ໃນວັນທີ 28 ກຸມ​ພາ 2023 ທີ່ ຫ້ອງປະ​ຊຸມ​ຂອງ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ນະ​ຄອນຫຼວງວຽງ​ຈັນ. ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ມີການຈັດຝຶກອົບຮົມ ກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າ ພ້ອມທັງວຽກງານການນຳໃຊ້ຂໍ້ມູນສະຖິຕິການນຳເຂົ້າ ແລະ ສົ່ງອອກ ໃຫ້ແກ່ພະນັກງານພະແນກອຸດສາຫະກໍາ ແລະ ການຄ້າ (ພະແນກ ອຄ) ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການຈໍານວນໜຶ່ງ. ຊຶ່ງຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນໄປພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ, ຮອງຫົວໜ້າກົມ ຂອ ແລະ ທ່ານ ບຸນລໍ້າ ວົງສຸທິ, ຮອງຫົວຫນ້າພະ​ແນກ ອຄ ນະ​ຄອນຫຼວງວຽງ​ຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 28 ທ່ານ.

     ການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງ​ການ ພະ​ແນກ​ ອຄ ນະ​ຄອນຫຼວງວຽງ​ຈັນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ແລະ ໄດ້​ລົງ​ເລິກ 02 ຂອບສັນຍາ ເປັນຕົ້ນແມ່ນ ສັນຍາເຂດການຄ້າເສລີ ອາຊຽນ - ຮົງກົງ, ສປ ຈີນ (AHKFTA) ແລະ ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP). ຊຶ່ງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວ່າວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ ແລະ ສອດຄ່ອງກັບລະບຽບການຂອງບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ.

     ພະ​ແນກ​ ອຄ ນະ​ຄອນຫຼວງວຽງ​ຈັນ​ ກໍ່​ເປັນ​ໜຶ່ງ​ໃນ​ຫ້ອງ​ການ​ທີ່​ໄດ້​ຮັບ​ມອບ​ສິດ​ໃນ​ການເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ີໄດ້ຮັບສິດທິພິເສດ ໃນການອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຂອງຜູ້ປະກອບການທີ່ດຳເນີນທຸລະກິດຢູ່ພາຍໃນນະ​ຄອນຫຼວງວຽງ​ຈ​ັນ ໂດຍສອດຄ່ອງກັບນະໂຍບາຍຂອງວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໂດຍສະເພາະແມ່ນຄໍາສັ່ງເລກທີ 12/ນຍ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ - ການເງິນ.

     ນອກຈາກນີ້, ຍັງ​ເປັນການຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕາມບັນດານິຕິກຳຂອງ ສປປ ລາວ ບົນພື້ນຖານຄວາມເຂົ້າໃຈ ແລະ ການຮ່ວມມືຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໃນດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອດຶງດູດການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້​ນັບ​ມື້​ນັບຫຼາຍ​ຂຶ້ນ.

 

     ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ເຕີມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.