ໃນວັນທີ 06 ເມສາ 2023 ທີ່ ສູນປະຊຸມ ລາວ-ຍີ່ປຸ່ນ (ICTC) ໄດ້ມີພິທີມອບຮັບອຸປະກອນໄອທີຄົບຊຸດໃຫ້ແກ່ຂະແໜງການຄ້າຕ່າງປະເທດ ຂອງພະແນກອຸດສາຫະກຳ ແລະ ການຄ້າ ໃນຂອບເຂດທົ່ວປະເທດ. ໃຫ້ກຽດມອບໂດຍ ທ່ານ ປອ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຕາງໜ້າຂຶ້ນຮັບຈາກ ພະແນກອຸດສາຫະກໍາ ແລະ ການຄ້າ 18 ແຂວງ ທົ່ວປະເທດ ພາຍໃຕ້ການຊ່ວຍເຫຼືອຂອງໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ (LCT). 

ໂຄງ​ການ LCT ມີເປົ້າໝາຍ​ເພື່ອປັບ​ປຸງ​ລະ​ບຽບ​ການ​ທີ່​ຕິດ​ພັນ​ກັບ​ທຸ​ລະ​ກິດ​ໃຫ້​ງ່າຍ​ຂຶ້ນ ໂດຍການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ມີຄວາມສະດວກສະບາຍ ເພື່ອຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບຂອງນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. ພ້ອມທັງອຳ​ນວຍ​ຄວາມ​ສະ​ດວກທາງ​ດ້ານ​ການ​ຄ້າ ແລະ ຊຸກຍູ້ສົ່ງເສີມ​ຄວາມອາດ​ສາ​ມາດ​ໃນ​ການ​ແຂ່ງ​ຂັນຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ ຢູ່ ສປປ ລາວ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.