ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ເລກທີ: 0637/ກງ

ນະຄອນຫຼວງວຽງຈັນ, ວັນທີ 01 ມີນາ 2023

 

ແຈ້ງການ

 

          ເຖິງ: ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບັນດາຫົວໜ່ວຍທຸລະກິດ, ບັນດາບຸກຄົນ, ນິຕິບຸກຄົນ ໃນຂອບເຂດທົ່ວປະເທດ.

          ເລື່ອງ: ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2022 (AHTN2022)

  • ອີງຕາມ ກົດໝາຍ ວ່າດ້ວຍພາສີ ສະບັບປັບປຸງ ເລກທີ 81/ສພຊ, ລົງວັນທີ່ 29 ມີຖຸນາ 2020;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ນຍ, ລົງວັນທີ 16 ມັງກອນ 2023 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ສາລະບານສິນຄ້າລະບົບເອກະພາບຂອງອາຊຽນ ລຸ້ນປີ 2022 (AHTN2022);
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍ ການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ໜັງສືລາຍງານຂອງກົມພາສີ ສະບັບເລກທີ 00542/ກພສ, ລົງວັນທີ 24 ມັງກອນ 2023;

ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງ ດຳລັດວ່າດ້ວຍການປະກາດໃຊ້ສາລະບານສິນຄ້າລະບົບເອກະພາບຂອງອາຊຽນ ລຸ້ນປີ 2022 (ASEAN Harmonized Tarif Nomenclature-AHTN 2022) ໃຫ້ສອດຄ່ອງກັບລະບຽບການສາກົນແນ່ໃສ່ເປັນການອໍານວຍຄວາມສະດວກທາງດ້ານການຄ້າ ດ້ວຍການຮັບປະກັນຄວາມຖືກຕ້ອງ ຊັດເຈນ ແລະ ເປັນເອກະພາບກັນໃນການຈັດລະຫັດສິນຄ້າ, ເຄື່ອງຂອງ ໃນຂອບເຂດທົ່ວປະເທດ ແລະ ສອດຄ່ອງກັບຫຼັກການສາກົນ.

 

ກະຊວງການເງິນ ອອກແຈ້ງການ ດັ່ງນີ້:

  1. ສາລະບານສິນຄ້າລະບົບເອກະພາບ ອາຊຽນ ລຸ້ນປີ 2022 (AHTN2022) ເພື່ອປ່ຽນແທນສາລະບານສິນຄ້າລະບົບເອກະພາບ ຂອງອາຊຽນ ລຸ້ນປີ 2017 (AHTN2017) ທີ ປະກາດໃຊ້ໂດຍ ດໍາລັດ ສະບັບເລກທີ  122/ນຍ, ລົງວັນທີ 03 ເມສາ 2018;
  2. ສາລະບານສິນຄ້າລະບົບເອກະພາບ ອາຊຽນ ລຸ້ນປີ 2022 (AHTN2022) ປະກອບມີ 21 ພາກ, 97 ໝວດ, ມີທັງໝົດ 11.414 ລະຫັດ;
  3. ມອບໃຫ້ກົມພາສີ ອອກບົດແນະນຳລະອຽດ ກ່ຽວກັບ ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບ ອາຊຽນ ລຸ້ນປີ 2022 (AHTN2022) ພ້ອມທັງ ເຜີຍແຜ່ ແລະ ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮັບຊາບ ແລະ ເຂົ້າໃຈ;
  4. ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2022 (AHTN2022) ມີຜົນບັງຄັບໃຊ້ນັບແຕ່ ວັນທີ 01 ມີນາ 2023 ເປັນຕົ້ນໄປ;
  5. ແຈ້ງການສະບັບນີ້ໃຊ້ປ່ຽນແທນແຈ້ງການ ສະບັບເລກທີ 0392/ກງ, ລົງວັນທີ 07 ກຸມພາ 2023

ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ລັດຖະມົນຕີ

ສັນຕິພາບ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 Notification on the implementation of the AHTN 2022, No.0637/MOF, date 01 March 2023. PDF
2 ແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2022 (AHTN2022), ເລກທີ 0637/ກງ, ລົງວັນທີ 01 ມີນາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.