ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 03840/ກພສ

ກົມພາສີ

ນະຄອນຫຼວງວຽງຈັນ, ວັນທີ 09 ພຶດສະພາ 2023

 

ຮຽນ: ທ່ານ ຫົວຫນ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ທີ່ນັບຖື,

ເລື່ອງ: ການຈັດຕັ້ງປະຕິບັດ ສາລະບານສິນຄ້າ ລຸ້ນປີ 2022 (AHTN 2022).  

 

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ ສະບັບເລກທີ 2059/ກງ, ລົງວັນທີ 29 ເມສາ 2021;

- ອີງຕາມດໍາລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ສາລະບານສິນຄ້າລະບົບເອກະພາບຂອງອາຊຽນ ລຸ້ນປີ 2022 (AHTN 2022) ເລກທີ 91/ນຍ, ລົງວັນທີ 16 ມັງກອນ 2023;

- ອີງຕາມແຈ້ງການຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດສາລະບານສິນຄ້າລະບົບ ເອກະພາບອາຊຽນລຸ້ນປີ 2022 (AHTN 2022), ສະບັບເລກທີ 0637/ກງ, ລົງວັນທີ 01 ມີນາ 2023.

 

 

ກົມພາສີ ຂໍຮຽນລາຍງານມາຍັງທ່ານຊາບ: ກ່ຽວກັບ ການຈັດຕັ້ງປະຕິບັດ ສາລະບານສິນຄ້າ ລຸ້ນປີ 2022 (AHTN 2022) ເຊິ່ງພາຍຫຼັງ ລັດຖະບານ ສປປ ລາວ ແລະ ກະຊວງການເງິນ ແມ່ນໄດ້ອອກດໍາລັດ ແລະ ແຈ້ງການ ໃນການຈັດຕັ້ງປະຕິບັດຢ່າງເປັນທາງການແລ້ວນັ້ນ. ກົມພາສີໄດ້ສໍາເລັດບັນດາຫນ້າວຽກທີ່ຕິດພັນມີຄື:

1. ໄດ້ສໍາເລັດ ການເຜີຍແຜ່ການປະກາດໃຊ້ສາລະບານສິນຄ້າ ແລະ ອັດຕາພາສີ ສະບັບດັ່ງກ່າວໃນແກ່ເຈົ້າຫນ້າ ທີ່ພາສີ, ອົງການພາກລັດທີ່ກ່ຽວຂ້ອງ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄັ້ງທີ 01 ພາກກາງ ຈັດຂື້ນທີ່ ນະຄອນຫຼວງວຽງຈັນ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈາກ 04 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນ;

2. ໄດ້ສໍາເລັດການແຈ້ງຢ່າງເປັນທາງການຕໍ່ກອງເລຂາອາຊຽນໃນການປະກາດແຈ້ງການຈັດຕັ້ງປະຕິບັດ ສາລະບານ ສິນຄ້າ ລຸ້ນປີ 2022 (AHTN 2022);

3. ໄດ້ສໍາເລັດການ ການອັບໂຫຼດ ສາລະບານສິນຄ້າ ລຸ້ນປີ 2022 (AHN 2022) ລົງໃນລະບົບອາຊິກູດາ ASYCUDA ແລະ ຈັດຕັ້ງປະຕິບັດ ນັບຕັ້ງແຕ່ວັນທີ 17 ເມສາ 2023 ເປັນຕົ້ນມາໃນຂອບເຂດທົ່ວປະເທດ.

 

ສະນັ້ນ, ເພື່ອເປັນການເຜີຍແຜ່ຂໍ້ມູນ ແລະ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງສາມາດເຂົ້າເຖິງຂໍ້ມູນ ຈຶ່ງສະເຫນີທ່ານ ພິຈາລະນາ ເພື່ອອັບໂຫຼດຂໍ້ມູນລົງໃນເວັບໄຊ www.laotradeportal.gov.la ຕາມທາງຄວນດ້ວຍ.

 

 

ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານເພື່ອຊາບ ແລະ ພິຈາລະນາຕາມທາງຄວນດ້ວຍ.

 

ຫົວຫນ້າກົມ

ພູເຂົາຄໍາ ວັນນະວົງໄຊ

# ຫົວຂໍ້ ດາວໂຫຼດ
1 Notification in implementing ASEAN Harmonized Tariff Nomenclature (AHTN) 2022, No. 03840/DC, date 09 May 2023. PDF
2 ແຈ້ງການ ການຈັດຕັ້ງປະຕິບັດ ສາລະບານ ລຸ້ນປີ 2022 (AHTN 2022), ເລກທີ 03840/ກພສ, ລົງວັນທີ 09 ພຶດສະພາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.