ໃນຕອນເຊົ້າ ວັນທີ 30 ພຶດສະພາ 2023 ທີ່ຫ້ອງປະຊຸມສ່ອງແສງ ຊັ້ນ 2 ກະຊວງ ອຸດສາຫະກໍາ ແລະ ການຄ້າ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມຜູ້ຈັດຕັ້ງປະຕິບັດເສົາຄໍ້າ B ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ໄດ້ຈັດ “ກອງປະຊຸມປຶກສາຫາລືກັບບັນດາຂະແໜງການຈັດຕັ້ງປະຕິບັດທຶນສະໜັບສະໜູນຍ່ອຍ Challenge Facility (CF) ຂອງເສົາຄໍ້າ B ພາຍໃຕ້ຂອງໂຄງການ LCT ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ແລະ ແຜນວຽກໃນຕໍ່ໜ້າ”. ໂດຍການເປັນປະທານຂອງ ທ່ານມົວວິໄຊ ປາລີ, ຮອງຫົວໜ້າ ກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການກ່ຽວຂ້ອງ ເຊັ່ນ: ກົມພາສີ, ກົມປູກຝັງ, ກົມອາຫານ ແລະ ຢາ ແລະ ກົມລ້ຽງສັດ ແລະ ການປະມົງ ທີ່ໄດ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ.

     ທ່ານມົວວິໄຊ ປາລີ ໄດ້ກ່າວໃນທີ່ປະຊຸມວ່າ ການຈັດຕັ້ງປະຕິບັດໂຄງການຍ່ອຍ CF ຂອງເສົາຄໍ້າ B ພາຍໃຕ້ໂຄງການ LCT ໄດ້ເລີ່ມມີການຈັດຕັ້ງປະຕິບັດ ມາແຕ່ປີ 2020 ແລະ ໄດ້ເພີ່ມກົມຄຸ້ມຄອງບໍ່ແຮ່ ໃນປີ 2022. ໃນໄລຍະຜ່ານມາ ກົມ ຂອ ໄດ້ສົມທົບກັບບັນດາກົມກ່ຽວຂ້ອງສຳເລັດວຽກທີ່ສຳຄັນຫຼາຍຢ່າງ ທີ່ນອນໃນແຜນຂອງໂຄງການ ເຊັ່ນ: ການປັບປຸງນິຕິກຳ ແລະ ການໄຂບັນຫາຂອງພາກທຸລະກິດ, ສັງລວມຂໍ້ມູນການປັບປຸງມາດຕະການ NTMs ທີ່ເປັນບູລິມະສິດ ຈຳນວນ 107 ມາດຕະການຕາມເອກະສານຊ້ອນທ້າຍຂອງຄຳສັ່ງ ເລກທີ 12/ນຍ, ວຽກປັບປຸງລະບົບ Estat ແລະ ຂັ້ນຕອນການນຳເຂົ້າ-ສົ່ງອອກຕົວຈິງຢູ່ດ່ານຊາຍແດນ ຈຳນວນໜຶ່ງ ທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ.

     ໃນທີ່ປະຊຸມກອງເລຂາໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດທຶນ CF ພາຍໃຕ້ໂຄງການ LCT ກ່ຽວກັບສິ່ງທ້າທາຍທີ່ເກີດຂື້ນ ແລະ ວິທີແກ້ໄຂບັນຫາ ໃຫ້ບັນດາຂະແໜງການທີ່ຕິດພັນກັບບັນຫານັ້ນໆ ແລະ ໄດ້ປຶກສາຫາລືແຜນການຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2024. ໃນຕອນທ້າຍຂອງວາລະປິດກອງປະຊຸມ ແມ່ນເຫັນດີກັບການລາຍງານຄວາມຄືບໜ້າ ແລະ ກຽມພ້ອມສູ້ຊົນສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນງານກິດຈະກໍາທີ່ໄດ້ວ່າງອອກ ໃຫ້ໄດ້ເກີດຜົນເປັນຈີງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.