ໃນຕອນເຊົ້າ ວັນທີ 08 ກຸມພາ 2023 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ. ກົມການນໍາເຂົ້າ ແລະ ສ່ົງອອກ (ກົມ ຂອ), ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ຈັດກອງປະຊຸມ “ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ຄັ້ງທີ V” ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງໃນທົ່ວປະເທດ ມີທັງເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

          ໃນກອງປະຊຸມ ທ່ານ ປອ. ມະໂນທອງ ວົງໄຊ ໄດ້ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານ  ການຄ້າ ແມ່ນວຽກງານໜຶ່ງໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເປັນການຈັດຕັ້ງປະຕິບັດຕາມສັນຍາ ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA).

          ກອງປະຊຸມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ໃນຄັ້ງນີ້ ແມ່ນກອງປະຊຸມ ຄັ້ງທີ V ນັບແຕ່ມີ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018. ໃນປີ 2022 ຜ່ານມານີ້, ສາມາດສະຫຼຸບຜົນຂອງການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າໄດ້ຄືດັ່ງນີ້: (1) ການຈັດຕັ້ງປະຕິບັດແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ (Trade Facilitation Roadmap: TFRM) ໄລຍະ 5 ປີ 2017-2022. (2) ການປັບປຸງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ. (3) ການຜັນຂະຫາຍຄໍາສັ່ງ ເລກທີ 12/ນຍ. (4) ການປັບປຸງການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າ-ສົ່ງອອກຊົ່ວຄາວ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ການຜ່ານແດນສິນຄ້າ. (5) ການດໍາເນີນງານຢູ່ດ່ານ. (6) ການຂົນສົ່ງສິນຄ້າ. (7) ການແກ້ໄຂບັນຫາຂອງພາກທຸລະກິດ. (8) ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າ (LTP) ແລະ (9) ການຊຸກຍູ້ວຽກງານຂອງກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ.

          ນອກຈາກນີ້, ຍັງມີບາງຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ຂໍ້ສະເໜີປັບປຸງ ທີ່ຕິດພັນກັບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 12/ນຍ. ພ້ອມທັງແຜນວຽກທີ່ຈະສືບຕໍ່ຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ໃນປີ 2023 ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

          ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເຂົ້າຮ່ວມກອງປະຊຸມ ໃນຄວາມເອົາໃຈໃສ່ຕໍ່ການປະກອບຄໍາຄິດຄໍາເຫັນທີ່ເປັນປະໂຫຍດຕໍ່ກອງປະຊຸມໃນຄັ້ງນີ້ ເພື່ອໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້. ຊຶ່ງໂດຍພື້ນຖານໄດ້ເຫັນດີຕໍ່ກັບ (ຮ່າງ) ບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປະຈຳປີ 2022 ແລະ ແຜນວຽກໃນປີ 2023 ພ້ອມດ້ວຍການປຶກສາຫາລືຕໍ່ກັບຄໍາຖາມເຈາະຈິ້ມ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມວຽກງານອໍານວຍຄວາມສະດວກທາງດ້ານການຄ້າ. ຊຶ່ງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ຈະໄດ້ສັງລວມບັນຫາຕ່າງໆທີ່ຍົກຂຶ້ນປຶກສາຫາລືໃນກອງປະຊຸມ ເພື່ອປັບປຸງເຂົ້າໃນຮ່າງບົດລາຍງານ ເພື່ອລາຍງານຂັ້ນເທິງມີທິດຊີ້ນໍາໃນຂັ້ນຕໍ່ໄປ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.