ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງສາທາລະນະສຸກ

ເລກທີ 2659/ສທ

ນະຄອນຫຼວງວຽງຈັນ, ວັນທີ 19 ກັນຍາ 2022

 

ຂໍ້ຕົກລົງ

ວ່າດ້ວຍການກຳນົດບັນຊີພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III

  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລກທີ 570/ນຍ, ລົງວັນທີ 16 ກັນຍາ 2021;
  • ອີງຕາມ ດຳລັດ ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ສະບັບເລກທີ 155/ນຍ, ລົງວັນທີ 30 ກັນຍາ 2003;
  • ອີງຕາມ ໜັງສືສະເໜີຂອງ ກົມອາຫານ ແລະ ຢາ ສະບັບເລກທີ 8755/ກອຢ, ລົງວັນທີ 09 ສິງຫາ 2022.

ລັດຖະມົນຕີ ອອກຂໍ້ຕົກລົງ:

ມາດຕາ 1 ພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III ລວມມີ 266 ຊະນິດ

  1. ພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ 1 ລວມມີ 59 ແມ່ນຊັບພະຍາກອນທີ່ເປັນຢາ ປະເພດຫວງຫ້າມ ທີຫາຍາກໃນທຳມະຊາດ, ໃກ້ຈະສູນພັນ, ເກີດຢູ່ໃນບາງທ້ອງຖິ່ນ, ມີຄຸນຄ່າສູງ, ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ.

ລຳດັບ

No

ຊື່ທ້ອງຖິ່ນ

Local name

ຊື່ວິທະຍາສາດ

Scientific Name

ຕະກູນ

Family

ພາກສ່ວນໃຊ້

Part used

ຄຸນປະໂຫຍດ

Benefits

1

ຕົ້ນ ດອກສົບແຮ້ງ (ປ່າເຢັ່ງກ້າ)

Aeginetia indica L.

Orobanchaceae

ໝົດຕົ້ນ

ບຳລຸງ, ປົວມະເຮັງ, ຕັບ

2

ຕົ້ນ ກູດຕີນຮຸ້ງ, ຕີນຂີ້ເຂັບ

Helminthostachys zeylanica (L.) Hook

Ophioglossaceae

ຮາກ

ບຳລຸງ, ຕັບອັກເສບ

3

ຕົ້ນ ຂີງແຄງປາກັ້ງແດງ

Homalomena aromatica Schott.

Araceae

ຫົວ, ເຫງົ້າ

ປະດົງຂໍ່, ບຳລຸງ

4

ຕົ້ນ ເກດກະສັດ, ຂີງຝາ

Polygonatum kingianum Coll.

Asparagaceae

ຫົວ

ບຳລຸງ

5

ເຄືອ ແຮມຂາວ (ເຄືອ ແດງດ່າງ)

Fibraurea tinctoria Lour.

Menispermaceae

ຮາກ

ທ້ອງຖອກ, ທ້ອງບິດ

6

ເຄືອ ໄສ້ຊ້າງແປ

Spatholobus suberectus Dunn.

Fabaceae

ເຄືອ

ທ້ອງຖອກ, ມະເຮັງລຳໄສ້

7

ຕົ້ນ ໂສມລາວ

Panax zingibcrensis C.Y.Wu & Feng

Arolinceae

ຫົວ

ບຳລຸງສຸຂະພາບ

8

ຕົ້ນ ກຳລັງນົກແອ່ນ

Drocera peltate ThunbD

Droseraceae

ທັງໝົດ

ບຳລຸງຮ່າງກາຍ

9

ຕົ້ນ ຂະບອມພູນ້ອຍ

Rauwolfia serpentina Benth.

Apocynaceae

ລຳ

ຄວາມດັນ

10

ຕົ້ນ ຂະບອມພູໃຫຍ່

Rauwolfia cambodiana Pierre ex Pit.

Apocynaceae

ລຳ

ຄວາມດັນ

11

ຕົ້ນ ຂີງແຄງປາກັ້ງຂາວ

Homalomena occulta (Lour.) Schott

Araceae

ຫົວ, ເຫງົ້າ

ປະດົງຂໍ່, ບຳລຸງ

12

ຕົ້ນ ຄ້ອງກອງ (ແຫ້ວດູ່)

Eriosema chincnse Vogel

Fabaceae

ຫົວ

ປົວຝີໃນຕັບ

13

ຕົ້ນ ຄັນຮົ່ມ (ຫວ້ານຫົວຂັ້ນ)

Paris polyphylla Sm. Subsp.

Melanthiaceae

ຫົວ

ກະເພາະ

14

ຕົ້ນ ຈິໄບຼກີ່

Kadsura oblongifolia Merr.

Schisandraceae

ໝາກ, ລຳ

ໜິ້ວໄຂ່ລັງ, ຢາລ້ອມລູກ

15

ຕົນ ສາມສິບຮູ, ສາມຮ້ອຍຮູ, ປຸມເປົ້າ

Hydnophytum formicarum jack

Rubiaceae

ຫົວ

ປະດົງ, ມະເຮັງ

16

ຕົ້ນ ສິບສອງລາສີ, ຕ້າງຕໍ່

Turpinia pomifera (Roxb.) DC.

Staphyleaceae

ໝາກ, ລຳ

ປົວຕັບ, ແກ້ປວດ

17

ຕົ້ນ ຊາງຈິງ

Nageia wallichiana (C.Presl) Kuntze

Podocarpaceae

ລຳ

ແກ້ເບື່ອ

18

ຕົ້ນ ດອກເຜິ້ງສະກຸນຫວາຍທຸກຊະນິດ

Dendrobium spp.

Orchidaceae

ໝົດຕົ້ນ

ເຄື່ອງສຳອາງ

19

ຕົ້ນ ຕີນຮຸ່ງ, ຄັນຈ້ອງ

Paris Marmorata Stearn

Melanthiaceae

ຫົວ

ກະເພາະ

20

ຕົ້ນ ຕຸມກາແດງ

Strychnos lucida R.Br..

Loganiaceae

ລຳຮາກ

ແກ້ງູກັດ

21

ຕົ້ນ ຕັງດິນ, ບີດິນ,ດອກດິນ,ໂຄຍໝາ

Balanophora spp.

Balanophoraceae

ໝົດຕົ້ນ

ບຳລຸງ

22

ຕົ້ນ ປອມບີກະທິງ, ຮົ່ມສາມເມືອງ

Panax vietnamensis

Araliaceae

ຫົວ

ບຳລຸງ

23

ຕົ້ນ ປອມກັນເຕີ, ປອມກະແດ້ງ

Polygonum viviparum L.

Polygonaceae

ຫົວ

ບຳລຸງ, ກະເພາະ

24

ຕົ້ນ ຜັກແພວ

Pittosporum tetraspermum Wight & Am

Pittosporaceae

ລຳ

ຄວາມດັນເລືອດສູງ

25

ຕົ້ນ ມ່ວງຄຸດປ່າ

Diospyros quaesita Thw.

Ebenaceae

ລຳ, ເປືອກ

ປົວໄຂ້

26

ຕົ້ນ ອ່ຽນດ່ອນ

Eurycoma harmandiana Piere

Simaroubaceae

ຮາກ

ເບົາຫວານ, ບຳລຸງ

27

ຕົ້ນ ອີ່ຕູ່

Cinnamomum camphora L.

Lauraceae

ລຳ, ເປືອກ, ຮາກ

ແກ້ທ້ອງອືດ, ວິນວຽນ

28

ຕົ້ນ ເຂົາໄກ້

Dracaena conferta Ridl.

Asparagaceae

ຮາກ

ບຳລຸງຮ່າງກາຍ

29

ຕົ້ນ ເລັ່ຍຈົວ (ມົ້ງ)

Thalictrum dioicum (L.)

Ranunculaceae

ຮາກ

ບຳລຸງ

30

ຕົ້ນ ເຫງືອກປາໝໍໃຫຍ່, ເກົ້າເກ

Berberis aquifolium Pursh

Berberidaceae

ລຳ

ແກ້ທ້ອງບິດ, ຕັບ

31

ຕົ້ນ ເຫຼັກຊີດິນ, ປອມເຂົ້າໜຶ້ງ

Curculigo orchioides Gaertn

Hypoxidaceae

ຫົວ

ບຳລຸງ, ໜ້າເຂົ້າຝ້າ

32

ຕົ້ນ ເອື້ອງດິນ (ຕົ້ນ ທຽນໝາ)

Gastrodia elala Blume

Orchidaceae

ຫົວ

ໜ້າເຂົ້າຝ້າ

33

ຕົ້ນ ເອື້ອງຜາ, ເອື້ອງດິນ,ຊ້າງງາດຽວ

Thunia alba (Lindl.) Rcbb.

Orchidaceae

ໝົດຕົ້ນ

ປົວໜ້າເຂົ້າຝ້າ

34

ຕົ້ນ ແຮນທຳທານ

Grammatophyllum speciosum Blume

Orchidaceae

ໝົດຕົ້ນ

ແກ້ອອກຕຸ່ມລຳໄສ້

35

ຕົ້ນ ໂສມສາມເຈັດ

Panax notogingseng (Burk.) F.H.Chen

Araliaceae

ຫົວ

ບຳລຸງສຸຂະພາບ

36

ຕົ້ນ ໂສມຝ້າຍແດງ

Decaschistia intermedia Craib

Malvaceae

ຫົວ, ຮາກ

ບຳລຸງ

37

ຕົ້ນ ໄມ້ທະໂລ້, ໄມ້ກາລະບູນ, ກົ້ວມາ

Cinnamomum porrectum (Roxb.) Kosterm.

Lauraceae

ລຳ, ຮາກ, ນ້ຳມັນ

ແກ້ທ້ອງອືດ, ວິນວຽນ

38

ຫວ້ານ ໃບລາຍຂຽວ

Anoectochilus formosus Hayata.

Orchidaceae

ໝົດຕົ້ນ

ປົວຕັບ

39

ຫວ້ານ ຫົວຂັ້ນ, ຫວ້ານຫົວຕໍ່ (ຂີງຜາ)

Disporosis longifolia Craib.

Asparagaceae

ຫົວ, ຮາກ

ບຳລຸງ

40

ຫວ້ານ ໃບດຽວ

Nervilia fordii (Honce Schltr.

Orchidaceae

ຫົວ

ກະເພາະ

41

ຫວ້ານ ໃບລາຍແດງ

Anoectochilus Geniculatus Ridl.

Orchidaceae

ໝົດຕົ້ນ

ປົວຕັບ

42

ຫວ້ານ ຫົວສິບ

Disporum colautum D.Don

Liliaceae

ຫົວ, ຮາກ

ບຳລຸງ

43

ຫວ້ານ ຫົວຕໍ່

Disporum cantoincnse (Lour.) Merr.

Colchicaceae

ຫົວ, ຮາກ

ບຳລຸງ

44

ຫົວ ກະທາດ

Stemona cochinchinensis Gagnep.

Stemonaceae

ຫົວ

ປົວປອດ, ບຳລຸງຕັບ

45

ເຄືອ ຕ່ອມເງຶນ

Stephania rotunda Lour.

Menispermaceae

ຫົວ

ລະງັບປະສາດ

46

ເຄືອ ເຄືອເຂົ້າດິນ, ມັນຕົ້ນເຄືອ

Pucraria candollei Benth.

Loganiaceae

ຫົວ

ເພີ່ມຮອກໂມນ, ບຳລຸງ

47

ເຄືອ ຈຽວກຸລານ, ໂສມ 5 ໃບ

Gynostemma pentaphyllum (Thunb.) Makino

Cucurbitaceae

ທັງໝົດ

ລົດນ້ຳຕານເລືອດ

48

ເຄືອ ສາມໃບ

Sargentodoxa cuneata (Oliv.) Rchder & E.H.Wilson

Lardizabalaceae

ເຄືອ

ແກ້ພິດ, ປະດົງ, ທ້ອງບິດ

49

ເຄືອ ຕ່ອມເລືອດ

Stephania hernandifolia (Willd.) Walp.

Menispermaceae

ຫົວ, ຮາກ

ປົວທ້ອງບິດ, ບຳລຸງເລືອດ

50

ເຄືອ ບວບລົມ

Dischidia major (Vahl) Merr.

Apocynaceae

ໝົດຕົ້ນ

ປົວປະດົງ, ກະເພາະລົມ

51

ເຄືອ ມັນອ້ອນລິງ

Polygonum maltiforum Thunb.

Polygonum viviparum L.

ຫົວ

ບຳລຸງ

52

ເຄືອ ຢາຫົວ

Smilax glabra Roxb.

Smilaceae

ຫົວ

ແກ້ພິດ,ແກ້ຮ້ອນໃນ

53

ເຄືອ ລື້ຫຼັງລາຍ

Aeschynanthus longiculis Wall. Ex R.Br.

Gesneriaceae

ໝົດຕົ້ນ

ປົວຕັບ

54

ເຄືອ ຫົວສາມສິບ

Stemona tuberosa Lour.

Stemonaceae

ຫົວ, ຮາກ

ປົວປອດ, ບຳລຸງຕັບ

55

ເຄືອ ໝາກເຂືອປ່າ (ຈິເຈັຍດວາໃຫຍ່)

Kadsura coccinea (Lem.) A.C. Smith.

Schisandraceae

ໝາກ, ລຳ

ໜິ້ວໄຂ່ຫຼັງ

56

ເຄືອ ໝາກຂຽບເຄືອ (ຈິເຈັຍດວາ)

Kadsura heteroclite (Roxb.) Craib

Schisandraceae

ໝາກ, ລຳ

ໜິ້ວໄຂ່ຫຼັງ

57

ເຄືອ ແຮມ

Coscinium fenestratum (Goetgh.) Colebr.

Menispermaceae

ເຄືອ

ປົວຖອກທ້ອງ,ຂີ້ໝາກເຫຼືອງ

58

ເຄືອ ໄສ້ຊ້າງກົມ (ເຄືອ ແດງດ່ານ)

Spatholobus hermandii Gagnep.

Fabaceae

ເຄືອ

ທ້ອງຖອກ, ມະເຮັງລຳໄສ້

59

ເອື້ອງພ້າວ

Goodyera procera (Ker Gawl) Hook.

Orchidaceae

ທັງໝົດ

ປະດົງຂໍ່

 

  1. ພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ II ລວມມີ 119 ຊະນິດ ແມ່ນຊັບພະຍາກອນທີ່ເປັນຢາ ປະເພດຄຸ້ມຄອງ ທີ່ມີຄວາມຈໍາກັດແຕ່ອາດຈະບໍ່ສູນພັນ, ເກີດຢູ່ໃນບາງທ້ອງຖິ່ນ, ເປັນທ່າແຮງທາງດ້ານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ສາມາດຜະລິດເປັນສິນຄ້າຮັບໃຊ້ພາຍໃນ, ສົ່ງອອກ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ.

ລໍາດັບ

No

ຊື່ທ້ອງຖິ່ນ

Lao Name

ຊື່ວິທະຍາສາດ

Scientific Name

ຕະກຸນ

Family

ພາກສ່ວນໃຊ້

Part used

ຄຸນປະໂຫຍດ

Benefits

1

ຕົ້ນ ດອກເຫຼືອງ

Polygala fallax Hemsl.

Polygalaceae

ລຳ, ຮາກ

ປົວໄຂ້, ປົວຕັບ

2

ຕົ້ນ ກັນຊາ

Cannabis indica L.

Cannabaceae

ໝົດຕົ້ນ

ລະງັບປະສາດ

3

ຕົ້ນດອກ ນາງອົ້ວ

Pecteilis susannae (L.) Raf.

Orchidaceae

ທັງໝົດ

ປົວຕັບ

4

ເຄືອ ເຂົາມວກ

Securidaca inappendiculate Hassk,

Polygalaceae

ເຄືອ

ຢາລະບາຍ, ປົວໜິ້ວ

5

ເອື້ອງຫວາຍ

Dendrobium aphyllum (Roxb.) C.E.C.Fisch

Orchidaceae

ໝົດຕົ້ນ

ປະດົງຂ່ໍ, ໜິ້ວ

6

ຕົ້ນ ກ່ອງຕາເສືອ

Aphanamixis polystachya (Wall.) R.Parker

Meliaceae

ລຳ

ກະເພາະ

7

ຕົ້ນ ກາຕົ້ນ (ໝາກສົ້ມໂຮງ)

Sterculia foetida L.

Malvaceac

ລຳ, ເປືອກ

ປົວກະເພາະ

8

ຕົ້ນ ກົ່ວອີ່ມະ (ເຄືອເຂົ້າສານ)

Clematis vitalba L.

Ranunculaceae

ທັງໝົດ

ໜອງໃນ, ຂີ້ຫິດຂີ້ກາກ, ເປັ້ຍຫຼ່ອຍ

9

ຕົ້ນ ກົງສະເດັນ

Prcria fel-terrae lour.

Linderniaceac

ໝົດຕົ້ນ

ບຳລຸງ

10

ຕົ້ນ ກໍາລັງໝູກ້າວ, ພະຍາຢາ

Luvunga scandens (Roxb.) Ham.

Rutaceac

ລຳ, ຮາກ

ບຳລຸງກຳລັງ

11

ຕົ້ນ ຂະຍອມພູໂຊວຽດ

Rauvolfia tetraphylla L.

Apocynaceae

ລຳ

ຄວາມດັນ

12

ຕົ້ນ ຈໍດູ້

Liriope muscari (Decne.) L.H.Bailcy

Asparagaceac

ຫົວ, ຮາກ

ບາດແຜຊຳ້ໃນ

13

ຕົ້ນ ສ່ອງປ້າ

Clausena harmandiana (Pierre) Guilaumin

Rutaceac

ໃບ, ລຳ

ແກ້ເລືອດເປັນພິດ, ລິດສະດວງ, ບວມ

14

ຕົ້ນ ສາລະນັດ

Mentha arvensis L.

Lamiaceac

ໝົດຕົ້ນ

ແກ້ວິນວຽນ

15

ຕົ້ນ ສີໄຄຕົ້ນ

Litsea cubeba (Lour.) Pers.

Lauraceac

ລຳ

ແກ້ຫວັດ, ໄຂ້ຂຶ້ນສະໝອງ

16

ຕົ້ນ ສົ້ມມໍ

Terminalia chebula Retz.

Combretaceac

ລຳ

ແກ້ທ້ອງຊູ

17

ຕົ້ນ ສົ້ມໂມງ

Garcinia acutifolia N.Robson

Clusiaceac

ໝາກ, ເປືອກ, ລຳ

ລົດໄຂມັນ

18

ຕົ້ນ ຊ້າປາຫຼາດ

Dianella ensifolia (L.) DC.

Xanthorrhoeaceae

ຮາກ

ໄຂ່ຫຼັງອັັກເສບ, ໄອ

19

ຕົ້ນ ດອກປີບ

Mayodendron igneum (Kurz) Kurz

Bignoniaaceac

ດອກ, ລຳ

ປົວຕັບ, ປົວຮານ

20

ຕົ້ນ ດຸກເດືອ (ທຸກຊະນິດ)

Amorphophallus spp.

Araceac

ຫົວ

ປົວໄຂ້ຍຸງ

21

ຕົ້ນ ນໍ້າລາຍແມງວັນ

Tacca plataginea (Hance.) Drenth.

Dioscoreaceac

ຫົວ

ບຳລຸງ

22

ຕົ້ນ ນາວປ່າ, ຕົ້ນ ໝາກນາວນໍ້າ

Paramignya hispida P.

Rutaceac

ລຳ

ແກ້ໄອ, ອາມີດານ

23

ຕົ້ນ ລາຊະສີ, ນົມງົວ

Scleropyruni pentandrum (Dennst.) Mabb.

Santalaceac

ລຳ,ຮາກ

ບຳລຸງແມ່ກຳ

24

ຕົ້ນ ບອນລາຍ

Caladium bicolor (Aiton) vent.

Araceac

ຫົວ

ແກ້ອອກປານແດງ, ດຳ

25

ຕົ້ນ ບີຄົນ, ເພ້ຍຟານ

Brucea javanica (Blume) Merr

Simaroubaceac

ລຳ, ຮາກ

ໄຂ້ຮ້ອນ

26

ຕົ້ນ ປະດົງແດງ

Dalbergia bariensis pierre

Fabaceac

ເປືອກ

ປະດົງຂ່ໍ

27

ຕົ້ນ ປາກນົກ, ດອກແຫຼ້

Desmodium canadense (L.) DC.

Fabaceac

ລຳ, ຮາກ

ປົວຕັບ

28

ຕົ້ນ ປໍແກ້ວ (ແຮັມ)

Cannabis sativa L.

Cannabaceac

ໝົດຕົ້ນ

ລະງັບປະສາດ

29

ຕົ້ນ ຝາງແດງ

Caesalpinia sappan L.

Fabaceac

ແກນ, ລຳ

ໄລ່ເລືອດ, ບຳລຸງ

30

ຕົ້ນ ພວງໜວດແມວ (ຈິໂດຈົ້ວ)

Aesculus assamica Griff.

Hippocastanaceac

ລຳ, ໝາກ, ເປືອກ

ຕ້ານເຊື້ອບັກເຕເຮຍ

31

ຕົ້ນ ຟັງຄິ, ພວງພິຂາວ ແລະ ແດງ

Clerdendron japonicum (Thunb.) Sweet

Lamiaceac

ລຳ

ກະເພາະ, ລົງຂາວ

32

ຕົ້ນ ມະຫາເມກ ແຫ້ງຄໍຄໍາ

Glyconmis trifoliata (Blume) Spreng.

Rutaceac

ລຳ, ຮາກ

ແກ້ພິດເບື່ອ

33

ຕົ້ນ ມຸ່ຍແດງ

Dioecrescis erythroclada (Kurz) tirveng.

Rubiaceac

ລຳ

ປະດົງຂ່ໍ

34

ຕົ້ນ ມັນຕົ້ນດໍາ

Trichodesma calycosum Collett & Hemsl.

Boraginaceac

ຮາກ

ເພີ່ມນ້ຳອະສຸຈິ

35

ຕົ້ນ ຢາຝິ່ນ

Papaver somniferum L.var.album Dc.

Papaveraceac

ນ້ຳຢາງ

ແກ້ປວດ

36

ຕົ້ນ ຫຍ້າໜອນ

Stachys geobombycis C.Y.Wu

Lamiaceac

ໝົດຕົ້ນ

ບຳລຸງສຸຂະພາບ

37

ຕົ້ນ ຫວ້າ

Syzygium cumini (L.) Skeels

Myrtaceac

ໝາກ, ລຳ

ທ້ອງບິດ, ຄວາມຈຳເຊື່ອມ

38

ຕົ້ນ ຫາງໝາຈອກ

Uraria acaulis Schindl.

Fabaceac

ໝົດຕົ້ນ

ປົວຕັບ

39

ຕົ້ນ ຫາງໝາໄນ

Uraria lagopodiodes (L.)

Fabaceac

ໝົດຕົ້ນ

ປົວຕັບ

40

ຕົ້ນ ໝາກຈອງບານ

Scaphium affine (Mast.) Pierre

Malvaceac

ໝາກ

ແກ້ຮ້ອນໃນ

41

ຕົ້ນ ໝາກເລີ້ງ, ໝາກລ່ວງ, ສົ້ມປ່ອງ

Garcinia xanthochymus Hook. F. ex T. Anderson

Clusiaceac

ໝາກ, ລຳ

ລົດໄຂມັນໃນເລືອດ

42

ຕົ້ນ ໂພ່ນເໝັ້ນ

Tacca chantricri Andre

Dioscoreaceac

ຫົວ

ປົວກະເພາະ

43

ຕົ້ນ ໄຂ່ເນົ່າ (ຕົ້ນມອກ)

Gardenia philastrei Pierre ex Pit.

Rubiaceac

ໝາກ, ລຳ

ປົວກະເພາະ

44

ຕົ້ນ ບານຂາວ

Styrax acuminatus Pohl

Styracaceac

ລຳ

ປົວໄອ

45

ຕົ້ນ ດອກແລ້

Desmodium oblongum Benth.

Fabaceac

ລຳ, ຮາກ

ປົວຕັບ

46

ເຄືອ ສະຄ່ານ

Piper ribesioides Wall.

Piperaceac

ເຄືອ

ບຳລຸງ, ແກ້ບາດແຜທາງໃນ

47

ເຄືອ ພາຍສົງ

Streptocaulon juventas (Lour.) Merr.

Apocynaceac

ເຄືອ

ແກ້ເຈັບຫຼັງ, ເຈັບແອວ

48

ເຄືອ ໜາມເລັບຮຸ້ງ

Uncaria macrophylla Wall.

Rubiaceac

ເຄືອ

ປະດົງຂ່ໍ

49

ເຄືອ ເພັດສັງຫານ

Momordica angolensis R.Fern.

Cucurbitaceac

ເຄືອ

ປົວເບົາຫວານ

50

ເຄືອ ເລັບມືນາງ

Schefflera elliptica (Blume) Harms

Araliaceac

ລຳ, ເປືອກ

ປົວປະດົງຂ່ໍ, ບຳລຸງ

51

ເຄືອ ໂສມດັກຈິງ

Codonopsis affinis Hook.f. & Thomson

Campanulaceac

ຫົວ

ບຳລຸງກຳລັງ

52

ເຄືອ ພະທາຍເລືອດ

Afgekia filipes (Dunn) R. Geesink

Fabaceac

ເຄືອ, ລຳ

ບຳລຸງເລືອດ

53

ເຄືອ ອາດຍາ

Afgekia mahidolae B.L.Burtt & Chermsir.

Fabaceac

ເຄືອ, ລຳ

ບຳລຸງເລືອດ

54

ເຄືອ ໝາກແລ້ລາຍ, ຍາງດໍາ,ບ້າຄາຍ

Mucuna macrocarpa Wall.

Fabaceac

ເຄືອ

ແກ້ພິດງູ

55

ເຄືອ ໝາວໍ້

Rourea minor (Gaertn.) Alston

Connaraceac

ເຄືອ

ປະດົງຂ່ໍ

56

ເຄືອ ແສງເບື່ອນ້ອຍ

Strychnos ovata A.W.Hill

Loganiaceac

ເຄືອ

ແກ້ການຮົດຮັດກ້າມຊີ້ນ

57

ເຄືອ ແສງເບື່ອເຄືອ

Strychnos angustiflora Benth.

Loganiaceac

ເຄືອ

ແກ້ການຮົດຮັດກ້າມຊີ້ນ

58

ເຄືອ ຫົວບົວບົກ

Stephania pierrei Diels

Menispermaceac

ຫົວ

ບຳລຸງ, ອາຍຸຍືນ, ລົດຄວາມອ້ວນ

59

ເຄືອ ລະມັງທອງສີ່ໃບ (ມັນຂາໄກ່ສີ່ໃບ)

Codonopsis lanceolata (Siebold & Zucc.) Benth.

Campanulaceac

ຫົວ

ບຳລຸງກຳລັງ

60

ເຄືອ ລີ້ນໝາໄນ

Rubia cordifolia L.

Rubiaceac

ໝົດຕົ້ນ

ປົວໜິ້ວໄຂ່ຫຼັງ

61

ເຄືອ ຢານາງຊ້າງ

Asparagus chochinchinensis (Lour.) Merr.

Asparagaceac

ເຄືອ

ປົວປອດ,ລົງຂາວ

62

ເຄືອ ຢານາງແດງ

Bauhinia strychnifolia Craib

Fabaceac

ລຳ, ເຄືອ

ກະເພາະ, ແກ້ເບື່ອ, ແກ້ພິດ

63

ເຄືອ ມ້ວຍຂາວ

Gnetum scandens Roxb.

Gnetaceac

ເຄືອ

ກະເພາະ

64

ເຄືອ ມ້ວຍແດງ

Gnetum latifolium Blume

Gnetaceac

ເຄືອ

ກະເພາະ

65

ເຄືອ ມັນຂາໄກ່ (ໝາກກົ້ນຖ້ວຍ)

Codonopsis javanica (Blume) Hook.f.

Campanulaceac

ຫົວ

ບຳລຸງກຳລັງ

66

ເຄືອ ມັນຕົ້ນເຄືອ

Pueraria alopecuroides Craib

Fabaceac

ຫົວ

ເພີ່ມຮອກໂມນ, ບຳລຸງ

67

ເຄືອ ຕາກວາງ, ກໍາແພງເຈັດຊັ້ນ

Salacia verrucose Wiegt.

Celastraceac

ລຳ, ເຄືອ

ປະດົງຂ່ໍ, ກະເພາະ

68

ເຄືອ ນໍ້າ ແນ້ແດງ, ລາງຈືດແດງ

Thunbergia coccinea Wall.

Acanthaceac

ເຄືອ

ແກ້ພິດເບື່ອ

69

ເຄືອ ນົມໝູ

Ficus foveolate wall.

Moraceac

ເຄືອ

ບຳລຸງແມ່ກຳ, ບຳລຸງກຳລັງ

70

ເຄືອ ດູ່ທົ່ງ

Clitiria macrophylla Benth.

fabaceac

ຫົວ

ເຊີດຊູຫົວໃຈ

71

ເຄືອ ຈານເຄືອ

 

Leguminceae

ເຄືອ

ເພີ່ມຮອກໂມນ, ບຳລຸງ

72

ເຄືອ ສ້ຽວແດງນ້ອຍ, ເຄືອນາງເຄືອ

 

Fabaceac

ລຳ, ເຄືອ

ບຳລຸງສຸຂະພາບ

73

ເຄືອ ສ້ຽວດອກສີສົ້ມ

 

Fabaceac

ລຳ, ເຄືອ

ບຳລຸງ, ທ້ອງບິດ

74

ເຄືອ ສ້ຽວດອກສີສົ້ມ 32 ປະດົງ

 

Fabaceac

ລຳ, ເຄືອ

ປົວປະດົງ

75

ເຄືອ ສາຍນ້ຳເຜິ້ງ

 

Caprifoliaceae

ເຄືອ

ປົວກະເພາະ

76

ເຄືອ ກຳລັງເລືອໂຄງໜາມ

 

Rhamnaceae

ເຄືອ

ບຳລຸງ

77

ເຄືອ ຂາມເຄືອ

 

Connaraceae

ເຄືອ

ບຳລຸງແມ່ກຳ

78

ເຄືອ ຂີ້ໝິ້ນເຄືອ

 

Combretaceae

ເຄືອ

ປົວຖອກທ້ອງ, ຂີ້ໝາກເຫຼືອງ

79

ເຄືອ ຂົນພິມ ໃບກ້ຽງ

 

Apocynaceae

ທັງໝົດ

ລົດນ້ຳຕານເລືອດ

80

ເຄືອ ຂົນພິມ ໃບຂົນ

 

Apocynaceae

ທັງໝົດ

ລົດນ້ຳຕານເລືອດ

81

ຕົ້ນ ເກັດລົ່ນ

 

Anacardiaceae

ໝົດຕົ້ນ

ປົວປອດ, ໄຂ້, ຕັບ,ຖອກທ້ອງ

82

ຕົ້ນ ແຄ່ຫອມ

Cinnamomum alstum Lukman.

Lauraceae

ເປືອກ

ແກ້ທ້ອງອືດ, ວິນວຽນ

83

ຕົ້ນ ແຄ່ນາງ

Cinnamomum obtusifolium Nees.

Lauraceae

ເປືອກ

ແກ້ທ້ອງອືດ, ວິນວຽນ

84

ຕົ້ນ ແຄ່ຫອມ

Cinnamomum aromaticum Grab.

Lauraceae

ເປືອກ

ແກ້ທ້ອງອືດ, ວິນວຽນ

85

ຕົ້ນ ແຄ່ເຜັດ

Cinnamomum scortechinii Gamble.

Lauraceae

ເປືອກ

ແກ້ທ້ອງອືດ, ວິນວຽນ

86

ຕົ້ນ ແສງຄຳຕົ້ນ

Terminalia nigrovenulosa Pierre

Combretaceae

ເປືອກ, ລຳ

ປົວທ້ອງບິດ, ບຳລຸງເລືອດ

87

ຕົ້ນ ເສີມຄັງ

Knaxia roxburghii (Spreng.) M.A.Rau

Rubiaceae

ຫົວ

ບຳລຸງ

88

ຕົ້ນ ເຂົ້າໃໝ່, ໄມ້ແຍ່ແບ້

Dracaena surculose Lindl.

Asparagaceae

ຮາກ

ບຳລຸງເລືອດ

89

ຕົ້ນ ອ່ຽນດ່ອນດົງ, ກຳລັງໜູທອກ

Garcinia nuntasaenii Ngems. & Suddee

Clusiaceae

ລຳ, ຮາກ

ບຳລຸງກຳລັງ

90

ຕົ້ນ ອ໋ອບສາມສວນ

Derris robusia (Roxb. Ex DC.)

Fabaceae

ເປືອກ, ລຳ

ແກ້ໄອ

91

ຕົ້ນ ມຸບຂາວ (ມຸບດ່ອນ)

Tamilnadia uligifolia (Rets.) Tirveng. & Sastre

Rubiaceae

ລຳ

ປົວປະດົງ

92

ຕົ້ນ ຢິກບໍ່ຖອກ (ອ່ຍນດ່ອນໃໝ່)

Eurycoma longifolia Jack

Simaroubaceae

ລຳ, ຮາກ

ບຳລຸງ, ໄຂ້ຍຸງ, ປ້າງໃຫຍ່

93

ຕົ້ນ ລິ້ນໝາໄນ

Rubia akane Nakai

Rubiaceae

ໝົດຕົ້ນ

ປົວໜິ້ວໄຂ່ຫຼັງ

94

ຕົ້ນ ຫາດມີ້

Artocarpus lakoocha Roxb.

Moraceae

ເປືອກ, ແກນລຳ

ຂ້າແມ່ທ້ອງແປ

95

ຕົ້ນ ໜາມເໝັ້ນ

Gleditsia australis F.B.Forbes & Hemsl.

Fabaceae

ລຳ, ເປືອກ

ແກ້ງູກັດ, ແກ້ພິດ, ກະເພາະ

96

ຕົ້ນ ໝາກອວງ, ໝາກບິງ, ໝາກຂີ້ແບ້

Eleeocarpus griffithii (Wight) A.Gray

Elaeocarpaceae

ໝາກ, ເປືອກ, ລຳ

ກະເພາະ

97

ຕົ້ນ ຝອຍທອງຫ້າວ

Galium elegans Wall. Ex Roxb.

Rubiaceae

ຮາກ

ບຳລຸງກຳລັງ

98

ຕົ້ນ ພັນມະຫາ

Gloriosa superba L.

Colchicaceae

ຫົວ

ລົງຂາວ, ເປັນຢາເບື່ອ

99

ຕົ້ນ ປິດປີແດງ

Plumbago indica L.

Plumbaginaceae

ຮາກ

ໄລ່ເລືອດ, ບຳລຸງ

100

ຕົ້ນ ນ້ຳກ້ຽງດຳ

Pistacia weinmanniifolia J.Poiss. ex French

Anacardiaceae

ໃບ, ລຳ

ບຳລຸງດ ແກ້ແຜທາງໃນ

101

ຕົ້ນ ນາງອົ້ວ

Peristylus constrictus (Lindl.) Lindl.

Orchidaceae

ໝົດຕົ້ນ

ປົວຕັບ

102

ຕົ້ນ ດອກເຜິ້ງດິນ

Beletilla striata (Thunb) Rchb.f.

Orchidaceae

ຫົວ

ແກ້ໜ້າເຂົ້າຝ້າ

103

ຕົ້ນ ດູ່ທົ່ງ

 

Thymelacaceae

ຫົວ

ແກ້ງກັດ, ເຄື່ອງສຳອາງ

104

ຕົ້ນ ຕາໄກ່

 

Celasltaceae

ຮາກ

ຢາລະບາຍ, ກະເພາະ

105

ຕົ້ນ ຊາໂຄກ

 

Gentianaceae

ໝົດຕົ້ນ

ປົວເບົາຫວານ

106

ຕົ້ນ ບົມຫອມ

 

Meliaceae

ລຳ

ໄຂ້ຮ້ອນ ອອກຕຸ່ມ

107

ຕົ້ນ ດອກກຸຫຼາບປ່າ

 

Ericaceae

ລຳ

ອາຍຸວັດທະນາ

108

ຕົ້ນ ຊ່າງນາວ

 

Ochnaceae

ລຳ, ຮາກ

ບຳລຸງເລືອດ, ແມ່ກຳ

109

ຕົ້ນ ຊຳຈວງ

 

Lauraceae

ລຳ, ເປືອກ

ແກ້ທ້ອງອືດ, ວິນວຽນ

110

ຕົ້ນ ຈັນໄດແດງນ້ອຍ

 

Asparagaceae

ແກນ

ບຳລຸງເລືອດ, ຟອກເລືອດ

111

ຕົ້ນ ຈັນໄດແດງໃຫຍ່

 

Asparagaceae

ແກນ

ບຳລຸງເລືອດ, ຟອກເລືອດ

112

ຕົ້ນ ຈວງຫອມ

 

Lauraceae

ເປືອກ

ແກ້ທ້ອງອືດ, ວິນວຽນ

113

ຕົ້ນ ຂົມລະຫວານຈໍ່

Mclicope accadens (Blume) T.G. Hartley

Rutaceae

ລຳ, ເປືອກ

ແກ້ພິດ, ປົວຫິດ

114

ຕົ້ນ ກຳລັງມຳກ່ຳ (ສີ່ໃບ)

Chloranthus fortunei (A.Gray) Solms

Chloranthaceae

ຫົວ

ບຳລຸງ, ແກ້ພິດ

115

ຕົ້ນ ກຳລັງມຳກ່ຳນ້ອຍ

Sarcandra glabra 9Thunb.) Nakai

Chloranthaceae

ຫົວ

ບຳລຸງກຳລັງ

116

ຕົ້ນ ກະທ່ອມ

Mitragyna speciosa (korth.) Havil.

Rubiaceae

ໃບ, ລຳ

ລະງັບປະສາດ

117

ຕົ້ນ ກະດ້ອຍ

Ficus subincisa Buch.-Ham. ex Sm.

Moraceae

ລຳ

ບຳລຸງແມ່ກຳ

118

ຕົ້ນ ກູດນາງອົ້ວ

Platycerium wallichii Hook.

Polypodiaceae

ໝົດຕົ້ນ

ປົວຕັບ, ມະເຮັງ

119

ຕົ້ນ ກູດຫວາ

Asplenium nidus L.

Aspleniaceae

ລຳ, ຮາກ

ປົວປອດ, ມະເຮັງ

 

  1. ພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ III ລວມມີ 88 ຊະນິດ ແມ່ນຊັບພະຍາກອນທີ່ເປັນຢາ ປະເພດທົ່ວໄປທີ່ ສາມາດມີໃນທຳມະຊາດຢ່າງກວ້າງຂວາງ ແລະ ບໍ່ມີຄວາມສ່ຽງໃນການສູນພັນ, ສາມາດຜະລິດເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ, ມີຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ.

ລຳດັບ

No

ຊື່ທ້ອງຖິ່ນ

Local name

ຊື່ວິທະຍາສາດ

Scientific Name

ຕະກຸນ

Family

ພາກສ່ວນໃຊ້

Part used

ຄຸນປະໂຫຍດ

Benefits

1

ຕົ້ນ ຮັງຮາວນ້ຳ (ສະແລບນ້ຳ)

Acorus calamus L.

Acoraceae

ຮາກ

ບຳລຸງ, ຫົວໃຈ

2

ຕົ້ນ ຫຍ້າແຝກຫອມ

Chrysopogon zizanioides (L.) Roberty

Poaceae

ທັງໝົດ

ແກ້ວົນວຽນ

3

ເຄືອ ໝາກແຄ່ນ

Zanthoxylum nitidum (Roxb.) DC.

Rutaceae

ໝົດເຄືອ

ປົວແຂ້ວແມງ

4

ຕົ້ນ ໝອກບໍ່ວາຍ

Drosera acaulis L.f.

Droseraceae

ທັງໝົດ

ແກ້ພິດ, ໄຂ້ຮ້ອນ

5

ຕົ້ນ ກະຊາຍຂາວ

Boesenbergia rotunda (L.) Mansf.

Zingiberaceae

ຫົວ

ແກ້ທ້ອງອືດ, ແກ້ຫວັດ

6

ຕົ້ນ ກະຊາຍດຳ

Kaempferia parviflora Wall. Ex Baker

Zingiberaceae

ຫົວ

ກະເພາະ, ບຳລຸງ

7

ຕົ້ນ ກາບປີນ້ອຍແດງ

Tradescantia zebrina Bosse

Commelinaceae

ໝົດຕົ້ນ

ປົວປະດົງຂໍ່

8

ຕົ້ນ ກົ້ນຖ້ວຍ, ຕີນຈະກ້ຽງ

Ardisia crispa (Thunb.) A.DC.

Primulaceae

ຫົວ

ປົວຕັບ

9

ຕົ້ນ ຂາມປ້ອມ

Phyllanthus emblica  L.

Phyllanthaceae

ໝາກ, ລຳ, ຮາກ

ຄວາມດັນສູງ, ແກ້ໄອ

10

ຕົ້ນ ຄັນແຮ້ວນົກຄໍ່ແມ່

Lasianthus lucidus blume

Rubiaceae

ໝົດຕົ້ນ

ປົວລົງຂາວ, ບຳລຸງ

11

ຕົ້ນ ຄັນແຮ້ວນົກຄໍ່ຜູ້

Lasianthus chrysoneurus (Korth.) Miq

Rubiaceae

ໝົດຕົ້ນ

ປົວລົງຂາວ, ບຳລຸງ

12

ຕົ້ນ ງິ້ວປ່າ

Bombax ceiba L.

Malvaccae

ດອກ, ລຳ

ບຳລຸງ

13

ຕົ້ນ ຈີ່ນາຍກ້ອມຜູ້ (ຕົ້ນ ກະຕ່າຍຈາມ)

Adenosma indianum (Lour.) Mcir.

Plantaginaceae

ໝົດຕົ້ນ

ແກ້ວິນວຽນ, ບຳລຸງຕັບ

14

ຕົ້ນ ຈີ່ນາຍກ້ອມແມ່

Adenosma bracteosum Bon.

Plantaginaceae

ໝົດຕົ້ນ

ບຳລຸງຕັບ

15

ຕົ້ນ ດອກຊ້ອນ

Gardenia jasminoides J.Ellis

Rubiaceae

ດອກ, ລຳ

ກະເພາະ

16

ຕົ້ນ ດອກບານຂາວ

Bauhimia acuminata L.

Fabaceae

ດອກ, ລຳ

ປົວກະເພາະ

17

ຕົ້ນ ຕີນຈຳກ້ຽງ ໝາກດຳ

Ardisia quinquegona Blume

Primulaceae

ລຳ, ຮາກ

ປົວຕັບ

18

ຕົ້ນ ຕີນຈຳນ້ອຍ

Ardisia pusilla A. DC.

Primulaceae

ລຳ,​ ຮາກ

ປົວຕັບ

19

ຕົ້ນ ຕີນຈຳເຕັ້ຍ

Ardisia primulifolia Gardner & Champ.

Primulaceae

ລຳ

ປົວຕັບ

20

ຕົ້ນ ຕີນຈຳເຕັ້ຍແດງບົວ

Ardisia aberrans E.Walker) C.T.Wu

Primulaceae

ລຳ, ຮາກ

ປົວຕັບ

21

ຕົ້ນ ຕີນຈຳກ້ຽງ

Ardisia crenata Sims

Primulaceae

ລຳ

ໄຂ້ຮ້ອນ, ບຳລຸງ

22

ຕົ້ນ ຕີນຈຳຂົນ

Ardisia graciliflora Pit.

Primulaceae

ລຳ

ໄຂ້ຮ້ອນ

23

ຕົ້ນ ຕີນຈຳເຕ້ຍໃບຍາວ

Ardisia sanguinolenta Blume

Primulaceae

ລຳ, ຮາກ

ປົວຕັບ

24

ຕົ້ນ ຕີນເປັດ

Alstonia scholaris (L.) R. Br.

Apocynaceae

ລຳ

ປົວໄຂ້, ບາດແຜ, ລົງຂາວ

25

ຕົ້ນ ບີປາກັ້ງ

Phlogacanthus pulcherrimus T.Anderson 

Acanthaceae

ໝົດຕົ້ນ

ປົວໄຂ້ຮ້ອນ, ບໍາລຸງ

26

ຕົ້ນ ບີກະທິງ

Vernonia amygdalina Delile

Compositae

ໃບ, ລຳ

ລົດນ້ຳຕານໃນເລືອດ

27

ຕົ້ນ ບົ່ວເລືອດ

Eleutherine bulbosa (Mill.) Urb.

Iridaceae

ຫົວ

ກະເພາະ,​ ບາດແຜ

28

ຕົ້ນ ປີດປີຂາວ

Plumbago zeylanica L.

Plumbaginaceae

ຮາກ

ໄລ່ເລືອດ, ບຳລຸງ

29

ຕົ້ນ ປີດເຕາະ

Barleria prionitis L.

Acanthaceae

ທັງໝົດ

ປົວຝີ, ຕ້ານເຊື້ອ

30

ຕົ້ນ ປີຕອງ

Phoebe tavoyana (Meisn.) Hook. f.

Lauraceae

ໝົດຕົ້ນ

ປົວຕັບ

31

ຕົ້ນ ຜັກຄາວທອງ

Houttuynia cordata Thumb.

Saururaceae

ໝົດຕົ້ນ

ແກ້ໄຂ້ຮ້ອນ, ໄອ

32

ຕົ້ນ ຜັກຊີປ່າແປກ (ຊີຄັງ)

Seseli mairei H. Wolff

Apiaceae

ໝົດຕົ້ນ

ປົວແຂ້ວແມງ

33

ຕົ້ນ ພຸງໝູ

Gmelina philippensis Cham.

Lamiaceae

ລຳ

ລຳໄສ້ອອກເສບ

34

ຕົ້ນ ມຸກເຕ້ຍ

Holarrhaena curtisii Gamble E-King.

Apocynaceae

ລຳ

ປົວທ້ອງບິດ

35

ຕົ້ນ ມຸກໃຫຍ່

Holarrhaena antidysenterica Wall.

Apocynaceae

ລຳ

ປົວທ້ອງບິດ

36

ຕົ້ນ ລາຊາບິ

Andrographis paniculate (Burm.f.) Nees

Acanthaceae

ໝົດຕົ້ນ

ບຳລຸງກຳລັງ, ໄຂ້, ຫວັດ

37

ຕົ້ນ ຫອມຊ້າງ

Phlogacanthus curviflorus (Wall.) Nees

Acanthaceae

ລຳ

ປົວໄຂ້ມາລາເຣັຍ

38

ຕົ້ນ ຫຍ້າລີແພ

Centotheca lappacea (L.) Desv.

Poaceae

ໝົດຕົ້ນ

ແກ້ເຈັບຫລັງແອວ

39

ຕົ້ນ ຫຍ້າໜອນໜ່າຍ

Tadehagi triquetrum (L.) H.Ohashi

Fabaceae

ໝົດຕົ້ນ

ປົວຕັບ

40

ຕົ້ນ ຫຍ້າເອັນຢືດ

Plantago major L.

Plantaginaceae

ໝົດຕົ້ນ

ປົວບາດແຜ, ຕໍ່ເສັ້ນເອັນ

41

ຕົ້ນ ຫວ້ານນາງດຳ

Curcuma aromatica salisb.

Zingiberaceae

ຫົວ

ປົວກະເພາະ

42

ຕົ້ນ ຫວ້ານດັກແດ້ແດງ

Curcuma phaeocaulis Valeton

Zingiberaceae

ຫົວ

ປົວກະເພາະ

43

ຕົ້ນ ຫວ້ານຕູບມູບ

Kaemperia galanga L.

Zingiberaceae

ຫົວ

ປົວກະເພາະ

44

ຕົ້ນ ຫວ້ານຫົວດຽວ

Curcuma xanthorrhiza Robx.

Zingiberaceae

ຫົວ

ປົວລົງຂາວ, ມົດລູກ

45

ຕົ້ນ ຫວ້ານໃຈອິດ

Curcuma zedoaria (Chris) tm.)

Zingiberaceae

ຫົວ

ປົວບາດແຜກະເພາະ

46

ຕົ້ນ ໝາດຫອມໃບນ້ອຍ

Artemisia annua L.

Compositae

ໝົດຕົ້ນ

ປົວໄຂ້ຍຸງ

47

ຕົ້ນ ໝາດຄຳ (ຈາງຈິດ)

Vernonia volkameriaefolia DC.

Compositae

ໝົດຕົ້ນ

ແກ້ເບື່ອ, ແກ້ພິດ

48

ຕົ້ນ ໝາດສ້ອຍ

Leonurus japonicus Houtt

Lamiaceae

ໝົດຕົ້ນ

ດັດສະເໝີຮອບປະຈຳເດືອນ

49

ຕົ້ນ ໝາດແບງ

Artemisia vulgaris L.

Compositae

ໝົດຕົ້ນ

ແກ້ວິນວຽນ, ເຈັບຫົວ

50

ຕົ້້ນ ໝາກເຜັດປ່າ

Dicliptera chinensis (L.) Juss.

Acanthaceae

ທັງໝົດ

ກະເພາະ, ບຳລຸງ

51

ຕົ້ນ ໝາກເໝົ້ານ້ຳ, ສ້ານນ້ຳ, ຊາໂຄກ

Suarauia napaulensis DC.

Actinidiaceae

 ໝາກ, ເປືອກ

ແກ້ແຫ່ຄ້າງ

52

ຕົ້ນ ໝີ່ຫອມ

Litsea glutinosa (Lour.) C.B.Rob.

Lauraceae

  ໃບ, ລໍາ

ປົວຕັບ

53

ຕົ້ນ ອ້ອຍຊ້າງ

Heteropananax fragrans (Roxb.) Seem.

Araliaceae

ລໍາ

ແກ້ພິດ

54

ຕົ້ນ ຮັງແຮ້ງ

Stereospermum chelonoides (L.f.) DC.

Bignoniaceae

ລໍາ

ປົວຕັບ, ​ປົວຮານ

55

ຕົ້ນ ເກດສະໜາ

Aquilaria crassna Pierre  ex Lecomte

Thymelaeaceae

ລໍາ

ປົວໜິ້ວໄຂ່ຫຼັງ

56

ຕົ້ນ ເລັບມືນາງໜາມ

Kalopanax septemlobus (Thumb.) Koidz.

Araliaceae

ທັງໝົດ

ປົວເສັ້ນປະສາດ

57

ຕົ້ນ ຍໍ (ທຸກຊະນິດ)

Morinda ssp.

Rubiaceae

ໝາກ, ລຳ, ຮາກ

ຄວາມດັນເລືອດ

58

ຕົ້ນ ໂສມນົກແອ່ນ, ກົ້ວລໍເຊັ້ງ

Talinum paniculatum (Jacq.) Gaertn.

Talinaceae

ຫົວ

ບຳລຸງກຳລັງ

59

ຕົ້ນ ພິມານ

Acacia harmandiana (Pierre) Gagnep.

Fabaceae

ລຳ, ຮາກ

ປົວຕັບ, ​ປົວຮານ

60

ຕົ້ນ ຈັນບານ

Ilicium griffithii Hook. et Thoms.

Schisandraceae

ໝາກ

ແກ້ພິດ, ທ້ອງຍື່ງ

61

ເຄືອ ງູຂຽວ

Scindapsus hederaceus Miq

Araceae

ເຄືອ

ປົວປະດົງ

62

ເຄືອ ພີພ່ວນ (ກະໂດ້ນພວງ)

Artabotrys harmandii Finet & Gagnep.

Annoraceae

ເຄືອ

ປົວປະດົງຂໍ່, ປົວປອດ

63

ເຄືືອ ມັນແກບ

Dioscorea oppositifolia L.

Dioscoreaceae

ຫົວ

ບຳລຸງ

64

ເຄືອ ຢານາງ

Limacia triandra Miers.

Menispermaceae

ເຄືອ

ແກ້ໄຂ້ຮ້ອນ, ແກ້ພິດ

65

ເຄືອ ຫຍ້າມຸງກະຕ່າຍ

Hedyotis capitellata wall.ex G.Don

Rubiaceae

ໝົດຕົ້ນ

ກະເພາະອັກເສບ

66

ເຄືອ ຫວາຍສະນອຍ (ລິ້ນມັງກອນ)

Pothos chinensis (Ref.) Merr.

Araceae

ເຄືອ

ບຳລຸງ, ປົວຫື້ດ, ເຈັບເອວ

67

ເຄືອ ໝາກນ້ຳມັນ

Plukenetia volubilis L.

Euphorbiaceae

ໝາກ

ເບົາຫວານ, ບຳລຸງ

68

ເຄືອ ໝໍນ້ອຍ

Cyclea barbata Miers.

Menispermaceae

ໃບ, ຮາກ

ແກ້ໄຂ້ຮ້ອນ, ແກ້ພິດ

69

ເຄືອ ເຂົາຮໍ

Tinospora crispa (L.) Hook. f. & Thompson

Menispermaceae

ເຄືອ

ບຳລຸງ, ໄຂ້ຍຸງ

70

ເຄືອ ເລັບແມວ

Ziziphus oenopolia (L.) Mill.

Rhamnaceae

ເຄືອ

ກະເພາະ

71

ເຄືອ ເອັນອ່ອນ

Cryptolepis dubia (Burm.f.) M.R.Almeida

Apocynaceae

ເຄືອ

ເປັ້ຍລ່ອຍ

72

ເຄືອ ແສນພັນ

Bauhinia bassacensis Gagnep.

Fabaceae

ເຄືອ

ກະເພາະ, ທ້ອງບິດ

73

ເຄືອ ໝາກເຂົາງົວ

Strophanthus divaricatus (Lour.) Hook.

Apocynaceae

ເຄືອ

ປົວຫົວໃຈອ່ອນເພຍ

74

ເຄືອ ໝາກແຕກ

Celastrus aculeatus Merr.

Celastraceae

ເຄືອ

ປະດົງ, ກະເພາະ

75

ຕົ້ນ ຫຳອາວ

Pterospermum semisagittatum Ham.

Sterculiaceae

ລຳ, ເປືອກ

ປົວປະດົງຂໍ່

76

ຕົ້ນ ໝາກແໜ່ງໃບດຽວ

Aspidistra tonkinensis Gagn.

Asparagaceae

ໝາກ

ປົວມົດລູກອັກເສບ

77

ຕົ້້ນ ຮາວເລືອດໃບໃຫຍ່

Knema furfuracea (Hook,f.&Thomson) Warb.

Myristicaceae

ລຳ, ​ນ້ຳຢາງ

ແກ້ທ້ອງບິດ, ທ້ອງຖອກ

78

ຕົ້ນ ເຂົ້າຫຼາມດົງ

Goniothalamus repevensis Pierre ex Finet.

Annonaceae

ລຳ

ປົວປະດົງ,​ ບຳລຸງແມ່ກຳ

79

ຕົ້ນ ເດື່ອວ່າ

Ficus auriculata Lour.

Moraceae

ໝາກ, ລຳ

ບຳລຸງແມ່ກຳ

80

ຕົ້ນ ເບືອຍເລືອດ

Terminalia corticosa Pierre ex Lanessan

Combretaceae

ລຳ

ປົວເບົາຫວານ

81

ຕົ້ນ ເລືອມ້າ (ກະທຸ້ມເລືອດ)

Knema globulria (Lam.) Warb.

Myristicaceae

ລຳ, ນ້ຳຢາງ

ບຳລຸງເລືອດ

82

ຕົ້ນ ເລັບມືນາງ

Macropanax undulatus (Qall. Ex G.Don)

Araliaceae

ເຄືອ, ເປືອກ

ປົວເສັ້ນປະສາດ

83

ຕົ້ນ ເລັບມືນາງຕົ້ນ (ຕີນນົກ)

Schefflera leucantha R.Vig.

Araliaceae

ລຳ

ປົວເສັ້ນປະສາດ

84

ຕົ້ນ ແຫນ

Terminalia actinophylla Mart.

Combretaceae

ລຳ

ປົວຕັບ, ປົວຮານ

85

ຖົ່ວເຮືອດ (ກາສາມປີກ)

Flemingia lineata (L.)  Aiton

Fabaceae

ທັງໝົດ

ປົວຕັບ

86

ເຄືອ ງູເຫົ່າ (ໜາມສະລິວ)

Toddalia asiatica (L.) Lam

Rutaceae

ເຄືອ

ປົວຫືດ, ເສັ້ນປະສາດ

87

ເຄືອ ສະລີ່ປີ

Piper retrofractum Vahl

Piperaceae

ໝາກ

ບຳລຸງ, ແກ້ບາດແຜທາງໃນ

88

ເຄືອ ນົມງົວ

Stixis suaveolens (Roxburgh) Pierre

Capparaceae

ເຄືອ

ບຳລຸງແມ່ກຳ

 

ມາດຕາ 2 ມອບໃຫ້ ກົມອາຫານ ແລະ ຢາ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 3 ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄໄປ.

 

ລັດຖະມົນຕີ

ປອ. ດຣ. ບຸນແຝງ ພູມມະໄລສິດ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການກໍານົດບັນຊີພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III, ເລກທີ 2659/ສທ, ລົງວັນທີ 19 ກັນຍາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.