ໃນຕອນເຊົ້າ ວັນທີ 17 ພຶດສະພາ 2023, ທີ່ຫ້ອງປະຊຸມທາງໄກ ຊັ້ນ 03 ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ). ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມປືກສາຫາລື “ຄະນະວິຊາການຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ (Time Release Study: TRS) ປີ 2022” ໂດຍການເປັນປະທານ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ປະຊຸມທາງໄກ ໃນຂອບເຂດທົ່ວປະເທດ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ໃນເດືອນ ກຸມພາ ປີ 2023 ຜ່ານມານີ້ ໄດ້ຈັດ“ກອງປະຊຸມລາຍງານຜົນການສຶກສາເວລາກວດປ່ອຍສິນຄ້າ (TRS) ເບື້ອງຕົ້ນ ປະຈຳປີ 2022” ໂດຍມີຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ, 03 ແຂວງ ແລະ ດ່ານພາສີສາກົນ ຈຳນວນ 14 ດ່ານ ທີ່ເຂົ້າຮ່ວມການສຶກສາ ໂດຍລວມໄລຍະເວລາຂອງການອອກອະນຸຍາດຂອງແຕ່ລະຂະແໜງການແມ່ນຫຼຸດລົງ.

     ສືບເນື່ອງຈາກຄັ້ງກ່ອນ ເຊິ່ງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນເອກະພາບກັນໃນຂັ້ນຄະນະວິຊາການດ້ານເນື້ອໃນຮ່າງບົດລາຍງານຜົນການສຶກສາ TRS ເຊິ່ງສາມາດສັງລວມຄວາມຄືບໜ້າຂອງຜົນການດໍາເນີນການສຶກສາໄດ້ດັ່ງນີ້: ❶ ໄດ້ຂະຫຍາຍຂອບເຂດການສຶກສາໄປສູ່ຂະແໜງການ ແລະ ດ່ານສາກົນອື່ນ ເຊັ່ນ: ໃບອະນຸຍາດນໍາເຂົ້າແນວພັນພືດ ຂອງກົມປູກຝັງ; ໃບອະນຸຍາດນໍາເຂົ້າຝຸ່ນ ແລະ ຢາປາບສັດຕູພືດ, ໃບຢັ້ງຢືນສຸຂານາໄມພືດສົ່ງອອກ ຂອງຂະແໜງປູກຝັງ ຢູ່ 03 ແຂວງ (ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ ແລະ ແຂວງຈໍາປາສັກ); ລວມທັງເພີ່ມດ່ານເປົ້າໝາຍຈໍານວນ 4 ດ່ານຄື: ດ່ານພາສີສາກົນ ນໍ້າເງິນ, ປາງຫົກ, ສະໜາມບິນວັດໄຕ ແລະ ທ່າບົກທ່ານາແລ້ງ; ❷ ກະຊວງ ອຄ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ ຕາມຂໍ້ຕົກລົງເລກທີ 006/ຄອຄສ, ລົງວັນທີ 23 ສິງຫາ 2022 ຊຶ່ງປະກອບມີຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ຈໍານວນ 08 ຂະແໜງການ ແລະ ຂັ້ນແຂວງ 03 ຂະແໜງການ ເຂົ້າຮ່ວມເປັນຄະນະ; ແລະ ❸ ສໍາເລັດການອອກແບບສອບຖາມສໍາລັບການສຶກສາ TRS ປີ 2022 ແລະ ສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກໍາຂໍ້ມູນ ໃນລະຫວ່າງເດືອນ ພະຈິກ ຫາ ທັນວາ 2022.

     ກອງປະຊຸມໄດ້ດໍາເນີນໄປຕາມວາລະ ຜ່ານການປຶກສາຫາລື ແລະ ປະກອບຄໍາເຫັນ ຢ່າງກົງໄປກົງມາ ໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບຕໍ່ກັບ ຮ່າງບົດລາຍງານຜົນການສຶກສາ TRS ປະຈຳປີ 2022 ລວມທັງຂໍ້ສະເໜີແນະນໍາໃນການປັບປຸງເນື້ອໃນບາງສ່ວນຕາມການສະເໜີຂອງຜູ່ເຂົ້າຮ່ວມ ໃນຂັ້ນຕອນການອອກອະນຸຍາດ, ຢັ້ງຢືນຂອງບັນດາຂະແໜງການກ່ຽວຂ້ອງ ແລະ ການກວດປ່ອຍສິນຄ້າຢູ່ດ່ານ. ມອບໃຫ້ກອງເລຂາ (ກົມ ຂອ ແລະ ກົມ ພາສີ) ທີ່ຮັບຜິດຊອບວຽກ TRS ປັບປຸງຮ່າງບົດລາຍງານ TRS ປີ 2022 ເພື່ອສະເໜີຕໍ່ຄະນະຊີ້ນໍາວຽກງານ TRS ພິຈາລະນາຮັບຮອງ ແລະ ຊຶ່ງຈະຈັດຂຶ້ນໃນໄວໆນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.