ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ກົມປູກຝັງ

ເລກທີ 2603/ກປຝ

ນະຄອນຫຼວງວຽງຈັນ, ວັນທີ 20 ທັນວາ 2022

 

ຄໍາແນະນໍາ

ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກຫມາກກ້ວຍ

ຈາກ ສປປ ລາວ ໄປ ສປ ຈີນ

 

  • ອີງຕາມ ກົດຫມາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ເລກທີ 13/ສພຊ ລົງວັນທີ່ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ ສະບັບ ເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022;
  • ອີງຕາມ ຂໍ້ກໍານົດ ເງື່ອນໄຂດ້ານສຸຂານາໄມ ກ່ຽວກັບ ການສົ່ງອອກຫມາກກ້ວຍ ຂອງ ສປປ ລາວ ໄປຍັງ ສປ ຈີນ ລົງວັນທີ 26 ກັນຍາ 2013;

 

          ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກ ປ່ຽນຄ້າຂາຍຜະລິດຕະພັນສິນຄ້າກະສິກໍາ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງນາມໃນອະນຸສັນຍາ ຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ເງື່ອນໄຂດ້ານສຸຂາ ນາໄມພືດ ສໍາລັບ ການສົ່ງອອກ ຫມາກກ້ວຍ ຂອງ ສປປ ລາວ ໄປ ສປ ຈີນ ເຊິ່ງເຫັນວ່າໄດ້ມີການປູກ ຫມາກກ້ວຍ ໃນຫຼາຍພື້ນທີ່ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໄດ້ເປັນຢ່າງດີ. ແຕ່ການຊຸກຍູ້ສົ່ງເສີມດັ່ງກ່າວ ໃນຂອດຈັດຕັ້ງປະຕິບັດ ຍັງບໍ່ທັນສອດຄ່ອງກັບຂໍ້ກໍານົດເງື່ອນໄຂ ເປັນຕົ້ນ ລະບົບການຜະລິດ, ລະບົບການຕິດຕາມ ແລະ ການຈັດການສັດຕູພືດໃນສວນປູກ, ຂັ້ນຕອນການບໍາບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ການຈົດບັນທຶກ.

          ເພື່ອໃຫ້ການຄຸ້ມຄອງການຜະລິດ ແລະ ການສົ່ງອອກ ຫມາກກ້ວຍ ຫັນເຂົ້າສູ່ລະບົບ, ມີຄວາມເປັນເອກະ ພາບ, ໂປ່ງໃສ ແລະ ສອດຄ່ອງກັບ ຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພ້ອມທັງ ກົດຫມາຍ, ລະບຽບການ ແລະ ສົນທິສັນຍາ ວ່າດ້ວຍ ການປ້ອງກັນພືດສາກົນ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີ ນັ້ນ;

 

ກົມປູກຝັງ ອອກຄໍາແນະນໍາ:

I. ຈຸດປະສົງ 

- ເພື່ອປະຕິບັດຕາມ ຂໍ້ກໍານົດເງື່ອນໄຂສຸຂານາໄມພືດ ສໍາລັບ ການສົ່ງອອກຫມາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ;

- ເພື່ອໃຫ້ຄໍາແນະນໍາ ກ່ຽວກັບ ຂັ້ນຕອນ ແລະ ວິທີການປະຕິບັດເງືອນໄຂດ້ານສຸຂານາພືດ ສໍາລັບການສົ່ງອອກໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

 

II. ເງື່ອນໄຂດ້ານສຸຂານາໄມພືດ ຜ້າສິບການສົ່ງໆທຸກ ຫມາກກ້ວຍ ຈາກ ສປປ ລາວ ໄປ ສປ ຈົນ

1. ຊະນິດຫມາກກ້ວຍ

ຫມາກກ້ວຍ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ກໍານົດເງື່ອນໄຂ ດ້ານສຸຂານາໄມພືດ ຕ້ອງເປັນ ຊະນິດພັນ ທີ່ມີຊື່ວິທະຍາສາດ Musa suspent L, ຊື່ສາມັນພາສາອັງກິດ banana ເຊິງເປັນພັນທີ່ມີອາຍຸ 10-11 ອາທິດ ນັບຈາກມື້ອອກດອກ ແລະ ເກັບກ່ຽວໃນເວລາທ່ີກ້ວຍຍັງບໍ່ທັນສຸກ, ໝາກກ້ວຍສຸກທຸກຊະນິດ ແມ່ນບໍ່ສາມາດສົ່ງອອກໄດ້.

 

2. ສັດຕູພືດກັກກັນ

          ຫມາກກ້ວຍ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ປົນເປື້ອນ ກິ່ງງ່າ, ໃບ ແລະ ດິນ ແລະ ຕ້ອງ ບໍ່ຕິດແປດສັດຕູພືດກັກກັນ ທີ່ຝ່າຍຈີນ ກໍານົດໄວ້ ຄືດັ່ງຕາຕະລາງຄັດຕິດນໍາຕົ້ນສະບັບຂອງຄໍາແນະນໍາສະບັບນີ້.

 

3. ການຈັດການສວນປູກ

          ສວນປູກ ຫມາກກ້ວຍ ທີ່ຈະສົ່ງອອກໄປ ສປ ຈີນ ຕ້ອງມີມາດຕະການເຝົ້າລະວັງສັດຕູພືດກັກກັນ ແລະ ມີ ການຈັດການສວນແບບປະສົມປະສານ ດັ່ງນີ້:

          1) ການຈັດການສວນປູກຕ້ອງປະຕິບັດຕາມເງື່ອນໄຂ ມາດຖານະສິກໍາທີ່ດີ (GMP ກ່ຽວກັນ ຄວາມສຸດໄພຂອງຜົນຜະລິດ ຄື ຂໍ້ກໍານົດຕ່າງກັບ ປະຫວັດ ແລະ ການຈັດການຂຶ້ນທີ່, ການນໍາໃຊ້ ແນວພັນພືດ, ການນໍາໃຊ້ຝຸ່ນ ແລະ ສານປັບປຸງດິນ, ການນໍາ ໃຊ້ນໍ້າ, ການນໍາ ໃຊ້ສານເຄມື້, ເກັບກ່ຽວ ແລະ ການຈັດການ ຜົນຜະລິດ, ເຄຫາສະຖານ, ການທໍາຄວາມສະອາດ ແລະ ອານາໄມ, ການຄວບ ຕຸ່ມລ້ຽງ ແລະ ສັດຕູພືດ, ການຂານາໄມສ່ວນລຸກຄົນ, ການຮັກສານນະພາບຜົນຜະລິດ, ການ ເກັບຮັກສາ ແລະ ການຂົນສົ່ງ, ການກວດກາຢ້ອນຫຼັງ ແລະ ການຮຽກຄືນ, ການຝຶກອົບຮົມ, ການ ບັນທຶກເອກະສານ ແລະ ການທົບທວນຄືນ;

          2) ການຈັດການສັດຕູພືດກັກກັນ ໃນສວນປູກຕ້ອງມີການຈັດການສັດຕູພືດແບບປະສົມປະສານ (IPM) ເຊັ່ນ: ການໃຊ້ກັບດັກເຟລາໂມນ ແລະ ກາວເຫຼືອງ, ການອານາໄມສວນປູກ ແລະ ຮັກສາຄວາມສະອາດ, ການເກັບທໍາລາຍຫມາກທີ່ລົ້ນຖິ້ມ, ການຕັດແຕ່ງກິ່ງງ່າ ແລະ ອານຸລັກແມງໄມ້ທີ່ເປັນປະໂຫຍດ, ຖ້າພົບເຫັນສັດຕູພືດຄວນນໍາໃຊ້ວິທີກາຍຍະພາບ ໂດຍການເກັບທໍາລາຍແມງໄມ້ສັດຕູພືດຖີ້ມ ແລະ ນໍາໃຊ້ວິທີການອື່ນທີ່ເໝາະສົມ;

          3) ຜູ້ປະກອບການຕ້ອງມີການບັນທຶກລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດ

ເຊັ່ນ: ຊື່ສານເຄມີ, ສ່ວນການນໍາໃຊ້, ການອອກມີດ, ປະລິມານນໍາໃຊ້, ຈໍານວນນຶ່ງນໍາໃຊ້ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ການນັ້ນທຶກເອກະສານຕ້ອງເກັບຮັກສາໄວ້ເປັນຢ່າງດີ;

          4) ສະຖານທີ່ປະກອບການຜະລິດ ຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມການຕິດແປດຂອງພະຍາດໂຄວິດ-19 ໃສ່ຜະລິດຕະພັນ ແລະ ຜູ້ປະຕິບັດຫນ້າທີ່.

 

4. ໂຮງເຮືອນຫຸ້ມຫໍ່ບັນຈຸ

ການຈັດການພາຍໃນໂຫມ່ງເສີນບັນຫາປະຕິບັດ ດັ່ງນີ້:

1) ການຫຸ້ມຫໍ່ບັນຈຸ ຕ້ອງຄັດເລືອກເອົາຫມາກທີ່ສົມບຸນ ປາສະຈາກ ຫມາກເຫຼົ້າ, ພະຍາດ, ແມງໄມ້, ໃບ ແລະ ຊິ້ນສ່ວນເສດເຫຼືອອື່ນ ແລະ ສ້າງໃຫ້ສະອາດ ພ້ອມທັງກໍາຈັດເຊື້ອພະຍາດ ດ້ວຍການນໍາໃຊ້ຢາ ຂ້າເຊື້ອຮ່າຫຼັງການເກັບກ່ຽວ;

2) ບໍ່ປົນເປື້ອນສິ່ງທີ່ມີຊີວິດ, ດິນ, ສິ່ງເສດເຫຼືອຂອງພືດ ແລະ ສານທີ່ເປັນອັນຕະລາຍ ເຊັ່ນ: ຢາປາບສັດ ຕູພືດ, ໂລຫະຫນັກ, ຈຸລິນຊີ ແລະ ສານພິດຕົກຄ້າງອື່ນ ຕ້ອງບໍ່ເກີນລະດັບການຕົກຄ້າງສູງສຸດ ທີ່ກໍາ ນົດໄວ້ລະບຽບ ແລະ ກົດຫມາຍ ຂອງ ສປ ຈີນ;

3) ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນໍາໃຊ້ມາກ່ອນ ແລະ ຕ້ອງສອດຄ່ອງກັບເງື່ອນໄຂສຸຂານາໄມພືດທີ່ກ່ຽວຂ້ອງ ທີ່ ສປ ຈີນ ກໍານົດ;

4) ແຕ່ລະພາຊະນະຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກ ຂະຫນາດຕົວອັກສອນທີ່ຈະແຈ້ງໃສ່ດ້ານຂ້າງ ແລະ ດ້ານເທີງ. ເນື້ອໃນສະຫຼາກຕ້ອງຂຽນເປັນພາສາອັງກິດ ໂດຍລະບຸແຈ້ງ ປະເທດສົ່ງອອກ ພ້ອມ ທັງລະບຸແຈ້ງຂໍ້ມູນ ຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ລະຫັດສວນປູກ, ລະຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນເດືອນປີຫຸ້ມຫໍ່ ຕາມຮູບແບບ ແລະ ຂະຫນາດ;

5) ພາຍຫຼັງຫຸ້ມຫໍ່ບັນຈຸຜົນຜະລິດສໍາເລັດ ໃຫ້ແຍກເກັບຮັກສາໄວ້ໃນສາງເຢັນ ທີ່ສະຖານທີ່ສະອາດ ເພື່ອປ້ອງກັນການຕິດແປດຂອງສັດຕູພືດ ແລະ ການປົນເປື້ອນ.

 

5. ການຂື້ນທະບຽນ

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງ ເຮືອນຫຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍເຢັນ ແມ່ນປະຕິບັດຕາມລະບຽບການຂອງ ກະຊວງກະສິກໍາ ແລະ ປ່າໄມ້ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ໃນເດືອນ ມັງກອນ ແລະ ມີຖຸນາ ຂອງທຸກປີ.

          ຄໍາຮ້ອງຂໍຂຶ້ນທະບຽນ ປະກອບມີ:

1) ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;

2) ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈໍາປີສຸດທ້າຍ;

4) ຄູ່ມືດໍາເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີ ໃຫ້ຜູ້ອື່ນຍື່ນຄໍາຮ້ອງແທນ.

          ອາຍຸຂອງໃບທະບຽນນໍາໃຊ້ໄດ້ ຫນຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ ເປັນຜູ້ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊ ຂອງອົງການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

 

6. ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:

1) ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ ພ້ອມທັງຄັດຕິດເອກສານທີ່ກ່ຽວຂ້ອງ ເຖິງກົມ ປູກຝັງ ຫຼື ຂະແຫນງປູກຝັງຂັ້ນແຂວງ. ສໍາລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເຫນີຂໍໃບຢັ້ງຢືນ ສຸຂານາໄມພືດ ແມ່ນໃຫ້ປະຕິບັດ ຕາມບົດແນະນໍາ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019;

2) ໃນປີທໍາອິດຂອງການສົ່ງອອກ ກົມປູກຝັງ ຈະປະສານໄປຍັງ ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ມາ ຕິດຕາມພື້ນທີ່ການຜະລິດ ຢູ່ ສປປ ລາວ ເພື່ອດໍາເນີນການກວດກາສະຖານທີ່ການຜະລິດ ແລະ ກວດກາລະບົບການຈັດການ ຫມາກກ້ວຍ ຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງ ຄໍາແນະນໍາສະບັບນີ້. ຜູ້ສົ່ງອອກ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງຫມົດ ຕາມລະບຽບການ;

3) ກໍລະນີ ກວດກາພົບສັດຕູພືດທີ່ໄດ້ກໍານົດໄວ້ໃນຂໍ້ II, 2 ຂອງຄໍາແນະນໍາສະບັບນີ້ ແມ່ນຫ້າມສົ່ງອອກ ຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຊາບທັນທີ່ ເພື່ອໂຈະ ສະຖານທີ່ປະກອບການຜະລິດຊົ່ວຄາວ ພ້ອມຊອກຫາວິທີແກ້ໄຂ;

4) ໃນກໍລະນີ ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດຕາມຂໍ້ II, 2 ຂອງຄໍາແນະນໍາສະບັບນີ້ ຕ້ອງອອກໃບຢັ້ງຢືນສຸຂານາມພືດ ສໍາລັບ ຊຸດສີນຄ້ານັ້ນ ແລະ ຕ້ອງພິມໃສ່ ມຸນເພີ່ມຕື່ມ (Additional Declare) ຂອງໃບຢັ້ງຢືນສຸຂານາໄມພືດ ວ່າ: "This consignment of banana complies with the Protocol on the phytosanitary requirements for export of banana from Laos to China and is free of soil and the quarantine pests concerned by China".

5) ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ມູນດ່ານນໍາເຂົ້າ ທີ່ກໍາ ນົດໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ ແລະ ຂໍ້ມູນກ່ຽວກັບ ເງື່ອນໄຂການອົບອາຍ ເຢັນ ເຊັ່ນ: ອຸນຫະພູມ ແລະ ໄລຍະເວລາຂອງການອົບອາຍເຢັນ, ເລກທະບຽນຂອງໂຮງເຮືອນອົບອາຍເຢັນ.

 

7. ມາດຕະການກັກກັນພືດ ຢູ່ດ່ານຂາເຂົ້າ

          ເມື່ອຂູດສິນຄ້າຫມາກກ້ວຍ ຈາກ ສປປ ລາວ ມາເຖິງດ່ານຂາເຂົ້າ ຂອງ ສປ ຈີນ, ເຈົ້າຂອງຊຸດສິນຄ້າ ຕ້ອງ ແຈ້ງເອກະສານ ຕໍ່ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ເພື່ອດໍາເນີນການກວດກາເອກະສານທີ່ກ່ຽວຂ້ອງ.

          ການຂົນສົ່ງຊຸດສິນຄ້າທີ່ມາຈາກ ສະຖານທີ່ປະກອບການຜະລິດ ທີ່ບໍ່ໄດ້ຂຶ້ນທະບຽນ ແມ່ນ ຫ້າມນໍາເຂົ້າຢ່າງເດັດຂາດ;

          ຖ້າຊຸດສິນຄ້າ ປົນເປື້ອນຈາກ ກິ່ງງ່າ, ໃບ, ດິນ ແລະ ຫມາກສຸກ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ຖ້າກວດກາພົບ ສັດຕູພືດທີ່ໄດ້ກໍານົດໄວ້ໃນຂໍ້ II, 2 ຄໍາແນະນໍາສະບັບນີ້ ຂູດສິນຄ້າດັ່ງກ່າວຈະຖືກສົ່ງກັບ, ທໍາລາຍ ຫຼື ນໍາໃຊ້ມາດ ຕະການທາງດ້ານກັກກັນ ແລະ ກໍາຈັດສັດຕູພືດ ທີ່ມີປະສິດທິພາບ. ເຈົ້າຫນ້າທີ່ຝ່າຍຈີນ ຈະແຈ້ງໃຫ້ຝ່າຍລາວຮັບ ຊາບທັນທີ ກ່ຽວກັບຊະນິດສັດຕູພືດ, ເລກທີໃບຢັ້ງຢືນສຸຂານາໄມພືດ ແລະ ຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ພ້ອມທັງ ໂຈະການນໍາເຂົ້າ ຫມາກກ້ວຍ ຈາກສວນປູກ ແລະ/ຫຼື ໂຮງເຮືອນຫຸ້ມຫໍ່ບັນຈຸ. ຜູ້ປະກອບການຕ້ອງຊອກຫາ ສາຍເຫດ ແລະ ນໍາໃຊ້ມາດຕະການທີ່ເຫມາະສົມເພື່ອປ້ອງກັນບໍ່ໃຫ້ເກີດຂື້ນອີກ.

          ຖ້າກວດພົບການນໍາໃຊ້ສານເຄມີ ຫຼື ສານພິດຕົກຄ້າງຢາປາບສັດຕູພືດເກີນຄ່າມາດຕະຖານ ທີ່ກໍານົດ ຊຸດ ສີນຄ້າດັ່ງກ່າວຈະຖືກສົ່ງກັບ ແລະ ທໍາລາຍຖິ້ມ ພ້ອມທັງ ແຈ້ງໃຫ້ຝ່າຍລາວຮັບຊາບທັນທີ ເຊັ່ນດຽວກັບກັບ ກວດພົບສັດຕູພືດ.

 

III. ການຈັດຕັ້ງປະຕິບັດ

1. ໃຫ້ ພະແນກກັກກັນພືດ, ຂະແຫນງປູກຝັງ ເປັນເຈົ້າການ ປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ;

2. ໃຫ້ ພະແນກກັກພືດ ສົ່ງລາຍຊື່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ສະເຫນີສົ່ງອອກຫມາກກ້ວຍ ໃຫ້ ສປ ຈີນ ພິຈາລະນາ ສອງ ຄັ້ງ/ປີ ໂດຍປະສານສົມທົບກັບ ຂະແຫນງປູກຝັງ ແລະ ສາຍຕັ້ງຂອງຕົນ ເພື່ອ ກວດກາ ແລະ ປະເມີນຄວາມສ່ຽງສັດຕູພືດ ຂອງສະຖານທີ່ປະກອບການຜະລິດ ໃນແຕ່ລະຊ່ວງລະດູການ ຜະລິດ:

3. ໃຫ້ ພະແນກກັກກັນພືດ ເປັນໃຈກາງປະສານສົມທົບກັບ ຂະແຫນງປູກຝັງ ແລະ ສາຍຕັ້ງຂອງຕົນ ສະຫຼຸບ ລາຍງານ ກ່ຽວກັບ ການສົ່ງອອກຫມາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ກົມປູກຝັງ ຊາບ ເປັນແຕ່ລະໄລຍະ;

4. ໃຫ້ ເຈົ້າຫນ້າທີ່ກັກກັນພືດ ເຂັ້ມງວດໃນການກວດກາ ແລະ ຢັ້ງຢືນ ການສົ່ງອອກຫມາກກ້ວຍ ຕາມຫຼັກວິຊາການ.

5. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກົມປູກຝັງ ຕາມຂັ້ນຕອນ ເພື່ອພິຈາລະນາ ຫາວິທີແກ້ໄຂຢ່າງທັນການ.

 

ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຫົວຫນ້າກົມ

ບຸນຈັນ ກົມບຸນຍະສິດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກໝາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 2603/ກປຝ, ລົງວັນທີ 20 ທັນວາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.