ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງໂຍທາທິການ ແລະ ຂົນສົ່ງ

ເລກທີ 661/ຍທຂ

ນະຄອນຫຼວງວຽງຈັນ, ວັນທີ 11 ມັງກອນ 2023

 

ຂໍ້ຕົກລົງ

ວ່າດ້ວຍການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

 

-  ອີງຕາມ ກົດໝາຍ ວ່າດ້ວຍການລົດໄຟ ສະບັບເລກທີ 62/ສພຊ, ລົງວັນທີ 17 ທັນວາ 2018;

-  ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບ ເລກທີ 677/ນຍ, ລົງວັນທີ 21 ທັນວາ 2021;

-  ອີງຕາມ ໜັງສືສະເໜີ ຂອງກົມທາງລົດໄຟ ສະບັບເລກທີ 28896/1ທຟ, ລົງວັນທີ 22 ພະຈິກ 2022.

 

ລັດຖະມົນຕີ ອອກຂໍ້ຕົກລົງ:

 

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຂຶ້ນ ທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ໃນ ສປປ ລາວ ເພື່ອ ຄຸ້ມຄອງ, ຕິດຕາມ ກວດກາ ການ ນໍາເຂົ້າ ແລະ ການນໍາໃຊ້, ແນ່ໃສ່ຮັບປະກັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະດວກ, ວ່ອງໄວ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ການຂຶ້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

ການຂຶ້ນທະບຽນ ລົດໄຟ, ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແມ່ນ ຂະບວນການບັນທຶກຂໍ້ມູນຂອງ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ເຂົ້າໃນລະບົບຖານຂໍ້ມູນ ເພື່ອຢັ້ງຢືນການເປັນກຳມະສິດ ຂອງ ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການ ຕິດຕາມ ກວດກາ.

 

ມາດຕາ 3 ການອະທິບາຍຄຳສັບ

ຄໍາສັບໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້,

1. ລົດໄຟ ໝາຍເຖິງ ຍານພາຫະນະທີ່ເປັນຕູ້ເກາະກັນເປັນຂະບວນ ຊຶ່ງຂັບເຄື່ອນດ້ວຍຫົວຈັກ, ແລ່ນ ໄປຕາມລາງ ເພື່ອຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຈາກຕົ້ນທາງໄປຫາປາຍທາງເປົ້າໝາຍ;

2. ຫົວຈັກລົດໄຟ ໝາຍເຖິງ ຫົວຈັກທີ່ໃຊ້ສໍາລັບລາກແກ່ລະບົບລໍ້ເລື່ອນ ຊຶ່ງມີການລະບຸຜູ້ຜະລິດ, ຄວາມແຮງ, ຢີ່ຫໍ້ ແລະ ລຸ້ນ ທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ Electric Multiple Unit (EMU), ນໍ້າມັນ ກະຊວນ Diesel Multiple Unit (DMU) ແລະ ອາຍນໍ້າ (Steam);

3. ຕູ້ລົດໄຟ ໝາຍເຖິງ ຕູ້ຂົນສົ່ງຜູ້ໂດຍສານ ແລະ ຕູ້ຂົນສົ່ງສິນຄ້າ ທາງລົດໄຟ ທີ່ນຳໃຊ້ ຕາມແຕ່ລະປະເພດ ແລະ ຈຸດປະສົງຂອງການຂົນສົ່ງ.

ມາດຕາ 4 ຂອບເຂດການນຳໃຊ້

        ຂໍ້ຕົກລົງສະບັບນີ້ ນຳໃຊ້ເສຳລັບ ນິຕິຍບຸກຄົນ ແລະ ກາຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ  ແລະ ເຄື່ອນໄຫວ ກ່ຽວກັບວຽກງານການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຢູ່ ສປປ ລາວ.

ໝວດທີ 2

ການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

ມາດຕາ 5 ສັນຊາດ ແລະ ທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

        ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ທີ່ນຳໃຊ້ ຢູ່ ສປປ ລາວ ຕ້ອງຂື້ນທະບຽນ, ຕິດເຄື່ອງໝາຍສັນຊາດ, ເຄື່ອງໝາຍ ແລະ ເລກທະບຽນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຍບການ ຂອງ ສປປ ລາວ.

ມາດຕາ 6 ເງື່ອນໄຂການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

          ການຂື້ນທະບຽນລົດໄຟ, ຫົວຈັກ , ຕູ້ ແລະ ຫາງລາກ ລົດໄຟ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

          1. ຜູ້ຈະເອົາລົດໄຟມາຂື້ນທະບຽນ ຕ້ອງເປັນເຈົ້າຂອງ ຫຼື ຜູ້ໄດ້ຮັບສິດນໍາໃຊ້ລົດໄຟ ຊື່ງແມ່ນ:

          - ພົນລະເມືອງລາວ

          - ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ຕັ້ງສຳນັກງານການດຳເນີນທຸລະກິດ ຫຼື ມີທີ່ຢູ່ຖາວອນ ໃນ ສປປ ລາວ;

          - ວິສາຫະກິດ, ບໍລິສັດ ຫຼື ສະມາຄົມ ທີ່ໄດ້ຮັບອະນຸຍາດສ້າງຕັ້ງຢ່າງຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ.

          2. ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ  ທີ່ໄດ້ມາດຕະຖານເຕັກນິກ ແລະ ມີອາຍຸ ນຳໃຊ້ມາດຕະຖານຂອງຜູ້ຜະລິດ;

          3. ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ທີ່ຂື້ນທະບຽນຢູ່ ສປປ ລາວ ແລ້ວ ຈະບໍ່ອະນຸຍາດໃຫ້ ຂື້ນທະບຽນຢູ່ປະເທດອື່ນ ແລະ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ທີ່ຂື້ນທະບຽນຢູ່ປະເທດອື່ນແລ້ວ ບໍ່ອະນຸຍາດໃຫ້ຂື້ນທະບຽນຢູ່ ສປປ ລາວ ອີກ .​

ມາດຕາ 7 ເອກະສານປະກອບການຂໍຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

        ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຕ້ອງປະກອບເອກະສານດັ່ງນີ້:

  1. ໃບຄຳຮ້ອງຂໍຂື້ນທະບຽນ;
  2. ສຳເນົາຖ່າຍ ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ, ໜັງສືຜ່ານແດນ;
  3. ຂໍ້ຕົກລົງສ້າງຕັ້ງ ຫຼື ທະບຽນວິສາຫະກິດ;
  4. ໃບຢັ້ງຢືນ ຊື້-ຂາຍ;
  5. ໃບອານຸຍາດນຳເຂົ້າຈາກ ກະຊວງອຸດສາຫະກຳ ແລະ ການຄ້າ;
  6. ໃບອະນຸຍາດນຳເຂົ້າທາງດ້ານເຕັກນິກຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ;
  7. ໃບແຈ້ງພາສີ, ຢັ້ງຢືນການເສຍພາສີ, ເວັ້ນເສຍແຕ່ມີການຍົກເວັ້ນພາສີ, ອາກອນ ຕາມການຕົກລົງຂອງລັດຖະບານ;
  8. ໃບຢັ້ງຢືນມາດຕະຖານຄວາມປອດໄພ ແລະ ສິ່ງແວດລ້ອມ.

 

ໝວດທີ 3

ການນຳເຂົ້າລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

ມາດຕາ 8 ການນຳເຂົ້າລົດໄຟ ຫົວຈັກ, ຕູ້ ແລະ ຫາງລາກລົດໄຟ

        ການນຳເຂົ້າລົດໄຟ ຫົວຈັກ, ຕູ້ ແລະ ຫາງລາກລົດໄຟ ມີ ສອງຮູບແບບ ດັ່ງນີ້:

  1. ການນຳເຂົ້າແບບຖາວອນ;
  2. ການນຳເຂົ້າແບບຊົ່ວຄາວ.

ການນຳເຂົ້າລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຕ້ອງໄດ້ຮັບອະນຸຍາດທາງດ້ານເຕັກນິກ ຈາກກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂໍອະນຸຍາດນຳເຂົ້າຈາກ ກົມນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ, ຍົກເວັ້ນການນຳເຂົ້າລົດໄຟແບບຊົ່ວຄາວ ທີ່ບໍ່ປ່ຽນປ້າຍທະບຽນ.

ມາດຕາ 9​ ການນຳເຂົ້າລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟແບບຖາວອນ

        ການນຳເຂົ້າລົດໄຟ ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຖາວອນ ແມ່ນ ການນຳເຂົ້າເພື່ອ ຂື້ນທະບຽນ ແລະ ນຳໃຊ້ຖາວອນ ຢູ່ ສປປ ລາວ.

          ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ທີ່ນຳເຂົ້າແບບຖາວອນ ໃນກໍລະນີເປັນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ໃໝ່ ຕ້ອງມີຢັ້ງຢືນດ້ານ ຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ ຈາກໂຮງງານຜະລິດ, ສຳລັບລົດໄຟທີ່ນຳໃຊ້ແລ້ວ ຕ້ອງໄດ້ມີໃບຢັ້ງຢືນການກວດກາເຕັກນິກ ຈາກປະເທດຕົ້ນທາງຂອງປີທີ່ນຳເຂົ້າ ພາຍໃນເວລາ ສິບສອງເດືອນ ນັບແຕ່ວັນກວດກາເຕັກນິກ ແລະ ປະຕິບັດຕາມລະບຽບການສະເພາະ.

ມາດຕາ 10 ການນຳເຂົ້າລົດໄຟ, ຫົວຈັກ,ຕູ້ ແລະ ຫາງລາກ ລົດໄຟ ແບບຊົ່ວຄາວ

        ການນຳເຂົ້າລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຊົ່ວຄາວ ແມ່ນການນຳເຂົ້າເພື່ອ ທ່ອງທ່ຽວ, ຢ້ຽມຢາມ, ວາງສະແດງ, ທົດລອງ, ທົດສອບ, ກູ້ໄພ, ຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ, ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ທີ່ນຳເຂົ້າແບບຊົ່ວຄາວ ຕ້ອງຮັບປະກັນມາດຕະຖານເຕັກນິກ, ຄວາມປອດໄພ ແລະ ສິ່ງແວດລ້ອມ ບົນພື້ນຖານການປະຕິບັດຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

          ການນຳເຂົ້າລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງທີ່ເປັນບຸລິມະສິດຂອງລັດຖະບານ ລວມທັງເຂດເສດຖະກິດພິເສດ ໃນເວລານຳເຂົ້າ ຕ້ອງມີການຮັບຮອງແຜນນຳເຂົ້າຈາກຂະແໜງການທີ່ກ່ຽວຂ້ອງ.

ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟທີ່ໄດ້ນຳເຂົ້າແບບຊົ່ວຄາວ ພາຍຫຼັງສຳເລັດການປະຕິບັດໜ້າທີ່ວຽກງານແລ້ວ ໃຫ້ນຳລົດໄຟດັ່ງກ່າວອອກຄືນ, ຖ້າຫາກບໍ່ນຳອອກຄືນ ຈະຖືກປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ.

ໝວດທີ 4

ຮູບແບບການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

ມາດຕາ 11 ຮູບແບບການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

        ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ມິ ສອງ ຮູບແບບ ດັ່ງນີ້:

  1. ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຖາວອນ
  2. ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟແບບຊົ່ວຄາວ.

ມາດຕາ 12​ ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຖາວອນ

          ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຂຶ້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຖາວອນ ຕ້ອງຍື່ນຄຳຮ້ອງ ພ້ອມດ້ວຍເອກະສານຄົບຊຸດ ຕໍ່ກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອຂຶ້ນທະບຽນ ຊຶ່ງໃບທະບຽນ ມີອາຍຸການນໍາໃຊ້ ຫ້າປີ ແລະ ສາມາດຕໍ່ໄດ້.

ມາດຕາ 13 ການຂຶ້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຊົ່ວຄາວ

ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງນຳລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ເຂົ້າມານຳໃຊ້ໃນໂຄງການທີ່ມີອາຍຸບໍ່ເກີນ ສອງປີ ຊຶ່ງໄດ້ຮັບອະນຸມັດຈາກລັດຖະບານ ຕ້ອງຂຶ້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແບບຊົ່ວຄາວ ນໍາກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີອາຍຸການນໍາໃຊ້ທະບຽນ ສອງປີ ແລະ ສາມາດຕໍ່ໄດ້.

ມາດຕາ 14 ການຂຶ້ນ ທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຄືນໃໝ່

 ການຂຶ້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຄືນໃໝ່ ມີດັ່ງນີ້:

1. ໂອນກຳມະສິດ;

2. ການປ່ຽນແປງຈຸດປະສົງຂອງການນໍາໃຊ້ ຫຼື ດັດແປງຮູບຮ່າງ ແລະ ເຕັກນິກຂອງລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;

3. ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ.

ມາດຕາ 15 ການລົບລ້າງທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

 ທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຈະຖືກລົບລ້າງອອກຈາກບັນຊີ ໂດຍກົມທາງ ລົດໄຟ ໃນກໍລະນີ ດັ່ງນີ້:

1. ເປ່ເພ ທີ່ບໍ່ສາມາດນໍາໃຊ້ໄດ້;

2. ໃບທະບຽນໝົດອາຍຸໝົດອາຍຸການນໍາໃຊ້ ພາຍໃນເວລາ ຫົກເດືອນ;

3. ລຶບລ້າງທະບຽນກ່ອນສົ່ງອອກ;

4. ສະເໜີຂໍລົບລ້າງທະບຽນລົດໄຟ;

5. ລະເມີດກົດໝາຍ ແລະ ລະບຽບການ.

ຖ້າຫາກມີຄວາມຕ້ອງການຂຶ້ນທະບຽນຄືນໃໝ່ ຕ້ອງເຮັດໜັງສືສະເໜີຫາກົມທາງລົດໄຟ ພິຈາລະນາ. ກວດກາຄວາມຖືກຕ້ອງຂອງເອກະສານ, ເສຍຄຳປັບໃໝ່ ແລະ ຄ່າທຳນຽມອື່ນຕາມລະບຽບການ.

ມາດຕາ 16 ການກວດກາເຕັກນິກລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ກ່ອນການຂຶ້ນທະບຽນ

ການກວດກາເຕັກນິກລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ກ່ອນຂຶ້ນທະບຽນ ແມ່ນການກວດ ກາເບື້ອງຕົ້ນກ່ອນການນໍາໃຊ້ ຕ້ອງກວດກາຄວາມສົມບູນຂອງໂຄງສ້າງ ແລະ ວັດຖຸປະກອນທັງໝົດ ເພື່ອຮັບ ປະກັນຄຸນນະພາບ ແລະ ມາດຕະຖານເຕັກນິກ ຊຶ່ງລາຍການກວດກາຕົ້ນຕໍ ມີດັ່ງນີ້:

1. ຫົວຈັກກລົດໄຟ, ຕູ້ລົດໄຟ;

2. ລະບົບເກາະພ່ວງ;

3. ໂຄງສ້າງ, ຂະໜາດ ແລະ ນໍ້າໜັກ;

4. ລະບົບຂັບເຄື່ອນ, ແຮງລາກແກ່;

5. ລະບົບຫ້າມລໍ້, ຈຳນວນລໍ້;

6. ລະບົບບັນຊາ;

7. ລະບົບສື່ສານ;

8, ລະບົບໄຟ, ປັບອາກາດ;

9. ລະົບນໍ້າ ແລະ ສຸຂາພິບານ;

10. ລະບົບຄວາມປອດໄພ.

ໝວດທີ 5

ທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

ມາດຕາ 17 ທະບຽນລົດໄຟ ແລະ ຕູ້ລົດໄຟ

ທະບຽນລົດໄຟ ປະກອບດ້ວຍ ຕົວອັກສອນ ແລະ ຕົວເລກ ທີ່ໃຊ້ທັງພາສາລາວ ແລະ ພາສາອັງກິດ; ພາສາລາວແມ່ນນຳໃຊ້ຮູບແບບຕົວໜັງສື (Font) ເພັດສະຣາດໂອທີ ( phetsarath OT ) ແລະ ພາສາອັງກິດ ແມ່ນນໍາໃຊ້ຮູບແບບຕົວໜັງສື (Font) (Times New Roman) ດັ່ງນີ້:

 1. ຕົວອັກສອນ ແມ່ນ ຊື່ຫຍໍ້ຂອງບໍລິສັດ ແລະ ປະເພດ ລົດໄຟ ແລະ ຕູ້ລົດໄຟ;

 2. ຕົວເລກ ແມ່ນ ຊັ້ນຕູ້ລົດໄຟ ແລະ ທະບຽນລົດໄຟ.

ຕົວຢ່າງ:

ລລຟລ

ລຟທດ -01-0001

- ລລຟລ (ລັດວິສາຫະກິດ ລົດໄຟແຫ່ງຊາດລາວ) : ຊື່ບໍລິສັດ;

- ລຟທດ (ລົດໄຟທຳມະດາ);

- 01 : ຊັ້ນຕູ້ລົດໄຟ;

- 0001: ເລກທະບຽນຂອງຜູ້ລົດໄຟ.

ລລຟລ

ລຟດ-01-0001

- ລລຟລ (ລັດວິສາຫະກິດ ລົດໄຟແຫ່ງຊາດລາວ) : ຊື່ບໍລິສັດ;

- ລຟດ (ລົດໄຟດ່ວນ);

- 01 : ຊັ້ນຕູ້ລົດໄຟ;

- 0001: ເລກທະບຽນຂອງຕູ້ລົດໄຟ.

ລລຟລ

ລຟສ-01-0001

- ລລຟລ (ລັດວິສາຫະກິດ ລົດໄຟແຫ່ງຊາດລາວ) : ຊື່ບໍລິສັດ:

- ລຟສ (ລົດໄຟຄວາມໄວສູງ);

- 01 : ຊັ້ນຕູ້ລົດໄຟ;

– 0001: ເລກທະບຽນຂອງຕູ້ລົດໄຟ.

ມາດຕາ 18 ທະບຽນຫົວຈັກລົດໄຟ

ທະບຽນຫົວຈັກລົດໄຟ ປະກອບດ້ວຍ ຕົວອັກສອນ ແລະ ຕົວເລກ ດັ່ງນີ້:

1. ຕົວອັກສອນ ແມ່ນ ຊື່ຫຍໍ້ຂອງບໍລິສັດ ແລະ ປະເພດຫົວຈັກລົດໄຟ;

2. ຕົວເລກ ແມ່ນ ທະບຽນຫົວຈັກລົດໄຟ.

ຕົວຢ່າງ:

ລລຟລ

ຫຈຟ-01-001

- ລລຟລ (ລັດວິສາຫະກິດລົດໄຟແຫ່ງຊາດລາວ) : ຊື່ບໍລິສັດ;

- ຫຈຟ: ຫົວຈັກລົດໄຟ;

- 01 : ຫົວລົດຈັກໄຟໄຟຟ້າ ( EMU, Electric Multiple Unit);

- 02: ຫົວຈັກລົດໄຟກາຊວນ ( DMU, Diesel Multiple Unit);

- 001: ເລກທະບຽນຫົວຈັກລົດໄຟ.

ມາດຕາ 19 ທະບຽນຕູ້ລົດໄຟຂົນສົ່ງຜູ້ໂດຍສານ

          ທະບຽນຕູ້ລົດໄຟຂົນສົ່ງຜູ້ໂດຍສານ ປະກອບດ້ວຍ ຕົວອັກສອນ ແລະ ຕົວເລກ ດັ່ງນີ້:

          1. ຕົວອັກສອນ ແມ່ນ ຊື່ຫຍໍ້ ຂອງບໍລິສັດ ແລະ ຕູ້ລົດໄຟ;

          2. ຕົວເລກ ແມ່ນ ປະເພດຕູ້ລົດໄຟ.

          ຕົວຢ່າງ:

ລລຟລ

ດສ-01-001

-  ລລຟລ ( ລັດວິສາຫະກິດ ລົດໄຟແຫ່ງຊາດລາວ) : ຊື່ບໍລິສັດ;

-  ດສ ( ຕູ້ຂົນສົ່ງຜູ້ໂດຍສານ);

-  01: ຕູ້ຊັ້ນໜື່ງ;

-  02: ຕູ້ຊັ້ນສອງ;

-  03: ຕູ້ນັ່ງ;

-  04: ຕູ້ຕຽງນອນ;

-  0001: ເລກທະບຽນຂອງຕູ້ລົດໄຟ.

ມາດຕາ 20  ທະບຽນຕູ້ລົດໄຟຂົນສົ່ງສິນຄ້າ

        ທະບຽນຕູ້ລົດໄຟຂົນສົ່ງສິນຄ້າ ປະກອບດ້ວຍຕົວອັກສອນ ແລະ ຕົວເລກ ດັ່ງນີ້:

          1. ຕົວອັກສອນ ແມ່ນ ຊື່ຫຍໍ້ຂອງ ບໍລິສັດ ແລະ ຕູ້ລົດໄຟ

          2. ຕົວເລກ ແມ່ນ ປະເພດຕູ້ລົດໄຟ.

          ຕົວຢ່າງ:

ລລຟລ

ສຄ-01-0001

          -  ລລຟລ ( ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ) : ຊື່ບໍລິສັດ;

          -  ສຄ ( ຕູ້ລົດໄຟຂົນສົ່ງສິນຄ້າ);

          -  01: ຕູ້ຂົນສົ່ງສິນຄ້າທົ່ວໄປ;

          -  02: ຕູ້ຂົນສົ່ງສິນຄ້າເໜົ່າເປື່ອຍໄວ;

          -  03: ຕູ້ຂົນສົ່ງສິນຄ້າສິ່ງທີ່ເປັນອາຫານ ແລະ ພືດ;

          -  04: ຕູ້ຂົນສົ່ງສັດມີຊີວິດ;

          -  05: ຕູ້ຂົນສົ່ງສິນຄ້າອັນຕະລາຍ;

          -  ​​06: ຕູ້ຂົນສົ່ງພິເສດ;

          -  07: ຕູ້ຂົນສົ່ງແຮ່ທາດ;

          -  08: ຕູ້ຂົນສົ່ງສຸກເສີນ;

          -  09: ຕູ້ຂົນສົ່ງຊາກສົບ;

          -  0001: ເລກທະບຽນຂອງຕູ້ລົດໄຟ;

ມາດຕາ 21 ທະບຽນຫາງລາກລົດໄຟ

        ທະບຽນຫາງລາກລົດໄຟ ປະກອບດ້ວຍ ຕົວອັກສອນ ແລະ ຕົວເລກ ດັ່ງນີ້:

          1. ຕົວອັກສອນ ແມ່ນ ຊື່ຫຍໍ້ຂອງບໍລິສັດ ແລະ ປະເພດ ຫາງລາກລົດໄຟ;

          2. ຕົວເລກ ແມ່ນ ທະບຽນຫາງລາກລົດໄຟ.

          ຕົວຢ່າງ:

ລລຟລ-ຫລ-01-001

          -  ລລຟລ (ລັດວິສາຫະກິດ ລົດໄຟແຫ່ງຊາດລາວ) : ຊື່ບໍລິສັດ;

          -  ຫລ: ປະເພດຫາງລາກລົດໄຟ;

          -  01: 02 ເພົາ 04 ລໍ້;

          -  02: 03 ເພົາ 06 ລໍ້;

          -  03: 04 ເພົາ 08 ລໍ້;

          -  04: ຫຼາຍກວ່າ 04 ເພົາ 08 ລໍ້;

          -  001: ເລກທະບຽນຫາງລາກລົດໄຟ;

ມາດຕາ 22 ຕຳແໜ່ງການພິມ ສີ ຕົວອັກສອນ ແລະ ຕົວເລກທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

        ການກໍານົດຕຳແໜ໋ງການພິມ ສີ ຕົວອັກສອນ ແລະ ຕົວເລກທະບຽນ ຫົວຈັກ, ຕູ້ ແລະ ຫາລາກ ລົດໄຟ ໃຫ້ປະຕິບັດ ດັ່ງນີ້:​

  1. ລົດໄຟ ແລະ ຕູ້ລົດໄຟ ໃຫ້ພິມ ຕົວອັກສອນ ແລະ ຕົວເລກ ໃສ່ດ້ານຂ້າງທັງສອງເບື້ອງ ໂດຍອີງຕາມລັກສະນະສະເພາະ ຂອງຕູ້ ໃນຕຳແໜ໋ງທີ່ເໝາະສົມ ຫຼືື ຢູ່ໃກ້ກັບປະຕູ ທາງຂຶ້ນ-ລົງ;
  2. ຫົວຈັກລົດໄຟ ໃຫ້ພິມ ຕົວອັກສອນ ແລະ ຕົວເລກ ໃສ່ດ້ານໜ໊າ ແລະ ດ້ານຂ້າງທັງສອງເບື້ອງ;
  3. ຫາງລາກລົດໄຟ ໃຫ້ພິມຕົວອັກສອນ ແລະ ຕົວເລກ ໃສ່ດ້ານຂ້າງທັງສອງເບື້ອງ ໃນຕຳແໜ໋ງທີ່ເໝາະສົມ;
  4. ການກຳນົດສີ ຕົວອັກສອນ ແລະ ຕົວເລກ ແມ່ນ ນຳໃຊ້ສີທີ່ຕັດກັບສີພື້ນຂອງລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ.

ເມື່ອໄດ້ຮັບທະບຽນແລ້ວ, ເຈົ້າຂອງ ຫຼື ຕົວແທນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຕ້ອງພິມຕົວອັກສອນ ແລະ ເລກທະບຽນໃສ່ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຕາມລະບຽບການ ຂອງກົມທາງລັດໄຟກຳນົດ.

ໝວດທີ 6

ຄ່າທຳນຽມ ແລະ ຄ່າບໍລິການ

ມາດຕາ 23 ຄ່າທຳນຽມ ແລະ ຄ່າບໍລິການ

        ຄ່າທຳນຽມ ແລະ ຄ່າບໍລິການ ການຂື້ນທະບຽນລົດໄຟ, ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ມີດັ່ງນີ້:

          1. ໃບອະນຸຍາດທາງດ້ານເຕັກນິກກ່ອນການນຳເຂົ້າລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;

          2. ໃບອະນຸຍາດການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລ ຫາງລາກ ລົດໄຟ;

          3. ໃບອະນຸຍາດການແລ່ນລົດໄຟ;

          4. ໃບອະນຸຍາດ ນໍາໃຊ້ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

          5. ໃບຢັ້ງຢືນກວດກາເຕັກນິກລົດໄຟ, ຫົວຈັກ,​ຕູ້ ແລະ ຫາງລາກ ລົດໄຟ ຕາມຮອບວຽນ.

ມາດຕາ 24 ການເກັບຄ່າທຳນຽມ ແລະ ຄ່າບໍລິການ

        ການເກັບຄ່າທຳນຽມ ແລະ ຄ່າບໍລິການ ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ແມ່ນໃຫ້ປະຕິບັດຕາມລັດຖິການບັນຍັດຂອງປະທານປະເທດ ທີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະ.

 

ໝວດທີ 7

  •  

ມາດຕາ 25 ຂໍ້ຫ້າມທົ່ວໄປ

        ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

          1. ປອມແປງ, ປິດບັງ, ປ່ຽນ, ສັບປ່ຽນ, ຕົວອັກສອນ ແລະ ຕົວເລກ ທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;

          2. ແຈ້ງ ຫຼື ລາຍງານຂໍ້ມູນເທັດ ກ່ຽວກັບລົດໄຟ, ຫົວຈັກ,ຕູ້ ແລະ ຫາງລາກ ລົດໄຟ;

          3. ຕໍ່ເຕີມ ແລະ ດັດແປງເຕັກນິກລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟໂດຍບໍ່ໄດ້ຮັບອະນຸຍາດ;

          4. ເປັນສື່ກາງໃນກາງໃຫ້ ແລະ ຮັບສິນບົນ;

          5. ຂັດຂວາງ, ບໍ່ອຳນວຍຄວາມສະດວກ, ບໍ່ໃຫ້ການຮ່ວມມືໃນການກວດກາຂອງເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ;

          6. ນຳໃຊ້ລົດໄຟ ທີ່ບໍ່ໄດ້ຂື້ນທະບຽນ ແລະ ຕົວອັກສອນ ແລະ ຕົວເລກ ທະບຽນທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

          7. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ກົດໝາຍ.

ມາດຕາ 26 ຂໍ້ຫ້າມສຳລັບເຈົ້າຂອງ ຫຼື ຕົວແທນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

          ຫ້າມເຈົ້າຂອງ ຫຼື ຕົວແທນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ມີພຶດຕິກຳ ດັ່ງນີ້:

          1. ປອມແປງ, ປິດບັງ, ປ່ຽນ, ສັບປ່ຽນ ຕົວອັກສອນ ແລະ ຕົວເລກ ທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;

          2. ຕໍ່ເຕີມ ແລະ ດັດແປງເຕັກນິກລົດໄຟ, ຫົວຈັກ, ຕູ້ ແລະຫາງລາກ ລົດໄຟ ໂດຍບໍ່ໄດ້ຮັບອະນຸຍາດ;

          3. ສົມຮູ້ຮ່ວມຄິດ, ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານຂອງລັດ ໃນການຂື້ນທະບຍນລົດໄຟ, ຫົວຈັກ,ຕູ້ ແລະ ຫາງລາກ ລົດໄຟ

          4. ຂັດຂວາງ, ບໍ່ອຳນວຍຄວາມສະດວກ, ບໍ່ໃຫ້ການຮ່ວມມື ໃນການກວດກາຂອງເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ;

          5. ນຳໃຊ້ລົດໄຟ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພິມຕົວອັກສອນ ແລະ ຕົວເລກ ທະບຽນທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

          6. ລາຍງານຂໍ້ມູນກ່ຽວກັບການຂື້ນທະບຽນດັ່ງກ່າວບໍ່ຖືກຕ້ອງ;

          7. ມີພຶດຕິກຳອື່ນ ທີ່ເປັການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 27 ຂໍ້ຫ້າມຂອງເຈົ້າໜ້າທີ່ ແລະ ພະນັກງານ ທີ່ກ່ຽວຂ້ອງຂອງລັດ

        1. ລະເມີດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ;

          2. ປະລະໜ້າທີ່, ເມີນເສີຍ, ບໍ່ປະຕິບັດຕາມມະຕິ ຫຼື ຄຳສັ່ງຂອງຂັ້ນເທິງ;

          3. ຮັບສິນບົນ, ສວຍໃຊ້ສິດອຳນາດ, ໜ໊າທີ່ຕຳແໜ໋ງ ເພື່ອຊອກຫາຜົນປະໂຫຍດສ່ວນຕົວ ແລະ ໝູ່ຄະນະ;

          4. ໃຊ້ສິດ,ໜ້າທີ່ຕຳແໜ໋ງ ເກີນຂອບເຂດຄວາມຮັບຜິດຊອບຂອງຕົນ;

          5. ໃຊ້ກິລິຍາ, ມາລະຍາດ ທີ່ບໍ່ເໝາະສົມ ໃນການປະຕິບັດໜ້າທີ່;

          6. ອອກທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ທີ່ບໍ່ຖືກຕ້ອງຕາມປະເພດ;

          7. ເປີດເຜີຍ, ສົມຮູ້ຮ່ວມຄິດ, ປອມແປງເອກະສນ ແລະ ຂໍ້ມູນ ກ່ຽວກັບວຽກງານການອອກທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;

          8. ປິດບັງ ແລະ ບິດເບືອນ ຂໍ້ມູນ ກ່ຽວກັບວຽກງານການອອກທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຕໍ່ຂັ້ນເທິງ;

          9. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 8

ການຄຸ້ມຄອງ ແລະ ກວດກາ ວຽກງານການຂື້ນທະບຽນ

ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

ມາດຕາ 28 ອົງການຄຸ້ມຄຶງ ແລະ ກວດກາ ວຽກງານການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ

        ກົມທາງລົດໄຟ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອ ຄຸ້ມຄອງ, ຕິດຕາມ, ກວດກາວຽກງານຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ຕາມສິດ ແລະ ໜ້າທີ່ ຂອງຕົນ ຢ່າງເຂັ້ມງວດ.

ມາດຕາ 29 ສິດ ແລະ ໜ້າທີ່ຂອງກົມທາງລົດໄຟ

          ກົມທາງລົດໄຟມີ ສິດ ແລະ ໜ້າທີ່ ຕາມຂອບເຂດຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຄົ້ນຄວ້ານິຕິກໍາ ກ່ຽວກັບການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  2. ຄຸ້ມຄອງການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  3. ອອກ, ໂຈະ ຫຼື ຖອນ ໃບທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  4. ກໍານົດມາດຕະຖານເຕັກນິກ ແລະ ເລືອກເຟັ້ນເຕັກໂນໂລຊີ ທີ່ເໝາະສົມໃນການຂື້ນທະບຽນລົດ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  5. ພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  6. ສະຫຼຸບ, ສັງລວມຂໍ້ມູນສະຖິຕິ ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟແລ້ວລາຍງານໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ຢ່າງປົກກະຕິ;
  7. ກໍານົດແບບພິມ, ການຂື້ນທະບຽນລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  8. ອອກໃບອະນຸຍາດທາງດ້ານເຕັກນິກກ່ອນການນໍາເຂົ້າ, ການຂື້ນທະບຽນ, ການແລ່ນລົດໄຟ, ນໍາໃຊ້ ແລະ ຢັ້ງຢືນການກວດກາເຕັກນິກຕາມຮອບວຽນ ຂອງລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ;
  9. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ ອື່ນ ຕາມກົດໝາຍ ແລະ ລະບຽບການ.

 

ມາດຕາ 30 ເນື້ອໃນການກວດກາ

        ການກວດກາວຽກງານການຂື້ນທະບຽນ ລົດໄຟ, ຫົວຈັກ,ຕູ້ ແລະ ຫາງລາກ ລົດໄຟ ມີເນື້ອໃນຕົ້ນຕໍ ດັ່ງນີ້:

          1. ກວດກາການປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານການຂື້ນທະບຽນລົດໄຟ, ຫົວຈັກ,ຕູ້ ແລະ ຫາງລາກ ລົດໄຟ;

          2. ກວດກາ ປະສິດຕິພາບການບໍລິການຂື້ນທະບຽນລົດໄຟ ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ ດ້ານຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ

          3. ກວດກາການປະຕິບັດສິດ, ໜ໊໋າທີ່, ນະໂຍບາຍ ແລະ ມາດຕະການ ຕໍ່ພະນັກງານທີ່ກ່ຽວຂ້ອງຂອງລັດ.

ມາດຕາ 31 ຮູບການກວດກາ

        ການກວດກາວຽກງານການຂື້ນທະບຽນລົດໄຟ, ຫົວຈັກຫ, ຕູ້ ແລະ ຫາງລາກ ລົດໄຟ ມີສາມ ຮູບການ ດັ່ງນີ້:

          1. ການກວດກາຢ່າງເປັນປົກກະຕິ ຊື່ງແມ່ນການກວດກາ ທີ່ດຳເນີນໄປຕາມແຜນກການຢ່າງເປັນປະຈຳ ແລະ ມີການກຳນົດເວລາອັນແນ່ນອນ;
          2. ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊື່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ;

          3. ການກວດກາແບບກະທັນຫັນ ຊື່ງແມ່ນການກວດກາໂດຍຮີບດ່ວນ, ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

          ໃນການດໍາເນີນການກວດກາ ໃຫ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.

ໝວດທີ 9

ບົດບັນຍັດສຸດທ້າຍ

ມາດຕາ 32 ການຈັດຕັ້ງປະຕິບັດ

        ມອບໃຫ້ກົມທາງລົດໄຟ ເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

          ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ, ຕ່າງປະເທດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈື່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 33 ຜົນສັກສິດ

        ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ໄດ້ລົງຈັດໝາຍເຫດທາງລັດຖະການ.

 

ລັດຖະມົນຕີ

ວຽງສະຫວັດ ສີພັນດອນ

 

 

    

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຂື້ນທະບຽນ ລົດໄຟ, ຫົວຈັກ, ຕູ້ ແລະ ຫາງລາກ ລົດໄຟ, ເລກທີ 661/ຍທຂ, ລົງວັນທີ 11 ມັງກອນ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.