ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 0185/ກປຝ

ກົມປູກຝັງ

ນະຄອນຫຼວງວຽງຈັນ, ວັນທີ 31 ມັງກອນ 2023

ຄຳແນະນຳ

ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສຳລັບ ການສົ່ງອອກໝາກນອດສົດ

ຈາກ ສປປ ລາວ ໄປ ສປ ຈີນ

  • ອີງຕາມ ກົດໝາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍກາຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ ສະບັບເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022;
  • ອີງຕາມ ອານຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບສົ່ງອອກ ໝາກນອດສົດ ຈາກ ສປປ ລາວ ໄປ ສປ ຈີນ ລົງວັນທີ 13 ກັນຍາ 2021

ໃນໄລຍະຜ່ານ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກ ປ່ຽນຄ້າຂາຍຜະລິດຕະພັນສິນຄ້າກະສິກຳ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມອະນຸມັດສັນຍາ ຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສຳລັບ ການສົ່ງອອກ ໝາກນອດ ຂອງ ສປປ ລາວ ໄປ ສປ ຈີນ ເຊິ່ງເຫັນວ່າໄດ້ມີການປູກ ໝາກນອດ ໃນຫຼາຍພື້ນທີ່ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງຊາດ ໄດ້ເປັນຢ່າງດີ. ແຕ່ການຊຸກຍູ້ສົ່ງເສີມດັ່ງກ່າວ ໃນຂອດຈັດຕັ້ງປະຕິບັດ ຍັງບໍ່ທັນສອດຄ່ອງກັບອານຸສັນຍາ ເປັນຕົ້ນ ລະບົບການຜະລິດ, ລະບົບການຕິດຕາມ ແລະ ການຈັດການສັດຕູພືດໃນສວນປູກ, ຂັ້ນຕອນການບຳບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ການຈົດບັນທຶກ.

ເພື່ອໃຫ້ການຄຸ້ມຕອງການຜະລິດ ແລະ ການສົ່ງອອກ ໝາກນອດ ຫັນເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ, ໂປງໃສ ແລະ ສອດຄ່ອງກັບ ອະນຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພ້ອມທັງກົດໝາຍ, ລະບຽບການ ແລະ ສົນທິສັນຍາ ວ່າດ້ວຍ ການປ້ອງກັນພືດສາກົນ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີ ນັ້ນ;

ລັດຖະມົນຕີ ອອກຄຳແນະນຳ

  1. ຈຸດປະສົງ
  • ເພື່ອປະຕິບັດຕາມ ອານຸສັນຍາ ກ່ຽວກັບຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ສຳລັບ ການສົ່ງອອກໝາກນອດ ຈາກ ສປປ ລາວ ໄປສປ ຈີນ;
  • ເພື່ອກຳນົດ ຂັ້ນຕອນ ແລະ ວິທີການປະຕິບັດເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົົ່ວປະເທດ.
  1. ເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກ ໝາກນອດ ຈາກ ສປປ ລາວ ໄປ ສປ ຈີນ
  1. ຊະນິດໝາກນອດ

ໝາກນອດ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ອານຸສັນຍາ ດ້ານສຸຂານາໄມພືດ ຕ້ອງເປັນໝາກນອດ ທີ່ຜະລິດໃນ ສປປ ລາວ, ຢູ່ໃນຊະນິດພັນ ທີ່ມີຊື່ວິທະຍາສາດ: Passiflora edulis. ຊື່ສາມັນພາສາອັງກິດ Passion fruit ແລະ ເປັນໝາກນອດສົດ.

  1. ສັດຕູພືດກັກກັນ

ໝາກນອດ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ຕິດແປດສັດຕູພືດກັກກັນ ທີ່ຝ່າຍຈີນ ກຳນົດໄວ້ ຄືດັ່ງລຸ່ມນີ້:

  1. ການຈັດການສວນປູກ

ໝາກນອດ ທີ່ຈະສົ່ງອອກໄປ ສປ ຈີນ ຕ້ອງມີມາດຕະການເຝົ້າລະວັງສັດຕູພືດກັກກັນ ແລະ ມີການຈັດການສວນແບບປະສົມປະສານ ດັ່ງນີ້:

  1. ການຈັດການສວນປູກ ຕ້ອງປະຕິບັດຕາມ ເງື່ອນໄຂ ມາດຕະຖານກະສິກຳໄດ້ດີ (GAP) ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ ຄື: ຂໍ້ກຳນົດກ່ຽວກັບ ປະຫວັດ ແລະ ການຈັດການພື້ນທີ່, ການນຳໃຊ້ແນວພັນພືດ, ການນຳໃຊ້ຝຸ່ນ ແລະ ສານປັບປຸງດິນ, ການນຳໃຊ້ນ້ຳ, ການນຳໃຊ້ສານເຄມີ, ເກັບກ່ຽວ ແລະ ການຈັດການ ຜົນຜະລິດ, ເຄຫາສະຖານ, ການທຳຄວາມສະອາດ ແລະ ອານາໄມ, ການຄວບຄຸມສັດລ້ຽງ ແລະ ສັດຕູພືດ, ການອານາໄມສ່ວນບຸກຄົນ, ການຮັກສາຄຸນນະພາບຜົນຜະລິດ ການເກັບຮັກສາ ແລະ ການຂົນສົ່ງ, ການກວດກາຍ້ອນຫຼັງ ແລະ ການຮຽກຄືນ, ການຝຶກອົບຮົມ, ການບັນທຶກເອກະສານ ແລະ ການທົບທວນຄືນ;
  2. ການຈັດການສັດຕູພືດກັກກັນ ໃນສວນປູກ ຕ້ອງມີການຈັດການສັດຕູພືດແບບປະສົມປະສານ (IPM) ເຊັ່ນ: ການໃຊ້ກັບດັກເຟລາໂມນ ແລະ ກາວເຫຼືອງ, ການອານາໄມສວນປູກ ແລະ ຮັກສາຄວາມສະອາດ, ການເກັບທຳລາຍໝາກທີ່ລົ່ນຖິ້ມ, ການຕັດແຕ່ງກິ່ງງ່າ ແລະ ອານຸລັກແມງໄມ້ທີ່ເປັນປະໂຫຍດ, ຖ້າພົບເຫັນສັດຕູພືດ ຄວນນຳໃຊ້ວິທີກາຍະພາບ ໂດຍການເກັບທຳລາຍແມງໄມ້ສັດຕູພືດຖິ້ມ ແລະ ນຳໃຊ້ວິທີການອື່ນທີ່ເໝາະສົມ;
  3. ຜູ້ປະກອບການຕ້ອງມີການບັນທຶກລາຍລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດ ເຊັ່ນ: ຊື່ສານເຄມີ, ລະດູການນຳໃຊ້, ສານອອກລິດ, ປະລິມານນຳໃຊ້, ຈຳນວນຄັ້ງນຳໃຊ້ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ, ການບັນທຶກເອກະສານຕ້ອງເກັບຮັກສາໄວ້ເປັນຢ່າງດີ ແລະ ໃຫ້ມີພ້ອມໃນເວລາກວດກາຂອງເຈົ້າໜ້າທີ່;
  4. ສະຖານທີ່ປະກອບການຜະລິດ ຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມການຕິດແປດຂອງພະຍາດໂຄວິດ-19 ໃສ່ຜະລິດຕະພັນ ແລະ ຜູ້ປະຕິບັດໜ້າທີ່.
  1. ໂຮງເຮືອນຫຸ້ມຫໍ່ບັນຈຸ

ການຈັດການພາຍໃນໂຮງເຮືອນຫຸ້ມຫໍ່ບັນຈຸ ຕ້ອງປະຕິບັດ ດັ່ງລຸ່ມນີ້:

  1. ການຫຸ້ມຫໍ່ບັນຈຸ ຕ້ອງຄັດເລືອກເອົາໝາກທີ່ສົມບູນ ປາສະຈາກ ໝາກເໜົ່າ, ພະຍາດ, ແມງໄມ້, ໃບ ແລະ ຊິ້ນສ່ວນເສດເຫຼືອອື່ນ ແລະ ລ້າງໃຫ້ສະອາດ ພ້ອມທັງກຳຈັດເຊື້ອພະຍາດ ດ້ວຍການນຳໃຊ້ຢາຂ້າເຊື້ອຣາຫຼັງການເກັບກ່ຽວ;
  2. ບໍ່ປົນເປື້ອນສິ່ງທີ່ມີຊີວິດ, ດິນ, ສິ່ງເສດເຫຼືອຂອງພືດ ແລະ ສານທີ່ເປັນອັນຕະລາຍ ເຊັ່ນ: ຢາປາບສັດຕູພືດ, ໂລຫະໜັກ, ຈຸລິນຊີ ແລະ ສານພືດຕົກຄ້າງອື່ນ ຕ້ອງບໍ່ເກີນລະດັບການຕົກຄ້າງສູງສຸດ ທີ່ກຳນົດໄວ້ລະບຽບ ແລະ ກົດໝາຍ ຂອງ ສປ ຈີນ;
  3. ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນຳໃຊ້ມາກ່ອນ ຕ້ອງສອດຄ່ອງກັບເງື່ອນໄຂສຸຂານາໄມພືດທີ່ກ່ຽວຂ້ອງ ທີ່ ສປ ຈີນກຳນົດ;
  4. ແຕ່ລະພາຊະນະຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກ ຂະໜາດຕົວອັກສອນທີ່ຈະແຈ້ງໃສ່ດ້ານຂ້າງ ແລະ ດ້ານເທິງ. ເນື້ອໃນສະຫຼາກຕ້ອງຂຽນເປັນພາສາອັງກິດ ໂດຍລະບູຸແຈ້ງ ປະເທດສົ່ງອອກ ພ້ອມທັງລະບຸ ແຈ້ງຂໍ້ມູນ ຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ລະຫັດສວນປູກ, ລະຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນເດືອນປີຫຸ້ມຫໍ່ ຕາມຮູບແບບ ແລະ ຂະໜາດດັ່ງນີ້:

 

  1. ພາຍຫຼັງຫຸ້ມຫໍ່ບັນຈຸຜົນຜະລິດສຳເລັດ ໃຫ້ແຍກເກັບຮັກສາໄວ້ໃນສາງເຢັນ ທີ່ສະຖານທີ່ສະອາດ ເພື່ອປ້ອງກັນການຕິດແປດຂອງສັດຕູພືດ ແລະ ການປົນເປື້ອນ;
  2. ໃນກໍລະນີ ທີ່ນຳໃຊ້ພາສະນະຫຸ້ມຫໍ່ບັນຈຸເປັນໄມ້ດ້ວຍຄວາມຮ້ອນ ໃນອຸນຫະພູມຕ່ຳສຸດຂອງແກນໄມ້ 56°C ແລະໃຊ້ເວລາໃນການອົບຕ່ຳສຸດ ສາມສິບ ນາທີ ຫຼື ຮົມດ້ວຍສານເຄມີ ເມັດທິໂບຼມມາຍ (Methyl bromide) ຕາມອັດຕາ ດັ່ງນີ້:
  •  
  •  
  •  
  • (g/m3)
  1. ຊມ
  1. ຊມ
  1. ຊມ
  1. ຊມ
  1. °C ຫຼື ສູງກວ່າ
  1.  
  1.  
  1.  
  1.  
  1.  
  1. °C ຫຼື ສູງກວ່າ
  1.  
  1.  
  1.  
  1.  
  1.  
  1. °C ຫຼື ສູງກວ່າ
  1.  
  1.  
  1.  
  1.  
  1.  

 

  • ຜະລິດຕະພັນຫຸ້ມຫໍ່ທີ່ເຮັດດ້ວຍໄມ້ ທີ່ຜ່ານການຮົມຢາ ຕ້ອງຈ້ຳກາຢັ້ງຢືນ ທີ່ອອກໃຫ້ໂດຍກົມປູກຝັງ. ຜູູ້ດຳເນີນການຮົມຢາ ຕ້ອງໄດ້ຂໍຂຶ້ນທະບຽນຈາກກົມປູກຝັງ ຕາມຂັ້ນຕອນ ແລະ ວິທີການທີ່ກຳນົດໄວ້ໃນ ຂໍ້ແນະນຳເຕັກນິກ ຫຼັກການໃນການປະຕິບັດການໃນການຄວບຄຸມ ການນຳໃຊ້ໄມ້ເປັນວັດສະດຸຫຸ້ມຫໍ່ຜະລິດຕະພັນໃນການຄ້າສາກົນ ຂອງ ກົມປູກຝັງ ສະບັບເລກທີ 0053/ກປຝ, ລົງວັນທີ 23 ມັງກອນ 2006.

 

  1. ການຂຶ້ນທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ສວນປູກ, ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ໂຮງເຮືອນສາງເຢັນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກຳ ແລະ ປ່າໄມ້ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄຳຮ້ອງເຖິງກົມປູກຝັງ ໃນເດືອນ ມັງກອນ ແລະ ມິຖຸນາ ຂອງທຸກປີ.

ຄຳຮ້ອງຂໍຂຶ້ນທະບຽນ ປະກອບມີ:

  1. ໃບຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ;
  2. ສຳເນົາ ໃບອະນຸຍາດດຳເນີນກິດຈະການກະສິກຳ ແລະ ປ່າໄມ້;
  3. ສຳເນົາ ໃບຢັ້ງຢືນການມອບພັນທະອາກອນປະຈຳປີສຸດທ້າຍ;
  4. ຄູ່ມືດຳເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ,
  5. ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍື່ນເອກະສານ ໃນກໍລະນີໃຫ້ຜູ້ອື່ນຍື່ນຄຳຮ້ອງແທນ.

ອາຍຸຂອງໃບທະບຽນນຳໃຊ້ໄດ້ ໜຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂໍຂຶ້ນທະບຽນ ແລະ ຮັບຮອງໃຫ້ເປັນຜູ້ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊ ຂອງການຈັດການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

  1. ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຍື່ນຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງ ເຖິງກົມປູກຝັງ ຫຼື ຂະແໜງປູກຝັງຂັ້ນແຂວງ. ສຳລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເໜີຂໍໃບຢັ້ງຢືນສຸຂານາໄມພືດ ແມ່ນໃຫ້ປະຕິບັດ ຕາມບົດແນະນຳ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019;
  2. ໃນປີທຳອິດຂອງການສົ່ງອອກ ກົມປູກຝັງ ຈະປະສານໄປຍັງ ເຈົ້າໜ້າທີ່ກັກກັນພືດ ຂອງ ສປ ຈີນ ມາຕິດຕາມພື້ນທີ່ການຜະລິດ ຢູ່ ສປປ ລາວ ເພື່ອດຳເນີນການກວດກາສະຖານທີ່ການຜະລິດ ແລະ ກວດກາລະບົບການຈັດການ ໝາກນອດ ຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງຄຳແນະນຳສະບັບນີ້. ຜູ້ສົ່ງອອກຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ຕາມລະບຽບການ;
  3. ການສຸ່ມຕົວຢ່າງໃນໄລຍະ ສອງ ປີທຳອິດ, ຕ້ອງສຸ່ມເກັບ ແລະ ກວດຕົວຢ່າງ ໃນອັດຕາ ສອງ ສ່ວນຮ້ອຍຂອງແຕ່ລະຊຸກສິນຄ້າ, ຖ້າຫາກບໍ່ພົບສັດຕູພືດກັກກັນ ຂອງ ສປ ຈີນ ແມ່ນໃຫ້ລຸດ ລົງອັດຕາ ໜຶ່ງ ສ່ວນຮ້ອຍ ໃນປີທີ ສາມ. ພາຍຫຼັງການສຸ່ມກວດໃນອັດຕາ ໜຶ່ ຫຼື ສອງ ສ່ວນຮ້ອຍ ໃຫ້ສຸ່ມເອົາ ສາມສິບ ໜ່ວຍ ເພື່ອນຳມາຜ່າວິນິໄສເພື່ອກວດຫາສັດຕູພືດກັກກັນ;
  4. ກໍລະນີ ກວດກາພົບສັດຕູພືດກັັກກັນ ທີ່ກຳນົດໄວ້ໃນໂຣແມ່ງ II ຂໍ້ທີ 2 ຂອງຄຳແນະນຳສະບັບນີ້ ແມ່ນ ຫ້າມສົ່ງອອກຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ຊາບທັນທີ ເພື່ອໂຈະສະຖານທີ່ປະກອບການຜະລິດ ພ້ອມຊອກຫາວິທີແກ້ໄຂ;
  5. ໃນກໍລະນີ ເຈົ້າໜ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດການບໍ່ພົບເຫັນການຕິດແປດສັດຕູພືດກັກກັນ ຕ້ອງອອກໃບຢັ້ງຢືນສຸຂານໄມພືດ ສຳລັງສຸດສິນຄ້ານັ້ນ ແລະຕ້ອງພິມຂໍ້ມູນເພີ່ມເຕີມ (Additional Declare) ໃສ່ໃບຢັ້ງຢືນສຸຂານາໄມພືດ ວ່າ: “This consignment of passion fruit complies with the Protocol of Phytosanitary Requirements for Export of Fresh Passion Fruits from Laos to China and is free soil and the quarantine pests concerned by China”;
  6. ເຈົ້າໜ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ມູນດ່ານນຳເຂົ້າ ທີ່ກຳນົດໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ.

 

  1. ມາດຕະການກັກກັນພືດ ຢູ່ດ່ານຂາເຂົ້າ

ເມື່ອຊຸດສິນຄ້າໝາກນອດ ຈາກ ສປປ ລາວ ມາເຖິງດ່ານຂາເຂົ້າ ຂອງ ສປ ຈີນ, ເຈົ້າຂອງຊຸດສິນຄ້າ ຕ້ອງແຈ້ງເອກະສານ ຕໍ່ເຈົ້າໜ້າທີ່ກັກກັນພືດ ຂອງ ສປ ຈີນ ເພື່ອດຳເນີນການກວດກາເອກະສານທີ່ກ່ຽວຂ້ອງ.

ການຂົນສົ່ງຊຸດສິນຄ້າທີ່ມາຈາກ ສະຖານທີ່ປະກອບການຜະລິດ ທີ່ບໍ່ໄດ້ຂຶ້ນທະບຽນ ແມ່ນຫ້າມນຳເຂົ້າຢ່າງເດັດຂາດ.

ຖ້າກວດກາພົບສັດຕູພືດທີ່ໄດ້ກຳນົດໄວ້ໃນໂຣແມ່ງ II, ຂໍ້ທີ 2 ຂອງຄຳແນະນຳ ສະບັບນີ້ ຊຸດສິນຄ້າດັ່ງກ່າວຈະຖືກສົ່ງກັບ, ທຳລາຍ ຫຼື ນຳໃຊ້ມາດຕະການທາງດ້ານກັກກັນ ແລະ ກຳຈັດສັດຕູພືດ ທີ່ມີປະສິດທິພາບ. ຝ່າຍຈີນຈະແຈ້ງໃຫ້ຝ່າຍລາວຊາບທັນທີ ກ່ຽວກັບ ຊະນິດສັດຕູພືດ, ເລກທີໃບຢັ້ງຢືນສຸຂານາໄມພືດ ແລະ ຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ພ້ອມທັງໂຈະການນຳເຂົ້າ ໝາກນອດ ຈາກສວນປູກ ຫຼື ໂຮງເຮືອນຫຸ້ມຫໍ່ບັນຈຸ. ຜູ້ປະກອບການຕ້ອງຊອກຫາສາເຫດ ແລະ ນຳໃຊ້ມາດຕະຖານທີ່ເໝາະສົມເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນອີກ.

ໃນກໍລະນີ ມີການລະບາດ ຫຼື ຕິດແປດສັດຕູພືດຊະນິດໃໝ່ ຢູ່ດ່ານຂາເຂົ້າ ສປ ຈີນ ຕ້ອງມີການບັນທຶກ, ຜູ້ສົ່ງອອກຕ້ອງໃຫ້ການຮ່ວມມື ໃນການປະເມີນຄວາມສ່ຽງເພື່ອທົບທວນຄືນ ບັນຊີສັດຕູພືດກັກກັນ ແລະ ຫາມາດຕະການ ຄວບຄຸມຕໍ່ຄວາມສ່ຽງສັດຕູພືດ ດັ່ງກ່າວ.

ຖ້າກວດພົບການນຳໃຊ້ສານເຄມີ ຫຼື ສານພິດຕົກຄ້າງຢາປາບສັດຕູພືດເກີນຄ່າມາດຕະຖານ ທີ່ກຳນົດ ຊຸດສິນຄ້າດັ່ງກ່າວຈະຖືກສົ່ງກັບ ແລະ ທຳລາຍຖິ້ມ ພ້ອມທັງ ແຈ້ງໃຫ້ຝ່າຍລາວຮັບຊາບທັນທີ ເຊັ່ນດຽວກັບການເກັບກວດພົບສັດຕູພືດ.

  1. ການຈັດຕັ້ງການປະຕິບັດ
  1. ໃຫ້ ພະແນກກັກກັນພືດ, ຂະແໜງປູກຝັງ ເປັນເຈົ້າການ ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;
  2. ໃຫ້ ພະແນກກັກກັນພືດ ສົ່ງລາຍຊື່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ສະເໜີສົ່ງອອກໝາກນອດ ໃຫ້ ສປ ຈີນ ພິຈາລະນາ ສອງ ຄັ້ງ/ປີ ໂດຍປະສານສົມທົບກັບ ຂະແໜງປູກຝັງ ແລະ ສາຍຕັ້ງຂອງຕົນ ເພື່ອກວດກາ ແລະ ປະເມີນຄວາມສ່ຽງສັດຕູພືດ ຂອງສະຖານທີ່ປະກອບການຜະລິດ ໃນແຕ່ລະຊ່ວງລະດູການຜະລິດ;
  3. ໃຫ້ພະນັກງານກັກກັນພືດ ເປັນໃຈກາງປະສານສົມທົບກັບ ຂະແໜງປູກຝັງ ແລະ ສາຍຕັ້ງຂອງຕົນ ສະຫຼຸບລາຍງານ ກ່ຽວກັບ ການສົ່ງອອກໝາກນອດ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ ກົມປູກຝັງ ຊາບ ເປັນແຕ່ລະໄລຍະ;
  4. ໃຫ້ ເຈົ້າໜ້າທີ່ກັກກັນພືດ ເຂັ້ມງວດໃນການກວດກາ ແລະ ຢັ້ງຢືນ ການສົ່ງອອກນອດ ຕາມຫຼັກວິຊາການ;
  5. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກົມປູກຝັງ ຕາມຂັ້ນຕອນ ເພື່ອພິຈາລະນາ ຫາວິທີແກ້ໄຂຢ່າງທັນການ.

ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຫົວໜ້າກົມ

ບຸນຈັນ ກົມບຸນຍະສິດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ເງື່່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ໝາກນອດສົດ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0185/ກປຝ, ລົງວັນທີ 31 ມັງກອນ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.