ໃນວັນທີ 31 ພຶດສະພາ 2023 ທີ່ ຫ້ອງປະຊຸມ ຊັ້ນ 3, ກະຊວງອຸດສາຫະກໍາ ແລະ ການຄ້າ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມຫ້ອງການກອງເລຂາຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການກ່ຽວຂ້ອງ ທີ່ໄດ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ. ໂດຍໄດ້ຮັບທຶນສະໜັບສະໜູນ ຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແມ່ນວຽກງານໜຶ່ງໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ພະຍາຍາມປັບປຸງ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ຢູ່ພາຍໃນປະເທດໃຫ້ດີຂຶ້ນ, ຄຽງຄູ່ກັບການຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ ກໍຄືການສົ່ງເສີມການດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ແລະ ພ້ອມທັງຈັດຕັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ທີ່ມີຕໍໍ່ ພາກພື້ນ ແລະ ສາກົນ.

     ເພື່ອຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເລກທີ 001/ຄອຄຂ.ສ, ລົງວັນທີ 19 ພຶດສະພາ 2023 ໃຫ້ມີປະສິດທິພາບສູງສຸດ ທີ່ຫາກໍ່ຖືກຮັບຮອງໂດຍ ທ່ານຮອງນາຍົກ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ. ສະນັ້ນ, ກົມ ຂອ ຈຶ່ງໄດ້ສືບຕໍ່ຄົ້ນຄວ້າສ້າງ ແລະ ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ຂຶ້ນໃນຄັ້ງນີ້.

     ຜ່ານການປຶກສາຫາລື ຢ່າງກົງໄປກົງມາ ຕໍ່ກັບຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ທ່ານປະທານກອງປະຊຸມໄດ້ກ່າວສະຫຼຸບຜົນຂອງກອງປະຊຸມຄືດັ່ງນີ້: ໂດຍພື້ນຖານ, ກອງປະຊຸມເຫັນດີເປັນເອກະພາບຕໍ່ກັບເນື້ອໃນຂອງຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ໄດ້ມອບໃຫ້ກອງເລຂາ ນຳເອົາການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມໄປຄົ້ນຄວ້າປັບປຸງຄືນ ພ້ອມທັງໄດ້ສະເໜີ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສ້າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານອຳນວຍຄວາມສະດວກທາງດ້ານການຂົນສົ່ງ ໃຫ້ສໍາເລັດໂດຍໄວ ເພື່ອເປັນເອກະສານໜຶ່ງທີ່ຈະນໍາມາເຜີຍແຜ່ ໃນກອງປະຊຸມປະຖົມມາລຶກຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຊຶ່ງຈະຈັດຂຶ້ນໃນເວລາອັນໃກ້ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.