ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງສາທາລະນະສຸກ

ກົມອາຫານ ແລະ ຢາ

ເລກທີ 14297/ກອຢ

ເບີໂທ/ແຟັກ: 021 214013-14 / 021 213495

ນະຄອນຫຼວງວຽງຈັນ, ວັນທີ 19 ທັນວາ 2022

 

ໜັງສືແຈ້ງການ

          ເຖິງ: ທ່ານ ຜູ້ອຳນວຍການບໍລິສັດນຳເຂົ້າອາຫານ.

          ເລື່ອງ: ແຈ້ງການເປິດນຳໃຊ້ລະບົບແຈ້ງພາສີປະຕູດຽວ (Lao National SingIe Window–LNSW) ໃນການອອກອະນຸຍາດນຳເຂົ້າອາຫານແບບອີເລັກໂທຮນິກ.

          - ອິງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 33/ສພຊ, ລົງວັນທີ 23 ກໍລະກົດ 2013;

          - ອິງຕາມ ຂໍ້ຕົກລົງວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕຸດຽວ ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019;

          - ອິງຕາມ ການຄົ້ວຄ້ວາ ແລະ ເຫັນດີຂອງກົມອາຫານ ແລະ ຢາ.

            

          ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖຶເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເປັນການປະຕິບັດບັນດານະໂຍບາຍຂອງລັດຖະບານໃນການການປັບປຸງສະພາບແອດລ້ອມ, ການດຳເນີນທຸລະກິດໃຫ້ມີຄວາມສະດວກຍີ່ງຂື້ນ, ຊ່ວຍຫີຼກເວັ້ນການລ່າຊ້າທີ່ບໍ່ຈຳເປັນ ແລະ ສີ້ນເປືອງຊັບພະຍາກອນຕ່າງໆ ດ້ວຍການຫັນຈາກລະບົບເຈ້ຍ ມາເປັນລະບົບອີເລັກໂທຮນິກ  ເພື່ອອຳນວຍຄວາມສະດວກໃຫ້ການອະນຸຍາດນຳເຂົ້າອາຫານມີຄວາມວ່ອງໄວຂື້ນ ພ້ອມທັງອຳນວຍຄວາມສະດວກທາງ ດ້ານການຄ້າ: ກົມອາຫານ ແລະ ຢາ ຈະໄດ້ເລີ່ມຈັດຕັ້ງປະຕິບັດການອອກອະນຸຍາດນຳເຂົ້າອາຫານຜ່ານລະບົບແຈ້ງພາສີປະຕູດຽວ ຊື່ງຈະຈັດຕັ້ງປະຕິບັດໃນ 5 ແຂວງຄຶ: ນະຄອນຫຼວງວຽງຈັນ, ແຂວງ ຄຳມ່ວນ , ສະຫວັນນະເຂດ, ຈຳປາສັກ, ແລະ ຫຼວງນໍ້າທາ ເລີ່ມເປີດນຳໃຊ້ແຕ່ວັນທີ 09 ມັງກອນ 2023 ເປັນຕົ້ນໄປ ໂດຍຜ່ານເວບໄຊ www.Iaonsw.net; ສະນັ້ນຈື່ງແຈ້ງມາຍັງບັນດາບໍລິສັດນຳເຂົ້າອາຫານໃຫ້ຮີບຮ້ອນສະເໜີ ຫາ ກົມພາສີ ເພື່ອຂໍລະຫັດຜູ້ນຳໃຊ້ລະບົບດັ່ງກ່າວ ໂດຍປະກອບເອກະສານຕາມແບບຟອມເອກະສານຊ້ອນທ້າຍ 2 ຂອງບົດແນາະນຳວ່າດ້ວຍການນຳໃຊ້ລະບົບແຈ້ງພາສີປະຕູດຽວ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018.

          ໃນໄລຍະເລີ່ມຕົ້ນການນຳໃຊ້ລະບົບແຈ້ງພາສີ ບໍລິສັດສາມາດສິບຕໍ່ສະເໜີຂໍອອກໃບອະນຸຍາດນຳເຂົ້າແບບເກົ່າ (ລະບົບເຈັ້ຍ) ຈົນກວ່າຈະມິໜັງສືແຈ້ງໃຫ້ນຳໃຊ້ລະບົບໃໝ່ໂດຍສົມບູນ.

          ດັ່ງນັ້ນ, ຈື່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຂໍຄວາມຮ່ວມມືໃນການຈັດຕັ້ງປະຕິບັັດດ້ວຍ.

 

ຫົວໜ້າກົມ

ປອ.ດຮ.ບຸນຊູ ແກ້ວຫາວົງ

# ຫົວຂໍ້ ດາວໂຫຼດ
1 ໜັງສືແຈ້ງການ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວ (Lao National Single Window – LNSW) ໃນການອອກອະນຸຍາດນໍາເຂົ້າອາຫານແບບອີເລັກໂທຣນິກ. ເລກທີ 14297/ກອຢ, ລົງວັນທີ 19 ທັນວາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.