ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງສາທາລະນະສຸກ

ເລກທີ 169/ສທ

ນະຄອນຫລວງວຽງຈັນ,ວັນທີ 25 ມັງກອນ 2022

 

ຂໍ້ຕົກລົງ

ວ່າດ້ວຍການຂຶ້ນທະບຽນຢາພື້ນເມືອງ

 

  • ອີງຕາມ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ກ່ຽວກັບການຮັບຮອງເອົານະໂຍບາຍແຫ່ງຊາດດ້ານຢາ ຂອງ ສປປ ລາວ, ສະບັບ ເລກທີ 49/ນຍ, ລົງວັນທີ 13 ມີນາ 1993;
  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກສະບັບເລກທີ 570/ນຍ,ລົງວັນທີ 16 ກັນຍາ 2021;
  • ອີງຕາມ ໜັງສືສະເໜີຂອງ ກົມອາຫານ ແລະ ຢາ, ສະບັບເລກທີ 520/ກອຢ, ລົງວັນທີ 17 ມັງກອນ 2022,

 

ລັດຖະມົນຕີ ຕົກລົງ:

 

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ ແລະ ລະດັບຄາດໝາຍ

ຂໍ້ຕົກລົງສະບັບນີ້ ກຳນົດບັນດາຫຼັກການ, ລະບຽບການ, ມາດຕະການ ໃນການຄຸ້ມຄອງ ເພື່ອໃຫ້ການຜະລິດ, ປຸງ ແຕ່ງ, ນຳເຂົ້າ-ສົ່ງອອກ, ຈໍລະຈອນຈຳໜ່າຍຢາພື້ນເມືອງ ໃນທ້ອງຕະຫຼາດ ແລະ ໃນຕາໜ່າງສາທາລະນະສຸກ ເພື່ອ ຮັບປະກັນ ຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ໂດຍໃຫ້ສອດຄ່ອງຕາມມາດຕະຖານ, ລະບຽບການ ຂອງພາກພື້ນ ແລະ ສາກົນ.

ມາດຕາ 2 ອະທິບາຍຄຳສັບ

  1. ຢາພື້ນເມືອງ: ໝາຍເຖິງ ຜະລິດຕະພັນຢາ ທີ່ໄດ້ມາຈາກ ພືດ, ຕົ້ນໄມ້, ສັດ, ແຮ່ທາດ ຫຼື/ແລະ ພາກສວ່ນໃດໜຶ່ງຂອງພືດ, ຕົ້ນໄມ້ ແລະ ສັດ ທີ່ເປັນຢາ ເຊິ່ງໄດ້ນຳມາຜະລິດ, ປຸງແຕ່ງເປັນຢາພື້ນເມືອງສໍາເລັດຮູບໃນຮູບແບບດ່ຽວ ແລະ ຮູບແບບປະສົມ ທີ່ມີສວນປະກອບ, ຄວາມແຮງ, ປະລິມານ ຕາມຂະໜາດບັນຈຸ, ຫຸ້ມຫໍ່ ແລະ ຕິດສະຫຼາກ ເຊິ່ງລວມມີ ຢາພື້ນເມືອງແບບດັ້ງເດີມ ແລະ ຢາພື້ນເມືອງແບບໃໝ່. ໃນນັ້ນ ລັກສະນະ ຂອງການອອກລິດ ແມ່ນໄດ້ຮັບ ການພິສູດແລ້ວ ຫຼື ຍັງບໍ່ທັນໄດ້ຮັບການທ່ີສຸດທາງດ້ານວິທະຍາສາດໃນປະຈຸບັນ ແຕ່ຕ້ອງຖືກຮັບຮອງ ຈາກ ກະຊວງສາທາລະນະສຸກ.
  2. ຕຳລາຢາພື້ນເມືອງ: ໝາຍເຖິງ ສູດຕຳລາທີ່ໄດ້ລະບຸສ່ວນປະກອບ ແລະ ປະລິມານ ຂອງ ພືດ, ສັດ ທີ່ເປັນຢາ ເຊີ່ງປະກອບດ້ວຍຕໍາລາຢາພື້ນເມືອງໃນຮູບແບບດ່ຽວ ແລະ ຕຳລາຢາພື້ນເມືອງໃນຮູບແບບປະສົມ ທີ່ມີສ່ວນປະສົມໃນຮູບແບບປະສົມສະເພາະ, ປະສົມກັບສານອື່ນໆ ແລະ ປະສົມກັບຢາຫຼວງ ຮ່ວມກັນເປັນສູດຕຳລາຢາພື້ນເມືອງເຊິ່ງມີການກຳນົດ ໃນອັດຕາສວ່ນການຊົມໃຊ້ຕໍ່ວັນ ແລະ ໄລຍະເວລາຂອງການນໍາໃຊ້.
  3. ຕຳລາຢາພື້ນເມືອງໃນຮູບແບບດ່ຽວ: ໝາຍເຖິງ ຢາພື້ນເມືອງ ທີ່ມີ ພຶດ, ຕົ້ນໄມ້ ຫຼື ສັດ ທີ່ເປັນຢາຊະນິດດຽວ.
  4. ຕຳລາຢາພື້ນເມືອງໃນຮູບແບບປະສົມສະເພາະ: ໝາຍເຖິງຢາພື້ນເມືອງ ທີ່ມີສຸດຕໍາລາ ຈາກພືດ, ຕົ້ນໄມ້, ສັດ ຫຼື/ແລະ ພາກສວ່ນໃດໜຶ່ງຂອງພືດ ຕົ້ນໄມ້, ສັດ ທີ່ເປັນຢາ ໃນຮູບແບບທີ່ມີສວ່ນປະສົມ ຫຼາຍກວ່າໜຶ່ງຕົວຢາ ຂື້ນໄປ ແຕ່ບໍ່ມີການປະສົມກັບ ວິຕາມິນ ແລະ ແຮ່ທາດ.
  5. ຕຳລາຢາພື້ນເມືອງໃນຮູບແບບປະສົມກັບສານອື່ນໆ: ໝາຍເຖິງປາພື້ນເມືອງ ທີ່ມີສຸດຕໍາລາປະສົມ ຈາກ ພືດ, ຕົ້ນ ໄມ້, ສັດ ຫຼື/ແລະ ພາກສວ່ນໃດໜຶ່ງຂອງພືດ ຕົ້ນໄມ້, ສັດ ທີ່ເປັນຢາ ປະສົມກັບ ວິຕາມີນ, ແຮ່ທາດ.
  6. ຕຳລາຢາພື້ນເມືອງໃນຮູບແບບປະສົມກັບຢາຫຼວງ: ໝາຍເຖິງຢາພື້ນເມືອງ ທີ່ມີສຸດດາລາປະສົມ ຈາກ ພືດ, ຕົ້ນໄມ້, ສັດ ຫຼື/ແລະ ພາກສວ່ນໃດໜຶ່ງຂອງພືດ ຕົ້ນໄມ້, ສັດ ທີ່ເປັນຢາ ປະສົມກັບ ຢາຫຼວງ ຕາມທີ່ໄດ້ກໍານົດໃນປະທານຸກົມ ຫຼື ເອກະສານຢັ້ງຢືນຈາກ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ.
  7. ສວ່ນປະກອບເພື່ອອກລິດ: ໝາຍເຖີງສານທີ່ອອກລິດຕາມຈຸດປະສົງຂອງຢາພື້ນເມືອງ.
  8. ຮູບແບບຂອງຢາ: ໝາຍເຖິງຮູບແບບຂອງຜະລິດຕະພັນຢາພື້ນເມືອງ ເຊັ່ນ: ເມັດ, ເມັດອົມ, ລູກກອນ, ແຄບຊູນ, ນໍ້າ, ຝຸ່ນ, ຄຼີມ, ຂີ້ເຜີ້ງ, ສູດດົມ ແລະ ອື່ນໆ ເຊິ່ງ ບັນຈຸ ສ່ວນປະສົມທີ່ອອກລິດນໍາໃຊ້ໂດຍທົ່ວໄປ.
  9. ປະເພດຂອງຢາພື້ນເມືອງ: ໄດ້ຈັດເປັນ 02 ປະເພດ ຄື: ຢາພື້ນເມືອງແບບດັ້ງເດີມ ແລະ ຢາພື້ນເມືອງທີ່ໄດ້ຮັບການພັດທະນາ (ຢາພື້ນເມືອງໃໝ່).
  1. ຢາພື້ນເມືອງແບບດັ້ງເດີມ: ໝາຍເຖິງ ຢາພື້ນເມືອງໃດໜຶ່ງ ທີ່ໄດ້ມາຈາກ ພືດ, ສັດ, ແຮ່ທາດ ທີ່ມາຈາກຕຳລາ ສືບທອດ ແລະ/ຫຼື ມີການນຳໃຊ້ມາແຕ່ດັ້ງເດີມ ໂດຍອີງໃສ່ຄວາມຮູ້ພື້ນຖານຈາກການສືບທອດ ຫຼື ໄດ້ລະບຸໃນປະທານຸກົມຢາພື້ນເມືອງ ໃດໜຶ່ງ.
  2. ຢາພື້ນເມືອງທີ່ໄດ້ຮັບການພັດທະນາ (ຢາພື້ນເມືອງໃໝ່): ໝາຍເຖິງ ຢາພື້ນເມືອງໃດໜຶ່ງ ທີ່ໄດ້ຮັບການພັດທະນາ ຄຸນລັກສະນະການນຳໃຊ້ ແລະ ການພັດທະນາຢາ ທີ່ມີການປ່ຽນແປງທາງດ້ານສູດຕຳລາ, ແບບວິທີນຳໃຊ້, ຮູບແບບ ທີ່ມີການປ່ຽນແປງຄຸນລັກສະນະທາງດ້ານວັດຖຸ ຫຼື ເຄມີ ຈາກຮູບແບບຕາມມາດຕະຖານເດີມ ເຊິ່ງບາງຄຸນລັກສະນະຍັງບໍ່ທັນໄດ້ມີການກໍານົດອອກຢ່າງຄົບຖ້ວນ ແຕ່ການພັດທະນາຄຸນລັກສະນະເຫຼົ່ານີ້ ແມ່ນຕ້ອງອີງໃສ່ ການພິສູດທາງດ້ານວິທະຍາສາດ.
  1.  ຢາພື້ນເມືອງປອມ: ໝາຍເຖິງ ຢາພື້ນເມືອງໃດໜຶ່ງທີ່ມີເຈດຕະນາ ປອມແປງ ຮຽນແບບ ຜະລິດຕະພັນ ຢາພື້ນເມືອງທີ່ໄດ້ຂຶ້ນທະບຽບຢ່າງຕືກຕ້ອງແລ້ວ, ລວມເຖິງ ສູດຕຳລາ, ຮູບແບບລັກສະນະການບັນຈຸ, ເຄື່ອງໝາຍ ແລະ ເນື້ອໃນຂອງສະຫຼາກ.
  2.  ຢາຕົກມາດຕະຖານ: ໝາຍເຖິງ ຢາພື້ນເມືອງ ທີ່ບໍ່ໄດ້ມາດຕະຖານຕາມທີ່ໄດ້ຂຶ້ນທະບຽນໄວ້ ເນື່ອງມາຈາກເງື່ອນໄຂມາດຖານໃນການ ປູກ, ການເກັບກູ້, ການຜະລິດ, ປຸງແຕ່ງ, ການເກັບຮັກສາບໍ່ໄດ້ຕາມເງື່ອນໄຂທີ່ກຳນົດໄວ້ເຮັດໃຫ້ຜະລິດຕະພັນມີການປ່ຽນແປງ.
  3.  ຊັບພະຍາກອນທີ່ເປັນຢາ: ໝາຍເຖິງ ຊັບພະຍາກອນທີ່ໄດ້ມາຈາກທຳມະຊາດລວມທັງ ການປູກ ການລ້ຽງ ແລະ ຂຸດຄົ້ນ ເຊັ່ນ: ພືດ, ຕົ້ນໄມ້, ສັດ ແລະ ແຮ່ທາດ ທີ່ນຳໃຊ້ເປັນວັດຖຸດິບ ເພື່ອນຳມາຜະລິດ, ປຸງແຕ່ງ ເປັນຢາພື້ນເມືອງ.
  4.  ວັດຖຸດິບທີ່ເປັນຢາ: ໝາຍເຖິງ ວັດຖຸດິບທີ່ໄດ້ມາຈາກຊັບພະຍາກອນທີ່ເປັນຢາ ຈາກທໍາມະຊາດ ແລະ ລວມທັງການປູກ, ການລ້ຽງ, ການຂຸດຄົ້ນ ແລະ ເກັບກູ້ ທີ່ໄດ້ຜ່ານຂະບວນການເບື້ອງຕົ້ນເຊັ່ນ: ຕັດ, ຊອຍ, ອົບແຫ້ງ, ຖອດຮີດ, ແຍກທາດ ແລະ ອື່ນໆ ເພື່ອນມາຜະລິດ, ປຸງແຕ່ງ ເປັນຢາພື້ນເມືອງ.
  5.  ພາຊະນະບັນຈຸ ຫຸ້ມຫໍ່: ໝາຍເຖິງວັດຖຸທີ່ໃຊ້ບັນຈຸ ແລະ ປົກປ້ອງຜະລິດຕະພັນຢາພື້ນເມືອງ ເຊີ່ງລວມມີ ສ່ວນປະກອບຂອງການຫຸ້ມຫໍ່ ທີໜຶ່ງ ແລະ/ຫຼື ຫຸ້ມຫໍ່ທີສອງ. ສ່ວນປະກອບຂອງການບັນຈຸຈະຕ້ອງເປັນແຜງ, ຂວດ, ຖົງ, ຫຼອດ ຫຼື ວັດຖຸ ອື່ນໆ.
  6.  ສະຫຼາກຢາ: ໝາຍເຖິງຂໍ້ມູນທັງໝົດກ່ຽວກັບຜະລິດຕະພົນຢາພື້ນເມືອງທີ່ລະບຸໃນພາຊະນະການບັນທຸກຂະໝາດ.
  7.  ປະເພດການກ່າວອ້າງຂອງຢາພື້ນເມືອງ: ໝາຍເຖິງການກໍານົດປະເພດທີ່ມີງໃສ່ຫຼັກຖານ ການກ່າວອ້າງຕາມຈຸດປະ ສົງ ຂອງການນໍາໃຊ້, ເຊິ່ງຈັດເປັນ 03 ປະເພດຄື:
  1. ປະເພດຕໍ່າ: ແມ່ນຫຼັກຖານການກ່າວອ້າງໃຊ້ຮັກສາສຸຂະພາບທົ່ວໄປ ແບບພື້ນເມືອງ, ດັ່ງເດີມ, ສືບທອດ.
  2. ປະເພດກາງ: ແມ່ນຫຼັກຖານການກ່າວອ້າງໃຊ້ປິ່ນປົວແບບພື້ນເມືອງ, ດັ່ງເດີມ, ສືບທອດ ໃນການບັນເທົາ ອາການ ຫຼື ປິ່ນປົວພະຍາດ ຫຼື ຕາມເງື່ອນໄຂທາງການແພດ ໂດຍອີງຕາມຫຼັກການຂອງຢາພື້ນເມືອງ (ຍົກເວັ້ນ ພະຍາດຕ່າງໆ ທີ່ຫ້າມໃຊ້).
  3. ປະເພດສູງ: ແມ່ນຫຼັກຖານການກ່າວອ້າງໃຊ້ເພື່ອປິ່ນປົວ ທີ່ໄດ້ກຳນົດ ຢ່າງມີວິທະຍາສາດ ເພື່ອບັນເທົາອາການ ຫຼື ປິ່ນປົວພະຍາດ, ຄວາມຜິດປົກກະຕິ ຫຼື ຕາມເງື່ອນໄຂທາງດ້ານການແພດ ທີ່ໄດ້ພິສູດໂດຍຫຼັກຖານທາງວິທະຍາສາດທີ່ຢັ້ງຢືນຢາພື້ນເມືອງເຂົ້າໃນຫຼັກການການນໍາໃຊ້ທີ່ໄດ້ ມີການພິສູຕທາງດ້ານ ວິທະຍາສາດ.
  1.  ເຈົ້າຂອງທະບຽນຜະລິດຕະພັນ: ແຕ່ເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ ຜະລິດ, ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ,ຈໍາໜ່າຍ ທີ່ໄດ້ຮັບອະນຸຍາດ ຈາກ ກະຊວງສາທາລະນະສຸກ.
  2.  ບໍລິສັດການຢາ ຂາອອກ-ຂາເຂົ້າ: ໝາຍເຖິງ ຫົວໜ່ວຍທຸລະກິດ ທີ່ ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢາພື້ນເມືອງເຊິ່ງໄດ້ ຮັບອະນຸຍາດ ຈາກ ກະຊວງສາທາລະນະສຸກ.
  3.  ໂຮງງານຜະລິດຢາ: ໝາຍເຖິງ ສະຖານທີ່ຜະລິດຢາພື້ນເມືອງ ທີ່ມີ ເງື່ອນໄຂ ຕາມຂັ້ນຕອນການຜະລິດຢ່າງໜ້ອຍ  ໜຶ່ງຂັ້ນຕອນຂອງການຜະລິດ ຈົນເຖິງຜະລິດຕະພັນສຳເລັດຮູບ ທີ່ສອດຕ່ອງຕາມມາດຕະຖານການຜະລິດທີ່ດີ ລວມທັງ ມາດຕະຖານອື່ນໆທີ່ກ່ຽວຂ້ອງ ທີ່ ກະຊວງສາທາລະນະສຸກ ວາງອອກ.  
  4.  ຫ້ອງປຸງແຕ່ງ: ໝາຍເຖິງ ສະຖານທີ່ ພື້ນຖານການປຸງແຕ່ງຢາພື້ນເມືອງ ທີ່ມີ ເງື່ອນໄຂ ຕາມຂັ້ນຕອນຢ່າງໜ້ອຍໜຶ່ງຂັ້ນຕອນ ຂອງການປຸງແຕ່ງ ຈົນເຖິງຜະລິດຕະພັນສໍາເລັດຮູບ ທີ່ສອດຄ່ອງຕາມມາດຕະຖານການປະຕິບັດທີ່ດີລວມທັງ ມາດຕະຖານອື່ນໆທີ່ກ່ຽວຂ້ອງ ທີ່ ກະຊວງສາທາລະນະສຸກ ວາງອອກ,
  5.  ຕົວແທນຈໍາໜ່າຍ: ໝາຍເຖິງ ບໍລິສັດທີ່ມີສິດໃນການດຳເນີນການຈໍລະຈອນຈຳໜ່າຍຢາ ເຊິ່ງໄດ້ຮັບການມອບ   ໝາຍ ຈາກ ໂຮງງານຜູ້ຜະລິດ, ປຸງແຕ່ງ ແລະ ບໍລິສັດທີ່ນຳເຂົ້າຫຼັງຈາກຂື້ນທະບຽນ ໂດຍມອບໝາຍຢ່າງເປັນລາຍ ລັກອັກສອນໃນການຮັບເພື່ອນຳໄປຈຳໜ່າຍ ດ້ວຍຄວາມຮັບຜິດຊອບ ດ້ານຄຸນນະພາບ ແລະ ຄວາມປອດໄພຂອງ ຜະລິດຕະພັນເທົ່າທຽມກັບໂຮງງານ, ບໍລິສັດ ທີ່ມອບໝາຍໃຫ້ເປັນຕົວແທນ.

ມາດຕາ 3 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທີ່ຄຸ້ມຄອງ ຫຼື ຜູ້ທີ່ດຳເນີນທຸລະກິດການຜະລິດ ປຸງແຕ່ງ, ນ້ຳເຂົ້າ-ສົ່ງອອກ, ເກັບຮັກສາ ແລະ ຈໍລະຈອນຈຳໜ່າຍ ຢາພື້ນເມືອງ ຢູ່ໃນ ສປປ ລາວ.

 

ໝວດທີ II

ຫຼັກການຂອງການຂຶ້ນທະບຽນ

ມາດຕາ 4 ຫຼັກການຂອງການຂຶ້ນທະບຽນຢາພື້ນເມືອງ

ຫຼັກການລວມຂອງການຂຶ້ນທະບຽນຢາພື້ນເມືອງ ແມ່ນໃຫ້ສອດຄ່ອງຕາມນະໂຍບາຍແຫ່ງຊາດດ້ານຢາ, ສອດ ຄ່ອງ ຕາມທິດທາງຂອງວຽກງານການບໍລິການສາທາລະນະສຸກ, ສົ່ງເສີມການໃຊ້ຢາພື້ນເມືອງ ສົມທົບກັບຢາຫຼວງ, ສອດຄ່ອງຕາມກົດໝາຍ ວ່າດວ້ຍຢາ ແລະ ຜະລິດຕະພັນການແພດ, ດຳລັດວ່າດ້ວຍຊັບພະຍາກອນທີ່ເປັນຢາ, ບັນຊີ ພືດ, ຕົ້ນໄມ້, ສັດທີ່ເປັນຢາ, ບັນຊີຈັດລະດັບຄວາມສ່ຽງ ທີ່ ກຳນົດໂດຍ ກະຊວງສາທາລະນະສຸກ ແລະ ບັນຊີພືດ ຕ້ອງຫ້າມ ທີ່ທາງການໄດ້ກຳນົດອອກ.

ມາດຕາ 5 ການຂຶ້ນທະບຽນຢາພື້ນເມືອງ

  1. ການຂຶ້ນທະບຽຕ້ອງແຈ້ງຊື່ ແລະ ສູດຕຳລາ ຈາກຜູ້ຜະລິດ, ປຸງແຕ່ງ ແລະ ຜູ້ນໍາເຂົ້າ ຢ່າງເປັນລາຍ ລັກອັກສອນ ເຊິ່ງໝາຍເຖິງ ການສະແດງລາຍການຂອງວັດຖຸດິບ ທີ່ໃຊ້ເປັນສ່ວນປະກອບຂອງຢາ, ພ້ອມທັງລະບຸ ຮູບແບບ, ນ້ຳໜັກ, ຫົວໜ່ວຍມັດຫໍ່ ແລະ ປະລິມານຂອງການບັນຈຸ ຂອງແຕ່ລະລາຍການຢ່າງຈະແຈ້ງ;
  2. ການຂຶ້ນທະບຽນ ຕ້ອງອຳນວຍຄວາມສະດວກໃນການຄຸ້ມຄອງ ແລະ ກວດກາ ເຊິ່ງສາມາດຄວບຄຸມໄດ້ໃນຂັ້ນຕອນຂອງການຜະລິດ, ປຸງແຕ່ງ, ການແບ່ງບັນຈຸ ພາຍໃນປະເທດ ຫຼື ນຳເຂົ້າຈາກຕ່າງປະເທດ ແລະ ການຈໍລະຈອນແຈກຢາຍໃຫ້ມີຄວາມປອດໄພ, ມີປະສິດທິພາບ ແລະ ຄຸນນະພາບ ມາດຕະຖານໃນການປິ່ນປົວພະຍາດ;
  3. ຢາພື້ນເມືອງ ທີ່ຈະຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງໄດ້ຮັບການຂຶ້ນທະບຽນ ຢູ່ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ.

ມາດຕາ 6 ການຍົກເວັ້ນ ຂຶ້ນທະບຽນຢາພື້ນເມືອງ

ຢາພື້ນເມືອງ ທີ່ຍົກເວັ້ນ ຂຶ້ນທະບຽນ ແມ່ນ ມີຈຸດປະສົງ ດັ່ງລຸ່ມນີ້:

  • ຢາພື້ນເມືອງ ທີ່ຜະລິດ, ນຳເຂົ້າ ເພື່ອການສຶກສາວິໄຈ, ວິເຄາະ, ຄົ້ນຄວ້າ;
  • ຢາພື້ນເມືອງ ທີ່ຜະລິດ, ນຳເຂົ້າ ເພື່ອວາງສະແດງ ຫຼື ການບໍລິຈາກ ຫຼື ເປັນຕົວຢ່າງເພື່ອຂໍຂຶ້ນທະບຽນ;
  • ວັດຖຸດິບທີ່ໃຊ້ເປັນສ່ວນປະສົມ ເພື່ອປະກອບເຂົ້າໃນການຜະລິດຢາພື້ນເມືອງ;
  • ຢາພື້ນເມືອງ ທີ່ຜະລິດ, ປຸງແຕ່ງ ແລະ ນຳເຂົ້າ ເພື່ອນຳໃຊ້ເຂົ້າໃນການປິ່ນປົວສະເພາະ ບຸກຄົນ ແລະ ທາງການທູດຕາມການແນະນຳຂອງແພດ;
  • ຢາພື້ນເມືອງ ທີ່ຜະລິດ ຫຼື ນຳເຂົ້າ ເພື່ອນຳໃຊ້ສຸກເສີນໃນກໍລະນີມີການລະບາດຂອງພະຍາດແຕ່ຕ້ອງໄດ້ຮັບຮູ້ ຈາກອົງການຄຸ້ມຄອງຢາ ຂອງປະເທດຜູ້ຜະລິດ ຫຼື ສົ່ງອອກ ແລະ ຕ້ອງໄດ້ຜ່ານການຮັບອະນຸຍາດ ຈາກ ກົມ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ມາດຕາ 7 ຜູ້ມີສິດຂໍຂຶ້ນທະບຽນ

ຜູ້ມີສິດຂໍຂຶ້ນທະບຽນ ແມ່ນ ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ກ່ຽວກັບ ການຜະລິດ, ປຸງແຕ່ງ ແລະ ບໍລິສັດ ການຢາ ຂາອອກ-ຂາເຂົ້າ ທີ່ໄດ້ຮັບອະນຸຍາດ ຈາກກະຊວງສາທາລະນະສຸກ ໃນການດຳເນີນທຸລະກິດ ດ້ານຢາພື້ນ ເມືອງ. ການຍື່ນເອກະສານຂຶ້ນທະບຽນ ສາມາດຍື່ນເອກະສານຄຳຮ້ອງໂດຍກົງ ຢູ່ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ ຫຼື ຍື່ນຜ່ານລະບົບອີເລັກໂທນິກ.

ໝວດທີ III

ຂັ້ນຕອນການປະກອບເອກະສານ ແລະ ຫຼັກການພິຈາລະນາການຂຶ້ນທະບຽນ

ມາດຕາ 8 ຂັ້ນຕອນການປະກອບເອກະສານ

ບຸກຄົນ, ນິຕິບຸກຄົນໃດໜຶ່ງ ທີ່ມີຈຸດປະສົງການຂຶ້ນທະບຽນ ຢາພື້ນເມືອງ ຕ້ອງຢື່ນຄຳຮ້ອງຂໍຂຶ້ນທະບຽນ, ເຊິ່ງມີ 03 ຂັ້ນຕອນ ຄື:

ຂັ້ນຕອນ 1 ຢາພື້ນເມືອງ ຜະລິດ, ປຸງແຕ່ງພາຍໃນ ແມ່ນການຍື່ນຄໍາຮ້ອງຂໍຜະລິດຢາຕົວຢ່າງ ຈາກ ໂຮງງານຜູ້ຜະລິດ, ຫ້ອງປຸງແຕ່ງຢາພື້ນເມືອງ ຕ້ອງໄດ້ຍື່ນຄຳຮ້ອງຂໍຜະລິດ ຢາຕົວຢ່າງ ຕາມແບບ ຟອມ1 (ຜຢພມ1)ແລະ ປະກອບມີເອກະສານຄັດຕິດດັ່ງລຸ່ມນີ້:

1. ໃບສະເໜີຈາກເຈົ້າຂອງຜະລິດຕະພັນ                                            ຈຳນວນ 02 ສະບັບ

2. ແບບຟອມ(ຜຢພມ1) (ຂໍ້ມູນລາຍລະອຽດມີໃນແບບຟອມ)                  ຈໍານວນ 01 ສະບັບ

3. ກັບ, ກ໋ອງ, ສະຫຼາກ ທຸກຂະໜາດບັນຈຸ                                        ຈຳນວນ 02 ຊຸດ

ໝາຍເຫດ: ລາຍການຂອງເອກະສານທີ່ຮຽກຮ້ອງອາດມີການປ່ຽນແປງເປັນແຕ່ລະໄລຍະ.     

ຢາພື້ນເມືອງນໍາເຂົ້າ ແມ່ນການຍື່ນຄໍາຮ້ອງຂໍພິຈາລະນາການຂຶ້ນທະບຽນ ຕາມແບບ ຟອມ 1 ຫຼື (F1) ແລະ ປະກອບມີເອກະສານຄັດຕິດດັ່ງລຸ່ມນີ້:

 

1. ໃບສະເໜີຈາກເຈົ້າຂອງຜະລິດຕະພັນ                                             ຈຳນວນ 02 ສະບັບ

2. ແບບຟອມ (F1) (ຂໍ້ມູນລາຍລະອຽດມີໃນແບບຟອມ)                         ຈຳນວນ 01 ສະບັບ

3. ກັບ, ກ໋ອງ, ສະຫຼາກ ທຸກຂະໜາດບັນຈຸ                                         ຈຳນວນ 02 ຊຸດ

4. ເອກະສານກໍາກັບຢາ (ພາສາລາວ/ອັງກິດ)                                        ຈຳນວນ 02 ຊຸດ

ໝາຍເຫດ: ລາຍການຂອງເອກະສານທີ່ຮຽກຮ້ອງອາດມີການປ່ຽນແປງເປັນແຕ່ລະໄລຍະ.

ຂັ້ນຕອນ 2 ພາຍຫຼັງໄດ້ຮັບອະນຸຍາດຟອມ 1 ແລ້ວ ຕ້ອງໄດ້ຍື່ນ ຄໍາຮ້ອງຂໍຂຶ້ນທະບຽນ ຕາມເອກະສານຟອມ 2(ພນຢພມ2) ສຳລັບຢາພື້ນ ເມືອງພາຍໃນ ແລະ (F2) ສຳລັບຢາພື້ນເມືອງນໍາເຂົ້າ ແລະ ປະກອບມີເອກະສານຄັດຕິດດັ່ງລຸ່ມນີ້:

1. ໃບສະເໜີຈາກເຈົ້າຂອງຜະລິດຕະພັນ                                              ຈຳນວນ 02 ສະບັບ

2. ແຈ້ງການອະນຸຍາດຍື່ນຟອມ 2 ຈາກກົມອາຫານ ແລະ ຢາ                       ຈຳນວນ 01 ສະບັບ

3. ແບບຟອມ (ພນຢພມ2) ຫຼື (F2) (ຂໍ້ມູນລາຍລະອາດມີໃນແບບຟອມ)         ຈຳນວນ 01 ສະບັບ

4. ຕົວແບບຢາ ເພື່ອກວດກາ ແລະ ຕິດຕາມ ຄຸນນະພາບ ຂອງທຸກຂະໜາດບັນຈຸ (ຊຸດຜະລິດໃຫ້ກົງກັບໃບວິໄຈ)

ໝາຍເຫດ: ລາຍການຂອງເອກະສານທີ່ຮຽກຮ້ອງອາດມີການປ່ຽນແປງເປັນແຕ່ລະໄລຍະ.

ຂັ້ນຕອນ 3 ຍື່ນຄຳຮ້ອງ ຂໍຕໍ່ທະບຽນ ສຳລັບຢາພື້ນເມືອງພາຍໃນ ຕາມ ແບບຟອມ 3 (ພນຢພມ3) ແລະ (F3) ສໍາລັບຢາພື້ນເມືອງນຳເຂົ້າ ແລະ ປະກອບມີເອກະສານຄັດຕິດ ດັ່ງລຸ່ມນີ້:

1. ໃບສະເໜີຈາກເຈົ້າຂອງຜະລິດຕະພັນ                                              ຈຳນວນ 02ສະບັບ

2. ແບບຟອມ (ພນຢພມ3) ຫຼື (F3) (ລາຍລະອຽດຕາມແບບຟອມ)               ຈຳນວນ 01ສະບັບ

3. ຕົວແບບຢາ ເພື່ອກວດກາ ແລະ ຕິດຕາມ ຄຸນນະພາບ ຂອງທຸກຂະໜາດບັນຈຸ (ຊຸດຜະລິດ ໃຫ້ກົງກັບໃບວິໄຈ)

ໝາຍເຫດ: ລາຍການຂອງເອກະສານທີ່ຮຽກຮ້ອງອາດມີການປ່ຽນແປງເປັນແຕ່ລະໄລຍະ.

ມາດຕາ 9 ຫຼັກການພິຈາລະນາການຂຶ້ນທະບຽນ:

  1. ຄໍາຮ້ອງຂໍຂຶ້ນທະບຽນຢາພື້ນເມືອງ ຈະໄດ້ຮັບການພິຈາລະນາກໍ່ຕໍ່ເມື່ອໄດ້ປະຕິບັດຕາມມາດຕາ 8 ຢ່າງຄົບຖ້ວນ
  2. ລາຍການທີ່ຖືວ່າເປັນຢາໃໝ່ ທີ່ໄດ້ລະບຸໄວ້ໃນມາດຕາ 3; ຂໍ້ 3. ຕ້ອງໄດ້ປະກອບເອກະສານທີ່ ຢັ້ງຢືນ ເຖິງຄວາມປອດໄພ ແລະ ປະສິດທິຜົນ ໂດຍຄັດຕິດຂໍ້ມູນ ຂອງການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ຢ່າງຄົບຖ້ວນ.
  3. ການຂຶ້ນທະບຽນຢາພື້ນເມືອງ ແມ່ນຕ້ອງໄດ້ຜ່ານການຄົ້ນຄວ້າຈາກຄະນະກຳມະການຂຶ້ນທະບຽນຢາ ທີ່ໄດ້ຖືກ ແຕ່ງຕັ້ງ ຈາກ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ.
  4. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແມ່ນອົງການທີ່ມີສິດອໍານາດອອກໃບທະບຽນຢາພື້ນເມືອງ.
  5. ຢາພື້ນເມືອງ ທີ່ໄດ້ຮັບອະນຸມັດຂຶ້ນທະບຽນແລ້ວ ຈະໄດ້ອອກເລກທະບຽນຢາພື້ນເມືອງ ແລະ ໃບຢັ້ງຢືນໃຫ້ ຈາກນັ້ນ ຜູ້ໄດ້ຮັບອະນຸຍາດຈຶ່ງມີສິດຜະລິດ, ປຸງແຕ່ງ ແລະ ນໍາເຂົ້າໄດ້.
  6. ການກໍານົດເວລາໃນຂັ້ນຕອນຂອງການຄົ້ນຄວ້າ ແລະ ພິຈາລະນາກ່ອນການຂຶ້ນທະບຽນມາພື້ນເມືອງ ແມ່ນໄດ້ຈັດຕາມການແບ່ງປະເພດຂອງຢາພື້ນເມືອງ ດັ່ງນີ້:
  1. ຂັ້ນຕອນ 1: ກຳນົດເວລາ 40 ວັນ ຄື: 30 ວັນລັດຖະການ ສໍາລັບຢາພື້ນເມືອງແບບດັ້ງເດີມ ແລະ 40 ວັນ ລັດຖະການ ສໍາລັບ ຢາພື້ນເມືອງທີ່ໄດ້ຮັບການພັດທະນາ (ຢາພື້ນເມືອງໃໝ່).
  2. ຂັ້ນຕອນ 2: ກຳນົດເວລາ 80 ວັນ ຄື: 50 ວັນລັດຖະການ ສໍາລັບຢາພື້ນເມືອງແບບດັ້ງເດີມ ແລະ 80 ວັນ ລັດຖະການ ສໍາລັບ ຢາພື້ນເມືອງທີ່ໄດ້ຮັບການພັດທະນາ (ຢາພື້ນເມືອງໃໝ່).
  3. ຂັ້ນຕອນ 3: ກໍານົດເວລາ 40 ວັນ ຄື: 30 ວັນລັດຖະການ ສໍາລັບຢາພື້ນເມືອງແບບດັ້ງເດີມ ແລະ 40 ວັນ ລັດຖະການ ສຳລັບ ຢາພື້ນເມືອງທີ່ໄດ້ຮັບການພັດທະນາ {ຢາພື້ນເມືອງໃໝ່].
  1. ພາຍຫຼັງ ແຈ້ງໃຫ້ຍື່ນເອກະສານຕາມຂັ້ນຕອນ 2 ແລ້ວ ແມ່ນໃຫ້ຍື່ນບໍ່ໃຫ້ກາຍໄລຍະເວລາ 3 ເດືອນ, ກໍລະນີ ກາຍໄລຍະເວລາທີ່ກໍານົດແມ່ນຈະໄດ້ຮັບເອກະສານ ແລະ ເກັບຄ່າທໍານຽມຕາມຂັ້ນຕອນ 1 ຄືນ.
  2. ການຍື່ນເອກະສານຕໍ່ທະບຽນຕາມຂັ້ນຕອນ 3 ແມ່ນໃຫ້ຍື່ນກ່ອນທະບຽນໝົດອາຍຸ 3 ເດືອນ, ກໍລະນີກາຍວັນໝົດອາຍຸທະບຽນ ແມ່ນຈະໄດ້ຮັບເອກະສານ ແລະ ເກັບຄ່າທໍານຽມ ຕາມຂັ້ນຕອນ 2 ຄືນ.

ມາດຕາ 10 ການປະຕິເສດ ການຂຶ້ນທະບຽນ

  1. ເອກະສານບໍ່ຄົບຖ້ວນຕາມທີ່ໄດ້ລະບຸໄວ້ໃນແບບຟອມ ຜຢພມ 1, ພນຢພມ 2, ພນຢພມ 3, F1 ແລະ F2 ແລະ F3;
  2. ຜະລິດຕະພັນຢາພື້ນເມືອງທີ່ຂໍຂື້ນທະບຽນບໍ່ໄປຕາມທີ່ແຈ້ງໄວ້;
  3. ຢາພື້ນເມືອງທີ່ຂໍຂຶ້ນທະບຽນຕຳລາຢາເປັນ ຢາພື້ນເມືອງທີ່ຖືກລົບລ້າງ ຫຼື ຖອນໃບທະບຽນ;
  4. ຢາພື້ນເມືອງທີ່ຂໍຂຶ້ນທະບຽນຕຳລາຢາທີ່ມີສ່ວນປະກອບບໍ່ສອດຄອງຕາມຫຼັກວິຊາການ, ມີສັບພະຄຸນໂອ້ອວດ ບໍ່ໜ້າເຊື່ອຖື ຫຼື ອາດບໍ່ປອດໄພຕໍ່ຜູ້ນຳໃຊ້;
  5. ຢາພື້ນເມືອງທີ່ຂໍຂຶ້ນທະບຽນຕໍາລາຢາ ໃສ່ຊື່ໄປໃນທາງບໍ່ສຸພາບ, ບໍເໝາະສົມຕໍ່ວັດທະນາທຳອັນດີງາມຂອງຊາດ ຫຼື ອານາຈານ ໃຫ້ເຂົ້າໃຈຜິດຈາກຄວາມຈິງ;
  6. ຢາພື້ນເມືອງທີ່ມີສ່ວນປະກອບຂອງ ພືດ, ຕົ້ນໄມ້, ສັດ, ແຮ່ທາດ ແລະ ເຄມີຕ້ອງຫ້າມ ໂດຍອີງໃສ່ ບັນຊີ ຕ້ອງຫ້າມ ຂອງ ກະຊວງສາທາລະນະສຸກ ແລະ ບັນຊີພືດຕ້ອງຫ້າມ ຂອງ ອາຊຽນ ແລະ ສາກົນ;
  7. ຢາພື້ນເມືອງ ທີ່ມີລັກສະນະຮຽນແບບ ທາງດ້ານການຫຸ້ມຫໍ່ ແລະ ຊື່ການຄ້າ ຂອງຢາພື້ນເມືອງທີ່ໄດ້ຖືກຮັບຮອງຂຶ້ນທະບຽນມາກ່ອນແລ້ວ.

ມາຕຕາ 11 ການຖອນທະບຽນຝາພື້ນເມືອງ

ຢາພື້ນເມືອງ ທີ່ໄດ້ຮັບການຂຶ້ນທະບຽນແລ້ວ ຈະສາມາດຖືກຖອນທະບຽບຜະລິດຕະພັນ ໃນກໍລະນີດັ່ງນີ້:

  1. ຢາພື້ນເມືອງໄດ້ປ່ຽນໄປເປັນວັດຖຸປະສົງອື່ນ ເຊັ່ນ: ການນຳໃຊ້ໄປໃນທາງເຄື່ອງສຳອາງ, ຢາເສບຕິດໃຫ້ໂທດ, ຢາອອກລິດຕໍ່ຈິດປະສາດ ຫຼື ອາຫານ;
  2. ການໂຄສະນາຜະລິດຕະພັນຢາພື້ນເມືອງທີ່ບໍ່ສອດຄ່ອງຕາມລະບຽບຫຼັກການ ວິທີການ ແລະ ເງື່ອນໄຂທີ່ວາງອອກ;
  3. ຜະລິດຕະພັນຢາພື້ນເມືອງ ທີ່ບໍ່ມີສ່ວນປະກອບ ແລະ ສັບພະຄຸນ ຕາມທີ່ໄດ້ຂຶ້ນທະບຽນຕຳລາຢາໄວ້ ຫຼື ເປັນ ຢາພື້ນເມືອງ ປອມ ຫຼື ຮຽນແບບ ຈາກຕໍາລາມາດຕະຖານ;
  4. ຂາດຈັນຍາບັນ, ຫຼັກການທາງດ້ານວິຊາການ;
  5. ບໍ່ປະຕິບັດການແກ້ໄຂຂໍ້ບົກຜ່ອງ ແລະ ບໍ່ດໍາເນີນການຕິດຕາມຄວາມປອດໄພພາຍຫຼັງການຈໍາໜ່າຍ ທີ່ພົວພັນເຖິງ ດ້ານປະສິດທິພາບ, ຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນທີ່ມີຄວາມສ່ຽງຕໍ່ຜູ້ບໍລິໂພກ;
  6. ບໍລິສັດຜູ້ທີ່ເປັນເຈົ້າຂອງຜະລິດຕະພັນ (ຜູ້ຜະລິດ) ປະກາດລຶບລ້າງ / ຖືກສັ່ງປິດກິດຈະການ;
  7. ມີຂໍ້ມູນແຈ້ງເຕືອນຈາກພາກພື້ນ ແລະ ສາກົນ ກ່ຽວກັບ ຄວາມບໍ່ປອດໄພ ຕໍ່ຜູ້ຊົມໃຊ້.

ມາດຕາ 12 ສະຫຼາກ

ການກໍານົດເນື້ອໃນຂອງສະຫຼາກ ໃນພາສະນະບັນຈຸ ໝາຍເຖິງຂໍ້ມູນທັງໝົດ ທີ່ໃສ່ໃນພາສະນະບັນຈຸທຸກຂະໜາດເຊັ່ນ: ແຜງ, ຂວດ, ຖົງ, ຫຼອດ ຫຼື ວັດຖຸ ອື່ນໆ ແມ່ນມີເນື້ອໃນດັ່ງນີ້:

  • ຊື່ຜະລິດຕະພັນ ຫຼື ຊື່ການຄ້າ ທີ່ເໝາະສົມ
  • ຮູບແບບຂອງຜະລິດຕະພັນ
  • ຊື່ ແລະ ຄວາມແຮງຂອງສ່ວນປະກອບທີ່ອອກລິດ
  • ຂໍ້ແນະນໍາການນໍາໃຊ້
  • ຂໍ້ບົ່ງໃຊ້ ຫຼື ຈຸດປະສົງຂອງການນໍາໃຊ້
  • ເງື່ອນໄຂການເກັບຮັກສາ
  • ເລກທະບຽນ ຂອງປະເທດຜູ້ຜະລິດ
  • ຊື່ ແລະ ທີ່ຢູ່ຂອງຜູ້ຜະລິດ
  • ຊື່ ແລະ ທີ່ຢູ່ ຂອງຜູ້ໄປຮັບສະນຸຍາດການຈໍາໜ່າຍ/ຜູ້ນໍາເຂົ້າ
  • ຄຳເຕືອນ (ຖ້າມີ)
  • ຂະໜາດບັນຈຸ
  • ຂໍ້ແນະນຳພິເສດ
  • ຊຸດ ຫຼື ເລກທີສຸດຜະລິດ
  • ວັນທີຜະລິດ ແລະ ວັນໝົດອາຍຸ ຫຼື ວັນໝົດອາຍຸຢ່າງດຽວ

ສະຫຼາກນ້ອຍ ຕ້ອງໄດ້ແຈ້ງຢ່າງໜ້ອຍປະກອບມີ ດັ່ງລຸ່ມນີ້:

  • ຊື່ຜະລິດຕະພັນ ແລະ ຊື່ການຄ້າ ທີ່ເໝາະສົມ
  • ຊື່ ແລະ ປະລິມານຂອງສວ່ນປະກອບທີ່ອອກລິດ
  • ເລກທະບຽນ ຂອງປະເທດຜູ້ຜະລິດ
  • ຊຸດ ຫຼື ເລກທີຊຸດຜະລິດ
  • ວັນຜະລິດ ແລະ ໝົດອາຍຸ ຫຼື ໝົດອາຍຸແຕ່ຢ່າງດຽວ

ສະຫຼາກຂອງແຜງ / ແຜ່ນຫຸ້ມຫໍ່ ຕ້ອງໄດ້ແຈ້ງຢ່າງໜ້ອຍປະກອບມີ ດັ່ງລຸ່ມນີ້;

  • ຊື່ຜະລິດຕະພັນ ແລະ ຊື່ການຄ້າ ທີ່ເໝາະສົມ
  • ເລກທະບຽນ ຂອງປະເທດຜູ້ຜະລິດ
  • ຊຸດ ຫຼື ເລກທີຊຸດຜະລິດ
  • ວັນທີຜະລິດ ແລະ ວັນໝົດອາຍຸ ຫຼື ວັນໝົດອາຍຸຢ່າງດຽວ

ຂໍ້ມູນຂອງສະຫຼາກ ຄວນເປັນພາສາລາວ ແລະ ພາສາອັງກິດ ຫຼື ພາສາລາວ ແລະ ພາສາຂອງປະເທດຜູ້ຜະລິດ, ຂຽນຢ່າງຊັດເຈນ ແລະ ເຂົ້າໃຈງ່າຍ.

  1. ຢາພື້ນເມືອງ ຕ້ອງບໍ່ອະທິບາຍ ຫຼື ນຳສະເໜີໃນສະຫຼາກໃດໜຶ່ງ ຫຼື ການຕິດສະຫຼາກໃດໆ ໂດຍ ມີຄຳເວົ້າ, ຮູບພາບ ຫຼື ອຸປະກອນອື່ນໆ ທີ່ອ້າງເຖິງ ຫຼື ແນະນຳ ໂດຍກົງ ແລະ ທາງອ້ອມ ໃນລັກສະນະທີ່ຫຼອກລວງໃຫ້ເຂົ້າໃຈຜິດ ຫຼື ຊວນເຊື່ອທີ່ຈະສ້າງຄວາມປະທັບໃຈທີ່ບໍ່ຖືກຕ້ອງກັບລັກສະນະຂອງ ຜະລິດຕະພັນ ບໍ່ວ່າດ້ານໃດກໍ່ຕາມ.

ມາດຕາ 13 ລະຫັດເລກທະບຽນ ຢາພື້ນເມືອງ

1. ຜະລິດຕະພັນຝາພື້ນເມືອງທີ່ໄດ້ຂຶ້ນທະບຽນແລ້ວ ຕ້ອງມີເຄື່ອງໝາຍ ດັ່ງນີ້:

  • ຢາພື້ນເມືອງທີ່ຜະລິດພາຍໃນປະເທດ ມີເຄື່ອງໝາຍ XX (ເດືອນ) TL XXXX (ຕົວເລກ) / ປີ
  • ຢາພື້ນເມືອງນຳເຂົ້າຈາກຕ່າງປະເທດ ມີເຄື່ອງໝາຍ xx (ເດືອນ) TI XXXX (ຕົວເລກ) / ປີ

2. ສໍາລັບຢາພື້ນເມືອງ ທີ່ໄດ້ຮັບອະນຸຍາດອອກເລກທະບຽນແລ້ວນັ້ນ ເຈົ້າຂອງຜະລິດຕະພັນເຊັ່ນ: ຜູ້ຜະລິດ ປຸງ ແຕ່ງ, ຜູ້ນຳເຂົ້າ ຕ້ອງໄດ້ພິມເລກທະບຽນທີ່ໄດ້ຮັບໃສ່ໃນສະຫຼາກ ຂອງ ພາຫະນະບັນຈຸຫຸ້ມຫໍ່ ຫຼື ສະຕິກເກີ້ ເປັນຕົ້ນ.

3. ສໍາລັບຢາພື້ນເມືອງ ທີ່ນຳເຂົ້າມາຂຶ້ນທະບຽນ ຖ້າບໍ່ມີເງື່ອນໄຂພິມເນື້ອໃນທີ່ຈໍາເປັນໃສ່ໃນສະຫຼາກເປັນພາສາ ລາວ, ບໍລິສັດ ທີ່ຮັບຜິດຊອບການນຳເຂົ້າ ຕ້ອງປະກອບເອກະສານກຳກັບຢາ (ຝອຍຢາ) ເປັນພາສາລາວໃສ່ໃນ ກັບກ່ອງ ທຸກຂະໜາດບັນຈຸ ກ່ອນການນຳໄປຈຳໜ່າຍ.

ມາດຕາ 14 ການປ່ຽນແປງຫຼັງການຂຶ້ນທະບຽນ:

ການປ່ຽນແປງ ພາຍຫຼັງການຂຶ້ນທະບຽນແລ້ວ ຈະຮັບພິຈາລະນາຕໍ່ການສະເໜີບັນພື້ນຖານເງື່ອນໄຂຂອງການປ່ຽນແປງທີ່ໄດ້ກຳນົດດັ່ງລຸ່ມນີ້:

1. ການປ່ຽນແປງບາງສ່ວນແບບເລັກນ້ອຍ ”(Minor Variation)” ໝາຍເຖິງ ການປ່ຽນແປງບາງຢ່າງຂອງ ຜະລິດຕະພັນທີ່ໄດ້ຂຶ້ນທະບຽນແລ້ວ, ເຊິ່ງເປັນການປ່ຽນແປງທີ່ບໍ່ກະທົບເຖິງບັນຫາດ້ານຄຸນນະພາບ ຂອງ ຜະລິດຕະພັນນັ້ນ ເຊັ່ນ: ການປັບປ່ຽນລັກສະນະ, ເນື້ອໃນເອກະສານການຫຸ້ມຫໍ່ ແລະ ອື່ນໆ ແຕ່ຕ້ອງໄດ້ຮັບຮູ້ ແລະ ອະນຸມັດຈາກເຈົ້າໜ້າທີ່ຄຸ້ມຄອງດ້ານຢາຂອງປະເທດດັ່ງກ່າວ;

2.  ການປ່ຽນແປງສ່ວນທີ່ສໍາຄັນ “(Major Variation)” ໝາຍເຖິງ ການປ່ຽນແປງຈຸດສໍາຄັນໃດໜື່ງທີ່ ກ່ຽວຂ້ອງກັບຜະລິດຕະພັນທີ່ໄດ້ຂຶ້ນທະບຽນແລ້ວ ເຊິ່ງເປັນການປ່ຽນແປງທີ່ກະທົບເຖິງບັນຫາດ້ານຄຸນນະພາບຂອງຜະລິດ ຕະພັນນັ້ນ ເຊັ່ນ: ການປັບປ່ຽນສູດຕຳລາ, ການປ່ຽນແປງເຕັກນິກການຜະລິດບາງຂວດ, ປ່ຽນແປງເຕັກນິກການກວດກາວິໄຈຄຸນນະພາບ, ການສຶກສາດ້ານອາຍຸ, ການປຽ່ນສະຖານທີ່ການຜະລິດ ແລະ ອື່ນໆ. ໃນກໍລະນີຜະລິດຕະພັນນຳເຂົ້າ ຕ້ອງມີຫຼັກຖານຢັ້ງຢືນເຖິງການປ່ຽນແປງທີ່ຮັບການອະນຸມັດ ຈາກເຈົ້າຫນ້າທີ່ຄຸ້ມຄອງດ້ານຢາ ຂອງປະເທດທີ່ກ່ຽວຂ້ອງ.

ມາດຕາ 15 ຈຳນວນຢາຕົວຢ່າງທີ່ອະນຸຍາດໃຫ້ຜະລິດເພື່ອຂໍຂຶ້ນທະບຽນ

ຢາຕົວຢ່າງທີ່ຜະລິດເພື່ອກຽມຂຶ້ນທະບຽນ ເຊິ່ງໄດ້ຮັບອະນຸຍາດການຜະລິດຕົວຢ່າງ, ໃນຊຸດຜະລິດໜຶ່ງ ຕໍ່າສຸດທີ່ໂຮງງານ, ຫ້ອງປຸງແຕ່ງ ສາມາດຜະລິດໄດ້.

ມາດຕາ 16 ຈຳນວນຢາຕົວຢ່າງທີ່ນຳມາຂຶ້ນທະບຽນ

ຈຳນວນປາຕົວຢ່າງທີ່ນຳມາຂຶ້ນຕະບຽນ ແມ່ນກໍານົດຕາມເຕັກນິກຂອງການເກັບຕົວຢ່າງເພື່ອການກວດກາວິໄຈ ຫຼື ຕາມຮູບແບບຂອງທຸກຂະໜາດບັນຈຸ ທີ່ນຳມາຂຶ້ນທະບຽນ.

ມາດຕາ 17 ການຮັບຄໍາຮ້ອງຂໍຂຶ້ນທະບຽນຢາພື້ນເມືອງ

  1. ການຮັບຄໍາຮ້ອງຂໍຂຶ້ນທະບຽນ ຢາພື້ນເມືອງ ຂັ້ນຕອນ 1, 2 ແລະ 3 (ຍື່ນຟອມ1, 2 ແລະ 3) ແມ່ນປະຕິບັດ ການຮັບເອກະສານທຸກໆວັນລັດຖະການ;
  2. ແບບຟອມຄຳຮ້ອງຕ້ອງແມ່ນສະບັບຕົ້ນ ທີ່ມີກາຈໍ້າສີແດງ ເຊີ່ງ ມີຈຳໜ່າຍ ຢູ່ ກົມອາຫານ ແລະ ຢາ ຫຼື ດາວໂຫຼດ ເອົາແບບຟອມຄຳຮ້ອງໄດ້ ຢູ່ ເວັບໄຊສ໌ ຂອງ ກົມອາຫານ ແລະ ຢາ;
  3. ສ່ວນເອກະສານອື່ນໆທີ່ຕິດຄັດນັ້ນ ຖ້າແມ່ນສະບັບສຳເນົາ ກໍ່ຕ້ອງໄດ້ເຊັນຢັ້ງຢືນ ພ້ອມມີກາຈ້ຳສຳເນົາຢ່າງຖືກຕ້ອງຕາມສະບັບເດີມຈາກບໍລິສັດ, ໂຮງງານ, ຫ້ອງປຸງແຕ່ງ.

ມາດຕາ 18 ສິດຂອງຜູ້ໄດ້ຮັບທະບຽນ

1.  ມີສິດນຳເຂົ້າ, ຜະລີດ, ປຸງແຕ່ງ ແຕ່ພຽງຜູ້ດຽວພາຍຫຼັງຂຶ້ນທະບຽນແລ້ວ;

2. ມີສິດຈຳໜ່າຍ, ມອບສິດຈໍາໜ່າຍ ໃຫ້ບໍລິສັດການຢາ ຂາອອກ-ຂາເຂົ້າ, ບໍລິສັດຂາຍຍົກພາຍໃນ ເປັນຕົວແທນຈໍາໜ່າຍຢາ ທີ່ໄດ້ຮັບຂື້ນທະບຽນແລ້ວ ບົນພື້ນຖານການເຫັນດີຂອງເຈົ້າຂອງຜະລິດຕະພັນ ແລະ ໄດ້ຮັບ ອະນຸຍາດຈາກ ກົມອາຫານ ແລະ ຢາ ຢ່າງເປັນລາຍລັກອັກສອນ.

ໝວດທີ IV

ການລົບລ້າງ ແລະ ອາຍຸຂອງໃບຢັ້ງຢືນການຂຶ້ນທະບຽນ

ມາດຕາ 19 ການລົບລ້າງທະບຽນທີ່ໄດ້ຮັບການຂຶ້ນທະບຽນ

ຢາພື້ນເມືອງທີ່ໄດ້ ຂຶ້ນທະບຽນແລ້ວຈະຖືກລົບລ້າງ ໃນກໍລະນີ ຜະລິດຕະພັນນັ້ນເກີດມີ ລັກສະນະຢ່າງໃດຢ່າງໜຶ່ງ ດັ່ງນີ້:

1. ບໍ່ມີຄຸນປະໂຫຍດ, ບໍ່ສອດຄ່ອງຕາມມາດຕະຖານຄຸນນະພາບ ຫຼື ບໍ່ມີທັງສອງຢ່າງຕາມທີ່ີໄດ້ຂຶ້ນທະບຽນໄວ້;

2. ບໍ່ປອດໄພຕໍ່ຜູ້ຊົມໃຊ້ ທີ່ພົວພັນເຖິງຄຸນນະພາບຂອງເຈົ້າຂອງຜະລິດຕະພັນ ໂດຍມີຫຼັກຖານຈາກເຈົ້າ ໜ້າທີ່ກວດກາ;

3. ບໍລິສັດຜູ້ທີ່ເປັນເຈົ້າຂອງຜະລິດຕະພັນ (ຜູ້ຜະລິດ) ປະກາດລົບລ້າງ / ຖືກສັ່ງປິດກິດຈະການ;

4. ເປັນຢາທີ່ມີສວ່ນປະກອບຂອງ ພືດ, ຕົ້ນໄມ້, ສັດ, ແຮ່ທາດ ແລະ ເຄມີ ຕ້ອງຫ້າມສໍາລັບຢາພື້ນເມືອງ ໂດຍອີງໃສ່ຕາມການແຈ້ງຫ້າມຂອງອາຊຽນ;

5. ບໍ່ໄດ້ນຳເຂົ້າຕະຫຼອດອາຍຸຂອງໃບຢັ້ງຢືນຂຶ້ນທະບຽນ;

6. ຖ້າບໍ່ມາຕໍ່ພະບຽນພາຍຫຼັງທະບຽນໝົດອາຍຸພາຍຫຼັງ 1 ປີ.

ມາດຕາ 20 ອາຍຸໃບຢັ້ງຢືນການຂຶ້ນທະບຽນຜະລິດຕະພັນຢາພື້ນເມືອງ

ອາຍຸໃບທະບຽນາພື້ນເມືອງ ມີອາຍຸນຳໃຊ້ 05 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ເຈົ້າຂອງກະບຽນຕ້ອງໄດ້ຍິນຄ້າຮ້ອງເພື່ອຂໍຕໍ່ທະບຽນນໍາ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຕາມແບບຟອມ ທີ່ກຳນົດໃຫ້ (ພນຢພມ 3 ແລະ F 3) ພາຍໃນ 90 ວັນ ກ່ອນໝົດອາຍຸກຳນົດໃຊ້.

ໝວດທີ V

ວ່າດ້ວຍການເກັບຄ່າທໍານຽມ

ມາດຕາ 21 ການເກັບຄ່າທຳນຽມ, ຄ່າບໍລິການ ແລະ ການຈ່າຍຄ່າທຳນຽມຢາພື້ນເມືອງ

1. ການເກັບຄ່າທຳນຽມ ແລະ ຄ່າບໍລິການ

ເຈົ້າຂອງຜະລິດຕະພັນ ທີ່ຂໍຂຶ້ນທະບຽນ ຕ້ອງໄດ້ຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ແຕ່ລະລາຍການດັ່ງນີ້:

  • ຄຳທຳນຽມຂຶ້ນຕໍ່ທະບຽນຢາໃນເມືອງແບບໃໝ່ ພາຍໃນ       1.000.000 ກີບ/01ລາຍການ/ 05 ປີ;
  • ຄ່າທຳນຽມຂຶ້ນ/ຕໍ່ທະບຽນຢາພື້ນເມືອງແບບດັ້ງເດີມ ພາຍໃນ      500.000 ກີບ/01ລາຍການ/ 05 ປີ;
  • ຄ່າທຳນຽມຂຶ້ນ ຕໍ່ພະນຽນຢາພື້ນເມືອງແບບໃໝ່ ນຳເຂົ້າ         2.500.000ກີບ/01ລາຍການ/ 05 ປີ;
  • ຄ່າທຳນຽມຂຶ້ນ/ຕໍ່ທະບຽນຢາພື້ນເມືອງແບບດັ້ງເດີມ ນຳເຂົ້າ       1.500.000 ກີບ/01ລາຍການ/ 05;
  • ຄ່າບໍລິການສຳລັບການຄົ້ນຄວ້າພິຈາລະນາ                                 100.000 ກີບ/01ລາຍການ;
  • ຄ່າບໍລິການກວດກາວິໄຈຄຸນນະພາບ ແມ່ນອີງໃສ່ຕາມການຄິດໄລ່ ຕົວຈິງ ຂອງໜວ່ຍງານວິໄຈທີ່ກ່ຽວຂ້ອງກໍານົດອອກ;
  • ຄ່າທຳນຽມດັດແກ້ໃບທະບຽນຢາພື້ນເມືອງ                                        50.000 ກີບ/01ຄັ້ງ;
  • ຄຳພີຈາລະນາການປ່ຽນແປງຂໍ້ມູນພຽງເລັກນ້ອຍຫຼັງການຂຶ້ນທະບຽນ           100.000 ກີບ/01ຄັ້ງ;

(Minor Varistion)

  • ຄ່າພິຈາລະນາການປ່ຽນແປງຂໍ້ມູນທີ່ສໍາຄັນຫຼັງການຂຶ້ນ                           300.000 ກີບ/01ຄັ້ງ;
  • Major Variation)

 

ທ່ານຽມ ແລະ ຄ່າບໍລິການຂ້າງເທິງນັ້ນ ແມ່ນອີງຕາມລັດຖະບັນຍັດການເກັບຄ່າທຳນຽມ ທີ່ມີການປັບປຸງໃນແຕ່ລະໄລຍະ.

 

2.  ການຈ່າຍຄ່າທຳນຽມ ແລະ ຄ່າບໍລິການ

  • ຈ່າຍຄ່າບໍລິການສຳລັບການຄົ້ນຄວ້າພິຈາລະນາ ໃນເວລາ ຍື່ນຟອມ 1
  • ຈ່າຍຄ່າທຳນຽມຂື້ນທະບຽນ ຈ່ານວນ100% ເວລາຍື່ນຟອມ 2
  • ຈ່າຍຄ່າທຳນຽມຕໍ່ທະບຽນ ແມ່ນຈ່າຍ 100% ເວລາຍື່ນຟອມ 3, ພ້ອມດວ້ຍ ຈ່າຍຄ່າບໍລິການສຳລັບການ ຄົ້ນຄວ້າພິຈາລະນາ ໃນເວລາດຽວກັນ.

 

ສະເພາະລາຍການຢາພື້ນເມືອງ ທີ່ບໍ່ຖືກຮັບຮອງຂຶ້ນທະບຽນ ເຈົ້າຂອງຜະລິດຕະພັນ ແມ່ນບໍ່ສາມາດຖອນເອົາຄ່າ ທຳນຽມຄືນ.

ໝວດທີ VI

ຂໍ້ຫ້າມ

ມາດຕາ 22 ຂໍ້ຫ້າມສຳລັບຜູ້ປະກອບການທຸລະກິດດ້ານຢາພື້ນເມືອງ

  1. ບຸກຄົນ, ນິຕິບຸກຄົນ ຜະລິດ, ປຸງແຕ່ງ, ນຳເຂົ້າ ແລະ ຈຳໜ່າຍຢາພື້ນເມືອງໂດຍ ບໍ່ໄດ້ຂຶ້ນທະບຽນ ຢູ່ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ;
  2. ບຸກຄົນ, ນິຕິບຸກຄົນ ປອມແປງສູດຕໍາລາ ຕາມຊື່ການຄ້າ ຫຼື ຊື່ວິທະຍາສາດ ຂອງ ຢາພື້ນເມືອງ ທີ່ໄດ້ຮັບການຂຶ້ນທະບຽນໄວ້ແລ້ວ;
  3. ປອມແປງເອກະສານ ແລະ ນໍາໃຊ້ເອກະສານປອມເພື່ອຍື່ນຂໍຂຶ້ນທະບຽນ;
  4. ຜະລິດ, ປຸງແຕ່ງ, ນຳເຂົ້າ ແລະ ຈຳໜ່າຍຢາພື້ນເມືອງທີ່ບໍ່ໄດ້ມາດຕະຖານ ແລະ ປະສົມສານຕ້ອງຫ້າມ ຕາມທີ່ ພາຍໃນ ແລະ ສາກົນກຳນົດອອກ;
  5. ຫ້າມໃຊ້ສິດແອບອ້າງ ແລະ ນາບຄູ່ພະນັກງານ ແລະ ເຈົ້າໜ້າທີ່;
  6. ຫ້າມມີພຶດຕິກໍາອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ,

 

ມາດຕາ 23 ຂໍ້ຫ້າມສໍາລັບພະນັກງານ ອາຫານ ແລະ ຢາ

  1. ຫ້າມປະຕິບັດໜ້າທີ່ຂາດຄວາມຍຸຕິທຳ, ລຳອຽງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
  2. ຫ້າມກົດໜວ່ງທວງດຶງຂັ້ນຕອນການຂຶ້ນທະບຽນ,ທວງເອົາສິນບົນ, ຮຽກຄ່າຕອບແທນ ສວຍໃຊ້ໜ້າທີ່ຕຳແໜ່ງ ສິດ ແລະ ໜ້າທີ່ ທາງລັດໂຖະການ ເພື່ອຜົນປະໂຫຍດສ່ວນຕົວ;
  3. ຫ້າມປອມແປງເອກະສານ ແລະ ນຳໃຊ້ເອກະສານປອມ ຫຼື ສະໜອງຂໍ້ມູນທີ່ເປັນຄວາມລັບຂອງບຸກຄົນ ແລະ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ບໍ່ໄດ້ຮັບການອະນຸຍາດ;
  4. ຫ້າມປົກປິດ, ສະໜັບສະໜູນ ຊ່ວຍເຫຼືອ ແລະ ສົມຮູ້ຮ່ວມຄິດກັບຜູ້ປະກອບການທຸລະກິດດ້ານຢາພື້ນເມືອງທີ່ບໍ່ບັນລຸມາດຕະຖານຄຸນນະພາບ ແລະ ຄວາມປອດໄພ;
  5. ຫ້າມມີພຶດຕິກຳອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ໝວດທີ VII

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 24 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຄື່ອນໄຫວການຈັດຕັ້ງປະຕິບັດ ສົ່ງເສີມໃຫ້ ຢາພື້ນເມືອງ ໄດ້ຮັບການຂຶ້ນທະບຽນ ກ່ອນການຜະລິດ, ນຳເຂົ້າ ແລະ ຈໍລະຈອນຈໍາໜ່າຍຈະໄດ້ຮັບ ການຍ້ອງຍໍຊົມເຊີຍ ຫຼື ຮັບນະໂຍບາຍຕອບແທນອື່ນໆຈາກການຈັດຕັ້ງຂັ້ນເທິງ ຕາມຄວາມ ເໝາະສົມ.

ມາດຕາ 25 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ທີ່ລະເມີດ ໃນຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ, ກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໄໝ ຕາມແຕ່ລະຄັ້ງຄື:

ຄັ້ງທີ 1 ກ່າວເຕືອນ ສຶກສາອົບຮົມ ພ້ອມເຮັດບົດບັນທຶກ

ຄັ້ງທີ 2 ກ່າວເຕືອນ ແລະ ປັບໄໝ 100% ຂອງມູນຄ່າ ຢາພື້ນເມືອງທີ່ຈຳໜ່າຍ ຕໍ່ໜຶ່ງລາຍການ ພ້ອມ ທັງປິດກິດຈະການ 01 ປີ.

ຄັ້ງທີ 3 ຢຶດຜະລິດຕະພັນ, ກ່າວເຕືອນ ແລະ ປັບໄໝ 200% ຂອງມູນຄ່າຢາພື້ນເມືອງທີ່ຈໍາໜ່າຍ ຕໍ່ໜຶ່ງລາຍການ ພ້ອມທັງປິດກິດຈະການຢ່າງຖາວອນ.

 

ໝວດທີ VIII

ບົດບັນຍັດສຸດທ້າຍ

ມາດຕາ 26 ການຈັດຕັ້ງປະຕິບັດ

  1. ມອບໃຫ້ກົມອາຫານ ແລະ ຢາ ເປັນເຈົ້າການຮັບຜິດຊອບ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ
  2. ທຸກອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ຈົ່ງໃຫ້ຄວາມຮ່ວມມື ແລະ ຂໍອມກັນຈັດຕັ້ງປະຕິບັດເປັນຢ່າງດີ.

ມາດຕາ 27 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສົດ ພາຍຫຼັງ 60 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ

ປອ.ດຣ. ບຸນແຝງ ພູມມະໄລສິດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.