃນເຂດພື້ນທີ່ຂອງໂຄງການ ຫຼື ກິດຈະການ ແລະ ເຂດໃກ້ຄຽງ ລວມທັງການສໍາພາດ ປະຊາຊົນຢູ່ໃນເຂດດັ່ງກ່າວ, ໃນການເກັບຂໍ້ມູນພາກສະຫນາມ ຕ້ອງກໍານົດຈຸດເກັບຕົວຢ່າງໃຫ້ຄົບຖ້ວນ ແລະ ແທດເຫມາະກັບສະພາບຕົວຈິງຂອງພື້ນທີ່. ແຫຼ່ງທີ່ມາຂອງຂໍ້ມູນ ຕ້ອງມີຄວາມຫນ້າເຊື່ອຖື, ກວດສອບໄດ້ ແລະ ມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ.
4. ການປັບປຸງແຜນດັ່ງກ່າວ ແຕ່ລະຄັ້ງ ບໍ່ໃຫ້ເກີນ ສາມ ເດືອນ, ຖ້າເກີນ ສາມ ເດືອນ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຈະເລີ່ມຂະບວນການທົບທວນແຜນຄຸ້ມຄອງການນໍາໃຊ້ນໍ້າ ແຕ່ຕົ້ນຄືນໃຫມ່.
ແຜນຄຸ້ມຄອງການນໍາໃຊ້ນໍ້າ ຕ້ອງໄດ້ຮັບການພິຈາລະນາຮັບຮອງ ກ່ອນຈະມີການຢັ້ງຢືນດ້ານສິ່ງແວດ ລ້ອມ ແລະ ຈະຖືກທົບທວນທຸກ ສອງ ປີ ຕາມອາຍຸຂອງໃບອະນຸຍາດການນໍາໃຊ້ນໍ້າ.
ຫຼັງຈາກແຜນຄຸ້ມຄອງການນໍາໃຊ້ນໍ້າ ເຫັນວ່າຖືກຕ້ອງ, ຄົບຖ້ວນແລ້ວ ແລະ ໄດ້ຜ່ານການຮັບຮອງຈາກ ຂະແຫນງການຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມ ຈຶ່ງສາມາດພິຈາລະນາອອກໃບອະນຸຍາດນໍາໃຊ້ນໍ້າ.
ສໍາລັບການສ້າງແຜນການຄຸ້ມຄອງນໍາໃຊ້ນໍ້າ ແມ່ນໃຫ້ອີງຕາມຄູ່ມືແນະນໍາວິຊາການ ທີ່ອອກໂດຍກົມ
ຊັບພະຍາກອນນໍ້າ.
ຫມວດທີ 3
ການອະນຸຍາດນໍາໃຊ້ນໍ້າຫນ້າດິນ
ມາດຕາ 12 ການອະນຸຍາດນໍາໃຊ້ນໍ້າຫນ້າດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາໃຊ້ນໍ້າຫນ້າດິນຂະຫນາດກາງ ແລະ ຂະຫນາດໃຫຍ່ ຕ້ອງໄດ້ຮັບອະນຸຍາດການນໍາໃຊ້ນໍ້າ ຈາກຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ການອະນຸຍາດນໍາໃຊ້ນໍ້າຂະຫນາດກາງ ແລະ ຂະຫນາດໃຫຍ ່ ຕາມການແບ່ງຄວາມຮັບຜິດຊອບ ດັ່ງນີ້:
1. ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນຜູ້ອະນຸຍາດການນໍາໃຊ້ນໍ້າ ຂະຫນາດກາງ ຕາມແຕ່ລະປະເພດໂຄງການ ຫຼື ກິດຈະການດັ່ງນີ້:
- ການຜະລິດພະລັງງານໄຟຟ້າ ທີ່ມີປະລິມານການນໍາໃຊ້ນໍ້າຫຼາຍກວ່າ ຫນຶ່ງແສນ ຫາ ສອງຮ້ອຍລ້ານ ແມັດກ້ອນ, ມີເນື້ອທີ່ອ່າງເກັບນໍ້າ ຫນຶ່ງຮ້ອຍ ຫາ ຫນຶ່ງພັນຫ້າຮ້ອຍເຮັກຕາ;
- ການຊົນລະປະທານ ທີ່ມີປະລິມານການນໍາໃຊ້ນໍ້າ ຫຼາຍກວ່າ ຫນຶ່ງພັນຫ້າຮ້ອຍ ຫາ ຫນຶ່ງແສນຫ້າສີບ ພັນ ແມັດກ້ອນ ຕໍ່ກິດຈະການ ຕໍ່ວັນ;
- ການຜະລິດອຸດສາຫະກໍາ ທີ່ມີປະລິມານການນໍາໃຊ້ນໍ້າ ສິບຫ້າແມັດກ້ອນ ຫາ ຫນຶ່ງພັນແມັດກ້ອນ ຕໍ່ວັນ; ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ມີປະລິມານການນໍາໃຊ້ນ້ໍາ ສິບຫ້າແມັດກ້ອນ ຫາ ຫນຶ່ງພັນ ແມັດກ້ອນ ຕໍ່ກິດຈະການ ຕໍ່ວັນ;
- ການຜະລິດນໍ້າປະປາ ທີ່ມີອ່າງກັກເກັບນໍ້າ ເພື່ອການສະຫນອງນ້ໍາປະປາ ແຕ່ ຫນຶ່ງລ້ານ ຫາ ສາມລ້ານ ແມັດກ້ອນ ຕໍ່ວັນ;
- ການນໍາໃຊ້ນໍ້າຫນ້າດິນ ເຂົ້າໃນການພັກຜ່ອນ, ທ່ຽວຊົມແຫຼ່ງທ່ອງທ່ຽວ, ການກິລາ, ວັດທະນະທໍາ, ການໃຫ້ບໍລິການຕາມສະຖານທີ່ຕ່າງໆ ເປັນຕົ້ນ ລີສອດ, ໂຮງແຮມ, ບ້ານພັກ, ຮ້ານອາຫານ ທີ່ຂັ້ນແຂວງ ແລະ ຂັ້ນເມືອງ ອະນຸຍາດໃຫ້ດໍາເນີນກິດຈະການ.
2. ກົມຊັບພະຍາກອນນໍ້າ ເປັນຜູ້ອະນຸຍາດການນໍາໃຊ້ນໍ້າ ຂະຫນາດໃຫຍ່ ຕາມແຕ່ລະປະເພດໂຄງການ ຫຼື ກິດຈະການ ດັ່ງນີ້:
- ການຜະລິດພະລັງງານໄຟຟ້າ ທີ່ມີປະລິມານການນໍາໃຊ້ນໍ້າຫຼາຍກ່ວາ ສອງຮ້ອຍລ້ານແມັດກ້ອນ ຫຼື ມີເນື້ອທີ່ອ່າງເກັບນໍ້າຫຼາຍກວ່າ ຫນຶ່ງພັນຫ້າຮ້ອຍ ເຮັກຕາ;
- ການຊົນລະປະທານ ທີ່ມີປະລິມານການນໍາໃຊ້ຫຼາຍກວ່າ ຫນຶ່ງແສນຫ້າສິບພັນແມັດກ້ອນ ຕໍ່ກິດຈະ
ການຜະລິດອຸດສາຫະກໍາ ທີ່ມີປະລິມານຫຼາຍກວ່າ ຫນຶ່ງພັນແມັດກ້ອນ ຕໍ່ວັນ;
- ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ມີປະລິມານ ຫຼາຍກວ່າ ຫນຶ່ງພັນແມັດກ້ອນ ຕໍ່ວັນ;
- ການຜະລິດນໍ້າປະປາ ມີອ່າງກັກເກັບນໍ້າ ເພື່ອການສະຫນອງນໍ້າປະປາ ຫຼາຍກວ່າ ສາມລ້ານແມັດ ກ້ອນ ຕໍ່ວັນ;
- ການນໍາໃຊ້ນໍ້າຫນ້າດິນເຂົ້າໃນການພັກຜ່ອນ, ທ່ຽວຊົມແຫຼ່ງທ່ອງທ່ຽວ, ການກິລາ, ວັດທະນະທໍາ, ການໃຫ້ບໍລິການ ຕາມສະຖານທີ່ຕ່າງໆ ເປັນຕົ້ນ ລີສອດ, ໂຮງແຮມ, ບ້ານພັກ, ຮ້ານອາຫານ ທີ່ຂັ້ນສູນກາງ ອະນຸຍາດດໍາເນີນກິດຈະການດັ່ງກ່າວ.
ສໍາລັບການນໍາໃຊ້ນໍ້າຂະຫນາດນ້ອຍ ເປັນຕົ້ນ ການບໍລິໂພກ ແລະ ອຸປະໂພກ ເພື່ອລ້ຽງຊີບ, ການປູກຝັງ ແລະ ລ້ຽງສັດ ຂອງປະຊາຊົນເພື່ອລ້ຽງຊີບ ແລະ ຊົນລະປະທານ ຫນຶ່ງພັນຫ້າຮ້ອຍແມັດກ້ອນຕໍ່ເຮັກຕາ ຕໍ່ວັນ ບໍ່ຕ້ອງ ຂໍອະນຸຍາດ, ບໍ່ເສຍຄ່າທໍານຽມ ແລະ ຄ່າບໍລິການ ການນໍາໃຊ້ນໍ້າ.
ໃນກໍລະນີການນໍາໃຊ້ນໍ້າຫນ້າດິນ ເພື່ອເປົ້າຫມາຍທຸລະກິດ ທີ່ມີໃບອະນຸຍາດດໍາເນີນທຸລະກິດ ຕ້ອງໄດ້ຂໍ
ອະນຸຍາດນໍາໃຊ້ນໍ້າ.
ການນໍາໃຊ້ນໍ້າຂະຫນາດກາງ ແລະ ຂະຫນາດໃຫຍ ່ ຕ້ອງເສຍຄ່ານໍາໃຊ້ນໍ້າ, ຄ່າທໍານຽມ ແລະ ຄ່າບໍລິການ ຕາມກົດຫມາຍ ແລະ ລະບຽບການ.
ສໍາລັບລະບົບຊົນລະປະທານຂອງພາກລັດ ແມ່ນ ໄດ້ຮັບການຍົກເວັ້ນຄ່ານໍາໃຊ້ນໍ້າ, ຄ່າທໍານຽມ ແລະ ຄ່າ ບໍລິການ ຕາມກົດຫມາຍ ແລະ ລະບຽບການ.
ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ນໍ້າຫນ້າດິນ ຕ້ອງສໍາຫຼວດ, ກໍານົດແຫຼ່ງນໍ້າທີ່ຈະນໍາມາໃຊ້ ແລ້ວສະ ເຫນີຕໍ່ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຂໍອະນຸຍາດການນໍາໃຊ້ນໍ້າ.
ມາດຕາ 13 ເງື່ອນໄຂການອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນ
ການອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ສໍາເລັດຂະບວນການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າ ໂດຍການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວ
2. ມີໃບທະບຽນວິສາຫະກິດ;
3. ມີໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຫຼື ແຜນແກ້ໄຂບັນຫາສິ່ງແວດລ້ອມ;
4. ມີຂໍ້ມູນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງກັບຄວາມເປັນຈິງ ແລະ ໄດ້ເປີດເຜີຍໃຫ້ຜູ້ໄດ້ຮັບຜົນກະທົບ ແລະ ຜູ້ມີສ່ວນຮ່ວມອື່ນ;
5. ຕິດຕັ້ງຫມໍ້ວັດແທກປະລິມານນໍ້າ ສໍາລັບການນໍາໃຊ້ນໍ້າຫນ້າດິນຂະຫນາດກາງ ແລະ ຂະຫນາດໃຫຍ່ ໂດຍປະສານສົບທົບກັບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແຫນງການອື່ນທີ່
ກ່ຽວຂ້ອງ;
6. ກໍານົດງົບປະມານໃຫ້ພຽງພໍໃນການຈັດຕັ້ງປະຕິບັດແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ.
ສໍາລັບໂຄງການ ຫຼື ກິດຈະການ ຂະຫນາດໃຫຍ່ ທີ່ສະຫຼັບຊັບຊ້ອນ ໃຫ້ສ້າງສະຖານີຕິດຕາມ ກວດກາຄຸນ ນະພາບນໍ້າ ເພື່ອຕິດຕາມ ກວດກາຄຸນນະພາບນໍ້າ ທີ່ປ່ອຍອອກຢ່າງເປັນປົກກະຕິ.
ມາດຕາ 14 ການປະກອບເອກະສານຂໍອະນຸຍາດນໍາໃຊ້ນໍ້າຫນ້າດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍອະນຸຍາດນໍາໃຊ້ນໍ້າຫນ້າດິນ ຕ້ອງປະກອບເອກະສານ ດັ່ງນີ້:
1. ຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ;
2. ແຜນຄຸ້ມຄອງການນໍາໃຊ້ນໍ້າ;
3. ບົດບັນທຶກກອງປະຊຸມປຶກສາຫາລື;
4. ສໍາເນົາ ບົດວິພາກເສດຖະກິດ-ເຕັກນິກເບື້ອງຕົ້ນ ຫຼື ສະບັບສຸດທ້າຍ;
5. ສໍາເນົາໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ;
6. ສໍາເນົາໃບທະບຽນວິສາຫະກິດ;
7. ສໍາເນົາໃບອະນຸຍາດດໍາເນີນທຸລະກິດ;
8. ໃບຢັ້ງຢືນຜົນການວິໄຈຄຸນນະພາບນໍ້າ ຈາກຫ້ອງທົດລອງ ທີ່ໄດ້ຮັບຮອງຈາກພາກລັດ;
9. ສໍາເນົາສັນຍາເຊົ່າ ຫຼື ສໍາປະທານ ພາສາລາວ ແລະ ພາສາອັງກິດ (ຖ້າມີ);
10. ສໍາເນົາໃບອະນຸຍາດດໍາເນີນ ການບໍລິການດ້ານວິຊາການ ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ (ຖ້າມີ)
ມອບໃຫ້ກົມຊັບພະຍາກອນນໍ້າ ສ້າງແບບພິມຄໍາຮ້ອງ ຂໍອະນຸຍາດການນໍາໃຊ້ນໍ້າ.
ມາດຕາ 15 ຂັ້ນຕອນການ ຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ
ການຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ ມີຂັ້ນຕອນ ດັ່ງນີ້:
1. ການຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ;
2. ການກວດກາເອກະສານ;
3. ການກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ;
4. ການພິຈາລະນາ ການອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ.
ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສໍາເລັດຂະບວນການອອກອະນຸຍາດນໍາ ໃຊ້ນໍ້າຫນ້າດິນ ພາຍໃນກໍານົດເວລາ ຊາວຫ້າ ວັນລັດຖະການ.
ມາດຕາ 16 ການຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ
ການຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຮັບຄໍາຮ້ອງຂໍອະນຸຍາດການນໍາ ໃຊ້ນໍ້າຫນ້າດິນ ຂະຫນາດກາງ ຕາມທີ່ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 1 ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້;
2. ກົມຊັບພະຍາກອນນໍ້າ ຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຂະຫນາດໃຫຍ່ ຕາມທີ່ໄດ້ກໍານົດ ໄວ້ໃນວັກທີ 2 ຂໍ້ 2 ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້.
ມາດຕາ 17 ການກວດກາເອກະສານ
ກົມຊັບພະຍາກອນນໍ້າ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ພາຍຫຼັງ ຮັບຄໍາຮ້ອງ ຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນແລ້ວ ໃຫ້ດໍາເນີນການກວດກາເອກະສານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 14 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນຕົ້ນ ໄປ. ໃນເວລາພິຈາລະນາ ຫາກເຫັນວ່າມີຄວາມຈໍາເປັນສາມາດຮຽກເອົາເອກະສານ ຫຼື ຂໍ້ມູນເພີ່ມເຕີມຈາກຜູ້ທີ່ ມີຈຸດປະສົງຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຫຼື ເຊີນຜູ້ກ່ຽວຂ້ອງເຂົ້າມາຊີ້ແຈງ ຫຼື ໃຫ້ຂໍ້ມູນ.
ມາດຕາ 18 ການກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ
ກົມຊັບພະຍາກອນນໍ້າ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດໍາເນີນ ການກວດກາພື້ນທີ່ຂອງໂຄງການ ຫຼື ກິດຈະການ ເພື່ອເກັບກໍາຂໍ້ມູນລະອຽດ ຕາມແຜນຄຸ້ມຄອງການນໍາໃຊ້ນໍ້າຫນ້າ ດິນຂອງຜູ້ທີ່ສະເຫນີຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ. ການລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ເຈົ້າຂອງໂຄງການ ຫຼື ກິດຈະການ ຊາບລ່ວງຫນ້າຢ່າງຫນ້ອຍ ສາມ ວັນລັດຖະການ ເພື່ອກະກຽມ ແລະ ໃຫ້ການ ຮ່ວມມື.
ສໍາລັບການກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຂອງໂຄງການ ຫຼື ກິດຈະການ ຕ້ອງໄດ້ເຮັດ ບົດບັນທຶກຮ່ວມ ລະຫວ່າງພະນັກງານກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າຫນ້າດິນຂອງໂຄງການ ຫຼື ກິດຈະ ການ ແລະ ເຈົ້າຂອງໂຄງການ ຫຼື ກິດຈະການ ພ້ອມທັງຖ່າຍຮູບສະຖານທີ່, ອຸປະກອນຕ່າງໆ ຕາມທີ່ລະບຸໃນແຜນ ຄຸ້ມຄອງການນໍາໃຊ້ນໍ້າຫນ້າດິນ ລວມທັງການທົບທວນເນື້ອໃນແຜນຄຸ້ມຄອງການນໍາໃຊ້ນໍ້າ ພາຍໃນກໍານົດເວລາ ຊາວ ວັນລັດຖະການ ນັບແຕ່ໄດ້ຮັບເອກະສານຈາກເຈົ້າຂອງໂຄງການເປັນຕົ້ນໄປ ໂດຍບໍ່ນັບໄລຍະເວລາທີ່ເຈົ້າ
ຂອງໂຄງການນໍາເອົາເອກະສານກັບໄປປັບປຸງຄືນໃຫມ່.
ມາດຕາ 19 ການພິຈາລະນາອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ
ການພິຈາລະນາ ອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນຜູ້ພິຈາລະນາອອກໃບອະນຸ ຍາດການນໍາໃຊ້ນໍ້າຫນ້າດິນຂະຫນາດກາງ ຕາມທີ່ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 1 ມາດຕາ 12 ຂອງຂໍ້ຕົກລົງສະບັບ ນີ້ ພາຍໃນກໍານົດເວລາ ສອງ ວັນລັດຖະການ ນັບແຕ່ເຈົ້າແຂວງ, ເຈົ້າຄອງນະຄອນ ອອກຂໍ້ຕົກລົງວ່າດ້ວຍ ການ ອະນຸຍາດການນໍາໃຊ້ນໍ້າຫນ້າດິນ ເປັນຕົ້ນໄປ;
2. ກົມຊັບພະຍາກອນນໍ້າ ເປັນຜູ້ພິຈາລະນາອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຂະຫນາດໃຫຍ່ ຕາມທີ່ ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 2 ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ສອງ ວັນລັດຖະການນັບ ແຕ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກຂໍ້ຕົກລົງວ່າດ້ວຍການອະນຸຍາດ ການນໍາໃຊ້ນໍ້າຫນ້າດິນ ເປັນຕົ້ນໄປ.
ໃນກໍລະນີຫາກບໍ່ເຫັນດີ ຕ້ອງແຈ້ງຕອບເປັນລາຍລັກອັກສອນໃຫ້ແກ່ເຈົ້າຂອງໂຄງການ ຫຼື ກິດຈະການ ຊາບ ພາຍໃນກໍານົດເວລາ ສາມ ວັນລັດຖະການ ພາຍຫຼັງຂັ້ນເທິງໄດ້ມີຄໍາເຫັນຕໍ່ການພິຈາລະນາອອກອະນຸຍາດນໍາ ໃຊ້ນໍ້າ.
ພາກທີ III
ການຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ
ຫມວດທີ 1
ການສໍາຫຼວດ, ການຂຶ້ນບັນຊີນໍ້າໃຕ້ດິນ ແລະ ການກໍານົດເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນໍ້າໃຕ້ດິນ
ມາດຕາ 20 ການສໍາຫຼວດນໍ້າໃຕ້ດິນ
ການສໍາຫຼວດນໍ້າໃຕ້ດິນ ແມ່ນ ການສໍາຫຼວດແຫຼ່ງນໍ້າ, ການເກັບກໍາຂໍ້ມູນບໍ່ນໍ້າ, ສຶກສາ ແລະ ປະເມີນປະລິ ມານ ແລະ ຄຸນນະພາບນໍ້າໃຕ້ດິນ ລວມທັງກໍານົດທີ່ຕັ້ງ, ຈຸດພິກັດ, ຂອບເຂດ ແລະ ໃສ່ເຄື່ອງຫມາຍ ເພື່ອເປັນຂໍ້ມູນ ໃນການສ້າງແຜນທີ່ນໍ້າໃຕ້ດິນ ແລະ ວາງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນແຕ່ລະເປົ້າຫມາຍ.
ກົມຊັບພະຍາກອນນໍ້າ ຊຸກຍູ້ວຽກງານສໍາຫຼວດແຫຼ່ງນໍ້າໃຕ້ດິນ ແລະ ການເກັບກໍາຂໍ້ມູນບໍ່ນໍ້າໃຕ້ດິນ ດ້ວຍ ການຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ສາມາດດໍາເນີນການຈັດຕັ້ງປະຕິບັດວຽກງານສໍາຫຼວດນໍ້າໃຕ້ດິນ.
ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ເປັນຜູ້ຮັບຜິດຊອບສໍາຫຼວດ ນໍ້າໃຕ້ດິນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຂຶ້ນບັນຊີນໍ້າໃຕ້ດິນ ໂດຍປະສານສົມທົບກັບຂະແຫນງ ການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລ້ວລາຍງານໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນຂອງຕົນ.
ສໍາລັບນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາໃຊ້ນໍ້າໃຕ້ດິນ ຕ້ອງດໍາເນີນການສໍາຫຼວດ, ປະເມີນປະ ລິມານ ແລະ ຄຸນນະພາບນໍ້າໃຕ້ດິນ ຢູ່ໃນພື້ນທີ່ທີ່ຕ້ອງການນໍາໃຊ້ ແລ້ວສະຫນອງຂໍ້ມູນໃຫ້ຂະແຫນງການຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ເພື່ອເປັນຂໍ້ມູນໃນການຕິດຕາມ ກວດກາ ແລະ ພິຈາ ລະນາອະນຸຍາດການນໍາໃຊ້ນໍ້າໃຕ້ດິນ.
ມາດຕາ 21 ການຂຶ້ນບັນຊີນໍ້າໃຕ້ດິນ
ການຂຶ້ນບັນຊີນໍ້າໃຕ້ດິນ ແມ່ນ ການເກັບກໍາ, ສັງລວມ ແລະ ໃສ່ລະຫັດແຫຼ່ງນໍ້າໃຕ້ດິນ ແລະ ບໍ່ນໍ້າໃຕ້ດິນ ລວມທັງຂໍ້ມູນກ່ຽວຂ້ອງຕ່າງໆ ເຂົ້າໃນຖານຂໍ້ມູນ ແລະ ສ້າງເປັນແຜນທີ່ນໍ້າໃຕ້ດິນ ເພື່ອເປັນເຄື່ອງມືໃນການ ຕິດຕາມ ກວດກາ, ປະເມີນສະພາບ, ວິເຄາະ ແລະ ເປັນບ່ອນອີງໃນການຄຸ້ມຄອງ ແລະ ນໍາໃຊ້ນໍ້າໃຕ້ດິນ.
ການຂຶ້ນບັນຊີນໍ້າໃຕ້ດິນ ໄດ້ແບ່ງຄວາມຮັບຜິດຊອບ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ຂຶ້ນບັນຊີ ການນໍາໃຊ້ນໍ້າ ທີ່ ຕົນເອງໄດ້ອອກໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ແລະ ຂັ້ນເມືອງອະນຸຍາດ ແລ້ວສົ່ງໃຫ້ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ສັງລວມຂຶ້ນບັນຊີລວມສູນໃນຂອບເຂດທົ່ວປະເທດ ພ້ອມທັງລາຍງານໃຫ້ອົງການປົກຄອງຂັ້ນແຂວງ ເປັນແຕ່ລະໄລຍະ,
2. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ຂຶ້ນບັນຊີ ການນໍາໃຊ້ນໍ້າທີ່ ຕົນເອງໄດ້ອອກໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ລວມທັງການນໍາໃຊ້ນໍ້າໃຕ້ດິນຂະຫນາດນ້ອຍ ແລ້ວສົ່ງໃຫ້ພະ ແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ສັງລວມຂຶ້ນບັນຊີລວມສູນໃນຂອບເຂດ ຄວາມຮັບຜິດຊອບຂອງແຂວງ, ນະຄອນຫຼວງວຽງຈັນ ພ້ອມທັງລາຍງານໃຫ້ອົງການປົກຄອງຂັ້ນເມືອງເປັນແຕ່
ລະໄລຍະ.
ມາດຕາ 22 ການກໍານົດເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນໍ້າໃຕ້ດິນ
ເຂດທີ່ມີຄວາມສ່ຽງຕໍ່ຄຸນນະພາບ ແລະ ປະລິມານນໍ້າໃຕ້ດິນ ແມ່ນ ເຂດນໍ້າໃຕ້ດິນທີ່ມີຊັ້ນນໍ້າເຄັມ, ການ ເຈືອປົນຂອງສານເຄມີອັນຕະລາຍ ໂດຍທໍາມະຊາດ ແລະ ມະນຸດສ້າງຂຶ້ນ ລວມທັງເຂດທີ່ມີການນໍາໃຊ້ນໍ້າໃຕ້ ດິນໃນປະລິມານຫຼາຍເກີນກວ່າປະລິມານນໍ້າທີ່ໄຫຼລົງສູ່ຊັ້ນນໍ້າໃຕ້ດິນ ອາດຈະເຮັດໃຫ້ເກີດການຍຸບຕົວຂອງຊັ້ນ ດິນ, ການແຜ່ກະຈາຍຂອງນໍ້າເຄັມເຂົ້າສູ່ຊັ້ນນໍ້າໃຕ້ດິນ, ການຫຼຸດລົງຂອງລະດັບນໍ້າໃນຊັ້ນນໍ້າໃຕ້ດິນ ແລະ ຜົນ ກະທົບຕໍ່ສິ່ງແວດລ້ອມ ຊຶ່ງເຂດດັ່ງກ່າວ ແມ່ນໃຫ້ຈໍາກັດການນໍາໃຊ້ ຫຼື ກໍານົດເປັນເຂດຫວງຫ້າມ ເພື່ອປ້ອງກັນ ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ການຍຸບຕົວຂອງດິນ.
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ກໍານົດເຂດທີ່ມີຄວາມສ່ຽງຕໍ່ຄຸນນະ ພາບ ແລະ ປະລິມານນໍ້າໃຕ້ດິນ ໂດຍຜ່ານຂະບວນການສໍາຫຼວດ ແລະ ຂຶ້ນບັນຊີ ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 20 ແລະ 21 ຂອງຂໍ້ຕົກລົງສະບັບນີ້ ໂດຍປະສານສົມທົບກັບພະແນກການ, ອົງການປົກຄອງເມືອງ, ຫ້ອງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ແລະ ອົງການປົກຄອງບ້ານ ທີ່ກ່ຽວຂ້ອງ.
ຫມວດທີ 2
ປະເພດໂຄງການ ຫຼື ກິດຈະການນໍາ
ໃຊ້ນໍ້າ ແລະ ການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ
ມາດຕາ 23 ປະເພດໂຄງການ ຫຼື ກິດຈະການ ທີ່ອະນຸຍາດການນໍາໃຊ້ນໍ້າໃຕ້ດິນ
ປະເພດໂຄງການ ຫຼື ກິດຈະການ ທີ່ອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ມີດັ່ງນີ້:
I. ການຊົນລະປະທານ;
2. ການຜະລິດອຸດສາຫະກໍາ;
3. ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ;
4. ການຜະລິດນໍ້າປະປາ:
5. ການພັກຜ່ອນ ແລະ ທ່ອງທ່ຽວ.
ການນໍາໃຊ້ນໍ້າໃຕ້ດິນ ເພື່ອການຊົນລະປະທານ ແມ່ນ ການສະຫນອງນໍ້າຈາກແຫຼ່ງນໍ້າໃດຫນຶ່ງ ເຂົ້າໃນການ ປູກຝັງ, ລ້ຽງສັດ, ການປະມົງ ແລະ ປູກໄມ້ອຸດສາຫະກໍາ.
ການນໍາໃຊ້ນໍ້າໃຕ້ດິນ ເພື່ອການຜະລິດອຸດສາຫະກໍາ ແມ່ນ ການນໍາໃຊ້ເຂົ້າໃນຂະບວນການຜະລິດອຸດ ສາຫະກໍາເປັນສິນຄ້າປະເພດໃດຫນຶ່ງ ເປັນຕົ້ນ ການປຸງແຕ່ງຜະລິດຕະພັນສະບຽງອາຫານ, ການຜະລິດເຄື່ອງດື່ມ, ການຜະລິດຢາສູບ, ການຜະລິດແຜ່ນແພ, ການຜະລິດຕະພັນຫນັງ, ການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ.
ການນໍາໃຊ້ນໍ້າໃຕ້ດິນ ເພື່ອຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແມ່ນ ການນໍາໃຊ້ນໍ້າຈາກແຫຼ່ງນໍ້າໃຕ້ດິນ ເຂົ້າ ໃນກິດຈະການແຮ່ທາດ ເປັນຕົ້ນ ການຂຸດຄົ້ນແຮອະໂລຫະສໍາລັບການກໍ່ສ້າງອຸດສາຫະກໍາ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໂລຫະ.
ການນໍາໃຊ້ນໍ້າໃຕ້ດິນ ເພື່ອການຜະລິດນໍ້າປະປາ ແມ່ນ ການນໍາໃຊ້ນໍ້າຈາກແຫຼ່ງນໍ້າໃຕ້ດິນໃດຫນຶ່ງ ເປັນຕົ້ນ ນ້ໍາສ້າງ, ນ້ໍາບາດານ, ນ້ໍາອອກບໍ່, ນໍ້າລອດພື້ນ ມາຜະລິດເປັນນໍ້າສະອາດ, ປອດໄພ ແລະ ໄດ້ມາດຕະຖານ ເພື່ອ ຜະລິດເປັນນໍ້າປະປາ.
ການນໍາໃຊ້ນໍ້າໃຕ້ດິນ ເພື່ອການພັກຜ່ອນ ແລະ ທ່ອງທ່ຽວ ແມ່ນ ການນໍາໃຊ້ນໍ້າຈາກແຫຼ່ງນໍ້າໃຕ້ດິນ ເຂົ້າ ໃນການພັກຜ່ອນ, ທ່ຽວຊົມແຫຼ່ງທ່ອງທ່ຽວ, ການໃຫ້ບໍລິການ ຕາມສະຖານທີ່ຕ່າງໆ ເຊັ່ນ ລີສອດ, ໂຮງແຮມ, ບ້ານພັກ, ຮ້ານອາຫານ ແລະ ອື່ນໆ.
ມາດຕາ 24 ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ
ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ແມ່ນ ແຜນການຄຸ້ມຄອງການນໍາໃຊ້ນໍ້າໃນພື້ນທີ່ໂຄງການ ແລະ ກິດ ຈະການໃດຫນຶ່ງ ໂດຍສະແດງໃຫ້ເຫັນພາກສະເຫນີຂອງໂຄງການ ຫຼື ກິດຈະການ, ສະພາບນໍ້າໃຕ້ດິນ ແລະ ການ ປະເມີນນໍ້າໃຕ້ດິນ, ການກໍານົດລະບົບການນໍາໃຊ້ນໍ້າໃຕ້ດິນເຂົ້າໃນຂະບວນການຜະລິດ, ແຜນການນໍາໃຊ້ນໍ້າໃຕ້ ດິນ, ລະບົບບໍາບັດນໍ້າເປື້ອນ ແລະ ມາດຕະການໃນການຈັດຕັ້ງປະຕິບັດ ລວມທັງສະຫຼຸບ ແລະ ຂໍ້ສະເຫນີຂອງ ໂຄງການ ຫຼື ກິດຈະການດັ່ງກ່າວ.
ມອບໃຫ້ກົມຊັບພະຍາກອນນໍ້າສ້າງຄູ່ມືແນະນໍາ ກ່ຽວກັບການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ.
ມາດຕາ 25 ການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ
ການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ຕ້ອງມີເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ ພ້ອມທັງກໍານົດວິທີການ ແລະ ເຕັກນິກ ທີ່ນໍາໃຊ້ໃນການຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ຊຶ່ງມີຄວາມແຕກຕ່າງກັນ ຂຶ້ນກັບແຕ່ລະປະເພດ ຂອງໂຄງການ ຫຼື ກິດຈະການ.
ໃນການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ເຈົ້າຂອງໂຄງການ ຫຼື ກິດຈະການ ຕ້ອງປະຕິບັດ ດັ່ງນີ້:
1. ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ເປັນພາສາລາວ ໂດຍສອດຄ່ອງກັບກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
2. ປະສານສົມທົບ ກັບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຂໍອະນຸມັດລົງເກັບກໍາຂໍ້ມູນ ແລະ ດໍາເນີນຂະບວນການ ໂດຍການມີ ສ່ວນຮ່ວມຂອງສັງຄົມ ເປັນຕົ້ນ ຜູ້ນໍາໃຊ້ນໍ້າຢູ່ຂອບເຂດຂອງໂຄງການ ແລະ ຂອບເຂດໃກ້ຄຽງ;
3. ເກັບກໍາຂໍ້ມູນລະອຽດ ທາງດ້ານກາຍຍະພາບ, ຊີວະພາບ, ຄຸນລັກສະນະທາງເຄມີ ຂອງນໍ້າ ແລະ ດ້ານ ເສດຖະກິດ-ສັງຄົມ ໃນເຂດພື້ນທີ່ຂອງໂຄງການ ຫຼື ກິດຈະການ ແລະ ເຂດໃກ້ຄຽງ ລວມທັງການສໍາພາດປະ ຊາຊົນຢູ່ໃນເຂດດັ່ງກ່າວ. ໃນການເກັບຂໍ້ມູນພາກສະຫນາມ ຕ້ອງກໍານົດຈຸດເກັບຕົວຢ່າງໃຫ້ຄົບຖ້ວນ ແລະ ແທດ ເຫມາະກັບສະພາບຕົວຈິງຂອງພື້ນທີ່. ແຫຼ່ງທີ່ມາຂອງຂໍ້ມູນ ຕ້ອງມີຄວາມຫນ້າເຊື່ອຖື, ກວດສອບໄດ້ ແລະ ມີການ ຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ.
4. ການນໍາໃຊ້ນໍ້າໃຕ້ດິນຂະຫນາດກາງ ແລະ ຂະຫນາດໃຫຍ່ ຕ້ອງຕິດຕັ້ງຫມໍ້ວັດແທກປະລິມານການນໍາໃຊ້ ນ້ໍາໃຕ້ດິນ;
ການປັບປຸງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ຕ້ອງບໍ່ໃຫ້ເກີນ ສາມ ເດືອນ ນັບຕັ້ງແຕ່ມື້ທີ່ໄດ້ຮັບຄໍາເຫັນ ຈາກຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ຖ້າເກີນ ສາມ ເດືອນໃນການປັບປຸງ ຕ້ອງໄດ້ ເລີ່ມຂະບວນຄົ້ນຄວ້າແຜນຄຸ້ມຄອງດັ່ງກ່າວຄືນໃຫມ່.
ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ຕ້ອງໄດ້ຮັບການພິຈາລະນາຮັບຮອງ ກ່ອນຈະມີການຢັ້ງຢືນດ້ານສິ່ງ ແວດລ້ອມ ແລະ ຈະຖືກທົບທວນທຸກ ສອງ ປີ ຕາມອາຍຸຂອງໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ.
ຫຼັງຈາກແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ເຫັນວ່າຖືກຕ້ອງ, ຄົບຖ້ວນແລ້ວ ແລະ ໄດ້ຜ່ານການຮັບຮອງ ຈາກຂະແຫນງການຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມ ຈຶ່ງສາມາດພິຈາລະນາອອກໃບອະນຸຍາດນໍາໃຊ້ນໍ້າ
ໃຕ້ດິນ.
ສໍາລັບການສ້າງແຜນການຄຸ້ມຄອງນໍາໃຊ້ນໍ້າໃຕ້ດິນ ແມ່ນໃຫ້ອີງຕາມຄູ່ມືແນະນໍາວິຊາການ ທີ່ອອກໂດຍ
ກົມຊັບພະຍາກອນນໍ້າ.
ມາດຕາ 26 ການກວດກາຄຸນນະພາບນໍ້າໃຕ້ດິນ
ພາຍຫຼັງທີ່ໄດ້ຮັບອະນຸຍາດນໍາໃຊ້ນໍ້າໃຕ້ດິນຂະຫນາດກາງ ແລະ ໃຫຍ່ ກ່ອນການນໍາໃຊ້ນໍ້າຕົວຈິງເຂົ້າໃນ ແຕ່ລະເປົ້າຫມາຍ ຜູ້ທີ່ໄດ້ຮັບອະນຸຍາດ ຕ້ອງນໍາເອົານໍ້ານັ້ນໄປກວດຄຸນນະພາບນໍ້າໃຕ້ດິນ ແລະ ຢັ້ງຢືນຜົນການ ວິໄຈ ຈາກຫ້ອງທົດລອງວິໄຈຂອງພາກລັດ ຫຼື ເອກະຊົນ ທີ່ຖືກຮັບຮອງຕາມກົດຫມາຍ ແລະ ລະບຽບການ ໂດຍ ໃຫ້ອີງໃສ່ມາດຕະຖານຄຸນນະພາບນໍ້າໃຕ້ດິນ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍມາດຕະຖານສິ່ງແວດລ້ອມແຫ່ງຊາດ.
ໃນກໍລະນີເກີດໄພພິບັດທາງທໍາມະຊາດ ຫຼື ມົນລະພິດທີ່ເກີດຈາກທໍາມະຊາດ ຫຼື ມະນຸດສ້າງຂຶ້ນ ເປັນຕົ້ນ ມົນລະພິດທາງນໍ້າ, ດິນ, ອາກາດ ຊຶ່ງອາດຈະສົ່ງຜົນກະທົບຕໍ່ຊໍ້າໃຕ້ດິນ ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ນໍ້າ ຕ້ອງນໍາ ເອົານໍ້າໄປກວດຄຸນນະພາບນໍ້າໃຕ້ດິນທັນທີ ຫຼັງຈາກເຫດການດັ່ງກ່າວໄດ້ຢຸດຕິລົງ ຫຼື ກ່ອນການນໍາໃຊ້ນໍ້າໃຕ້ດິນ ເພື່ອຮັບປະກັນໃຫ້ການນໍາໃຊ້ນໍ້າໃຕ້ດິນ ມີຄວາມປອດໄພຕໍ່ຊີວິດ, ສຸຂະພາບຂອງຄົນ ແລະ ສັດ ລວມທັງສິ່ງແວດລ້ອມ.
ມາດຕາ 27 ການຢຸດເຊົາການນໍາໃຊ້ນໍ້າໃຕ້ດິນ
ຜູ້ນໍາໃຊ້ນໍ້າໃຕ້ດິນ ທຸກຂະຫນາດທີ່ມີຈຸດປະສົງ ຢຸດເຊົານໍາໃຊ້ນໍ້າໃຕ້ດິນ ດ້ວຍເຫດຜົນໃດກໍຕາມ ຕ້ອງ ປະຕິບັດ ດັ່ງນີ້:
1. ສໍາລັບການຢຸດເຊົາການນໍາໃຊ້ນໍ້າໃຕ້ດິນຂະຫນາດນ້ອຍ ຜູ້ນໍາໃຊ້ສາມາດ ອັດ, ຖົມ ດ້ວຍຕົນເອງໄດ້ ແຕ່ຕ້ອງໃຫ້ຢູ່ໃນສະພາບດີ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງ ລາຍງານໃຫ້ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຮັບຊາບ.
2. ສໍາລັບການຢຸດເຊົາການນໍາໃຊ້ນໍ້າໃຕ້ດິນຂະຫນາດກາງ ແລະ ໃຫຍ່ ຜູ້ນໍາໃຊ້ຕ້ອງ ອັດ, ຖົມ ແລະ ຟື້ນຟູ ໃຫ້ຄືນສູ່ສະພາບປົກກະຕິ ໂດຍສອດຄ່ອງກັບຫຼັກການ ແລະ ວິທີການ ຊຶ່ງກ່ອນການອັດ, ຖົມບໍ່ນໍ້າໃຕ້ດິນຂະຫນາດ ກາງ ແລະ ໃຫຍ່ ຕ້ອງເຮັດບົດລາຍງານແຜນການອັດ, ຖົມ ໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອກວດກາ ແລະ ຮັບຮອງ;
3. ພາຍໃນກໍານົດເວລາ ເຈັດ ວັນລັດຖະການ ທີ່ສໍາເລັດການອັດ, ຖົມບໍ່ນໍ້າໃຕ້ດິນຂະຫນາດກາງ ແລະ ໃຫຍ່ ຜູ້ນໍາໃຊ້ນ້ໍາຕ້ອງລາຍງານໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ຫມວດທີ່ 3
ການອະນຸຍາດນໍາໃຊ້ນໍ້າໃຕ້ດິນ
ມາດຕາ 28 ການອະນຸຍາດນໍາໃຊ້ນໍ້າໃຕ້ດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາໃຊ້ນໍ້າໃຕ້ດິນ ເຂົ້າໃນເປົ້າຫມາຍກິດຈະການຊົນລະ ປະທານ, ປູກຝັງ, ລ້ຽງສັດ, ອຸດສາຫະກໍາ, ສາທາລະນະສຸກ ແລະ ກິດຈະການອື່ນ ຕ້ອງໄດ້ຂໍອະນຸຍາດນໍາໃຊ້ນໍ້າ
ໃຕ້ດິນ ຈາກຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ການອະນຸຍາດນໍາໃຊ້ນໍ້າຂະຫນາດກາງ ແລະ ຂະຫນາດໃຫຍ ່ ຕາມການແບ່ງຄວາມຮັບຜິດຊອບ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ອະນຸຍາດການນໍາໃຊ້ນໍ້າໃຕ້ດິນຂະ ຫນາດໃຫຍ ່ ທີ່ມີປະລິມານການນໍາໃຊ້ນ້ໍາຫຼາຍກວ່າ ຫ້າສິບ ແມັດກ້ອນຂຶ້ນໄປ ຕໍ່ວັນ;
2. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ອະນຸຍາດການນໍາໃຊ້ນໍ້າໃຕ້ດິນຂະ ຫນາດກາງ ທີ່ມີປະລິມານການນໍາໃຊ້ນໍ້າ ແຕ່ ຊາວ ແມັດກ້ອນ ຫາ ຫ້າສິບ ແມັດກ້ອນຕໍ່ວັນ.
ສໍາລັບການນໍາໃຊ້ນໍ້າໃຕ້ດິນຂະຫນາດນ້ອຍ ທີ່ມີປະລິມານນໍາໃຊ້ນໍ້າ ຕໍ່າກວ່າ ຊາວ ແມັດກ້ອນ ຕໍ່ວັນ ແມ່ນ ບໍ່ຈໍາເປັນຕ້ອງຂໍອະນຸຍາດ ແຕ່ຕ້ອງໄດ້ແຈ້ງການນໍາໃຊ້ນໍ້າ ຕໍ່ອົງການປົກຄອງບ້ານ ເພື່ອຕິດຕາມການນໍາໃຊ້ແລ້ວ ສັງລວມ ແລະ ລາຍງານຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ.
ໃນກໍລະນີການນໍາໃຊ້ນໍ້າໃຕ້ດິນ ເພື່ອເປົ້າຫມາຍທຸລະກິດ ທີ່ມີໃບອະນຸຍາດດໍາເນີນທຸລະກິດ ຕ້ອງໄດ້ຂໍອະນຸ
ຍາດນໍາໃຊ້ນໍ້າໃຕ້ດິນ.
ຜູ້ທີ່ນໍາໃຊ້ນໍ້າໃຕ້ດິນຂະຫນາດນ້ອຍມາກ່ອນ ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ຕ້ອງໄດ້ແຈ້ງການນໍາໃຊ້ນ້ໍາ ຕໍ່ ອົງການປົກຄອງບ້ານ ພາຍໃນ ສາມສິບ ວັນ ນັບແຕ່ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ເປັນຕົ້ນໄປ.
ກົມຊັບພະຍາກອນນໍ້າ ເປັນຜູ້ກໍານົດແບບພິມໃບອະນຸຍາດນໍາໃຊ້ນໍ້າໃຕ້ດິນ ຂະຫນາດກາງ ແລະ ໃຫຍ່.
ມາດຕາ 29 ເງື່ອນໄຂການອອກໃບອະນຸຍາດນໍາໃຊ້ນໍ້າໃຕ້ດິນ
ການອອກໃບອະນຸຍາດນໍາໃຊ້ນໍ້າໃຕ້ດິນ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ສໍາເລັດຂະບວນການສ້າງແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ໂດຍການມີສ່ວນຮ່ວມຂອງພາກສ່ວນທີ່
ກ່ຽວຂ້ອງ;
2. ຂໍ້ມູນການສໍາຫຼວດນໍ້າໃຕ້ດິນ;
3. ສໍາເນົາໃບທະບຽນວິສາຫະກິດ;
4. ສໍາເນົາໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ;
5. ມີຂໍ້ມູນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງກັບຄວາມເປັນຈິງ ແລະ ໄດ້ເປີດເຜີຍໃຫ້ຜູ້ໄດ້ຮັບຜົນກະທົບ ແລະ ຜູ້ມີສ່ວນຮ່ວມອື່ນ;
6. ຕ້ອງຕິດຕັ້ງຫມໍ້ວັດແທກປະລິມານນໍ້າ ສໍາລັບການນໍາໃຊ້ນໍ້າໃຕ້ດິນຂະຫນາດກາງ ແລະ ຂະຫນາດໃຫຍ່ ໂດຍປະສານສົບທົບກັບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແຫນງການອື່ນທີ່
ກ່ຽວຂ້ອງ;
7. ກໍານົດງົບປະມານ ໃຫ້ພຽງພໍໃນການຈັດຕັ້ງປະຕິບັດແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ.
ສໍາລັບໂຄງການ ຫຼື ກິດຈະການ ຂະຫນາດກາງ ແລະ ຂະຫນາດໃຫຍ່ ໃຫ້ຂຸດເຈາະບໍ່ນໍ້າ ເພື່ອຕິດຕາມລະ ດັບນໍ້າ ແລະ ຄຸນນະພາບນໍ້າໃຕ້ດິນ ເພື່ອຕິດຕາມ ກວດກາລະດັບ ແລະ ຄຸນນະພາບນ້ໍາໃຕ້ດິນ ຢ່າງເປັນປົກກະຕິ.
ມາດຕາ 30 ການປະກອບເອກະສານຂໍອະນຸຍາດນໍາໃຊ້ນໍ້າໃຕ້ດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍອະນຸຍາດນໍາໃຊ້ນໍ້າໃຕ້ດິນ ຕ້ອງປະກອບເອກະສານ ດັ່ງນີ້:
1. ຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ;
2. ໃບຢັ້ງຢືນທີ່ຢູ່;
3. ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ;
4. ບົດບັນທຶກກອງປະຊຸມປຶກສາຫາລື;
5. ສໍາເນົາບົດວິພາກເສດຖະກິດ-ເຕັກນິກເບື້ອງຕົ້ນ ຫຼື ສະບັບສຸດທ້າຍ;
6. ສໍາເນົາໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ;
7. ສໍາເນົາໃບທະບຽນວິສາຫະກິດ;
8. ສໍາເນົາໃບອະນຸຍາດດໍາເນີນທຸລະກິດ;
9. ສໍາເນົາໃບຕາດິນ ກໍລະນີເຊົ່າດິນຂອງບຸກຄົນອື່ນ ຕ້ອງມີໃບຍິນຍອມຈາກເຈົ້າຂອງສິດນໍາໃຊ້ທີ່ດິນ; 10. ແຜນວາດທີ່ຕັ້ງຂອງບໍ່ນໍ້າໃຕ້ດິນ;
1 1. ສໍາເນົາສັນຍາເຊົ່າ ຫຼື ສໍາປະທານ ພາສາລາວ ແລະ ພາສາອັງກິດ (ຖ້າມີ);
12. ສໍາເນົາໃບອະນຸຍາດດໍາເນີນການບໍລິການດ້ານວິຊາການ ກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ (ຖ້າມີ). ມອບໃຫ້ກົມຊັບພະຍາກອນນໍ້າ ສ້າງແບບພິມຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ.
ມາດຕາ 31 ຂັ້ນຕອນການ ຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ
ການຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ມີຂັ້ນຕອນ ດັ່ງນີ້:
1. ການຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ;
2. ການກວດກາເອກະສານ;
3. ການກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ;
4. ການພິຈາລະນາ ການອອກໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ.
ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສໍາເລັດຂະບວນການອອກອະນຸຍາດນໍາໃຊ້ນໍ້າ ໃຕ້ດິນ ພາຍໃນກໍານົດເວລາ ຊາວຫ້າ ວັນລັດຖະການ.
ມາດຕາ 32 ການຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ
ການຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າ ໃຕ້ດິນ ຂະຫນາດໃຫຍ່ ຕາມທີ່ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 1 ມາດຕາ 28 ຂອງຂໍ້ຕົກລົງສະບັບນີ້;
2. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ ນ້ໍາໃຕ້ດິນ ຂະຫນາດກາງ ຕາມທີ່ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 2 ມາດຕາ 28 ຂອງຂໍ້ຕົກລົງສະບັບນີ້.
ມາດຕາ 33 ການກວດກາເອກະສານ
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍຫຼັງຮັບຄໍາຮ້ອງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນແລ້ວ ໃຫ້ດໍາເນີນການກວດກາ ເອກະສານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 30 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນຕົ້ນໄປ. ໃນເວລາພິຈາລະນາຫາກເຫັນວ່າມີຄວາມຈໍາເປັນສາມາດຮຽກເອົາເອກະສານ ຫຼື ຂໍ້ມູນເພີ່ມເຕີມຈາກຜູ້ທີ່ມີຈຸດປະສົງຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ຫຼື ເຊີນຜູ້ກ່ຽວຂ້ອງເຂົ້າມາຊີ້ແຈງ ຫຼື ໃຫ້ ຂໍ້ມູນ.
ໃນກໍລະນີເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ໃຫ້ຜູ້ທີ່ມາຂໍອະນຸ ຍາດໃຊ້ນໍ້າໃຕ້ດິນຊາບ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ສໍາເລັດການກວດກາເອກະສານ ເປັນຕົ້ນໄປ.
ມາດຕາ 34 ການກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ດໍາເນີນການກວດກາພື້ນທີ່ຂອງໂຄງການ ຫຼື ກິດຈະການ ເພື່ອເກັບກໍາຂໍ້ມູນລະອຽດ ຕາມທີ່ໄດ້ກໍານົດໄວ້ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ຂອງຜູ້ທີ່ສະເຫນີຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ຫຼື ລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ເຈົ້າຂອງໂຄງການ ຫຼື ກິດຈະການ ຊາບລ່ວງຫນ້າຢ່າງ
ຫນ້ອຍ ສາມ ວັນລັດຖະການ ເພື່ອກະກຽມ ແລະ ໃຫ້ການຮ່ວມມື. ການກວດກາພື້ນທີ່ຂໍອະນຸຍາດການ ນໍາໃຊ້ນໍ້າ ໃຕ້ດິນ ຂອງໂຄງການ ຫຼື ກິດຈະການ ຕ້ອງໃຫ້ສໍາເລັດພາຍໃນກໍານົດເວລາ ຫ້າ ວັນລັດຖະການ ນັບແຕ່ວັນລົງ ກວດກາຕົວຈິງ.
ສໍາລັບ ການກວດກາພື້ນທີ່ຂໍອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ຂອງໂຄງການ ຫຼື ກິດຈະການ ຕ້ອງດໍາເນີນ ການກວດກາ ຈຸດທີ່ຂຸດເຈາະ ຫຼື ຊີເຈາະ ໄປພ້ອມກັນ ແລະ ເຮັດບົດບັນທຶກຮ່ວມ ລະຫວ່າງພະນັກງານກວດກາ ພື້ນທີ່ຮ່ວມກັບເຈົ້າຂອງໂຄງການ ຫຼື ກິດຈະການ ພ້ອມທັງຖ່າຍຮູບສະຖານທີ່, ອຸປະກອນຕ່າງໆ ຕາມທີ່ລະບຸໃນ ແຜນຄຸ້ມຄອງການນໍາໃຊ້ນໍ້າໃຕ້ດິນ ລວມທັງການທົບທວນເນື້ອໃນແຜນຄຸ້ມຄອງການນໍາໃຊ້ນໍ້າ ພາຍໃນກໍານົດ ເວລາ ຊາວ ວັນລັດຖະການ ນັບແຕ່ໄດ້ຮັບເອກະສານຈາກເຈົ້າຂອງໂຄງການເປັນຕົ້ນໄປ ໂດຍບໍ່ນັບໄລຍະເວລາ ທ່ີເຈົ້າຂອງໂຄງການນໍາເອົາເອກະສານກັບໄປປັບປຸງຄືນໃຫມ່.
ມາດຕາ 35 ການພິຈາລະນາອອກໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ
ການພິຈາລະນາ ອອກໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ພິຈາລະນາອອກໃບອະນຸຍາດ ການນໍາໃຊ້ນໍ້າໃຕ້ດິນ ຂະຫນາດໃຫຍ່ ຕາມທີ່ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 1 ມາດຕາ 28 ຂອງຂໍ້ຕົກລົງສະບັບນີ້ ພາຍ ໃນກໍານົດເວລາ ສອງ ວັນລັດຖະການ;
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕ້ອງສົ່ງແຜນການນໍາໃຊ້ນໍ້າໃຕ້ດິນ ຂະຫນາດໃຫຍ ່ ໃຫ້ກົມຊັບພະຍາກອນນ້ໍາ ມີຄໍາເຫັນ ກ່ອນຈະອອກອະນຸຍາດນໍາໃຊ້ນໍ້າໃຕ້ດິນ.
2. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ພິຈາລະນາອອກໃບອະນຸຍາດ ການນໍາໃຊ້ນໍ້າໃຕ້ດິນ ຂະຫນາດກາງ ຕາມທີ່ໄດ້ກໍານົດໄວ້ໃນວັກທີ 2 ຂໍ້ 2 ມາດຕາ 28 ຂອງຂໍ້ຕົກລົງສະບັບນີ້ພາຍ ໃນກໍານົດເວລາ ສອງ ວັນລັດຖະການ.
ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຕ້ອງສົ່ງແຜນການນໍາໃຊ້ນໍ້າໃຕ້ດິນ ຂະຫນາດກາງ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ມີຄໍາເຫັນກ່ອນຈະອອກ ອະນຸຍາດນໍາໃຊ້ນໍ້າໃຕ້ດິນ.
ໃນກໍລະນີຫາກບໍ່ເຫັນດີ ຕ້ອງແຈ້ງຕອບເປັນລາຍລັກອັກສອນໃຫ້ແກ່ເຈົ້າຂອງໂຄງການ ຫຼື ກິດຈະການ ຊາບ ພາຍໃນກໍານົດເວລາ ຫ້າ ວັນລັດຖະການ.
ຫມວດທີ 4
ຂະຫນາດ, ການອະນຸຍາດ ແລະ ສະຖານທີ່ຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ມາດຕາ 36 ຂະຫນາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ໄດ້ແບ່ງເປັນຂະຫນາດ ດັ່ງນີ້:
1. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດນ້ອຍ;
2. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດກາງ; 3. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນຂະຫນາດໃຫຍ່.
ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດນ້ອຍ ແມ່ນການຂຸດເຈາະ ຫຼື ຊີເຈາະ ທີ່ນໍາໃຊ້ທໍ່ກັນເຈື່ອນ ທີ່ມີຂະຫນາດເສັ້ນຜ່າກາງ ຫນຶ່ງຮ້ອຍ ມີລີແມັດ ລົງມາ.
ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດກາງ ແມ່ນ ການຂຸດເຈາະ ຫຼື ຊີເຈາະ ທີ່ນໍາໃຊ້ທໍ່ກັນເຈື່ອນ ທີ່ມີຂະຫນາດເສັ້ນຜ່າກາງ ໃຫຍ່ກວ່າ ຫນຶ່ງຮ້ອຍ ແຕ່ບໍ່ເກີນ ສອງຮ້ອຍ ມີລີແມັດ.
ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດໃຫຍ່ ແມ່ນ ການຂຸດເຈາະ ຫຼື ຊີເຈາະ ທີ່ນໍາໃຊ້ທໍ່ກັນເຈື່ອນ ທີ່ມີຂະຫນາດເສັ້ນຜ່າກາງ ໃຫຍ່ກວ່າ ສອງຮ້ອຍ ມີລີແມັດຂຶ້ນໄປ.
ມາດຕາ 37 ການອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຈະດໍາເນີນການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ເພື່ອນໍາໃຊ້ເຂົ້າໃນເປົ້າ ຫມາຍໃດຫນຶ່ງ ຕາມແຕ່ລະຂະຫນາດທີ່ໄດ້ກໍານົດໄວ້ໃນມາດຕາ 36 ຂອງຂໍ້ຕົກລົງສະບັບນີ້ ຕ້ອງໄດ້ຮັບອະນຸຍາດ ຈາກຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ການອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ໄດ້ແບ່ງຄວາມຮັບຜິດຊອບ ດັ່ງນີ້:
1. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນຜູ້ອະນຸຍາດການຂຸດເຈາະ ແລະ ຊີເຈາະນໍ້າໃຕ້ດິນຂະຫນາດນ້ອຍ;
2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນຜູ້ອະນຸຍາດການຂຸດເຈາະ ແລະ ຊິເຈາະນໍ້າໃຕ້ດິນຂະຫນາດກາງ ແລະ ຂະຫນາດໃຫຍ່.
ມາດຕາ 38 ເງື່ອນໄຂການອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ການອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນຕ້ອງມີເງື່ອນໄຂດັ່ງນີ້:
1. ສໍາຫຼວດພື້ນທີ່ກ່ອນດໍາເນີນການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ. ພື້ນທີ່ດັ່ງກ່າວຕ້ອງຢູ່ໃນເຂດທີ່ກໍານົດ ໄວ້, ບໍ່ແມ່ນພື້ນທີ່ຕໍ່າ ແລະ ບໍ່ມີນໍ້າເປື້ອນກັກຂັງ, ໄຫຼຜ່ານ ຫຼື ໄຫຼຈາກຫນ້າດິນລົງໃນບໍ່ ຫຼື ຂ້າງ, ມີພື້ນທີ່ຫວ່າງ ພຽງພໍ, ບໍ່ແມ່ນເຂດຫວງຫ້າມ ໂດຍຫ່າງຈາກວິດຖ່າຍ, ຄອກສັດ, ຂຸມຖິ້ມຂີ້ເຫຍື້ອ ຫຼື ຮ່ອງລະບາຍນໍ້າເປື້ອນ ສິບຫ້າ ແມັດ ຂຶ້ນໄປ ແລະ ຫ່າງຈາກສາຍຄາ ຫຼາຍກວ່າ ຫນຶ່ງ ແມັດ;
2. ສໍາລັບນໍາ້ບາດານ ຕ້ອງຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ແຕ່ຫນ້າດິນຈົນຮອດຊັ້ນໃຫ້ນໍ້າ ເລິກກວ່າ ສິບຫ້າ ແມັດ ຂຶ້ນໄປ;
3. ສໍາລັບນໍ້າສ້າງ ຕ້ອງຂຸດເຈາະ ແຕ່ຫນ້າດິນເລິກຮອດຊັ້ນໃຫ້ນາ;
4. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕ້ອງຫຼີກລ່ຽງ ບໍລິເວນໃກ້ຄຽງສະຖານທີ່ທາງປະຫວັດສາດ ຫຼື ເຂດທີ່ສະຫງວນໄວ້ ຍົກເວັ້ນການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນໃນເຂດບໍລິເວນດັ່ງກ່າວ ເພື່ອສຶກສາຄົ້ນຄວ້າ ດ້ານປະລິມານ ແລະ ວິໄຈຄຸນພາບຂອງນໍ້າໃຕ້ດິນ;
5. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນໃນທີ່ດິນຂອງຕົນ ຕ້ອງຫ່າງຈາກເຂດແດນຂອງຜູ້ອື່ນຢ່າງຫນ້ອຍ ສອງ ແມັດ ຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ດິນເຈື່ອນ ຫຼື ຍຸບຕົວ ຊຶ່ງອາດຈະກະທົບຕໍ່ຕອນດິນທີ່ຕິດຈອດ ກັນ;
6. ໄລຍະຫ່າງຂອງບໍ່ນໍ້ໃຕ້ດິນທີ່ຈະຂຸດເຈາະ ຫຼື ຊີເຈາະ ຕ້ອງຫ່າງກັນ ສິບຫ້າ ແມັດ ຂຶ້ນໄປ;
7. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕ້ອງມີຊ່ອງວ່າງລະຫວ່າງ ທໍ່ກັນເຈື່ອນ ແລະ ຂອບຂອງຮູເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ມີຂະຫນາດຫຼາຍກວ່າ ສິບ ຊັງຕີແມັດ ເພື່ອເອົາຫີນ ຫຼື ຊາຍ ລົງໃສ່ຊ່ອງວ່າງດັ່ງກ່າວ ແນໃສ່ ກັ່ນຕອງຄຸນນະພາບນໍ້າໃຫ້ສະອາດ ແລະ ປ້ອງກັນການຍຸບໂຕຂອງດິນ, ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕ້ອງ ເຈາະຜ່ານໃຫ້ເຖິງຊັ້ນນໍ້າທີ່ມີຄຸນນະພາບນໍ້າດີ;
8. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ທີ່ເຈາະຖືກຊັ້ນຫີນແຂງທີ່ຄົງໂຕຢູ່ໄດ້ ໃຫ້ເຈາະຕາມຂະຫນາດ ຄວາມເຫມາະສົມ;
9. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕ້ອງຫ່າງຈາກພື້ນທີ່ສານເຄມີຕົກຄ້າງ, ບ່ອນຝັງສົບຄົນ ຫຼື ສັດ ຫນຶ່ງຮ້ອຍ ແມັດ ຂຶ້ນໄປ ຍົກເວັ້ນການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນໃນເຂດບໍລິເວນດັ່ງກ່າວ ເພື່ອສຶກສາຄົ້ນຄວ້າ ດ້ານປະລິມານ ແລະ ວິໄຈຄຸນນະພາບຂອງນໍ້າໃຕ້ດິນ;
10. ຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕ້ອງມີວິຊາການດ້ານການຂຸດເຈາະ ຫຼື ຊີເຈາະ, ນັກທໍລະນີ
ວິທະຍາ, ຫ້ອງການ, ເຄື່ອງກົນຈັກ ແລະ ອຸປະກອນຄົບຊຸດ ທີ່ໄດ້ມາດຕະຖານ;
11. ໃນກໍລະນີທີ່ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຫາກໄດ້ກໍ່ຄວາມເສຍຫາຍຕໍ່ຊັບສິນຂອງບຸກຄົນອື່ນ ຕ້ອງໄດ້ຢຸດເຊົາ ພ້ອມທັງສ້ອມແປງໃຫ້ຄືນສູ່ສະພາບເດີມ ຫຼື ທົດແທນຄ່າເສຍຫາຍຕໍ່ຊັບສິນທີ່ຕົນໄດ້ກໍ່ຂຶ້ນ ລວມທັງຮັບປະກັນໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ຫນ້ອຍທີ່ສຸດ;
12. ພາຍຫຼັງ ຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ສໍາເລັດແລ້ວ ຕ້ອງນໍາເອົານໍ້າໄປວິໄຈຄຸນນະພາບ ຢູ່ໃນບັນດາຫ້ອງວິໄຈ ແລະ ລາຍງານຜົນ ໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອ ເປັນຂໍ້ມູນໃນການພິຈາລະນາໃຫ້ນໍາໃຊ້ນໍ້າໃຕ້ດິນ.
ນອກຈາກເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕານີ້ແລ້ວ ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຍັງຕ້ອງໄດ້ ປະຕິບັດຕາມລະບຽບການສະເພາະ ທີ່ຂະແຫນງການກ່ຽວຂ້ອງໄດ້ກໍານົດໄວ້ ໂດຍອີງຕາມເປົ້າຫມາຍການນໍາໃຊ້ນໍ້າ
ໃຕ້ດິນ.
ມາດຕາ 39 ການປະກອບເອກະສານຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕ້ອງປະກອບ ເອກະສານ ດັ່ງນີ້:
1. ຄໍາຮ້ອງຂໍອະນຸຍາດ;
2. ສໍາເນົາໃບທະບຽນວິສາຫະກິດ;
3. ໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ;
4. ສໍາເນົາໃບຕາດິນ, ກໍລະນີເຊົ່າທີ່ດິນຂອງບຸກຄົນອື່ນ ຕ້ອງມີໃບຍິນຍອມຈາກເຈົ້າຂອງສິດນໍາໃຊ້ທີ່ດິນ; 5. ແຜນທີ່ສັງເຂບສະແດງທີ່ຕັ້ງບໍ່ນ້ໍາໃຕ້ດິນ, ສິ່ງປຸກສ້າງ ແລະ ບໍລິເວນທີ່ຈະໃຊ້ນໍ້າ;
6. ສໍາເນົາສໍາມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ.
ມາດຕາ 40 ຂັ້ນຕອນການຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ການຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ປະກອບມີຂັ້ນຕອນ ດັ່ງນີ້:
1. ການຮັບຄໍາຮ້ອງຂໍອະນຸຍາດ;
2. ການກວດກາເອກະສານ;
3. ການກວດກາສະຖານທີ ່ສໍາລັບການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ;
4. ການພິຈາລະນາອອກໃບອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ.
ມາດຕາ 41 ການຮັບຄໍາຮ້ອງຂໍອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ການຮັບຄໍາຮ້ອງຂໍອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຮັບຄໍາຮ້ອງການຂຸດເຈາະ ຫຼື ຊີ ເຈາະນໍ້າໃຕ້ດິນ ຂະຫນາດກາງ ແລະ ຂະຫນາດໃຫຍ່;
2. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຮັບຄໍາຮ້ອງການຂຸດເຈາະ ຫຼື ຊີ ເຈາະນໍ້າໃຕ້ດິນ ຂະຫນາດນ້ອຍ.
ມາດຕາ 42 ການກວດກາເອກະສານ
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍຫຼັງທີ່ໄດ້ຮັບຄໍາຮ້ອງຂໍອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ແລ້ວດໍາ ເນີນການກວດກາເອກະສານ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນຕົ້ນໄປ. ໃນເວລາພິຈາລະນາເຫັນວ່າມີຄວາມຈໍາເປັນສາມາດ ຮຽກເອົາເອກະສານ ຫຼື ຂໍ້ມູນເພີ່ມເຕີມ ຈາກຜູ້ທີ່ມີຈຸດປະສົງຂໍການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ.
ໃນກໍລະນີບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງຕອບເປັນລາຍລັກອັກສອນໃຫ້ຜູ້ທີ່ຂໍດໍາເນີນການຂຸດເຈາະ ຫຼື ຂີ່ເຈາະນໍ້າໃຕ້ດິນ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ສໍາເລັດກວດກາເອກະສານເປັນຕົ້ນ
ໄປ.
ມາດຕາ 43 ການກວດກາສະຖານທີ ່ສໍາລັບການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ການກວດກາສະຖານທີ່ການຂໍອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດກາງ ແລະ ຂະຫນາດໃຫຍ່ ແມ່ນໄດ້ດໍາເນີນການໄປພ້ອມກັບການກວດກາພາກສະຫນາມ ໃນເວລາຂໍອະນຸຍາດນໍາໃຊ້ນໍ້າໃຕ້ດິນ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 34 ຂອງຂໍ້ຕົກລົງສະບັບນີ້.
ສໍາລັບການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດນ້ອຍ ໃຫ້ລົງກວດກາສະຖານທີ ່ ໃນເວລາຂໍອະນຸຍາດ ຂຸດເຈາະ ຫຼື ຊີເຈາະ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ 38 ຂອງຂໍ້ຕົກລົງສະບັບນີ້.
ມາດຕາ 44 ການພິຈາລະນາອອກໃບອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ການພິຈາລະນາອອກໃບອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ໃຫ້ປະຕິບັດ ດັ່ງນີ້:
1. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ພິຈາລະນາອອກໃບອະນຸຍາດ ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດກາງ ແລະ ຂະຫນາດໃຫຍ່ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ສໍາເລັດກວດກາສະຖານທີ່ສໍາລັບການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນເປັນຕົ້ນໄປ;
2. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ພິຈາລະນາອອກໃບອະນຸຍາດ ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດນ້ອຍ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ສໍາເລັດ ກວດກາສະຖານທີ່ສໍາລັບການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນເປັນຕົ້ນໄປ.
ມາດຕາ 45 ໃບອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ໃບອະນຸຍາດການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ແມ່ນ ເອກະສານທາງການ ທີ່ອະນຸຍາດໃຫ້ບຸກຄົນ, ນິຕິ ບຸກຄົນ ຫຼື ການຈັດຕັ້ງ ຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ເພື່ອນໍາໃຊ້ເຂົ້າໃນເປົ້າຫມາຍໃດຫນຶ່ງ.
ໃບອະນຸຍາດຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ໃຫ້ນໍາໃຊ້ສະເພາະຈຸດ ແລະ ສະຖານທີ່ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ.
ມາດຕາ 46 ການຄຸ້ມຄອງເຄື່ອງຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ຜູ້ທີ່ມີເຄື່ອງຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນທຸກຂະຫນາດ ກ່ອນ ຫຼື ຫຼັງ ຂໍ້ຕົກລົງສະບັບນີ້ ຕ້ອງແຈ້ງ ແລະ ຂຶ້ນ ທະບຽນນໍາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍໃນກໍານົດເວລາ ເກົ້າສິບວັນ ລັດຖະການ ນັບແຕ່ວັນທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ອອກແຈ້ງການ ເປັນຕົ້ນໄປ.
ເຄື່ອງຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ທີ່ໄດ້ຂຶ້ນທະບຽນແລ້ວ ໃນກໍລະນີເປ່ເພບໍ່ສາມາດນໍາໃຊ້ໄດ້ ເຈົ້າຂອງ ເຄື່ອງ ຕ້ອງໄດ້ແຈ້ງຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ຂຶ້ນທະບຽນນັ້ນ. ໃນກໍລະນີທີ່ມີການມອບ, ໂອນ ຫຼື ຂາຍເຄື່ອງຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຜູ້ທີ່ໄດ້ຮັບມອບ, ໂອນ ຫຼື ຊື້ ຕ້ອງໄດ້ແຈ້ງຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີຂຶ້ນທະບຽນນັ້ນ.
ສໍາລັບເຄື່ອງຂຸດເຈາະ ຫຼື ຊີເຈາະ ທີ່ກ່ຽວຂ້ອງກັບວຽກງານນໍ້າໃຕ້ດິນ ຊຶ່ງໄດ້ຂຶ້ນທະບຽນ ແລະ ຄຸ້ມຄອງ ໂດຍຂະແຫນງການທີ່ກ່ຽວຂ້ອງ ຕ້ອງແຈ້ງຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເພື່ອເປັນການເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີ.
ມາດຕາ 47 ການລາຍງານຂໍ້ມູນການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ສໍາລັບໂຄງການພັດທະນາ
ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນຜູ້ພັດທະນາໂຄງລ່າງພື້ນຖານ ລວມທັງການຊອກຄົ້ນ, ສໍາຫຼວດ ແຮ່ທາດ ແລະ ຂຸດຄົ້ນບໍ່ແຮ່ ໃນໄລຍະດໍາເນີນການສໍາຫຼວດນັ້ນ ຫາກພົບເຫັນບໍ່ນໍ້າໃຕ້ດິນ ຕ້ອງລາຍງານຂໍ້ມູນນໍ້າໃຕ້ດິນ ເປັນຕົ້ນ ຊັ້ນດິນ, ຊັ້ນຫີນ, ຊັ້ນໃຫ້ນໍ້າໃນແຕ່ລະຊັ້ນ, ຄວາມເລິກຂອງການຂຸດເຈາະໃນແຕ່ລະຊັ້ນ ໃຫ້ຂະແຫນງການ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນ ພາຍໃນກໍານົດເວລາ ສິບ ວັນລັດຖະການ ນັບແຕ່ ວັນທີ່ພົບເຫັນເປັນຕົ້ນໄປ.
ພາກທີ່ IV
ໃບອະນຸຍາດການນໍາໃຊ້ນໍ້າ
ມາດຕາ 48 ໃບອະນຸຍາດການນໍາໃຊ້ນໍ້າ
ໃບອະນຸຍາດການນໍາໃຊ້ນໍ້າ ແມ່ນ ເອກະສານທາງການ ທີ່ອະນຸຍາດນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນໃຫ້ ແກ່ຜູ້ໄດ້ຮັບສິດນໍາໃຊ້ນໍ້າ ຊຶ່ງມີອາຍຸນໍາໃຊ້ ສອງ ປີ ແລະ ສາມາດຕໍ່ໄດ້ຕາມການສະເຫນີຂອງຜູ້ໄດ້ຮັບສິດນໍາ ໃຊ້ນໍ້າ ໂດຍອີງໃສ່ຜົນການປະເມີນການຈັດຕັ້ງປະຕິບັດແຜນຄຸ້ມຄອງການນໍາໃຊ້ນໍ້າຂອງໂຄງການ ຫຼື ກິດຈະການ ລວມທັງການປະຕິບັດພັນທະ ແລະ ເງື່ອນໄຂ ທີ່ກໍານົດໄວ້ໃນໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ໃຕ້ດິນ.
ມອບໃຫ້ກົມຊັບພະຍາກອນນໍ້າ ເປັນຜູ້ຄົ້ນຄວ້າ ຮູບແບບ ແລະ ເນື້ອໃນຂອງໃບອະນຸຍາດການນໍາໃຊ້ນໍ້າ.
ມາດຕາ 49 ການຕໍ່ໃບອະນຸຍາດການນໍາໃຊ້ນໍ້າ
ການຕໍ່ໃບອະນຸຍາດການນໍາໃຊ້ນໍ້າ ແມ່ນ ການບັນທຶກ ແລະ ການຢັ້ງຢືນຄືນໃຫມ່ ໃນເວລາຫມົດອາຍຸ ສອງ ປີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 48 ຂອງຂໍ້ຕົກລົງສະບັບນີ້.
ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຕໍ່ໃບອະນຸຍາດການນໍາໃຊ້ນໍ້າ ໃຫ້ຍື່ນຄໍາຮ້ອງຫາພາກສ່ວນ ທີ່ອອກໃບອະນຸຍາດການນໍາໃຊ້ນໍ້າ ດັ່ງນີ້:
1. ການຕໍ່ໃບອະນຸຍາດນໍ້າຫນ້າດິນ ໃຫ້ຍື່ນຄໍາຮ້ອງຫາພາກສ່ວນທີ່ອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້ ກ່ອນໃບອະນຸຍາດດັ່ງກ່າວຈະຫມົດອາຍຸ ພາຍໃນກໍາ ນົດເວລາ ຫົກສິບ ວັນລັດຖະການ. ສໍາລັບການຕໍ່ໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແມ່ນໃຫ້ປະຕິບັດຕາມ ມາດຕາ 15, 16, 17 ແລະ 19 ຂອງຂໍ້ຕົກລົງສະບັບນີ້.
2. ການຕໍ່ໃບອະນຸຍາດນໍ້າໃຕ້ດິນ ໃຫ້ຍື່ນຄໍາຮ້ອງຫາພາກສ່ວນທີ່ອອກໃບອະນຸຍາດ ນໍາໃຊ້ນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງຂໍ້ຕົກລົງສະບັບນີ້ ກ່ອນໃບອະນຸຍາດດັ່ງກ່າວຈະຫມົດອາຍຸ ພາຍໃນກໍາ ນົດເວລາ ຫົກສິບ ວັນລັດຖະການ. ສໍາລັບ ການຕໍ່ໃບອະນຸຍາດການນໍາໃຊ້ນໍ້າໃຕ້ດິນ ແມ່ນໃຫ້ປະຕິບັດຕາມ ມາດຕາ 31, 32, 33, 34 ແລະ 35 ຂອງຂໍ້ຕົກລົງສະບັບນີ້;
3. ກ່ອນຈະຕໍ່ໃບອະນຸຍາດນໍາໃຊ້ນໍ້າ ຂະຫນາດກາງ ແລະ ໃຫຍ່ ໃນແຕ່ລະຄັ້ງ ຕ້ອງຜ່ານການກວດກາຄຸນ
ນະພາບນໍ້າ.
ໃນກໍລະນີ ຫາກບໍ່ສະເຫນີຕໍ່ອາຍຸໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຫຼື ນໍ້າໃຕ້ດິນ ນິຕິບຸກຄົນ ຫຼື ການຈັດ ຕັ້ງ ຈະບໍ່ສາມາດດໍາເນີນການນໍາໃຊ້ນໍ້າດັ່ງກ່າວຕໍ່ໄດ້ ແລະ ຈະຖືກໂຈະ ຫຼື ຖອນໃບອະນຸຍາດການນໍາໃຊ້ນໍ້າ ຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 50 ແລະ 51 ຂອງຂໍ້ຕົກລົງສະບັບນີ້.
ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຫຼື ນໍ້າໃຕ້ດິນ ມີຈຸດປະສົງປ່ຽນແປງ ໃບອະນຸຍາດການການນໍາໃຊ້ນໍ້າ ເປັນຕົ້ນ ການຂະຫຍາຍ, ການເພີ່ມ ຫຼື ຫຼຸດ ປະລິມານການນໍາໃຊ້ນໍ້າຫນ້າດິນ ຫຼື ນໍ້າໃຕ້ດິນທີ່ມີຢູ່ແລ້ວ ຕ້ອງສະເຫນີຕໍ່ພາກສ່ວນທີ່ອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ຫຼື ນໍ້າໃຕ້ດິນ ເພື່ອ ຂໍໃບອະນຸຍາດການນໍາໃຊ້ນໍ້າດັ່ງກ່າວຄືນໃຫມ່.
ມາດຕາ 50 ການໂຈະໃບອະນຸຍາດການນໍາໃຊ້ນໍ້າ
ໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ຈະຖືກໂຈະຕາມແຕ່ກໍລະນີ ດັ່ງນີ້:
1. ລະເມີດ ກົດຫມາຍ ແລະ ລະບຽບການ ກ່ຽວກັບການອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ທີ່ສົ່ງຜົນກະທົບຮ້າຍແຮງ ໂດຍໃຫ້ໂອກາດປັບປຸງແກ້ໄຂ;
2. ບໍ່ຕໍ່ໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ພາຍຫຼັງທີ່ໄດ້ຮັບການແຈ້ງເຕືອນ ສອງຄັ້ງ ຈາກພາກສ່ວນອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ;
3. ນໍາໃຊ້ເຄື່ອງມື, ວັດຖຸປະກອນ ຫຼື ເຕັກໂນໂລຊີ ທີ່ບໍ່ໄດ້ມາດຕະຖານ ໃນການການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ;
4. ບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ;
5. ປິດບັງ, ເຊື່ອງອໍາ ແລະ ໃຫ້ຂໍ້ມູນກ່ຽວກັບການດໍາເນີນກິດຈະການກ່ຽວກັບການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ບໍ່ຖືກຕ້ອງຕາມຄວາມເປັນຈິງ;
6. ຖືກຖອນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ໃບອະນຸຍາດການປ່ອຍນໍ້າເປື້ອນ;
ຖ້າຫາກພົບເຫັນກໍລະນີໃດຫນຶ່ງທີ່ກ່າວມາຂ້າງເທິງນີ້ ຈະຖືກໂຈະໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ໂດຍມີກໍານົດເວລາອັນແນ່ນອນ ຕາມແຕ່ກໍລະນີ ເພື່ອໃຫ້ນິຕິບຸກຄົນ ຫຼື ການຈັດຕັ້ງດັ່ງກ່າວ ປັບປຸງແກ້ ໄຂຂໍ້ບົກຜ່ອງທີ່ເກີດຈາກການດໍາເນີນທຸລະກິດຂອງຕົນ.
ໃນກໍລະນີແຈ້ງໂຈະ ຕ້ອງນໍາສົ່ງຫນັງສືແຈ້ງໂຈະດັ່ງກ່າວ ໃຫ້ຂະແຫນງການຮັບຜິດຊອບໂຄງການລົງທຶນ, ກິດ ຈະການຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຊາບ.
ມາດຕາ 51 ການຖອນໃບອະນຸຍາດການນໍາໃຊ້ນໍ້າ
ໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ຈະຖືກຖອນຕາມແຕ່ກໍລະນີ ດັ່ງນີ້:
1. ລະເມີດກົດຫມາຍ ແລະ ລະບຽບການ ກ່ຽວກັບການອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ທີ່ ສົ່ງຜົນກະທົບຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້;
2. ບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ຊຶ່ງກໍ່ ຄວາມເສຍຫາຍຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້;
3. ບໍ່ຕໍ່ໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ພາຍຫຼັງທີ່ໄດ້ຮັບການແຈ້ງເຕືອນ ສາມ ຄັ້ງ ຈາກ ພາກສ່ວນອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ;
4. ບໍ່ດໍາເນີນການແກ້ໄຂບັນຫາໃດຫນຶ່ງ ພາຍຫຼັງທີ່ຖືກໂຈະ ແລະ ໄດ້ຮັບແຈ້ງເຕືອນ ຈາກພາກສ່ວນທີ່ອອກ ໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ.
ໃນກໍລະນີແຈ້ງຖອນ ຕ້ອງນໍາສົ່ງຫນັງສືແຈ້ງຖອນດັ່ງກ່າວ ໃຫ້ຂະແຫນງການຮັບຜິດຊອບໂຄງການລົງທຶນ, ກິດຈະການຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຊາບ ພ້ອມທັງພິຈາລະນາຖອນໃບອະນຸຍາດປ່ອຍ ນໍ້າເປື້ອນ ແລະ ຖອນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ.
ມາດຕາ 52 ການອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນຄືນໃຫມ່
ການອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນຄືນໃຫມ່ແມ່ນການອອກໃຫ້ໃນກໍລະນີໃບອະນຸ ຍາດນໍາໃຊ້ນໍ້າ ທີ່ຖືກເສຍຫາຍ ຫຼື ຖືກທໍາລາຍ.
ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນຄືນໃຫມ່ ໃຫ້ປະຕິບັດ ດັ່ງນີ້:
1. ຍື່ນຄໍາຮ້ອງຂໍອອກໃບອະນຸຍາດນໍາໃຊ້ນໍ້າຫນ້າດິນຄືນໃຫມ່ ຕໍ່ພາກສ່ວນທີ່ໄດ້ອອກໃບອະນຸຍາດນໍາໃຊ້ ນໍ້າຫນ້າດິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້.
2. ຍື່ນຄໍາຮ້ອງຂໍອອກໃບອະນຸຍາດນໍາໃຊ້ນໍ້າໃຕ້ດິນຄືນໃຫມ່ ຕໍ່ພາກສ່ວນທີ່ໄດ້ອອກໃບອະນຸຍາດນໍາໃຊ້ ນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງຂໍ້ຕົກລົງສະບັບນີ້.
ພາຍຫຼັງໄດ້ຮັບຄໍາຮ້ອງແລ້ວ ຜູ້ອອກອະນຸຍາດນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນຄືນໃຫມ່ ຕ້ອງໄດ້ຄົ້ນຄວ້າ, ເກັບກໍາຂໍ້ມູນ, ຫຼັກຖານ ກ່ຽວກັບການອະນຸຍາດນໍາໃຊ້ ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ແລ້ວເຮັດບົດສະຫຼຸບ ພ້ອມ ດ້ວຍຄໍາເຫັນກ່ຽວກັບສາເຫດທີ່ຖືກເສຍຫາຍ ຫຼື ຖືກທໍາລາຍ ພາຍໃນເວລາ ສິບຫ້າ ວັນລັດຖະການ ນັບແຕ່ວັນ ທີ່ໄດ້ຮັບຄໍາຮ້ອງເປັນຕົ້ນໄປ ພ້ອມທັງເກັບຄ່າທໍານຽມ ແລະ ຄ່າບໍລິການ ຕາມລະບຽບການ.
ພາກທີ V
ທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ມາດຕາ 53 ທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ປະກອບມີ ດັ່ງນີ້:
1. ໃຫ້ຄໍາປຶກສາກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
2. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ;
3. ການວິໄຈຄຸນນະພາບນໍ້າ;
4. ການບໍລິການອື່ນ.
ມາດຕາ 54 ທຸລະກິດການບໍລິການໃຫ້ຄໍາປຶກສາກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ທຸລະກິດການບໍລິການໃຫ້ຄໍາປຶກສາກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແມ່ນ ການໃຫ້ບໍລິການກ່ຽວກັບ ການສຶກສາ, ສໍາຫຼວດ, ອອກແບບ, ວິເຄາະ, ປະເມີນ ແລະ ສ້າງບົດລາຍງານສະພາບນໍ້າ ແລະ ຊັບພະຍາກອນນໍ້າ ຂອງໂຄງການລົງທຶນ ຫຼື ກິດຈະການພັດທະນາ ພ້ອມທັງສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາການນໍາໃຊ້ ນໍ້າ ແລະ ຊັບພະຍາກອນນໍ້າ.
ຜູ້ບໍລິການໃຫ້ຄໍາປຶກສາ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ມີນັກຊ່ຽວຊານສະເພາະດ້ານທີ່ກ່ຽວຂ້ອງກັບນໍ້າ ແລະ ຊັບພະຍາກອນນໍ້າ ຊຶ່ງມີວຸດທິການສຶກສາປະ ລິນຍາໂທຂຶ້ນໄປຢ່າງຫນ້ອຍ ສາມ ຄົນ ແລະ ມີປະສົບການຢ່າງຫນ້ອຍ ສາມ ປີຂຶ້ນໄປ;
2. ມີນັກວິຊາການລະດັບປະລິນຍາຕີຢ່າງຫນ້ອຍ ສາມ ຄົນ ແລະ ມີປະສົບການຢ່າງຫນ້ອຍ ສອງ ປີຂຶ້ນໄປ;
3. ມີຫ້ອງການ ແລະ ເຄື່ອງມືຮັບໃຊ້ວິຊາການຢ່າງພຽງພໍ ແລະ ໄດ້ມາດຕະຖານ.
ມາດຕາ 55 ທຸລະກິດການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ
ທຸລະກິດການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ແມ່ນ ການໃຫ້ການບໍລິການກ່ຽວກັບການສຶກສາ, ສໍາຫຼວດ, ຂຸດເຈາະ ຫຼື ຊີເຈາະຊັ້ນດິນ, ປະເມີນປະລິມານ ແລະ ຄຸນນະພາບນໍ້າໃຕ້ດິນ.
ຜູ້ບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດກາງ ແລະ ຂະຫນາດໃຫຍ່ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ມີນັກທໍລະນີວິທະຍາທີ່ມີວຸດທິການສຶກສາຊັ້ນກາງຂຶ້ນໄປຢ່າງຫນ້ອຍ ຫນຶ່ງ ຄົນ ແລະ ມີປະສົບການ ຢ່າງຫນ້ອຍ ສອງ ປີ;
2. ມີນັກວິຊາການທີ່ມີປະສົບການດ້ານການຂຸດເຈາະ ຫຼື ຊີເຈາະ ຢ່າງຫນ້ອຍ ຫນຶ່ງ ຄົນ ແລະ ມີປະສົບການ ຢ່າງຫນ້ອຍ ສອງ ປີ;
3. ມີຫ້ອງການ, ເຄື່ອງມືກົນຈັກ ແລະ ມີອຸປະກອນ ຂຸດເຈາະ ຫຼື ຊີເຈາະຄົບຊຸດ ທີ່ໄດ້ມາດຕະຖານ. ສໍາລັບການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຂະຫນາດນ້ອຍ ຕ້ອງໃຫ້ມີນັກວິຊາການທີ່ໄດ້ຜ່ານການຝຶກອົບຮົມ. ໃນກໍລະນີການຂຸດເຈາະ ຫຼື ຊີເຈາະຫາກພົບເຫັນວັດຖຸບູຮານ, ຊາກດຶກດໍາບັນ ຫຼື ແຮ່ທາດທີ່ມີຄ່າ ຫຼື ວັດ ຖຸທາງດ້ານວັດທະນະທໍາ, ເສດຖະກິດ ຫຼື ທາງດ້ານການສຶກສາ ໃນດ້ານທໍລະນີວິທະຍາ ຜູ້ໃຫ້ຂຸດເຈາະ ຫຼື ຊີເຈາະ ນໍ້າໃຕ້ດິນ ຕ້ອງລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການທ້ອງຖິ່ນຮັບຊາບທັນທີ່.
ມາດຕາ 56 ທຸລະກິດການບໍລິການວິໄຈຄຸນນະພາບນໍ້າ
ທຸລະກິດການບໍລິການວິໄຈຄຸນນະພາບນໍ້າ ແມ່ນ ການໃຫ້ບໍລິການກ່ຽວກັບການວິເຄາະ, ວິໄຈຄຸນນະ
ຜູ້ບໍລິການວິໄຈຄຸນນະພາບນໍາ້ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ມີຜູ້ຄວບຄຸມຫ້ອງທົດລອງ ທີ່ມີວຸດທິການສຶກສາລະດັບປະລິນຍາໂທຂຶ້ນໄປ ໃນສາຂາວິຊາເຄມີ, ວິທະ ຍາສາດ-ສິ່ງແວດລ້ອມ, ວິທະຍາສາດທົ່ວໄປ ຫຼື ສາຂາອື່ນທີ່ກ່ຽວຂ້ອງ ແລະ ມີປະສົບການດ້ານການວິໄຈຢ່າງຫນ້ອຍ ຫ້າ ປີ;
2. ມີພະນັກງານວິໄຈປະຈໍາຫ້ອງທົດລອງ ຢ່າງຫນ້ອຍ ສາມ ຄົນ ທີ່ມີວຸດທິການສຶກສາລະດັບປະລິນຍາຕີ ຂຶ້ນໄປ ໃນສາຂາວິຊາເຄມີ, ວິທະຍາສາດ-ສິ່ງແວດລ້ອມ, ວິທະຍາສາດທົ່ວໄປ ຫຼື ສາຂາອື່ນທີ່ກ່ຽວຂ້ອງ ແລະ ມີ ປະສົບການດ້ານການວິໄຈຢ່າງຫນ້ອຍ ສາມ ປີ;
3. ມີຫ້ອງທົດລອງ ພ້ອມດ້ວຍອຸປະກອນຄົບຊຸດ, ມີລະບົບການວິໄຈທີ່ໄດ້ມາດຕະຖານແຫ່ງຊາດ ແລະ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຈະດໍາເນີນການວິໄຈຄຸນນະພາບນໍ້າ ລວມທັງການສ້າງຕັ້ງຫ້ອງ ທົດລອງວິໄຈດັ່ງກ່າວ ຕ້ອງປະຕິບັດໃຫ້ຄົບຖ້ວນຕາມເງື່ອນໄຂອື່ນອີກ ແລະ ຂໍອະນຸຍາດດໍາເນີນທຸລະກິດ ນໍ ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງວ່າດ້ວຍຫ້ອງທົດລອງສິ່ງແວດລ້ອມ ສະບັບເລກທີ 3613/ກຊສ, ລົງວັນທີ 24 ມິຖຸນາ 2022.
ມາດຕາ 57 ທຸລະກິດການບໍລິການອື່ນ
ທຸລະກິດການບໍລິການອື່ນ ແມ່ນ ການດໍາເນີນທຸລະກິດການໃຫ້ການບໍລິການ ເປັນຕົ້ນ ສ້າງລະບົບຖານ ຂໍ້ມູນການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ, ເປັນນາຍຫນ້າ ແລ່ນເອກະສານຂໍອະນຸຍາດດໍາເນີນທຸລະກິດ, ຕໍ່ ໃບອະນຸຍາດດໍາເນີນທຸລະກິດ, ໂອນ, ປ່ຽນແປງໃບອະນຸຍາດດໍາເນີນທຸລະກິດກ່ຽວກັບນໍ້າ ແລະ ຊັບພະຍາກອນ ນໍ້າ, ໃບອະນຸຍາດການນໍາໃຊ້ນໍ້າ, ໃບອະນຸຍາດການຂຸດເຈາະ ຫຼື ຊິເຈາະນໍ້າໃຕ້ດິນ.
ພາກທີ VI
ການອະນຸຍາດ, ການໂຈະ ແລະ ຖອນໃບອະນຸຍາດ ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ມາດຕາ 58 ການອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບ ພະຍາກອນນ້ໍາ ຕ້ອງໄດ້ຂຶ້ນທະບຽນວິສາຫະກິດ ນໍາເຈົ້າຫນ້າທີ່ທະບຽນວິສາຫະກິດ ຕາມກົດຫມາຍວ່າດ້ວຍວິສາ ຫະກິດ ແລະ ຕ້ອງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຈາກ ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມກົດຫມາຍ ແລະ ລະບຽບການ.
ການຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ປະຕິບັດ ດັ່ງນີ້:
1. ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອະນຸຍາດດໍາເນີນທຸ ລະກິດການບໍລິການໃຫ້ຄໍາປຶກສາ ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າ ໃຕ້ດິນ ພາຍຫຼັງວິສາຫະກິດດັ່ງກ່າວໄດ້ຂຶ້ນທະບຽນວິສາຫະກິດ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ;
2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ອະນຸຍາດດໍາເນີນທຸລະກິດການບໍ ລິການໃຫ້ຄໍາປຶກສາກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ພາຍ ຫຼັງ ວິສາຫະກິດ ດັ່ງກ່າວໄດ້ຂຶ້ນທະບຽນວິສາຫະກິດ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ.
3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ອະນຸຍາດດໍາເນີນທຸລະກິດການ ບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ພາຍຫຼັງວິສາຫະກິດ ດັ່ງກ່າວໄດ້ຂຶ້ນທະບຽນວິສາຫະກິດຈາກ ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ຂັ້ນເມືອງ.
ສໍາລັບການດໍາເນີນທຸລະກິດການບໍລິການໃຫ້ຄໍາປຶກສາ ກ່ຽວກັບການສຶກສາ, ສໍາຫຼວດ, ອອກແບບ, ວິ ເຄາະ, ປະເມີນ ແລະ ສ້າງບົດລາຍງານສະພາບນໍ້າ ແລະ ຊັບພະຍາກອນນໍ້າ ຂອງໂຄງການລົງທຶນ ຫຼື ກິດຈະການ ພັດທະນາ ພ້ອມທັງສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ບໍ່ອະນຸຍາດ ໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ອອກອະນຸຍາດ.
ມາດຕາ 59 ເອກະສານປະກອບຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະ ຍາກອນນໍ້າ ຕ້ອງປະກອບເອກະສານ ດັ່ງນີ້:
1. ຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ; 2. ຊີວະປະຫວັດຜູ້ດໍາເນີນທຸລະກິດ; 3. ບົດວິພາກເສດຖະກິດ-ເຕັກນິກ; 4. ສໍາເນົາທະບຽນວິສາຫະກິດ;
5. ສໍາເນົາບັດປະຈໍາຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສໍາມະໂນຄົວ;
6. ໃບປະກາດສະນິຍະບັດ, ໃບຢັ້ງຢືນການຜ່ານງານ ຂອງຊ່ຽວຊານ ແລະ ພະນັກງານຂອງວິສາຫະກິດ. ມອບໃຫ້ກົມຊັບພະຍາກອນນໍ້າ ສ້າງແບບພິມຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 60 ຂັ້ນຕອນການຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ປະກອບມີຂັ້ນຕອນ ດັ່ງນີ້:
1. ການຮັບຄໍາຮ້ອງຂໍອະນຸຍາດ;
2. ການກວດກາເອກະສານ;
3. ການກວດກາສະຖານທີ່ຕັ້ງຂອງວິສາຫະກິດ;
4. ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 61 ການຮັບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການຮັບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ປະຕິ
ບັດ ດັ່ງນີ້:
1. ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮັບຄໍາຮ້ອງດໍາເນີນທຸ ລະກິດການບໍລິການໃຫ້ຄໍາປຶກສາ, ການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງມາດຕາ 58 ຂອງຂໍ້ຕົກລົງສະບັບນີ້;
2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຮັບຄໍາຮ້ອງດໍາເນີນທຸລະກິດການ ບໍລິການໃຫ້ຄໍາປຶກສາ, ການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 2 ຂອງມາດຕາ 58 ຂອງຂໍ້ຕົກລົງສະບັບນີ້;
3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຮັບຄໍາຮ້ອງດໍາເນີນທຸລະກິດ ການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 3 ຂອງມາດຕາ 58 ຂອງຂໍ້ຕົກລົງສະບັບນີ້.
ມາດຕາ 62 ການກວດກາເອກະສານ
ກົມຊັບພະຍາກອນນໍ້າ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ຫ້ອງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍຫຼັງທີ່ໄດ້ຮັບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະ ກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແລ້ວດໍາເນີນການກວດກາເອກະສານ ຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 59 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ຫ້າ ວັນລັດຖະການ ນັບແຕ່ມື້ຮັບຄໍາຮ້ອງເປັນ ຕົ້ນໄປ. ໃນເວລາພິຈາລະນາຫາກເຫັນວ່າມີຄວາມຈໍາເປັນ ສາມາດຮຽກເອົາເອກະສານ ຫຼື ຂໍ້ມູນເພີ່ມເຕີມ ຈາກ ຜູ້ທີ່ມີຈຸດປະສົງຂໍດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ໃນກໍລະນີບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງຕອບເປັນລາຍລັກອັກສອນໃຫ້ຜູ້ທີ່ຂໍດໍາເນີນທຸລະກິດການບໍ ລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ສໍາເລັດກວດ ກາເອກະສານເປັນຕົ້ນໄປ.
ມາດຕາ 63 ການກວດກາສະຖານທີ່ຕັ້ງຂອງວິສາຫະກິດ
ກົມຊັບພະຍາກອນນໍ້າ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ດໍາເນີນການກວດກາສະຖານທີ່ຕັ້ງຂອງວິສາຫະກິດ ຫຼື ທີ່ຕັ້ງໂຄງການຂອງວິສາຫະກິດ ເພື່ອເກັບກໍາຂໍ້ມູນລະອຽດຕາມບົດວິພາກເສດຖະກິດ-ເຕັກນິກ ຂອງວິສາຫະກິດ ທີ່ສະເຫນີຂໍອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ. ການລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ວິສາຫະກິດຊາບ ລ່ວງຫນ້າຢ່າງຫນ້ອຍ ສາມ ວັນລັດຖະການ ເພື່ອກະກຽມ ແລະ ໃຫ້ການຮ່ວມມື. ການກວດສະຖານທີ່ຕັ້ງຂອງວິສາຫະກິດ ຕ້ອງໃຫ້ສໍາເລັດພາຍໃນກໍານົດເວລາ ສາມ ວັນລັດຖະ ການ ນັບແຕ່ວັນລົງກວດກາຕົວຈິງ.
ສໍາລັບການກວດກາສະຖານທີ່ຕັ້ງຂອງວິສາຫະກິດ ຫຼື ທີ່ຕັ້ງໂຄງການຂອງວິສາຫະກິດ ຕ້ອງໄດ້ເຮັດບົດ ບັນທຶກຮ່ວມ ລະຫວ່າງພະນັກງານກວດກາສະຖານທີ່ຕັ້ງຂອງວິສາຫະກິດ ຫຼື ທີ່ຕັ້ງໂຄງການຂອງວິສາຫະກິດ ແລະ ເຈົ້າຂອງວິສາຫະກິດ ຫຼື ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ຫຼື ຜູ້ບໍລິຫານ ພ້ອມທັງຖ່າຍຮູບສະຖານທີ່, ອຸປະກອນຕ່າງໆ ແລະ ການ ມີຕົວຕົນຂອງຊ່ຽວຊານ ຕາມທີ່ລະບຸໃນບົດວິພາກເສດຖະກິດເຕັກນິກ ແລະ ຕ້ອງໃຫ້ສໍາເລັດພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ມື້ລົງກວດກາຕົວຈິງ.
ມາດຕາ 64 ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້
ປະຕິບັດ ດັ່ງນີ້:
1. ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ພິຈາລະນາ ອອກໃບອະນຸຍາດດໍາເນີນທຸລະກິດບໍລິການໃຫ້ຄໍາປຶກສາກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ການບໍລິການ ຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 1 ມາດຕາ 58 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍາ ນົດເວລາ ສາມ ວັນລັດຖະການ ນັບແຕ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກຂໍ້ຕົກລົງວ່າດ້ວຍການອະນຸຍາດດໍາເນີນທຸລະກິດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ພິຈາລະນາອອກໃບອະນຸ ຍາດດໍາເນີນທຸລະກິດການບໍລິການໃຫ້ຄໍາປຶກສາກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 2 ມາດຕາ 58 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ອອກຂໍ້ຕົກລົງວ່າດ້ວຍການອະນຸຍາດດໍາເນີນທຸລະ ກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນຜູ້ພິຈາລະນາອອກໃບອະນຸ ຍາດດໍາເນີນທຸລະກິດການບໍລິການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 3 ມາດຕາ 58 ຂອງຂໍ້ຕົກລົງສະບັບນີ້ ພາຍໃນກໍານົດເວລາ ສາມ ວັນລັດຖະການ ນັບແຕ່ເຈົ້າເມືອງ, ເຈົ້ານະຄອນ, ຫົວຫນ້າເທດ ສະບານ ອອກຂໍ້ຕົກລົງວ່າດ້ວຍການອະນຸຍາດດໍາເນີນທຸລະກິດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 65 ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ໃບອະນຸຍາດໃຫ້ການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແມ່ນ ເອກະສານທາງການ ທີ່ອະນຸຍາດ ໃຫ້ເປີດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ ໃຫ້ແກ່ຜູ້ໄດ້ຮັບສິດ.
ໃບອະນຸຍາດໃຫ້ການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ມີອາຍຸການນໍາໃຊ້ ສອງ ປີ. ກ່ອນ ໃບອະນຸຍາດຫມົດອາຍຸພາຍໃນກໍານົດເວລາ ເກົ້າສິບ ວັນລັດຖະການ ຜູ້ໃຫ້ການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ມີຈຸດປະສົງສືບຕໍ່ການເຄື່ອນໄຫວ ຕ້ອງນໍາສະເຫນີຂໍຕໍ່ໃບອະນຸຍາດ ໂດຍປະຕິບັດຕາມຂັ້ນຕອນ ຕາມທີ່ໄດ້ກໍານົດໄວ້ມາດຕາ 60, 61, 62, 63 ແລະ 64 ຂອງຂໍ້ຕົກລົງສະບັບນີ້. ພ້ອມທັງປະກອບໃບຢັ້ງ ຢືນການມອບພັນທະອາກອນປະຈໍາປີຂອງວິສາຫະກິດ ແລະ ເຮັດບົດລາຍງານການເຄື່ອນໄຫວຂອງວິສາຫະກິດ ດັ່ງກ່າວ ຕາມອາຍຸໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າມາພ້ອມ.
ໃນກໍລະນີຜູ້ໃຫ້ການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ ບໍ່ສະເຫນີຕໍ່ໃບອະນຸຍາດ ຕາມທີ່ກໍາ ນົດໄວ້ໃນ ວັກ ສອງຂອງມາດຕານີ້, ກົມຊັບພະຍາກອນນໍ້າ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມຂັ້ນແຂວງ ຫຼື ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຕ້ອງອອກແຈ້ງການ ກ່ຽວກັບການຢຸດໃຫ້ການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມລະບຽບການ.
ມາດຕາ 66 ການຕໍ່ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ
ການຕໍ່ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແມ່ນ ການບັນ ທຶກ ແລະ ການຢັ້ງຢືນຄືນໃຫມ່ໃນເວລາຫມົດອາຍຸ ສອງ ປີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 65 ຂອງຂໍ້ຕົກລົງ ສະບັບນີ້.
ວິສາຫະກິດທີ່ມີຈຸດປະສົງ ຂໍຕໍ່ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ ກອນນໍ້າ ໃຫ້ຍື່ນຄໍາຮ້ອງຫາພາກສ່ວນທີ່ອອກໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບ ພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 58 ຂອງຂໍ້ຕົກລົງສະບັບນີ້.
ໃນກໍລະນີ ບໍ່ສະເຫນີຕໍ່ອາຍຸໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ວິສາຫະກິດຈະບໍ່ສາມາດດໍາເນີນທຸລະກິດໃນກິດຈະການດັ່ງກ່າວຕໍ່ໄດ້ ແລະ ຈະຖືກໂຈະ ຫຼື ຖອນໃບອະນຸຍາດ ດໍາເນີນທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 68 ແລະ ມາດຕາ 69 ຂອງຂໍ້ຕົກລົງສະບັບນີ້.
ມາດຕາ 67 ການໂອນ, ປ່ຽນແປງ ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ວິສາຫະກິດ ທີ່ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ມີຈຸດປະສົງໂອນ ກິດຈະການຂອງຕົນໃຫ້ເຈົ້າຂອງຜູ້ໃຫມ່ ຕ້ອງສະເຫນີຕໍ່ພາກສ່ວນທີ່ອອກໃບອະນຸຍາດດໍາເນີນທຸລະກິດການບໍລິການ ກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ ເພື່ອປ່ຽນຊື່ເຈົ້າຂອງ ຫຼື ປ່ຽນຊື່ວິສາຫະກິດ ໃນໃບອະນຸຍາດດັ່ງກ່າວ, ເຈົ້າ ຂອງວິສາຫະກິດຜູ້ໃຫມ່ ຕ້ອງສືບຕໍ່ປະຕິບັດສິດ ແລະ ພັນທະ ທີ່ກໍານົດໄວ້ໃນໃບອະນຸຍາດດໍາເນີນທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ກົດຫມາຍ ແລະ ລະບຽບການ.
ວິສາຫະກິດ ທີ່ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ມີຈຸດປະສົງປ່ຽນ ແປງໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ເປັນຕົ້ນ ການຂະຫຍາຍ, ການເພີ່ມ ຫຼື ຫຼຸດປະເພດ ແລະ ຂະຫນາດ ຂອງວິສາຫະກິດທີ່ມີຢູ່ແລ້ວ ຕ້ອງສະເຫນີຕໍ່ພາກສ່ວນທີ່ອອກໃບອະນຸ ຍາດ ເພື່ອຂໍໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຄືນໃຫມ່.
ມາດຕາ 68 ການໂຈະ ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຈະຖືກໂຈະຕາມກໍລະນີໃດຫນຶ່ງ ດັ່ງນີ້:
1. ລະເມີດກົດຫມາຍ ແລະ ລະບຽບການ ກ່ຽວກັບການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ສົ່ງຜົນກະທົບຮ້າຍແຮງ ແຕ່ໃຫ້ໂອກາດປັບປຸງແກ້ໄຂ;
2. ບໍ່ຕໍ່ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ ພາຍຫຼັງທີ່ໄດ້ ຮັບການແຈ້ງເຕືອນ ສາມ ຄັ້ງ ຈາກພາກສ່ວນອອກໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
3. ນໍາໃຊ້ເຄື່ອງມື, ວັດຖຸປະກອນ ຫຼື ເຕັກໂນໂລຊີ ທີ່ບໍ່ໄດ້ມາດຕະຖານ ໃນການດໍາເນີນທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
4. ບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
5. ມີວິຊາການ ແລະ ຊ່ຽວຊານ ບໍ່ຄົບຕາມຈໍານວນ ແລະ ບໍ່ປະຕິບັດຕາມບົດວິພາກເສດຖະກິດ-ເຕັກນິກ;
6. ບໍ່ເສຍອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ຕາມກົດຫມາຍ ແລະ ລະບຽບການ;
7. ປິດບັງ, ເຊື່ອງອໍາ ແລະ ໃຫ້ຂໍ້ມູນກ່ຽວກັບການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບ ພະຍາກອນນໍ້າ ບໍ່ຖືກຕ້ອງຕາມຄວາມເປັນຈິງ;
8. ມະຕິກອງປະຊຸມຂອງຜູ້ຖືຫຸ້ນ ແລະ ບັນຫາອື່ນໆ ທີ່ວິສາຫະກິດສະເຫນີໃຫ້ໂຈະການເຄື່ອນໄຫວທຸລະກິດ ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
9. ຖືກຖອນໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບທະບຽນວິສາຫະກິດ;
10. ຖືກປະຕິບັດມາດຕະການຕໍ່ຜົນການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 2 ຂີດຫນ້າຫນຶ່ງ ມາດຕາ 78 ຂອງຂໍ້ຕົກລົງສະບັບນີ້.
ຖ້າຫາກພົບເຫັນກໍລະນີໃດຫນຶ່ງທີ່ກ່າວມາຂ້າງເທິງນີ້ ຈະຖືກໂຈະໃບອະນຸຍາດດໍາເນີນທຸລະກິດການບໍລິການ ກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ ໂດຍມີກໍານົດເວລາອັນແນ່ນອນຕາມແຕ່ກໍລະນີ ເພື່ອໃຫ້ວິສາຫະກິດ ດັ່ງກ່າວ ປັບປຸງແກ້ໄຂຂໍ້ບົກຜ່ອງທີ່ເກີດຈາກການດໍາເນີນທຸລະກິດຂອງຕົນ.
ໃນກໍລະນີແຈ້ງໂຈະ ຕ້ອງນໍາສົ່ງຫນັງສືແຈ້ງໂຈະດັ່ງກ່າວ ໃຫ້ຂະແຫນງການການເງິນ, ຂະແຫນງການອຸດສາຫະ ກໍາ ແລະ ການຄ້າ ແລະ ຂະແຫນງການອື່ນທີ່ກ່ຽວຂ້ອງຊາບ.
ມາດຕາ 69 ການຖອນໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຈະຖືກຖອນ ຕາມກໍລະນີໃດຫນຶ່ງ ດັ່ງນີ້:
1. ລະເມີດກົດຫມາຍ ແລະ ລະບຽບການ ກ່ຽວກັບການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ສົ່ງຜົນກະທົບຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້;
2. ບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ ໃນໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບ ນໍ້າ ແລະ ຊັບພະຍາກອນນໍ້າ ຊຶ່ງກໍ່ຄວາມເສຍຫາຍຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້;
3. ບໍ່ດໍາເນີນການແກ້ໄຂບັນຫາໃດຫນຶ່ງ ພາຍຫຼັງທີ່ຖືກໂຈະ ແລະ ໄດ້ຮັບແຈ້ງເຕືອນ ຈາກພາກສ່ວນທີ່ອອກ ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
4. ຖືກປະຕິບັດມາດຕະການຕໍ່ຜົນການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 2 ຂີດຫນ້າສອງ ມາດຕາ 78 ຂອງຂໍ້ຕົກລົງສະບັບນີ້.
ໃນກໍລະນີແຈ້ງຖອນ ຕ້ອງນໍາສົ່ງຫນັງສືແຈ້ງຖອນດັ່ງກ່າວ ໃຫ້ຂະແຫນງການເງິນ, ຂະແຫນງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແຫນງການອື່ນທີ່ກ່ຽວຂ້ອງຊາບ.
ພາກທີ VII
ການກວດກາ ວິຊາການການນໍາໃຊ້ນໍ້າ
ແລະ ທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ມາດຕາ 70 ການກວດກາວິຊາການການນໍາໃຊ້ນໍ້າ
ການກວດກາວິຊາການການນໍາໃຊ້ນໍ້າ ແມ່ນການຕິດຕາມ ກວດກາ ການຈັດຕັ້ງປະຕິບັດແຜນການນໍາໃຊ້ ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ເປັນຕົ້ນ ພັນທະການນໍາໃຊ້ນໍ້າ, ເງື່ອນໄຂ ຂອງໃບອະນຸຍາດການນໍາໃຊ້ນໍ້າ, ແຜນຄຸ້ມຄອງການນໍາໃຊ້ນໍ້າ.
ການຕິດຕາມ ກວດກາການນໍາໃຊ້ນໍ້າ ໃຫ້ດໍາເນີນໄປພ້ອມກັບການກວດກາວິຊາການດ້ານສິ່ງແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍການກວດກາ ວິຊາການດ້ານສິ່ງແວດລ້ອມ.
ໃນກໍລະນີມີຄວາມຈໍາເປັນ, ເຫດການສຸກເສີນ ຫຼື ມີຄໍາສະເຫນີຈາກສັງຄົມ ກົມຊັບພະຍາກອນນໍ້າ, ຂະແຫນງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນ ສາມາດຕິດຕາມ ກວດກາ ໄດ້ທັນທີ ໂດຍ ແຕ່ງຕັ້ງຄະນະສະເພາະກິດ ເພື່ອຕິດຕາມ ກວດກາ ກ່ຽວກັບການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ. ສໍາລັບຂັ້ນ ຕອນການກວດກາ ໃຫ້ປະຕິບັດຄືກັນກັບຂັ້ນຕອນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 73 ຂອງຂໍ້ຕົກລົງສະບັບນີ້.
ມາດຕາ 71 ການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແມ່ນ ການຕິດຕາມ ກວດກາ ການຈັດຕັ້ງປະຕິບັດທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມເງື່ອນໄຂຂອງໃບ ອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ, ບົດວິພາກເສດຖະກິດ-ເຕັກນິກ, ການປະຕິບັດພັນທະ ແລະ ເເລະ ອື່ນໆ.
ການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໄດ້ແບ່ງຄວາມຮັບຜິດ
ຊອບ ດັ່ງນີ້:
I. ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ດໍາເນີນການຕິດຕາມ ກວດກາເປັນປົກກະຕິ ຫນຶ່ງ ຄັ້ງຕໍ່ປີ ເພື່ອຊຸກຍູ້ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດທຸລະກິດການບໍລິການ ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ມີປະສິດທິພາບ ແລ້ວລາຍງານຜົນການກວດກາ ໃຫ້ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ດໍາເນີນການຕິດຕາມ ກວດກາເປັນ ປົກກະຕິ ຫນຶ່ງ ຄັ້ງຕໍ່ປີ ເພື່ອຊຸກຍູ້ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ ໃຫ້ມີປະສິດທິພາບ ແລ້ວລາຍງານຜົນການກວດກາ ໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງ ຈັນ ແລະ ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ດໍາເນີນການຕິດຕາມ ກວດກາເປັນ ປົກກະຕິ ສອງ ຄັ້ງຕໍ່ປີ ເພື່ອຊຸກຍູ້ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ມີປະສິດທິພາບ ແລ້ວລາຍງານຜົນການກວດກາ ໃຫ້ເຈົ້າເມືອງ, ເຈົ້ານະຄອນ, ຫົວຫນ້າເທດ ສະບານ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ໃນກໍລະນີຈໍາເປັນ ແລະ ຮີບດ່ວນ ສາມາດເພີ່ມຈໍານວນຄັ້ງ ໃນການກວດກາວິຊາການທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ກໍ່ໄດ້.
ມາດຕາ 72 ຮູບແບບການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການກວດກາວິຊາການການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ປະກອບມີ ດັ່ງນີ້:
1. ກວດກາແບບປົກກະຕິ ແມ່ນ ການກວດກາ ທີ່ດໍາເນີນໄປຕາມແຜນການ ຢ່າງເປັນປະຈໍາ ແລະ ມີກໍາ ນົດເວລາ ທີ່ແນ່ນອນ;
2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫນ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າມີຄວາມຈໍາເປັນ
ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງຫນ້າ;
3. ການກວດກາແບບສຸກເສີນ ແມ່ນ ການກວດກາ ໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງ ຫນ້າ.
ມາດຕາ 73 ຂັ້ນຕອນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ປະກອບມີຂັ້ນຕອນ ດັ່ງນີ້:
1. ການກະກຽມ ແລະ ວາງແຜນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ ກອນນໍ້າ;
2. ການດໍາເນີນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
3. ການສະຫຼຸບຜົນການກວດການວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
4. ການລາຍງານຜົນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 74 ການກະກຽມ ແລະ ກອນນໍ້າ
ວາງແຜນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ ການກະກຽມ ແລະ ວາງແຜນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ ກອນນໍ້າ ຕ້ອງປະຕິບັດ ດັ່ງນີ້:
1. ແຕ່ງຕັ້ງຄະນະຮັບຜິດຊອບກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນ ນໍ້າ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 80 ຂອງຂໍ້ຕົກລົງສະບັບນີ້;
2. ສັງລວມຂໍ້ມູນກ່ຽວກັບວິສາຫະກິດ ຈາກບົດວິພາກເສດຖະກິດ-ເຕັກນິກ, ໃບອະນຸຍາດດໍາເນີນທຸລະ ກິດ, ການປະຕິບັດພັນທະ ແລະ ອື່ນໆ;
3. ສັງລວມບັນຫາຕ່າງໆ ຈາກບົດບັນທຶກການລົງກວດກາຄັ້ງຜ່ານມາ ແລະ ຄໍາຮ້ອງຂອງປະຊາຊົນ ຕໍ່ວິສາ ຫະກິດດັ່ງກ່າວ;
4. ສ້າງແຜນການເຄື່ອນໄຫວຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະ ຍາກອນນໍ້າ, ຈັດຕັ້ງ ແລະ ແນະນໍາພະນັກງານທີ່ຖືກແຕ່ງຕັ້ງ ເພື່ອໃຫ້ກໍາແຫນ້ນຈຸດປະສົງ, ລະດັບຄາດຫມາຍ, ເນື້ອໃນຂອງການຕິດຕາມ ກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແລະ ກໍາແຫນ້ນກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄົນ;
ກວດກາ;
5. ອອກແຈ້ງການ ແລະ ຫນັງສືເຊີນ ຫາບັນດາຂະແຫນງການທີ່ກ່ຽວຂ້ອງ ແຕ່ລະຂັ້ນເຂົ້າຮ່ວມໃນການ
6. ກະກຽມງົບປະມານ, ພາຫານະ ແລະ ອຸປະກອນຮັບໃຊ້ສະເພາະ ສໍາລັບການຕິດຕາມ ກວດກາ.
ມາດຕາ 75 ການດໍາເນີນການກວດກາວິຊາການທຸລະກິດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການດໍາເນີນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຄະນະ
ຮັບຜິດຊອບ ຕ້ອງປະຕິບັດ ດັ່ງນີ້:
1. ແຈ້ງຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ເຈົ້າຂອງວິສາຫະກິດທີ່ຢູ່ໃນເປົ້າຫມາຍຂອງການກວດກາ ເພື່ອຊາບ ແລະ ອໍານວຍ ຄວາມສະດວກ ພ້ອມທັງໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ;
2. ແຈ້ງຈຸດປະສົງ ແລະ ປຶກສາຫາລື ຮ່ວມກັບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບແຜນການເຄື່ອນໄຫວກວດກາວິຊາການທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
3. ປຶກສາຫາລືກັບເຈົ້າຂອງວິສາຫະກິດ ເພື່ອຮັບຟັງກ່ຽວກັບສະພາບລວມໃນການຈັດຕັ້ງປະຕິບັດການ ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ ລວມທັງການປະຕິບັດພັນທະ, ເງື່ອນໄຂຂອງ ໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ເຈົ້າຂອງວິສາຫະກິດຕ້ອງ
ປະຕິບັດ;
4. ດໍາເນີນການກວດກາຕົວຈິງ ຕາມເງື່ອນໄຂທີ່ກໍານົດໄວ້ໃນບົດວິພາກເສດຖະກິດ-ເຕັກນິກ ຢູ່ສໍານັກ ງານຫ້ອງການ ເປັນຕົ້ນ ການເຄື່ອນໄຫວ, ສະຖານທີ່ປຸກສ້າງ, ວັດຖຸອຸປະກອນທີ່ນໍາໃຊ້ພ້ອມທັງສອບຖາມ ພະນັກງານວິຊາການ, ຊ່ຽວຊານ, ກໍາມະກອນ ຂອງວິສາຫະກິດດັ່ງກ່າວ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ;
5. ສະຫຼຸບຜົນການຕິດຕາມ ກວດກາຕົວຈິງ ເພື່ອເປັນເອກະພາບຕໍ່ບັນຫາທີ່ພົບເຫັນ ຮ່ວມກັບເຈົ້າຂອງວິ ສາຫະກິດ ຫຼື ຂາຫຸ້ນ ຫຼື ຜູ້ຖືຫຸ້ນ ຫຼື ຜູ້ບໍລິຫານ;
6. ຈັດກອງປະຊຸມປຶກສາຫາລື ຮ່ວມກັບເຈົ້າຂອງວິສາຫະກິດ ຫຼື ຂາຫຸ້ນ ຫຼື ຜູ້ຖືຫຸ້ນ ຫຼື ຜູ້ບໍລິຫານ;
7. ເຮັດບົດບັນທຶກຜົນຂອງການຕິດຕາມ ກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 76 ການສະຫຼຸບຜົນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ການສະຫຼຸບຜົນການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນ ນາ ຄະນະຮັບຜິດຊອບ ຕ້ອງປະຕິບັດ ດັ່ງນີ້:
1. ສັງລວມບັນດາເອກະສານ, ຂໍ້ມູນ, ຫຼັກຖານຕ່າງໆ, ບົດບັນທຶກຜົນຂອງການຕິດຕາມ ກວດກາ ມາເປັນ ບົດສະຫຼຸບຜົນຂອງການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
2. ຕີລາຄາ, ໄຈ້ແຍກໃຫ້ລະອຽດຈະແຈ້ງ, ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ພ້ອມທັງສະເຫນີມາດຕະການວິທີ ການແກ້ໄຂບັນຫາ ຜົນຂອງການກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ
3. ຜ່ານຮ່າງບົດສະຫຼຸບຜົນຂອງການຕິດຕາມ ກວດກາ ໃນຄະນະຮັບຜິດຊອບຕິດຕາມ ກວດກາວິຊາການ ທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ ເພື່ອຄວາມເປັນເອກະພາບ ແລະ ຮັບຮອງ;
4. ແຈ້ງຜົນຂອງການຕິດຕາມ ກວດກາ ໃຫ້ເຈົ້າຂອງວິສາຫະກິດແກ້ໄຂບັນຫາທີ່ຍັງຄົງຄ້າງ ໂດຍມີກໍານົດ ເວລາຢ່າງຈະແຈ້ງໃນແຕ່ລະກໍລະນີ.
ມາດຕາ 77 ການລາຍງານຜົນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ພາຍຫຼັງສໍາເລັດການຕິດຕາມ ກວດກາແລ້ວ ຄະນະຮັບຜິດຊອບຕິດຕາມ ກວດກາ ວິຊາການທຸລະກິດການ ບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ ຕ້ອງສົ່ງບົດສະຫຼຸບຜົນຂອງການຕິດຕາມ ກວດກາ ເພື່ອລາຍງານ ໃຫ້ຜູ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ ກວດກາ ພາຍໃນກໍານົດເວລາ ສິບ ວັນລັດຖະການ ນັບແຕ່ ວັນທີ່ໄດ້ສໍາເລັດການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 78 ມາດຕະການຕໍ່ຜົນການຕິດຕາມ ກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ
ກອນນໍ້າ
ໃນກໍລະນີ ເຈົ້າຂອງໂຄງການ ຫຼື ເຈົ້າຂອງກິດຈະການ ຫາກແກ້ໄຂບໍ່ຖືກຕ້ອງ ຫຼື ບໍ່ແກ້ໄຂບັນຫາຕາມແຈ້ງ ການ ຫຼື ຜົນຂອງການຕິດຕາມ ກວດກາ ຈະຖືກປະຕິບັດມາດຕະການຕາມແຕ່ລະກໍລະນີ ດັ່ງນີ້:
1. ຖ້າແກ້ໄຂຜົນຂອງການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາ ກອນນໍ້າ ບໍ່ຖືກຕ້ອງຕາມການແຈ້ງການ ຫຼື ຜົນຂອງການຕິດຕາມ ກວດກາດັ່ງກ່າວ ຈະຖືກແຈ້ງເຕືອນເປັນລາຍ ລັກອັກສອນ ໂດຍກໍານົດມາດຕະການປັບປຸງ ແລະ ແກ້ໄຂຄືນໃຫມ່ ພາຍໃນກໍານົດເວລາອັນແນ່ນອນຕາມແຕ່ລະ ກໍລະນີ ພ້ອມທັງເຮັດບັນທຶກຮ່ວມກັນໄວ້;
2. ຖ້າບໍ່ແກ້ໄຂຜົນຂອງການຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ ກອນນໍ້າ ຍ້ອນເຈດຕະນາ ຫຼື ເມີນເສີຍຕາມແຈ້ງການຜົນຂອງການຕິດຕາມ ກວດກາດັ່ງກ່າວ ຫຼື ຕາມແຈ້ງການ ເຕືອນ ທີ່ໄດ້ກໍານົດໄວ້ໃນຂໍ້ 1 ເທິງນີ້ ຈະຖືກປະຕິບັດມາດຕະການຕາມແຕ່ລະກໍລະນີ ດັ່ງນີ້:
ເທື່ອທີ 1 ໃຫ້ໂຈະໃບອະນຸຍາດດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຊົ່ວ ຄາວ ພ້ອມທັງເຮັດບົດບັນທຶກຮ່ວມກັນໄວ້ ໂດຍກໍານົດມາດຕະການໃຫ້ປັບປຸງ ແລະ ແກ້ໄຂຄືນໃຫມ່ ພາຍໃນກໍາ ນົດອັນແນ່ນອນ ຕາມແຕ່ລະກໍລະນີ;
ເທື່ອທີ 2 ຖ້າຫາກບໍ່ປະຕິບັດຕາມກໍລະນີ ເທື່ອທີ 1 ເທິງນີ້ ໃຫ້ຖອນໃບອະນຸຍາດດໍາເນີນທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ພ້ອມທັງສະເຫນີໃຫ້ຂະແຫນງການອຸດສາຫະກໍາ ແລະ ການຄ້າ ພິ ຈາລະນາ ຍຸບເລີກວິສາຫະກິດຖາວອນ ຕາມກົດຫມາຍ ແລະ ລະບຽບການ ພ້ອມທັງຮັບຜິດຊອບຄ່າເສຍຫາຍຕົວ ຈິງທີ່ຕົນໄດ້ກໍ່ຂຶ້ນ.
ໃນກໍລະນີເປັນການກະທໍາຜິດທາງອາຍາຈະຖືກດໍາເນີນຄະດີ ແລະ ລົງໂທດຕາມປະມວນກົດຫມາຍອາຍາ.
ມາດຕາ 79 ຄະນະຕິດຕາມ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ
ຄະນະກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ປະກອບມີ ດັ່ງນີ້:
1. ຄະນະຮັບຜິດຊອບກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແມ່ນ ຄະນະທີ່ໄດ້ຮັບການແຕ່ງຕັ້ງຂຶ້ນ ເພື່ອດໍາເນີນການຕິດຕາມ ກວດກາວິຊາການເປັນປົກກະຕິໃນແຕ່ລະປີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 75 ຂອງຂໍ້ຕົກລົງສະບັບນີ້;
2. ຄະນະສະເພາະກິດ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແມ່ນ ຄະນະທີ່ໄດ້ຮັບການແຕ່ງຕັ້ງຂຶ້ນ ເພື່ອດໍາເນີນການຕິດຕາມ ກວດກາ ໃນກໍລະນີມີຄວາມຈໍາເປັນ, ເຫດ ການສຸກເສີນ ຫຼື ມີຄໍາຮ້ອງຟ້ອງ, ຄໍາສະເຫນີຂອງສັງຄົມທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ.
ມາດຕາ 80 ການແຕ່ງຕັ້ງຄະນະຮັບຜິດຊອບກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ
ກອນນໍ້າ
ເພື່ອດໍາເນີນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແຕ່ລະຄັ້ງ ຕ້ອງໄດ້ຮັບການແຕ່ງຕັ້ງຈາກຫົວຫນ້າຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຕ່ລະຂັ້ນ
ດັ່ງນີ້:
I. ຫົວຫນ້າກົມຊັບພະຍາກອນນໍ້າ ນໍາສະເຫນີຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ຄົ້ນຄວ້ານໍາສະເຫນີ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາແຕ່ງຕັ້ງຄະນະຮັບຜິດຊອບກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນ້ໍາ ຂັ້ນກະຊວງ ຊຶ່ງປະກອບມີ ຫົວຫນ້າກົມ ຫຼື ຮອງຫົວຫນ້າກົມ, ຫົວຫນ້າພະແນກ ຫຼື ຮອງຫົວຫນ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນຫນຶ່ງ ຢູ່ພາຍ ໃນກົມຊັບພະຍາກອນນໍ້າ ເປັນກໍາມະການ.
2. ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ຕົກລົງແຕ່ງຕັ້ງຄະນະ ຮັບຜິດຊອບກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຂັ້ນແຂວງ ຕາມການ ສະເຫນີຂອງຫົວຫນ້າຂະແຫນງທີ່ກ່ຽວຂ້ອງພາຍໃນພະແນກ ຊຶ່ງປະກອບມີ ຄະນະພະແນກ, ຫົວຫນ້າຂະແຫນງ ຫຼື ຮອງ ຫົວຫນ້າຂະແຫນງ ແລະ ວິຊາການກ່ຽວຂ້ອງຈໍານວນຫນຶ່ງ ຢູ່ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມຂັ້ນແຂວງ ເປັນກໍາມະການ.
3. ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບກວດກາ ວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຂັ້ນເມືອງ ຕາມການສະເຫນີຂອງຫົວຫນ້າຫນ່ວຍງານທີ່ກ່ຽວຂ້ອງພາຍໃນຫ້ອງການ ຊຶ່ງປະກອບມີ ຄະນະຫ້ອງການ, ຫົວຫນ້າ ຫຼື ຮອງຫົວຫນ້າຫນ່ວຍງານ ແລະ ວິຊາການກ່ຽວຂ້ອງຈໍານວນຫນຶ່ງ ຢູ່ພາຍໃນຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນກໍາມະການ.
ມາດຕາ 81 ສິດ ແລະ ຫນ້າທີ່ຂອງຄະນະຮັບຜິດຊອບກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບ
ພະຍາກອນນໍ້າ
ຄະນະຮັບຜິດຊອບກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ມີສິດ
ແລະ ຫນ້າທີ່ ດັ່ງນີ້:
1. ກະກຽມ ແລະ ວາງແຜນ, ດໍາເນີນການກວດກາ ແລະ ສະຫຼຸບ ແລະ ລາຍງານຜົນການກວດກາ;
2. ກວດກາເປົ້າຫມາຍ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງແຕ່ງຕັ້ງຄະນະກວດກາ;
3. ກວດກາ ກ່ຽວກັບການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຂອງເປົ້າຫມາຍກວດກາ;
4. ຮຽກເອົາຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງເພີ່ມເຕີມ ຈາກເປົ້າຫມາຍກວດກາ;
5. ຮຽກ ຫຼື ເຊີນ ຄະນະຜູ້ບໍລິຫານ, ພະນັກງານທີ່ກ່ຽວຂ້ອງ ເຂົ້າມາໃຫ້ຂໍ້ມູນກ່ຽວກັບການກວດກາ;
6. ຮັກສາຄວາມລັບຂອງເປົ້າຫມາຍກວດກາທີ່ຕົນໄດ້ຮູ້ ກ່ອນ ແລະ ຫຼັງຈາກສໍາເລັດ ການກວດກາ;
7. ສະເຫນີໃຫ້ພິຈາລະນາ ແລະ ແກ້ໄຂຜົນຂອງການກວດກາ ຕາມທີ່ກໍານົດໄວ້ໃນມາດຕາ 77 ແລະ ມາດຕາ 78 ຂອງຂໍ້ຕົກລົງສະບັບນີ້;
8. ປະສານສົມທົບກັບຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
9. ປະຕິບັດສິດ ແລະ ຫນ້າທີ່ອື່ນ ຕາມກົດຫມາຍ, ລະບຽບການ ແລະ ການມອບຫມາຍຂອງຂັ້ນເທິງ.
ມາດຕາ 82 ການແຕ່ງຕັ້ງຄະນະສະເພາະກິດ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ
ກອນນໍ້າ
ຄະນະສະເພາະກິດກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ແຕ່ລະ
ຂັ້ນ ຈະຖືກແຕ່ງຕັ້ງຂຶ້ນ ດັ່ງນີ້:
1. ຫົວຫນ້າກົມຊັບພະຍາກອນນໍ້າ ນໍາສະເຫນີຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ຄົ້ນຄວ້ານໍາສະເຫນີລັດ ຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາແຕ່ງຕັ້ງຄະນະຮັບຜິດຊອບກວດ ກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຂັ້ນກະຊວງ ຊຶ່ງປະກອບມີ ຫົວຫນ້າກົມ ຫຼື ຮອງຫົວຫນ້າກົມ, ຫົວຫນ້າພະແນກ ຫຼື ຮອງຫົວຫນ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນຫນຶ່ງ ຢູ່ພາຍ ໃນກົມຊັບພະຍາກອນນໍ້າ ແລະ ຜູ້ຕາງຫນ້າກົມກອງກ່ຽວຂ້ອງພາຍໃນກະຊວງ ຕາງຫນ້າກະຊວງກ່ຽວຂ້ອງ ແລະ ວິຊາການຈໍານວນຫນຶ່ງ ເປັນກໍາມະການ;
2. ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ນໍາສະເຫນີເຈົ້າແຂວງ, ເຈົ້າ ຄອງນະຄອນຫຼວງ ເພື່ອພິຈາລະນາແຕ່ງຕັ້ງຄະນະສະເພາະກິດກວດກາວິຊາການທຸລະກິດກ່ຽວກັບນໍ້າ ແລະ ຊັບພະຍາ ກອນນ້ໍາຂັ້ນແຂວງ ໂດຍຜ່ານການຄົ້ນຄວ້າຂອງພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ຊຶ່ງປະກອບມີ ຄະນະພະແນກ, ຫົວຫນ້າຂະແຫນງ ຫຼື ຮອງຫົວຫນ້າຂະແຫນງ, ຜູ້ຕາງຫນ້າຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ອົງການປົກຄອງ ຂັ້ນເມືອງ ແລະ ວິຊາການກ່ຽວຂ້ອງ ຈໍານວນຫນຶ່ງ ເປັນກໍາມະການ.
3. ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ນໍາສະເຫນີເຈົ້າເມືອງ, ຫົວ ຫນ້າເທດສະບານ, ເຈົ້ານະຄອນ ເພື່ອພິຈາລະນາແຕ່ງຕັ້ງຄະນະສະເພາະກິດກວດກາວິຊາການທຸລະກິດ ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຂັ້ນເມືອງ ໂດຍຜ່ານການຄົ້ນຄວ້າຂອງພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ຊຶ່ງປະກອບມີ ຫົວຫນ້າ ຫຼື ຮອງຫົວຫນ້າຫ້ອງການ, ຫົວຫນ້າ ຫຼື ຮອງຫົວຫນ້າຫນ່ວຍງານ, ຜູ້ຕາງຫນ້າຈາກຫ້ອງການ ທີ່ກ່ຽວຂ້ອງ ຂັ້ນເມືອງ, ອົງການປົກຄອງບ້ານ ແລະ ວິຊາການກ່ຽວຂ້ອງຈໍານວນຫນຶ່ງ ເປັນກໍາມະການ.
ຂັ້ນຕອນການກວດກາຂອງຄະນະສະເພາະກິດ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ປະຕິບັດຄືກັນກັບຂັ້ນຕອນການກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 71 ຂອງຂໍ້ຕົກລົງສະບັບນີ້. ສໍາລັບສິດ ແລະ ຫນ້າທີ່ ຂອງຄະນະ ສະເພາະກິດ ກວດກາວິຊາການທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນ້ໍາ ໃຫ້ປະຕິບັດຄືກັນ ກັບສິດ ແລະ ຫນ້າທີ່ຂອງຄະນະກວດກາວິຊາການທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 81 ຂອງຂໍ້ຕົກລົງສະບັບນີ້.
ພາກທີ VIII
ສິດ ແລະ ພັນທະ ຂອງຜູ້ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ແລະ ຜູ້ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ມາດຕາ 83 ສິດຂອງຜູ້ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ມີສິດ ດັ່ງນີ້:
1. ໂຄສະນາ ແລະ ເຜີຍແຜ່ ກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການນໍາໃຊ້ນໍ້າ ແລະ ຊັບພະຍາ ກອນນໍ້າ;
2. ປະສານສົມທົບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແຫນງການ ແລະ ອົງ ການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ;
3. ທວງເອົາເອກະສານ, ສອບຖາມ, ຂໍຂໍ້ມູນ ແລະ ລາຍລະອຽດຕ່າງໆ ກ່ຽວກັບການນໍາໃຊ້ນ້ໍາ ແລະ ຊັບ ພະຍາກອນນໍ້າ ນໍາຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
4. ປົກປ້ອງ ແລະ ສະເຫນີ ຂໍຄວາມເປັນທໍາ ຕໍ່ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ທີ່ແຕະ ຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ;
5. ລາຍງານກ່ຽວກັບການປະຕິບັດຫນ້າທີ່ຂອງຄະນະກວດກາ ພ້ອມທັງສະເຫນີປ່ຽນຄະນະກວດກາ ເມື່ອ ເຫັນວ່າຄະນະດັ່ງກ່າວປະຕິບັດສິດ ແລະ ຫນ້າທີ່ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການ;
6. ສະເຫນີປັບປຸງ ຫຼື ປ່ຽນແປງເນື້ອໃນບົດບັນທຶກຜົນການກວດກາ ເມື່ອເຫັນວ່າເນື້ອໃນຂອງບົດດັ່ງກ່າວ ບໍ່ສອດຄ່ອງກັບຄວາມເປັນຈິງ;
7. ນໍາໃຊ້ສິດອື່ນ ຕາມກົດຫມາຍ ແລະ ລະບຽບການ.
ມາດຕາ 84 ພັນທະຂອງຜູ້ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ມີພັນທະ ດັ່ງນີ້:
1. ປະຕິບັດກົດຫມາຍ ແລະ ລະບຽບການກ່ຽວກັບການນໍາໃຊ້ນ້ໍາ ແລະ ຊັບພະຍາກອນນໍ້າ;
2. ນໍາໃຊ້ນໍ້າ ແລະ ຊັບພະຍາກອນນ້ໍາ ໃຫ້ຖືກຕ້ອງຕາມເປົ້າຫມາຍ, ປະຢັດ, ສົມເຫດສົມຜົນ, ມີປະສິດ ທິຜົນ, ຫຼີກລ່ຽງຜົນກະທົບຕໍ່ການນໍາໃຊ້ຂອງຜູ້ອື່ນ ແລະ ສິ່ງແວດລ້ອມ;
3. ປົກປັກຮັກສາແຫຼ່ງນໍ້າ, ບໍ່ານໍ້າໃຕ້ດິນ ໃຫ້ຢູ່ໃນສະພາບດີ;
4. ໃຫ້ການຮ່ວມມື, ອໍານວຍຄວາມສະດວກ ແລະ ສະຫນອງຂໍ້ມູນກ່ຽວກັບການນໍາໃຊ້ນໍ້າ ແລະ ຊັບພະຍາ ກອນນ້ໍາ ໃຫ້ພະນັກງານຕິດຕາມ ກວດກາວິຊາການກ່ຽວກັບການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຫຼື ອົງການ ຄຸ້ມຄອງທີ່ກ່ຽວຂ້ອງ;
5. ອະທິບາຍ, ຊີ້ແຈງທຸກບັນຫາ ທີ່ພົວພັນເຖິງເນື້ອໃນຂອງການກວດກາ ຕາມການສະເຫນີຂອງຄະນະ ກວດກາ ພ້ອມທັງຮັບຜິດຊອບທາງດ້ານກົດຫມາຍ ຕໍ່ຂໍ້ມູນ ກ່ຽວກັບການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຂອງ ຕົນ;
6. ບໍ່ລະເມີດສິດ ແລະ ຜົນປະໂຫຍດຂອງຜູ້ອື່ນ;
7. ແກ້ໄຂຄໍາສະເຫນີ ຂອງຜູ້ໄດ້ຮັບຜົນກະທົບ ທີ່ເກີດຈາກການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຂອງຕົນ; 8. ປະກອບສ່ວນ ໃນການປົກປັກຮັກສານໍ້າ ແລະ ຊັບພະຍາກອນນໍ້າ ຕາມຄວາມເຫນາະສົມ;
9. ກໍລະນີເກີດໄພແຫ້ງແລ້ງ ຫຼື ມີເຫດສຸກເສີນ ຕ້ອງສະຫນອງນໍ້າເຂົ້າໃນການບໍລິໂພກ ແລະ ອຸປະໂພກ ໃຫ້ແກ່ປະຊາຊົນ ເປັນບູລິມະສິດຕົ້ນຕໍ;
10. ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຕ້ອງປະຕິບັດຖືກຕ້ອງຕາມແຜນການຄຸ້ມຄອງການນໍາໃຊ້ນໍ້າ ເພື່ອໃຫ້ສາມາດຕອບສະຫນອງນໍ້າໃນອານາຄົດ;
11. ເສຍຄ່າຊັບພະຍາກອນນໍ້າ, ຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມກົດຫມາຍ ແລະ ລະບຽບການ;
12. ຮັບຜິດຊອບທົດແທນຄ່າເສຍຫາຍ ທີ່ເກີດຂຶ້ນຈາກການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຂອງຕົນ;
13. ລາຍງານ ກ່ຽວກັບປະລິມານ, ຄຸນນະພາບ ແລະ ການນໍາໃຊ້ນໍ້າ ແລະ ຊັບພະຍາກອນນ້ໍາ ໃຫ້ຂະແຫນງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທຸກ ສາມ ເດືອນ. ໃນກໍລະນີເຫັນວ່າຜິດປົກກະຕິ ເເລະ ມີ ຜົນກະທົບຢ່າງຮ້າຍແຮງ ຕ້ອງລາຍງານເຫດການດັ່ງກ່າວໂດຍທັນທີ ແລະ ລາຍງານເບື້ອງຕົ້ນ ກ່ຽວກັບສະພາບ ທີ່ເກີດຂຶ້ນ ເປັນລາຍລັກອັກສອນພາຍໃນ ຊາວສີ ຊົ່ວໂມງ ໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ;
14. ຜູ້ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ຂະຫນາດນ້ອຍ ຕ້ອງແຈ້ງຕໍ່ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຢ່າງທັນການ ໃນກໍລະນີຄຸນນະພາບນມີການປ່ຽນແປງ ເປັນຕົ້ນ ນ້ໍາຂຸ່ນ, ມີສານເຄມີຮົ່ວໄຫຼລົງ ຫຼື ເຈືອປົນ ໃນນໍ້າ ເພື່ອລາຍງານຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຊອກຫາວິທີແກ້ໄຂ;
15. ປະຕິບັດພັນທະອື່ນ ຕາມກົດຫມາຍ ແລະ ລະບຽບການ.
ມາດຕາ 85 ສິດຂອງຜູ້ດໍາເນີນການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ຜູ້ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ມີສິດ ດັ່ງນີ້:
1. ໂຄສະນາ ແລະ ເຜີຍແຜ່ ການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຂອງ ຕົນ ຕາມກົດຫມາຍ ແລະ ລະບຽບການ;
2. ປະສານສົມທົບຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແຫນງການ ແລະ ອົງ ການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
3. ຂໍຕໍ່ ຫຼື ຢຸດເຊົາການບໍລິການ ໂດຍຕ້ອງແຈ້ງຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ພິຈາລະນາ;
4. ດໍາເນີນການໃຫ້ບໍລິການ ຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ;
5. ທວງເອົາເອກະສານ, ສອບຖາມ, ຂໍຂໍ້ມູນ ແລະ ລາຍລະອຽດຕ່າງໆ ກ່ຽວກັບດໍາເນີນທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ນໍາຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
6. ບໍລິການໃຫ້ຄໍາປຶກສາ ແລະ ເປັນນາຍຫນ້າກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ເປັນຕົ້ນ ການນໍາ ໃຊ້ນໍ້າເຂົ້າໃນການຜະລິດພະລັງງານໄຟຟ້າ, ການຊົນລະປະທານ, ການອຸດສາຫະກໍາ, ການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ການຜະລິດນໍ້າປະປາ, ການພັກຜ່ອນ, ກິລາ ແລະ ທ່ອງທ່ຽວ ລວມທັງການປະເມີນນໍ້າ ແລະ ຊັບພະຍາ ກອນນໍ້າ, ສ້າງແຜນຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແລະ ການບໍລິການດ້ານອື່ນ;
7. ປົກປ້ອງ ແລະ ສະເຫນີ ຂໍຄວາມເປັນທໍາ ຕໍ່ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ທີ່ແຕະ ຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ;
8. ລາຍງານກ່ຽວກັບການປະຕິບັດຫນ້າທີ່ຂອງຄະນະກວດກາ ພ້ອມທັງສະເຫນີປ່ຽນຄະນະກວດກາ ເມື່ອ ເຫັນວ່າຄະນະດັ່ງກ່າວປະຕິບັດ ສິດ ແລະ ຫນ້າທີ່ ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການ;
9. ປັບປຸງ ຫຼື ປ່ຽນແປງເນື້ອໃນບົດບັນທຶກຜົນການກວດກາ ເມື່ອເຫັນວ່າເນື້ອໃນຂອງບົດດັ່ງກ່າວ ບໍ່ສອດ ຄ່ອງກັບຄວາມເປັນຈິງ;
10. ນໍາໃຊ້ສິດອື່ນ ຕາມກົດຫມາຍ ແລະ ລະບຽບການ.
ມາດຕາ 86 ພັນທະຂອງຜູ້ດໍາເນີນການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ
ຜູ້ດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ມີພັນທະ ດັ່ງນີ້:
1. ປະຕິບັດກົດຫມາຍ ແລະ ລະບຽບການກ່ຽວກັບການດໍາເນີນທຸລະກິດການບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ;
2. ຮັບຜິດຊອບທົດແທນຄ່າເສຍຫາຍ ທີ່ເກີດຂຶ້ນຈາກການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າຂອງຕົນ;
3. ໃຫ້ການຮ່ວມມື, ອໍານວຍຄວາມສະດວກ ແລະ ສະຫນອງຂໍ້ມູນ ກ່ຽວກັບການດໍາເນີນທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ໃຫ້ພະນັກງານຕິດຕາມ ກວດກາວິຊາການກ່ຽວກັບທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຫຼື ອົງການຄຸ້ມຄອງທີ່ກ່ຽວຂ້ອງ;
4. ອະທິບາຍ, ຊີ້ແຈງທຸກບັນຫາ ທີ່ພົວພັນເຖິງເນື້ອໃນຂອງການກວດກາ ຕາມການສະເຫນີຂອງຄະນະ
5. ຮັບຜິດຊອບຕໍ່ຂໍ້ມູນທີ່ລະບຸໃສ່ໃນສັນຍາ ແລະ ແບບພິມຕ່າງໆ ກ່ຽວກັບການດໍາເນີນທຸລະກິດການ ບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
6. ເສຍອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ຕາມກົດຫມາຍ ແລະ ລະບຽບການ;
7. ບໍ່ລະເມີດສິດ ແລະ ຜົນປະໂຫຍດຂອງຜູ້ອື່ນ;
8. ແກ້ໄຂຄໍາສະເຫນີ ຂອງຜູ້ໄດ້ຮັບຜົນກະທົບທີ່ເກີດຈາກການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ;
9. ລາຍງານຜົນຂອງການສຶກສາ, ສໍາຫຼວດ, ປະເມີນປະລິມານ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ໍາໃຕ້ ດິນ ທີ່ໄດ້ຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນພາຍໃນ ສິບຫ້າ ວັນລັດຖະການ ຫຼັງຈາກວັນທີ່ສໍາເລັດບັນດາຫນ້າວຽກ ດັ່ງກ່າວໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
10. ຕ້ອງອັດ ຫຼື ຖົມຄືນ ບໍ່ນໍ້າໃຕ້ດິນ ທີ່ບໍ່ສາມາດນໍາໃຊ້ໄດ້ ພ້ອມທັງລາຍງານໃຫ້ອົງການປົກຄອງບ້ານ ແລະ ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
11. ໃຊ້ແທນຄ່າເສຍຫາຍ ໃນກໍລະນີການຂຸດເຈາະ ຫຼື ຊີເຈາະບໍ່ນໍ້າໃຕ້ດິນ ທີ່ກໍ່ຄວາມເສຍຫາຍໃຫ້ແກ່ ຊັບສິນຂອງຜູ້ອື່ນຕາມກົດຫມາຍ ແລະ ລະບຽບການ ທີ່ເກີດຈາກການກະທໍາຂອງວິຊາການຂອງຕົນ;
12. ລາຍງານຜົນຂອງການເຄື່ອນໄຫວການດໍາເນີນທຸລະກິດການບໍລິການກ່ຽວກັບນໍ້າ ແລະ ຊັບພະຍາ ກອນນໍ້າ ທຸກ ສາມ ເດືອນ ສົ່ງໃຫ້ກົມຊັບພະຍາກອນນໍ້າ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມຂັ້ນແຂວງ;
13. ການຂຸດເຈາະ ຫຼື ຊີເຈາະນໍ້າໃຕ້ດິນ ຫາກພົບເຫັນວັດຖຸບູຮານ, ຊາກດຶກດໍາບັນ ຫຼື ແຮ່ທາດມີຄ່າ ເສດຖະກິດ ຫຼື ທາງດ້ານສຶກສາໃນດ້ານທໍລະນີວິທະຍາ ຕ້ອງລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການ ປົກຄອງທ້ອງຖິ່ນ ຊາບທັນທີ;
14. ລາຍງານຜົນຂອງການປັບປຸງ ແລະ ແກ້ໄຂບັນຫາ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 8 ຂອງມາດຕານີ້ໃນແຕ່ ລະໄລຍະ;
15. ປະຕິບັດພັນທະອື່ນ ຕາມກົດຫມາຍ ແລະ ລະບຽບການ.
ພາກທີ IX
ການເກັບຄ່ານໍາໃຊ້ນໍ້າ, ຄ່າທໍານຽມ ແລະ ຄ່າບໍລິການ
ມາດຕາ 87 ການເກັບຄ່ານໍາໃຊ້ນໍ້າ
ຂະແຫນງການເງິນ ເປັນຜູ້ເກັບຄ່ານໍາໃຊ້ນໍ້າ ຕາມການຄິດໄລ່ຂອງຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດວ່າດ້ວຍອັດຕາຄ່າຊັບພະຍາ ກອນທໍາມະຊາດ.
ມາດຕາ 88 ການເກັບຄ່າທໍານຽມ ແລະ ຄ່າບໍລິການ
ຂະແຫນງການເງິນ ເກັບຄ່າທໍານຽມ ກ່ຽວກັບການອອກໃບອະນຸຍາດການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ ດິນ, ຄ່າທໍານຽມອະນຸຍາດດໍາເນີນທຸລະກິດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ຕາມການຄິດໄລ່ຂອງ ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດຂອງ ປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.
ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ເກັບຄ່າບໍລິການອອກໃບອະນຸຍາດ ການນໍາໃຊ້ນໍ້າຫນ້າດິນ ແລະ ນໍ້າໃຕ້ດິນ, ຄ່າທໍານຽມອະນຸຍາດດໍາເນີນທຸລະກິດບໍລິການກ່ຽວກັບນໍ້າ ແລະ ຊັບພະ ຍາກອນນໍ້າ ຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.
ພາກທີ X
ການຈັດຕັ້ງປະຕິບັດ
ມາດຕາ 89 ການຈັດຕັ້ງປະຕິບັດ
ມອບໃຫ້ກົມຊັບພະຍາກອນນໍ້າ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດ ຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.
ມາດຕາ 90 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໄດ້ລົງຈົດຫມາຍເຫດທາງລັດ ມອບໃຫ້ກົມຊັບພະຍາກອນນໍ້າ ຫຼື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ປະສານສົບທົບກັບພາກສ່ວນທີ່ກ່ຽວ ຂ້ອງ ກວດກາຄືນບັນດາວິສາຫະກິດ ທີ່ນໍາໃຊ້ນໍ້າຫນ້າດິນ, ນໍ້າໃຕ້ດິນ ແລະ ດໍາເນີນທຸລະກິດບໍລິການກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ຍັງບໍ່ໄດ້ຮັບອະນຸຍາດໃນໄລຍະຜ່ານມາ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງແຈ້ງໃຫ້ເຈົ້າຂອງຜູ້ດໍາເນີນທຸລະກິດດັ່ງກ່າວ ໃຫ້ດໍາເນີນການຂໍອະນຸຍາດນໍາໃຊ້ນໍ້າຫນ້າດິນ, ນໍ້າໃຕ້ດິນ ແລະ ຂໍອະນຸຍາດດໍາເນີນທຸລະກິດບໍລິການກ່ຽວກັບນ້ໍາ ແລະ ຊັບພະຍາກອນນໍ້າ ຈາກຂະແຫນງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ສໍາເລັດພາຍໃນກໍານົດເວລາ ຫົກ ເດືອນ ນັບແຕ່ໄດ້ຮັບແຈ້ງການ ເປັນ ຕົ້ນໄປ.
ວິສາຫະກິດໃດ ບໍ່ປະຕິບັດຕາມແຈ້ງການຂອງຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃນກໍານົດເວລາ ຫົກ ເດືອນ ຈະຖືກສຶກສາອົບຮົມ, ກ່າວເຕືອນ ພ້ອມທັງສະເຫນີອົງການກ່ຽວຂ້ອງດໍາເນີນ ການລົງວິໄນ, ປັບໃຫມ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກດໍາເນີນຄະດີອາຍາ ຕາມກົດຫມາຍ.
ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນໍ້າໃຕ້ດິນ ສະບັບເລກທີ 1509/ກຊສ, ລົງ ວັນທີ 21 ມິຖຸນາ 2019.
ຂໍ້ກໍານົດ ຫຼື ບົດບັນຍັດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ລັດຖະມົນຕີ
ນ.ບຸນຄາໍ ວໍລະຈິດ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ນໍ້າ, ເລກທີ 6118/ກຊສ, ລົງວັນທີ 29 ພະຈິກ 2022. |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.