ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້

ກົມລ້ຽງສັດ ແລະ ການປະມົງ

ເລກທີ: 0295/ກລປ.

ນະຄອນຫຼວງວຽງຈັນ, ວັນທີ 06 ກຸມພາ 2023.

     

        ເຖິງ: ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

        ເລື່ອງ: ການຈັດຕັ້ງປະຕິບັດຄໍາສັ່ງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0160/ກປ, ລົງວັນທີ 19 ມັງກອນ 2022 ກ່ຽວກັບ ໂຈະການອອກອະນຸຍາດ ນໍາເຂົ້າ ແລະ ສົ່ງຜ່ານ ໝູມີຊີວິດ ແລະ ຜະລິດຕະພັນໝູຈາກປະເທດໄທ ແລະ ປະເທດ ທີ່ມີການລະບາດ ຂອງເຊື້ອພະຍາດອະຫິວາໝູອາຟຣິກາ.

 

 - ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016;

  - ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມລ້ຽງສັດ ແລະ ການປະມົງສະບັບເລກທີ 0175/ກປ, ລົງວັນທີ 25 ມັງກອນ 2022.

  - ອີງຕາມ ການລາຍງານການເກີດພະຍາດອະຫິວາໝູອາຟຣິກາໃນເຟດບຸກ ຂອງປະເທດໄທ ສະບັບ ວັນທີ 5 ມັງກອນ 2023 ທີ່ລະບຸໃນເວັບໄຊທ໌ ຂອງ ອົງການສຸຂະພາບສັດສາກົນ (WOAH)

 

     ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ ໃນຊ່ວງຕົ້ນເດືອນ ມັງກອນ ປີ 2023 ທີ່ຜ່ານມາຮອດປະຈຸບັນ ໄດ້ມີການລາຍງານວ່າ ມີການພົບການລະບາດ ຂອງເຊື້ອພະຍາດອະຫິວາໝູອາຟຣິກາ ໃນບາງເຂດຂອງປະເທດໄທ ແລະ ປະເທດທີ່ມີການລະບາດ ໂດຍໄດ້ມີການແຈ້ງເປັນເອກະສານລາຍງານທາງເວັບໄຊທ໌, ໂທລະພາບ ແລະ ສື່ສັງຄົມອອນໄລນ໌ ຂອງປະເທດໃກ້ຄຽງ ແລະ ຜ່ານລະບົບການລາຍງານ ຂອງອົງການສຸຂະພາບສັດສາກົນ (WOAH) ຊຶ່ງສົ່ງຜົນເຮັດໃຫ້ມີຄວາມສ່ຽງ ທີ່ພະຍາດດັ່ງກ່າວຈະແຜ່ລະບາດເຂົ້າມາໃນ ສປປ ລາວ. ສະນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ແລະ ຕ້ານ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ເຂົ້າມາແຜ່ລະບາດຢູ່ ສປປ ລາວ ກົມລ້ຽງສັດ ແລະ ການປະມົງ ຈຶ່ງແຈ້ງມາຍັງຂະແໜງການລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 0160/ກປ, ລົງວັນທີ 19 ມັງກອນ 2022 ເພື່ອຍົກລະດັບມາດຕະການປ້ອງກັນ ດັ່ງຕໍ່ໄປນີ້:

  1. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດເອົາໃຈໃສ່ປະຕິບັດຄໍາສັ່ງ ຂອງທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການໂຈະການອະນຸຍາດ ນໍາເຂົ້າ ແລະ ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດ ຂອງເຊື້ອພະຍາດອະຫິວະໝູອາຟຣິກາ ສະບັບເລກທີ 0160/ກປ, ລົງວັນທີ 19 ມັງກອນ 2022 ຢ່າງເຂັ້ມງວດ;
  2. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຊີ້ນໍາເຈົ້າໜ້າທີ່ສັດຕະວະແພດ ປະຈໍາດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີີ ເພີ່ມທະວີຕິດຕາມ ແລະ ກວດກາ ການນໍາເຂົ້າ ຫຼື ສົ່ງຜ່ານໝູມີຊີວິດ, ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກປະເທດໄທ ຫຼື ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ສປປ ລາວ. ໃນກໍລະນີກວດພົບເຫັນ ໃຫ້ຍຶດ, ທໍາລາຍ ແລະ ດໍາເນີນການ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;
  3. ໃນກໍລະນີມີເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ພົບເຫັນຜູ້ລະເມີດ ຫຼື ກະທໍາຜິດ ທີ່ຍັງມີການນໍາເອົາໝູມີຊີວິດ ແລະ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນຈາກ ຫຼື ຜ່ານ ປະເທດໄທ ແລະ ປະເທດທີ່ມີການລະບາດ ເຂົ້າມາໃນດ່ານ ຫຼື ຜ່ານດ່ານ ຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ພ້ອມທັງ ລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼື ນະຄອນຫຼວງວຽງຈັນ ແລະ ກົມລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ;
  4. ສໍາລັບຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫຼື ສົ່ງຜ່ານ ໃຫ້ນໍາໄປທໍາລາຍຖິ້ມດ້ວຍການ ເຜົາ ຫຼື ຝັງ ຕາມຫຼັກວິຊາການ. ສ່ວນຜູ້ທີ່ລະເມີດ ໃຫ້ເຮັດບົດບັນທຶກກ່າວເຕືືອນ, ປັບໃໝ ຫຼື ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ;
  5. ໃຫ້ ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກຄໍາແນະນໍາດ້ານເຕັກນິກວິຊາການ ເພື່ອຜັນຂະຫຍາຍແຈ້ງການ ສະບັບນີ້ ເປັນລະອຽດ ພ້ອມທັງ ເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາ ຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ໝູເຈັບ ຫຼື ຕາຍຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະການທາງດ້ານເຕັກນິກ ຕາມຫຼັກວິຊາການຢ່າງຮີບດ່ວນ;
  6. ມອບໃຫ້ ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາແກ້ໄຂໃຫ້ທັນກັບສະພາບການ;

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ດ້ວຍ.

 

 

ນ. ວິໄລວອນ ວໍລະພິມ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0160/ກປ, ລົງວັນທີ 19 ມັງກອນ 2022 ກ່ຽວກັບ ໂຈະການອອກອະນຸຍາດ ນໍາເຂົ້າ ແລະ ສົ່ງຜ່ານ ໝູມີຊີວິດ ແລະ ຜະລິດຕະພັນໝູ, ເລກທີ 0295/ກລປ, ລົງວັນທີ 06 ກຸມພາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.