ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ກົມປູກຝັງ

ເລກທີ 0879/ກປຝ

 

ຄໍາແນະນໍາ

ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກມັນຕົ້ນ

ຈາກ ສປປ ລາວ ໄປ ສປ ຈີນ

 

  • ອີງຕາມ ກົດຫມາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ່ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ ສະບັບ ເລກ ທີ 0078/ກປ, ລົງວັນທີ 12 ມັງກອນ 2022;
  • ອີງຕາມ ຂໍ້ກໍານົດ ເງື່ອນໄຂດ້ານສຸຂານາໄມ ກ່ຽວກັບ ການສົ່ງອອກມັນຕົ້ນແຫ້ງ ຂອງ ສປປ ລາວ ໄປຍັງ ສປ ຈີນ, ລົງວັນທີ 26 ກັນຍາ 2013.

 

ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກ ປ່ຽນ ຄ້າຂາຍຜະລິດຕະພັນສິນຄ້າກະສິກໍາ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງນາມໃນອະນຸສັນຍາ ຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກ ມັນຕົ້ນແຫ້ງ ຂອງ ສປປ ລາວ ໄປ ສປ ຈີນ ເຊິ່ງໃນປະຈຸບັນເຫັນວ່າພື້ນທີ່ປູກມັນຕົ້ນມີການ ຂະຫຍາຍຕົວຢ່າງກວ້າງຂວາງເຊີ່ງສາມາດສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໄດ້ເປັນຢ່າງດີ. ແຕ່ການການຈັດຕັ້ງປະຕິບັດດັ່ງກ່າວ ຍັງບໍ່ທັນສອດຄ່ອງກັບຂໍ້ກໍານົດເງື່ອນ ໄຂທີ່ລັດຖະບານສອຝາຍລົງນາມກັນເທື່ອ ເປັນຕົ້ນ ລະບົບການຜະລິດ, ລະບົບການຕິດຕາມ, ການຈັດການສັດຕູພືດໃນ ສວນປູກ, ຂັ້ນຕອນການບໍາບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ການຈົດບັນທຶກ.

 

ສະນັ້ນ, ເພື່ອໃຫ້ການຄຸ້ມຄອງການຜະລິດ ແລະ ການສົ່ງອອກ ມັນຕົ້ນແຫ້ງ ຈາກ ສປປ ລາວ ໄປ ສປ ຈີນ ຫັນ ເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ສອດຄ່ອງກັບ ຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການ ສົ່ງອອກມັນຕົ້ນ ຈາກ ສປປ ລາວ ໄປ ສປ ຈີນ ພ້ອມທັງ ກົດຫມາຍ, ລະບຽບການ ແລະ ສົນທິສັນຍາ ປ້ອງກັນພືດສາ ກົນ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີ ນັ້ນ;

 

ກົມປູກຝັງ ອອກຄໍາແນະນໍາ:

 

I. ຈຸດປະສົງ

  • ເພື່ອປະຕິບັດຕາມ ຂໍ້ກໍານົດເງື່ອນໄຂສຸຂານາພືດ ສໍາລັບ ການສົ່ງອອກມັນຕົ້ນ ຈາກ ສປປ ລາວ ໄປ ສປ ຈີນ;
  • ເພື່ອໃຫ້ຄໍາແນະນໍາ ກ່ຽວກັບ ຂັ້ນຕອນ ແລະ ວິທີການປະຕິບັດເງື່ອນໄຂດ້ານສຸຂານາພືດ ສໍາລັບການສົ່ງອອກ ໃຫ້ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

 

II. ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກມັນຕົ້ນ ຈາກ ສປປ ລາວ ໄປ ສປ ຈີນ

1. ຊະນິດມັນຕົ້ນ

ມັນຕົ້ນ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ ຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ຕ້ອງເປັນ ຊະນິດພັນ ທີ່ມີຊື່ວິທະຍາສາດ Manihot esculenta Crant, ຊື່ສາມັນພາສາອັງກິດ cassava ເປັນ ມັນຕົ້ນຝານ ຕາກແຫ້ງ ແລະ ມັນຕົ້ນອັດເມັດ.  

 

2. ສັດຕູພືດກັກກັນ

ມັນຕົ້ນ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ເຈືອປົນເປື້ອນຈາກດິນ ແລະ ສິ່ງເຈືອປົນອື່ນ, ຕ້ອງ ບໍ່ສານພິດຕົກຄ້າຈາກຢາປາບສັດຕູພືດ, ໂລຫະຫນັກເກີນຄ່າມາດຕະຖານ ແລະ ບໍ່ຕິດແປດສັດຕູພືດກັກກັນ ທີ່ ສປ ຈີນ ກໍານົດໄວ້ ຄືດັ່ງລຸ່ມນີ້: (ເປັນຮູບພາບ ລາຍລະອຽດຕາມເອກະສານຕົ້ນສະບັບ)

 

3. ການຈັດການສວນປູກ

ສວນປູກ ມັນຕົ້ນທີ່ຈະສົ່ງອອກໄປ ສປ ຈີນ ຕ້ອງມີມາດຕະການເຝົ້າລະວັງສັດຕູພືດກັກກັນ ແລະ ມີການ ຈັດການສວນປູກ ດັ່ງນີ້:

1) ການຈັດການສັດຕູພືດກັກກັນ ໃນສວນປູກ ຕ້ອງມີການຈັດການສັດຕູພືດແບບປະສົມປະສານ (IPM) ເຊັ່ນ: ການໃຊ້ກັບດັກເຟລາໂມນ ແລະ ກາວເຫຼືອງ, ການອານາໄມສວນປູກ ແລະ ຮັກສາຄວາມສະອາດ, ອານຸລັກແມງໄມ້ທີ່ເປັນປະໂຫຍດ, ຖ້າພົບເຫັນສັດຕູພືດ ຄວນນໍາໃຊ້ວິທີກາຍະພາບ ໂດຍການເກັບທໍາ ລາຍແມງໄມ້ສັດຕູພືດຖິ້ມ ຫຼື ນໍາໃຊ້ວິທີການອື່ນທີ່ເຫມາະສົມ;

2) ຜູ້ປະກອບການຕ້ອງມີການບັນທຶກລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດ ເຊັ່ນ: ຊື່ ສານເຄມີ, ລະດູການນໍາໃຊ້, ສານອອກລິດ, ປະລິມານນໍາໃຊ້, ຈໍານວນຄັ້ງນໍາໃຊ້ ແລະ ຂໍ້ມູນອື່ນໆທີ່ ກ່ຽວຂ້ອງ. ການບັນທຶກເອກະສານຕ້ອງເກັບຮັກສາໄວ້ເປັນຢ່າງດີ ແລະ ໃຫ້ມີພ້ອມໃນເວລາກວດກາຂອງ ເຈົ້າຫນ້າທີ່.

 

4. ໂຮງເຮືອນ ຫຸ້ມຫໍ່ບັນຈຸ

ການຈັດການພາຍໃນ ໂຮງເຮືອນຫຸ້ມຫໍ່ບັນຈຸ ຕ້ອງປະຕິບັດ ດັ່ງລຸ່ມນີ້:

1) ຕ້ອງມີລານຕາກ ແລະ ໂຮງອົບທີ່ສະອາດ, ມັນຕົ້ນ ຕ້ອງໄດ້ລ້າງໃຫ້ສະອາດ ເພື່ອຮັບປະກັນ ການປົນເປື້ອນ

ຈາກດິນ, ແກ່ນຫຍ້າ ແລະ ຕ້ອງຮັບປະກັນມັນຕົ້ນແຫ້ງ ທີ່ຈະສົ່ງອອກບໍ່ຕົກໂມະ;

2) ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນໍາໃຊ້ມາກ່ອນ ແລະ ຕ້ອງສອດຄ່ອງກັບເງື່ອນໄຂສຸຂານາໄມພືດ

ທີ່ກ່ຽວຂ້ອງ ທີ່ ສປ ຈີນ ກໍານົດ;

3) ແຕ່ລະພາຊະນະຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກ ຂະຫນາດຕົວອັກສອນທີ່ຈະແຈ້ງໃສ່ດ້ານຂ້າງ ແລະ ດ້ານເທີງ. ເນື້ອໃນສະຫຼາກຕ້ອງຂຽນເປັນ ພາສາອັງກິດ/ພາສີຈີນ ໂດຍລະບຸແຈ້ງ ປະເທດນໍາເຂົ້າ ພ້ອມທັງ ລະບຸແຈ້ງຂໍ້ມູນ ຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ລະຫັດສວນປູກ, ລະຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນ ເດືອນປີຫຸ້ມຫໍ່.

4) ພາຍຫຼັງຫຸ້ມຫໍ່ບັນຈຸຜົນຜະລິດສໍາເລັດ ໃຫ້ແຍກເກັບຮັກສາໄວ້ໃນສະຖານທີ່ສະອາດ ເພື່ອປ້ອງກັນການ

ຕິດແປດຂອງສັດຕູພືດ ແລະ ການປົນເປື້ອນອື່ນ;

 

5. ການຂຶ້ນທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸ້ມ ຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍເຢັນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ທີ່ປະກາດ ໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ໃນເດືອນ ພຶດສະພາ ຂອງທຸກປີ.

ຄໍາຮ້ອງຂໍຂຶ້ນທະບຽນ ປະກອບມີ:

1) ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;

2) ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈໍາປີສຸດທ້າຍ;

4) ຄູ່ມືດໍາເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີ ໃຫ້ຜູ້ອື່ນຍື່ນຄໍາຮ້ອງແທນ.

ອາຍຸຂອງໃບທະບຽນນໍາໃຊ້ໄດ້ ຫນຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ເປັນຜູ້ ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊ ຂອງອົງການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກ

ລະຫັດ.

 

6. ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:

1) ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ ພ້ອມທັງຄັດຕິດເອກສານທີ່ກ່ຽວຂ້ອງ ເຖິງກົມປູກຝັງ ຫຼື ຂະແຫນງປູກຝັງຂັ້ນແຂວງ. ສໍາລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເຫນີຂໍໃບຢັ້ງຢືນສຸຂານາໄມ ພືດແມ່ນໃຫ້ປະຕິບັດ ຕາມບົດແນະນໍາ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ

2019;

2) ກໍລະນີ ກວດກາພົບສັດຕູພືດກັກກັນ ທີ່ກໍານົດໄວ້ໃນໂຣແມ໋ງ II ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ແມ່ນ ຫ້າມສົ່ງອອກຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຊາບທັນທີ່ ເພື່ອໂຈະສະຖານທີ່ປະກອບການຜະລິດ ພ້ອມຊອກຫາວິທີແກ້ໄຂ;

3) ໃນກໍລະນີ ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດກັກກັນ ຕ້ອງ ອອກໃບຢັ້ງຢືນສຸຂານາມພືດ ສໍາລັບ ຊຸດສິນຄ້ານັ້ນແລະຕ້ອງພິມຂໍ້ມູນເພີ່ມຕື່ມ (Additional Declare) ໃສ່ໃບຢັ້ງຢືນສຸຂານາໄມພືດ ວ່າ: "This consignment is compliance with requirements described in the Protocol on Phytosanitary Requirements for the Exports of cassava from Laos to China is free of soil and quarantine pests concerned by China"; 4) ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ມູນດ່ານນໍາເຂົ້າ ທີ່ກໍາ ນົດ

ໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ;

5) ຖ້າມັນຕົ້ນຝານຕາກແຫ້ງ ຫຼື ມັນຕົ້ນອັດເມັດ ໄດ້ມີການຮົມຢາ ຫຼື ອົບແຫ້ງ ກ່ອນສົ່ງອອກ, ການອອກ ໃບຢັ້ງຢືນສຸຂານາໄມພືດ ຕ້ອງໄດ້ລະບຸຊະນິດຢາ, ປະລິມານ, ເວລາທີ່ນໍາໃຊ້ ຫຼື ອຸນຫະພູມ ແລະ ເວລາ ທີ່ອົບແຫ້ງ.

 

7. ມາດຕະການກັກກັນພືດ ຢູ່ດ່ານຂາເຂົ້າ

1) ເມື່ອຊຸດສິນຄ້າ ມັນຕົ້ນຝານຕາກແຫ້ງ ຫຼື ມັນຕົ້ນອັດເມັດ ຈາກ ສປປ ລາວ ມາເຖິງດ່ານຂາເຂົ້າ ຂອງ ສປ ຈີນ, ເຈົ້າຂອງຊຸດສິນຄ້າ ຕ້ອງແຈ້ງເອກະສານ ຕໍ່ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ເພື່ອດໍາເນີນການ ກວດກາເອກະສານທີ່ກ່ຽວຂ້ອງ.

2) ການຂົນສົ່ງຊຸດສິນຄ້າທີ່ມາຈາກ ສະຖານທີ່ປະກອບການຜະລິດ ທີ່ບໍ່ໄດ້ຂຶ້ນທະບຽນ ແມ່ນ ຫ້າມນໍາເຂົ້າ

ຢ່າງເດັດຂາດ.

3) ຖ້າກວດກາພົບສັດຕູພືດທີ່ໄດ້ກໍານົດໄວ້ໃນໂຣແມ໋ງ II, ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ຊຸດສິນຄ້າດັ່ງກ່າວ ຈະຖືກສົ່ງກັບ, ທໍາລາຍ ຫຼື ນໍາໃຊ້ມາດຕະການທາງດ້ານກັກກັນ ແລະ ກໍາຈັດສັດຕູພືດ ທີ່ມີປະສິດທິພາບ. ຝ່າຍຈີນ ຈະແຈ້ງໃຫ້ຝ່າຍລາວຊາບທັນທີ ກ່ຽວກັບ ຊະນິດສັດຕູພືດ, ເລກທີໃບຢັ້ງຢືນສຸຂານາໄມພືດ ແລະ ຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ພ້ອມທັງໂຈະການນໍາເຂົ້າ ມັນຕົ້ນຝານຕາກແຫ້ງ ຫຼື ມັນຕົ້ນອັດເມັດ ຈາກສວນປູກ ຫຼື ໂຮງເຮືອນຫຸ້ມຫໍ່ບັນຈຸ. ຜູ້ປະກອບການຕ້ອງຊອກຫາສາຍເຫດ ແລະ ນໍາໃຊ້ມາດຕະການທີ່ເຫມາະ ສົມເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນອີກ.

4) ຖ້າກວດພົບ ໂລຫະຫນັກ ຫຼື ສານພິດຕົກຄ້າງຢາປາບສັດຕູພືດເກີນຄ່າມາດຕະຖານ ທີ່ກໍານົດໃນລະບຽບ ຂອງ ສປ ຈີນ ຊຸດສິນຄ້າດັ່ງກ່າວຈະຖືກສົ່ງກັບ ຫຼື ທໍາລາຍຖິ້ມ ພ້ອມທັງ ແຈ້ງໃຫ້ຝ່າຍລາວຮັບຊາບ ເຊັ່ນ ດຽວກັບກັບກວດພົບສັດຕູພືດ.

 

III. ການຈັດຕັ້ງປະຕິບັດ

1. ໃຫ້ ພະແນກກັກກັນພືດ, ຂະແຫນງປູກຝັງແຂວງ, ນະຄອນຫຼວງ ເປັນເຈົ້າການ ປະສານສົມທົບກັບຂະແຫນງ ການອື່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ ໄດ້ຮັບຜົນດີ;

2. ໃຫ້ ພະແນກກັກພືດ ປະສານສົມທົບກັບ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ເພື່ອກວດກາ ແລະ ປະເມີນ ຄວາມສ່ຽງສັດຕູພືດ ຂອງສະຖານທີ່ປະກອບການຜະລິດ ໃນແຕ່ລະຊ່ວງລະດູການຜະລິດ ພ້ອມສົ່ງລາຍຊື່ ບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ສະເຫນີສົ່ງອອກມັນຕົ້ນຝານຕາກແຫ້ງ ຫຼື ມັນຕົ້ນອັດເມັດ ທີ່ຈັດຕັ້ງ ປະຕິບັດຖືກຕ້ອງຕາມເງື່ອນໄຂດ້ານສຸຂານາໄມພືດ ທີ່ສອງຝ່າຍລົງນາມກັນ ໃຫ້ ສປ ຈີນ ພິຈາລະນາ

ຫນື່ງ ຄັ້ງ /ປີ;

3. ໃຫ້ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບກົມປູກຝັງ ຊຸກຍູ້ຕິດຕາມ ບັນດາ ບໍລິສັດ ໃນການຈັດຕັ້ງປະຕິບັດ ການປ້ອງກັນ ແລະ ກໍາຈັດສັດຕູພືດໃນສວນມັນຕົ້ນ, ຕິດຕາມເຝົ້າລະວັງສັດຕູ ພືດຢູ່ສວນປູກ, ໂຮງເຮືອນຫຸ້ມຫໍ່ ແລະ ມາດຕະການລຸດຜ່ອນຄວາມສ່ຽງການຕິດແປດສັດຕູພືດກັກກັນຂອງ ສປ ຈີນ ທີ່ກໍານົດໄວ້ໃນໂຣແມ໋ງ II ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ພ້ອມທັງລາຍງານໃຫ້ກົມປູກຝັງຊາບເປັນ ແຕ່ລະໄລຍະ.

4. ໃຫ້ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ເປັນເຈົ້າການ ຊຸກຍູ້, ຕິດຕາມ, ກວດກາ ການນໍາໃຊ້ປັດໄຈການ ຜະລິດ (ແນວພັນ, ຝຸ່ນ, ຢາປາບສັດຕູພືດ ແລະ ເຄື່ອງມືອຸປະກອນຮັບໃຊ້ການຜະລິດ) ພ້ອມທັງລາຍງານໃຫ້ ກົມປູກຝັງຊາບເປັນແຕ່ລະໄລຍະ.

5. ໃຫ້ ພະແນກກັກກັນພືດ ເປັນໃຈກາງປະສານສົມທົບກັບ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ແລະ ສາຍຕັ້ງ ຂອງຕົນ ສະຫຼຸບລາຍງານ ກ່ຽວກັບ ການສົ່ງອອກມັນຕົ້ນຝານຕາກແຫ້ງ ຫຼື ມັນຕົ້ນອັດເມັດ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ກົມປູກຝັງ ຊາບ ເປັນແຕ່ລະໄລຍະ;

6. ໃຫ້ ເຈົ້າຫນ້າທີ່ກັກກັນພືດ ເຂັ້ມງວດໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ການສົ່ງອອກມັນຕົ້ນຝານ

ຕາກແຫ້ງ ຫຼື ມັນຕົ້ນອັດເມັດ ຕາມຫຼັກວິຊາການ.

7. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກົມປູກຝັງ ຕາມຂັ້ນ

ຕອນ ເພື່ອພິຈາລະນາ ຫາວິທີແກ້ໄຂຢ່າງທັນການ.

 

ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຫົວຫນ້າກົມ

ບຸນຈັນ ກົມບຸນຍະສິດ

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ເງື່່່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກມັນຕົ້ນ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0879/ກປຝ, ລົງວັນທີ 20 ເມສາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.