ໃນວັນທີ 21 ມິຖຸນາ 2023 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ I ຂຶ້ນ ແລະ ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ປະກອບມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ ພ້ອມດ້ວຍບັນດາທ່ານຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖານທູດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບໍລີສັດລາວວິຕ້າ ເຂດນິຄົມ, ບໍລິສັດທ່າບົກ, ສະມາຄົມຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

     ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເປັນວຽກງານໜຶ່ງທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025)  ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ຊຶ່ງໃນໄລຍະຜ່ານມາ ສປປ ລາວ ຂອງພວກເຮົາໄດ້ມີຄວາມພະຍາຍາມໃນການປັບປຸງບັນດາລະບຽບການ ແລະ ຂັ້ນຂອດໃນການອອກອະນຸຍາດ ທີ່ເປັນອຸປະສັກ ແລະ ສິ່ງກີດຂວາງທາງດ້ານການຄ້າ ແລະ ການຂົນສົ່ງ ຢູ່ພາຍໃນປະເທດໃຫ້ດີຂຶ້ນ ພ້ອມທັງຍົກລະດັບຄວາມອາດສາມາດໃນການແຂ່ງຂັນກັບຕ່າງປະເທດ ເພື່ອດຶງດູດການລົງທຶນຈາກຕ່າງປະເທດໃຫ້ມີຄຸນນະພາບ.

     ປະຈຸບັນ ສປປ ລາວ ກໍາລັງພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະການຂາດແຄນເງິນຕາຕ່າງປະເທດ, ອັດຕາເງິນເຟີ້ ແລະ ລາຄາສິນຄ້າໃນທ້ອງຕະຫຼາດເພີ່ມຂຶ້ນສູງ. ພ້ອມດຽວກັນ, ລັດຖະບານໄດ້ເລັງເຫັນເຖິງຄວາມສໍາຄັນຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ຈຶ່ງໄດ້ສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມດໍາລັດຂອງທ່ານນາຍົກລັດຖະມົນຕີ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023 ແນໃສ່ເຮັດໃຫ້ກົນໄກປະສານງານ ແລະ ການແກ້ໄຂບັນຫາຕ່າງໆ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ.

     ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມ ໃນ 6 ເດືອນທ້າຍປີ 2023 ແລະ ການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ ແລະ ແບບແຜນວິທີເຮັດວຽກ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ຕາມດໍາລັດ ເລກທີ 145/ນຍ. ພ້ອມທັງປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ບັນຫາ ຫຼື ຂໍ້ສະເໜີ ທີ່ກອງປະຊຸມຍົກຂຶ້ນ ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.