ສາທາລະນະລັດ ປະຊາທິປະໄຕ ປະຊາຊົົົນລາວ

ສັນຕິພາບ ເອກລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 354/ອຄ.ກຂອ

ນະຄອນຫຼວງວຽງຈັນ, ວັນທີ 16 ມີນາ 2023

 

ຂໍ້ຕົກລົງ

ວ່າດ້ວຍ ການປະກາດໃຊ້ ລະບຽບສະເພາະຂອງຜະລິດຕະພັນ ( Product Specific RuIes: PSRs), ບັນຊີລາຍການສິນຄ້າຕັດຫຍິບ (Textile Single List) ແລະ ບັນຊີລາຍການສິນຄ້າເຕັັັກໂນໂລຊີຂໍ້ມູນຂ່າວສານ

(Information Technology Agreement: ITA) ຈາກສາລະບານສິນຄ້າລະບົບເອກະພາບຂອງອາຊຽນ AHTN 2017 ມາເປັນລະບົບ AHTN 2022 ພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ATIGA)

 

          - ອີງຕາມ ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົົງວັັນທີ 15 ຕຸລາ 2021;

          - ອິງຕາມ ດຳລັັດ ວ່າດ້ວຍ ແຫຼ່ງກຳເນີດຄ້ານຳເຂົົົ້າ ແລະ ສົ່ງອອກ, ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010:

          - ອິງຕາມ ໝັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ່ 10612/ກຂອ.ຄຄ ລົງວັນທີ 07 ມີນາ 2023.

ລັັັັດຖະມົົົົົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1. ປະກາດໃຊ້ລະບຽບສະເພາະຜະລິດຕະພັັັັັັັັນ (Product Specific RuIes: PSRs), ບັັນຊີ   (Information Technology Agreement: ITA) ຈາກສາລະບານສິນຄ້າລະບົບເອກະພາບຂອງອາຊຽນ AHTN 2017 ມາເປັນລະບົບ AHTN 2022 ພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ATIGA).

ມາດຕາ 2. ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ແນະນຳ ແລະ ເຜີຍແຜ່ວິທີຈັດຕັັັັັັັັັ້ງປະຕິບັດລະອຽດ ໃຫ້ພາກສ່ວນກ່ຽວຂ້ອງຢ່າງທົ່ວເຖິງ ເພື່ອໃຫ້ຂໍ້ຕົກລົງສະບັບນີ້ໄດ້ຮັບການຈັດຕັ້ງຢ່າງໄດ້ຮັບຜົນດີ.

ມາດຕາ 3. ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 01 ເມສາ 2023 ເປັນຕົ້ນໄປ.

 

ເຊັນແທນ ລັດຖະມົນຕີ

ນ. ຈັນສຸກ ແສງພະຈັນ

# ຫົວຂໍ້ ດາວໂຫຼດ
1 Decision on the Product Specific Rules, Textile Single List and Information Technology Agreement under the ATIGA from AHTN 2017 transfer to AHTN 2022, No. 354/MOIC.DIMEX, date 16 March 2023. PDF
2 ຂໍ້ຕົກລົງ ວ່າດ້ວຍ ການປະກາດໃຊ້ ລະບຽບສະເພາະຂອງຜະລິດຕະພັນ, ບັນຊີລາຍການສິນຄ້າຕັດຫຍິບ ແລະ ບັນຊີລາຍການສິນຄ້າເຕັກໂນໂລຊີຂໍ້ມູນຂ່າວສານ ຈາກສາລະບານສິນຄ້າລະບົບເອກະພາບຂອງ AHTN 2017 ມາເປັນລະບົບ AHTN 2022 ພາຍໃຕ້ສັນຍາ (ATIGA), ເລກທີ 354/ອຄ.ກຂອ, ລົງວັນທີ 16 ມີນາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.