ພາບປະກອບຈາກອິນເຕີເນັດ

     

     ຜ່ານການເຫັນດີຂອງ ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕາມ ຂໍ້ຕົກລົງ ວ່າດ້ວຍ ການປະກາດໃຊ້ລະບຽບແຫຼ່ງກໍາເນີດສິນຄ້າສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ ພາຍໃຕ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານອາຊຽນ-ຍີ່ປຸ່ນ ທີ່ໂອນຖ່າຍຈາກລະບົບລະຫັດພາສີເອກະພາບສະບັບ HS 2012 ມາເປັນ HS 2017 ສະບັບ ເລກທີ 0694/ອຄ, ລົງວັນທີ 12 ພຶດສະພາ 2023 ທີ່ໄດ້ລະບຸເນື້ອໃນຂອງຂໍ້ຕົກລົງ ມີລາຍລະອຽດດັ່ງນີ້:

     ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຜູ້ຮັບຜິດຊອບວຽກງານດັ່ງກ່າວໄດ້ເຮັດສະໂນດແຈ້ງອອກໂດຍອີງໃສ່ທິດຊີ້ນໍາຂອງ ທ່ານ ລັດຖະມົນຕີ ເຫັນດີໃຫ້ຈັດຕັ້ງປະຕີບັດເຜີຍແຜ່ວິທີການຈັດຕັ້ງປະຕີບັດໂດຍລະອຽດໃຫ້ພາກສ່ວນທີ່ກ່ຽວຂ້ອງຂອບເຂດໃນທົ່ວປະເທດຮັບຮູ້ຢ່າງທົ່ວເຖີງ, ເພື່ອໃຫ້ຂໍ້ຕົກລົງສະບັບນີ້ໄດ້ຮັບການຈັດຕັ້ງປະຕີບັດຢ່າງໄດ້ຮັບຜົນດີ, ມີຜົນບັງຄັບໃຊ້ເລີ່ມແຕ່ ວັນທີ 01 ມີນາ 2023 ເປັນຕົ້ນໄປ ແມ່ນໄດ້ຕົກລົງເປັນເອກະພາບປະກາດໃຊ້ລະບຽບແຫຼ່ງກໍາເນີດສິນຄ້າສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ (Product Specific Rules: PSR) ພາຍໃຕ້ສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ - ຍີ່ປຸ່ນ (ASEAN – Japan Comprehensive Economic Partnership: AJCEP) ທີ່ໂອນຖ່າຍຈາກລະບົບລະຫັດພາສີເອກະພາບສະບັບ HS 2012 ມາເປັນ HS 2017.

     ທ່ານສາມາດ ດາວໂຫລດ ລະບຽບແຫຼ່ງກໍາເນີດສິນຄ້າສະເພາະທີ່ນໍາໃຊ້ກັບແຕ່ລະຜະລິດຕະພັນ HS 2017 ໄດ້ທີ່ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.