ໃນຕອນເຊົ້າຂອງ ວັນທີ 30 ມີນາ 2023, ກົມການນໍາເຂົ້າ ແລະ ສົ່ງອອກ ( ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົົ່ງ ຂັັ້ນສູນກາງ ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງຂໍ້້ຕົກລົງ ວ່າດ້ວຍການຈັດຕັັ້ງ ແລະ ການເຄືື່ອນໄຫວຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົົ່ງ. ໂດຍການເປັນປະທານ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ປະຊຸມທາງໄກ ໃນຂອບເຂດທົ່ວປະເທດ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແມ່ນວຽກງານໜຶ່ງໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງກະຊວງ ອຄ ໄດ້ພະຍາຍາມປັບປຸງ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກ ເພືື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ຢູ່ພາຍໃນປະເທດໃຫ້ດີຂຶ້ນ, ຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ ກໍ່ຄືການສົົ່ງເສີມການດຶງດູດການລົງທຶນຈາກຕ່າງປະເທດທີີ່ມີຄຸນນະພາບ ແລະ ທັງເປັນການຈັດຕັັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ມີຕໍ່ພາກພື້ນ ແລະ ສາກົນ.

ໃນປີ 2022 ລັດຖະບານໄດ້ມີທິດຊີ້ນໍາໃຫ້ໂຮມຄະນະກໍາມະການຂົນສົົ່ງແຫ່ງຊາດ ເຂົ້າກັບ ຄະນະກໍາມະການຊີ້ນໍາ ລວມອໍານວຍຄວາມສະດວກທາງດ້ານການຄ້າ ຕາມແຈ້ງການ 1018/ຫສນຍ, ລົງວັນທີ 15 ກໍລະກົດ 2022. ຫຼັງຈາກນັັ້ນ, ກະຊວງ ອຄ ກໍ່ໄດ້ສົມທົບກັບກະຊວງໂຍທາທິການ ແລະ ຂົນສົົ່ງ ໃນການຄົ້ນຄວ້າ ແລະ ຈັດກອງປະຊຸມຜ່ານຮ່າງດໍາລັດ ວ່າດ້ວຍການຈັດຕັັ້ງ ແລະ ການເຄືື່ອນໄຫວຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົົ່ງ ຂຶ້ນຈໍານວນຫຼາຍຄັັ້ງ ແລະ ລ່າສຸດ ໃນວັນທີ 14 ມີນາ 2023 ຜ່ານມາ ທ່ານນາຍົກລັດຖະມົນຕີ ໄດ້ເຊັນຮັບຮອງເອົາ ດໍາລັດ ວ່າດ້ວຍການຈັດຕັັ້ງ ແລະ ການເຄືື່ອນໄຫວຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົົ່ງ ເລກທີ 145/ນຍ.

ສະນັ້ນ, ເພື່ອຜັນຂະຫຍາຍ ດຳລັດ ເລກທີ 145/ນຍ ກະຊວງ ອຄ ຈຶ່ງໄດ້ມີການຄົ້ນຄວ້າສ້າງ ຮ່າງຂໍ້້ຕົກລົງ ວ່າດ້ວຍການຈັດຕັັ້ງ ແລະ ການເຄືື່ອນໄຫວຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົົ່ງ ສະບັບດັ່ງກ່າວຂຶ້ນ ຊຶ່ງໄດ້ກໍານົດ ພາລະບົດບາດ, ສິດ, ໜ້າທີ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກ ຂອງຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ຂັ້ນແຂວງ ຢ່າງຈະແຈ້ງ ເພື່ອກຽມພ້ອມໃນການຮັບມືກັບບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນໄດ້ທຸກເມື່ອ ພ້ອມທັງຊອກຫາວິທີທາງແກ້ໄຂບັນຫາໃຫ້ທັນສະພາບການ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດທີ່ຟົດຟື້ນ ມີການປະກອບຄໍາຄິດຄໍາເຫັນແລກປ່ຽນກັນ ລະຫວ່າງຂະແໜງການກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ຂັ້ນແຂວງ. ໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບຕໍ່ກັບຮ່າງຂໍ້ຕົກລົງດັ່ງກ່າວ ແລະ ກອງເລຂາຈະປັບປຸງເນື້ອໃນບາງສ່ວນຕາມການສະເໜີຂອງຜູ້ເຂົ້າຮ່ວມ. ສຳລັບຂັ້ນຕອນຕໍ່ໄປແມ່ນກອງເລຂາ ຈະນຳສະເໜີຕໍ່ ທ່ານຮອງນາຍົກລັດຖະມົນຕີິ, ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອພິຈາລະນາຮັບຮອງ ແລະ ປະກາດຈັດຕັ້ງປະຕິບັດຢ່າງເປັນທາງການ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.