ອີງຕາມ ຄໍາແນະນໍາ ກ່ຽວກັບເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກໝາກໄມ້ສົດ ຕະກຸນໝາກກ້ຽງ ຈາກ ສປປ ລາວ ໄປ ສປ ຈີນ ສະບັບເລກທີ 2604/ກປຝ, ລົງວັນທີ 20 ທັນວາ 2022. ໄດ້ກຳນົດ ດັ່ງນີ້:

ໝາກໄມ້ສົດຕະກຸນຫມາກກ້ຽງ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ອະນຸສັນຍາ ດ້ານສຸຂານາໄມພືດ ຕ້ອງເປັນຊະນິດພັນ: (1) ໝາກກ້ຽງເປືອກໜາ, ຊື່ວິທະຍາສາດ: Citrus reticulata, ຊື່ພາສາອັງກິດ: mandarin; (2) ໝາກພຸກ ຫຼື ໝາກກ້ຽງໃຫຍ່ ຫຼື ໝາກສົ້ມໂອ, ຊື່ວິທະຍາສາດ: Citrus maxima, ຊື່ພາສາອັງກິດ: pomelo; ແລະ (3) ໝາກນາວເຫຼືອງ, ຊື່ວິທະຍາສາດ: Citrus limon, ຊື່ພາສາອັງກິດ: lemon.

ພາບປະກອບຈາກອີນເຕີເນັດ

         

ການຂຶ້ນທະບຽນ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍເຢັນ ແມ່ນປະຕິບັດຕາມລະບຽບການຂອງ ກະຊວງກະສິກໍາ ແລະ ປ່າໄມ້ ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ໃນເດືອນ ມັງກອນ ແລະ ມິຖຸນາ ຂອງທຸກປີ.  ຄໍາຮ້ອງຂໍຂຶ້ນທະບຽນ ປະກອບມີ:

1) ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;

2) ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈໍາປີສຸດທ້າຍ;

4) ຄູ່ມືດໍາເນີນງານ ກ່ຽວກັບການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີໃຫ້ຜູ້ອື່ນຍື່ນຄໍາຮ້ອງແທນ.

ອາຍຸຂອງໃບທະບຽນນໍາໃຊ້ໄດ້ ໜຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ ເປັນຜູ້ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊຂອງອົງການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

ພາບປະກອບຈາກອີນເຕີເນັດ

 

ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ

1) ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງ ເຖິງກົມປູກຝັງ ຫຼື ຂະແໜງປູກຝັງຂັ້ນແຂວງ. ສໍາລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເໜີຂໍໃບຢັ້ງຢືນ ສຸຂານາໄມພືດ ແມ່ນໃຫ້ປະຕິບັດ ຕາມບົດແນະນໍາ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019

2) ໃນປີທໍາອິດຂອງການສົ່ງອອກ, ກົມປູກຝັງ ຈະປະສານໄປຍັງ ເຈົ້າໜ້າທີ່ກັກກັນພືດ ຂອງ ສປ ຈີນ ມາຕິດຕາມພື້ນທີ່ການຜະລິດ ຢູ່ ສປປ ລາວ ເພື່ອດໍາເນີນການກວດກາສະຖານທີ່ການຜະລິດ ແລະ ກວດກາລະບົບການຈັດການ ໝາກໄມ້ສົດຕະກຸນໝາກກ້ຽງ ຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງ ຄໍາແນະນໍາສະບັບນີ້. ຜູ້ສົ່ງອອກ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຕາມລະບຽບການ;

3) ການສຸ່ມຕົວຢ່າງໃນໄລຍະ ສອງ ປີທຳອິດ, ຕ້ອງສຸ່ມເກັບ ແລະ ກວດຕົວຢ່າງ ໃນອັດຕາ ສອງ ສ່ວນຮ້ອຍ ຂອງແຕ່ລະຊຸດສິນຄ້າ, ຖ້າຫາກບໍ່ພົບສັດຕູພືດກັກກັນ ຂອງ ສປ ຈີນ ແມ່ນໃຫ້ຫຼຸດລົງ ໃນອັດຕາ ໜຶ່ງສ່ວນຮ້ອຍ ໃນປີທີ່ ສາມ. ພາຍຫຼັງການສຸ່ມກວດໃນອັດຕາ ໜຶ່ງ ຫຼື ສອງ ສ່ວນຮ້ອຍ ໃຫ້ສຸ່ມເອົາ ສາມສິບໜ່ວຍ ເພື່ອນຳມາຜ່າວິນິໄສ ເພື່ອກວດຫາສັດຕູພືດກັກກັນ;

4) ກໍລະນີ ກວດກາພົບສັດຕູພືດກັກກັນ ທີ່ກໍານົດໄວ້ໃນໂຣແມ໋ງ II ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ແມ່ນຫ້າມສົ່ງອອກຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຊາບທັນທີ່ ເພື່ອໂຈະສະຖານທີ່ປະກອບການຜະລິດ ພ້ອມຊອກຫາວິທີແກ້ໄຂ;

5) ໃນກໍລະນີ ເຈົ້າໜ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດກັກກັນ ຕ້ອງອອກໃບຢັ້ງຢືນສຸຂານາມພືດ ສໍາລັບ ຊຸດສິນຄ້ານັ້ນ ແລະ ຕ້ອງພິມຂໍ້ມູນເພີ່ມເຕີມ (Additional Declare) ໃສ່ໃບຢັ້ງຢືນສຸຂານາໄມພືດ ວ່າ: "This consignment of citrus fruits complies with the Protocol on the phytosanitary requirements for the exports of fresh citrus fruits from Lao PDR to China and is free from any quarantine pests of concern to China".

6) ເຈົ້າໜ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ມູນດ່ານນໍາເຂົ້າ ທີ່ກໍານົດໂດຍ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ ແລະ ຂໍ້ມູນກ່ຽວກັບ ເງື່ອນໄຂການອົບອາຍເຢັນ ເຊັ່ນ: ອຸນຫະພູມ ແລະ ໄລຍະເວລາຂອງການອົບອາຍເຢັນ, ເລກທະບຽນຂອງໂຮງເຮືອນອົບອາຍເຢັນ.

 

          ລາຍລະອຽດເພີ່ມເຕີມ ທ່ານສາມາດຕິດຕໍ່ສອບຖາມນໍາ ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້, ເບີໂທລະສັບ +856 21 412350 ຫຼື ເວັບໄຊ: http://doa.maf.gov.la/

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.